ໂອຕ໌ກູຕູຣ໌ ສິລະປະການຕັດຫຍິບຊຸດຊັ້ນສູງທີ່ໃຜໆກໍຢາກຄອບຄອງ

ແບ່ງປັນ

ໂອຕ໌ກູຕູຣ໌ ສິລະປະການຕັດຫຍິບຊຸດຊັ້ນສູງທີ່ໃຜໆກໍຢາກຄອບຄອງ

ໂດຍ: Tonmai Phoutthasack Tonmai Phoutthasack
02 April 2026 5

ເຄີຍບໍ່? ເວລານັ່ງໄຖຟີດໂຊຊຽວຕອນເດິກໆ ແລ້ວໄປສະດຸດຕາກັບຊຸດທີ່ບັນດາດາຣາເຊເລັບເຂົາໃສ່ກັນທີ່ເບິ່ງແລ້ວຫຼູຫຼາ ງົດງາມ ມີຄວາມໜ້ອຍແຕ່ຫຼາຍ ຈົນເຮົາເອງກໍອົດສົງໄສບໍ່ໄດ້ວ່າ “ຊຸດນີ້ລາຄາເທົ່າໃດ?” ຫຼື “ທີ່ມາຊຸດນີ້ເປັນແນວໃດ”

ແລະເມື່ອເຮົາຫາຂໍ້ມູນກ່ຽວກັບເລື່ອງແຟຊັ່ນ ຫຼາຍຄັ້ງກໍມັກຈະໄດ້ຍິນຄຳວ່າ “Haute Couture” (ໂອຕ໌ກູຕູຣ໌) ຢູ່ໃນແຄັບຊັນແຟຊັນຊັ້ນສູງ ແຕ່ຄຳສັບເຫຼົ່ານີ້ມັນແມ່ນຫຍັງ? ເປັນຫຍັງວົງການແຟຊັ່ນຈຶ່ງຍົກຄຳນີ້ເປັນເໝືອນຄຳສັບຊັ້ນສູງຂອງວົງການແຟຊັ່ນ.

ໃນຍຸກທີ່ໃຜໆກໍເວົ້າວ່າ “ພວກເຮົາຄວນຈ່າຍໃຫ້ກັບຄວາມຈຳເປັນ ຫຼາຍກວ່າຄວາມຟຸ່ມເຟືອຍ” ໂອຕ໌ກູຕູຣ໌ກັບຍິ່ງທະວີຄວາມສຳຄັນຂຶ້ນມາຢ່າງໜ້າປະຫຼາດ ເພາະມັນກຳລັງເຮັດໜ້າທີ່ພິສູດໃຫ້ໂລກເຫັນວ່າ “ຄຸນຄ່າທີ່ແທ້ຈິງຂອງງານດີໄຊນ໌” ບໍ່ໄດ້ວັດກັນທີ່ປ້າຍລາຄາ ແຕ່ວັດກັນທີ່ຢາດເຫື່ອແລະເວລາທີ່ໃຊ້ສ້າງມັນຂຶ້ນມາ. ມື້ນີ້ ມ່ວນຈະພາມັນໄປຊອກຄຳຕອບແບບເຈາະເລິກວ່າ “ໂອຕ໌ກູຕູຣ໌” ແມ່ນຫຍັງ? ແລະ ເປັນຫຍັງມັນເຖິງກາຍເປັນ “The Masterpiece” ທີ່ຄົນທັງໂລກນັ້ນຕ້ອງການ.


ຈາກເສື້ອຜ້າສັ່ງຕັດ ສູ່ ‘ງານສິລະປະທີ່ສວມໃສ່ໄດ້’

ໂອຕ໌ກູຕູຣ໌ (Haute Couture) ມາຈາກພາສາຝຣັ່ງ ແປກົງຕົວວ່າ “ການຕັດຫຍິບຊັ້ນສູງ” ຫາກຈະອະທິບາຍໃຫ້ເຫັນພາບ ມັນຄືການສ້າງສັນເສື້ອຜ້າທີ່ຖືກອອກແບບມາເພື່ອ “ເຈົ້າພຽງຄົນດຽວໃນໂລກ” ດີໄຊເນີແລະຊ່າງຝີມືຈະລົງລາຍລະອຽດຕັ້ງແຕ່ການວັດສະລີລະຮ່າງກາຍທຸກຕາລາງເຊັນຕີແມັດ ໄປຈົນຮອດຂະບວນການຕັດຫຍິບທີ່ຕ້ອງ “ຜ່ານມືຊ່າງ” ໃນທຸກຂັ້ນຕອນໂດຍປາສະຈາກເຄື່ອງຈັກໂຮງງານ.

ຍ້ອນກັບໄປໃນປີ ຄ.ສ. 1858 ຈຸດເລີ່ມຕົ້ນຂອງສິລະປະແຟຊັ່ນ ໂອຕ໌ກູຕູຣ໌ ທີ່ ກຸງປາຣີ ປະເທດຝຣັ່ງ ໂດຍ Charles Frederick Worth (ຊາລສ໌ ເຟຣເດຣິກ ເວີຣ໌ທ) “ບິດາແຫ່ງໂອຕ໌ກູຕູຣ໌” ດີໄຊເນີຜູ້ມີອິດທິພົນເໜືອວົງການແຟຊັ່ນປາຣີ ໃນຊ່ວງປີ 1870s ເຂົາເປັນຜູ້ອອກແບບເສື້ອຜ້າໃຫ້ກັບບັນດາທ່ານຍິງຂອງຊົນຊັ້ນສຸງ ທີ່ຮັ່ງມີໃນສະໄໝນັ້ນ ແລະ ເປັນເຈົ້າຂອງຫ້ອງເສື້ອໂອຕ໌ກູຕູຣ໌ແຫ່ງທຳອິດ ດ້ວຍວັດສະດຸແລະຮູບແບບການດີໄຊນ໌ ການປັກຫຍິບທີ່ປານີດທີ່ສຸດ ໂດຍຄຳນຶງເຖິງຜູ້ສວມໃສ່ເປັນຫຼັກ ເຮັດໃຫ້ເສື້ອຜ້າແຕ່ລະຊຸດມີເອກະລັກສະເພາະຕົວ ບໍ່ຄືໃຜ ແລະ ຫູຫລາຕື່ນຕາຕື່ນໃຈ.

ເບື້ອງຫຼັງຄວາມວິຈິດ: ເປັນຫຍັງຄຸນຄ່າເຖິງປະເມີນເປັນຕົວເລກໄດ້ຍາກ?

ຫຼາຍຄົນອາດສົງໄສວ່າ ແມ່ນຫຍັງເຮັດໃຫ້ແບຣນແຟຊັນທົ່ວໂລກຕ່າງໃຝ່ຝັນທີ່ຈະໄດ້ຄອບຄອງຕຳແໜ່ງສະມາຊິກໂອຕ໌ກູຕູຣ໌ ແລະ ເປັນຫຍັງຊຸດເຫຼົ່ານີ້ເຖິງມີລາຄາສູງ? ຄຳຕອບຄື “ເວລາແລະຄວາມທຸ່ມເທ” ທີ່ເຊື່ອງຢູ່ໃນທຸກຮອຍຫຍິບຂອງເຂັມແລະດ້າຍທຸກເສັ້ນ.

  • ຊຸດດີໄຊນ໌ຮຽບຫູ: ຕ້ອງອາໄສຊ່າງຝີມືລະດັບສູງປະມານ 6 ຄົນ ແລະ ໃຊ້ເວລາຕັດຫຍິບບໍ່ຕ່ຳກວ່າ 200 ຊົ່ວໂມງ.
  • ຊຸດທີ່ມີການປັກປະດັບລວດລາຍ: ອາດຕ້ອງໃຊ້ເວລາໄປຮອດ 1,000 ຊົ່ວໂມງ.
  • ຊຸດລະດັບຕຳນານ: ຕັ້ງແຕ່ຂັ້ນຕອນການຮ່າງແບບລົງບົນເຈ້ຍ ຈົນຮອດການຟິດຕິ້ງ (Fitting) ທີ່ອາດໃຊ້ເວລາຍາວນານເຖິງ 6,000 ຊົ່ວໂມງ (ຫາກທຽບກັບການເຮັດວຽກປົກກະຕິ ນີ້ຄືໄລຍະເວລາທີ່ຍາວນານກວ່າ 2 ປີເຄິ່ງກັນ!)
ອ່ານຕື່ມ:  2026 ປີທີ່ຄົນເມື່ອຍກັບການນຳເທຣນແຟຊັ່ນ ແລ້ວຫັນມາສົນໃຈ ‘ການເປັນຕົວເອງ’ ຫຼາຍຂຶ້ນ

ໄອຄອນນິກແຟຊັນ: ຜູ້ຖ່າຍທອດຈິດວິນຍານໂອຕ໌ກູຕູຣ໌

ຜົນງານທີ່ຊົງຄຸນຄ່າ ຍ່ອມຕ້ອງຄູ່ຄວນກັບຜູ້ທີ່ເຫັນຄຸນຄ່າຂອງມັນ ໃນຍຸກ 1950s ໄອຄອນແລະສາວສັງຄົມຊັ້ນສູງຢ່າງ Babe Paley, Marella Agnelli ແລະ Grace Kelly ຄືກຸ່ມບຸກຄົນທີ່ຫຼົງໄຫຼໃນສະເໜ່ຂອງໂອຕ໌ກູຕູຣ໌ ພວກເຂົາເລືອກສວມໃສ່ສິ່ງທີ່ສະທ້ອນຕົວຕົນ ຫຼາຍກວ່າທີ່ຈະເບິ່ງພຽງແຕ່ປ້າຍລາຄາ.

ຄວາມຮຸ່ງເຮືອງຂອງແຟຊັນຊັ້ນສູງນີ້ຍັງຄົງດຳເນີນມາຮອດຍຸກປັດຈຸບັນ ແລະ ສ້າງປາກົດການສັ່ນສະເທືອນວົງການໃນປີ ຄ.ສ. 1997 ເມື່ອ Nicole Kidman ປາກົດຕົວບົນພົມແດງງານປະກາດລາງວັນອອສກາຣ໌ ໃນຊຸດໂອຕ໌ກູຕູຣ໌ສີຂຽວສຸດສະຫງ່າງາມຈາກ Christian Dior ເຊິ່ງມີລາຍງານວ່າຊຸດນັ້ນມີມູນຄ່າສູງເຖິງ 2 ລ້ານໂດລາສະຫະລັດ.

ຄວາມເປັນມະນຸດທີ່ສຸດ ໃນໂລກຂອງແຟຊັນ

ທ້າຍທີ່ສຸດແລ້ວ ຄວາມຈຳເປັນຂອງ “ໂອຕ໌ກູຕູຣ໌” ອາດບໍ່ແມ່ນເລື່ອງຂອງຟັງຊັນການນຳໃຊ້ໃນຊີວິດປະຈຳວັນ ແຕ່ມັນຄື “ຄວາມເປັນມະນຸດທີ່ສຸດໃນວົງການແຟຊັນ” ມັນຄືການທີ່ມະນຸດຄົນໜຶ່ງຍອມທຸ່ມເທຢາດເຫື່ອ, ຈິດວິນຍານ ແລະ ເວລາອັນມະຫາສານ ເພື່ອສ້າງສັນຄວາມງົດງາມທີ່ໄຮ້ຂີດຈຳກັດໃຫ້ກັບມະນຸດອີກຄົນໜຶ່ງ.

ໂອຕ໌ກູຕູຣ໌ຈຶ່ງບໍ່ແມ່ນແຄ່ເລື່ອງຂອງຄວາມຟຸ່ມເຟືອຍ ແຕ່ມັນຄືການສ້າງຄວາມຕື່ນຕົວເຖິງ “ຄຸນຄ່າຂອງຄວາມປານີດ” ທີ່ເຮັດໃຫ້ໂລກແຟຊັນຍັງຄົງໜ້າຫຼົງໄຫຼມາຈົນເຖິງທຸກມື້ນີ້.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.