ໜ້າຫຼັກ Gadzila WhatsApp Update: ເພີ່ມເພງ ແລະ Stickers ໃນ Status
Gadzila

WhatsApp Update: ເພີ່ມເພງ ແລະ Stickers ໃນ Status

WhatsApp Update: ເພີ່ມເພງ ແລະ Stickers ໃນ Status

ແບ່ງປັນ
Getting your Trinity Audio player ready...

WhatsApp ໄດ້ເພີ່ມຟີເຈີຣ໌ໃໝ່ໃນ Status ເພື່ອໃຫ້ຜູ້ໃຊ້ສາມາດສະແດງອອກໄດ້ຫຼາກຫຼາຍ ແລະ ມ່ວນຂຶ້ນ, ພ້ອມຮັກສາຄວາມເປັນສ່ວນຕົວດ້ວຍການເຂົ້າລະຫັດ end-to-end ຟີເຈີຣ໌ໃໝ່ນີ້ເລີ່ມປ່ອຍໃຫ້ໃຊ້ແລ້ວ ແລະ ຈະມີໃຫ້ໃຊ້ຄົບທຸກປະເທດໃນໄວໆນີ້.

ພວກເຮົາສາມາດສະແດງຄວາມເປັນຕົວຕົນຜ່ານຟີເຈີຣ໌ໃໝ່ໝເຫຼົ່ານີ້ທີ່ຊ່ວຍໃຫ້ສ້າງ Status ໃຫ້ມີຄວາມສົດໃສ ແລະ ສະແດງອາລົມ ຫຼື ບຸກຄະລິກໄດ້ດີຍິ່ງຂຶ້ນ ແລະ ມັນຍັງງ່າຍຕໍ່ການໃຊ້.

ສະຫຼຸບຟີເຈີຣ໌ແບບເຂົ້າໃຈງ່າຍ

  • ການຈັດວາງຮູບພາບ: ສາມາດວາງຮູບພາບສູງສຸດ 6 ຮູບ ມາຈັດເປັນຄອລເລັກຊັນ (collage) ໃນ Status ດຽວ ໂດຍໃຊ້ເຄື່ອງມືແກ້ໄຂໃນແອັບເພື່ອຈັດວາງຮູບໄດ້ຕາມໃຈມັກ, ເຮັດໃຫ້ Status ເບິ່ງສວຍງາມ ແລະ ເປັນລະບຽບ.
  • ເພີດເພີນກັບສຽງດົນຕີ: ສາມາດໂພສເພງທີ່ເຈົ້າມັກໃນ Status (ໃຊ້ສຽງດົນຕີຈາກ Instagram) ໂດຍໃສ່ກັບຮູບພາບ ຫຼື ວິດີໂອ ປ່ຽນເພງນັ້ນໃຫ້ເປັນຮູບແບບສະຕິກເກີເພື່ອເພີ່ມຄວາມໂດດເດັ່ນຍິ່ງຂຶ້ນ.
  • Photo Stickers (ສະຕິກເກີຮູບພາບ): ປ່ຽນຮູບພາບໃຫ້ເປັນສະຕິກເກີ ແລະ ເພີ່ມລົງໃນ Status ໂດຍສາມາດປັບຂະໜາດ ແລະ ຮູບຮ່າງທີ່ເໝາະສົມໄດ້.
  • ເພີ່ມຮູບພາບ: ຊວນໝູ່ຮ່ວມແບ່ງປັນການສົນທະນາ, ດ້ວຍການແຊຣ໌ Status ແລະ ໝູ່ຂອງເຈົ້າກໍສາມາດຕອບກັບໄດ້ ຫຼື ແຊຣ໌ໄປທີ່ Status ຂອງຕົນເອງເພື່ອສ້າງການມີສ່ວນຮ່ວມໃນຊຸມຊົນ ຫຼື ກຸ່ມໝູ່.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.