ເຄີຍບໍ່? ເວລານັ່ງໄຖຟີດໂຊຊຽວຕອນເດິກໆ ແລ້ວໄປສະດຸດຕາກັບຊຸດທີ່ບັນດາດາຣາເຊເລັບເຂົາໃສ່ກັນທີ່ເບິ່ງແລ້ວຫຼູຫຼາ ງົດງາມ ມີຄວາມໜ້ອຍແຕ່ຫຼາຍ ຈົນເຮົາເອງກໍອົດສົງໄສບໍ່ໄດ້ວ່າ “ຊຸດນີ້ລາຄາເທົ່າໃດ?” ຫຼື “ທີ່ມາຊຸດນີ້ເປັນແນວໃດ” ແລະເມື່ອເຮົາຫາຂໍ້ມູນກ່ຽວກັບເລື່ອງແຟຊັ່ນ ຫຼາຍຄັ້ງກໍມັກຈະໄດ້ຍິນຄຳວ່າ “Haute Couture” (ໂອຕ໌ກູຕູຣ໌) ຢູ່ໃນແຄັບຊັນແຟຊັນຊັ້ນສູງ ແຕ່ຄຳສັບເຫຼົ່ານີ້ມັນແມ່ນຫຍັງ? ເປັນຫຍັງວົງການແຟຊັ່ນຈຶ່ງຍົກຄຳນີ້ເປັນເໝືອນຄຳສັບຊັ້ນສູງຂອງວົງການແຟຊັ່ນ. ໃນຍຸກທີ່ໃຜໆກໍເວົ້າວ່າ “ພວກເຮົາຄວນຈ່າຍໃຫ້ກັບຄວາມຈຳເປັນ ຫຼາຍກວ່າຄວາມຟຸ່ມເຟືອຍ” ໂອຕ໌ກູຕູຣ໌ກັບຍິ່ງທະວີຄວາມສຳຄັນຂຶ້ນມາຢ່າງໜ້າປະຫຼາດ ເພາະມັນກຳລັງເຮັດໜ້າທີ່ພິສູດໃຫ້ໂລກເຫັນວ່າ “ຄຸນຄ່າທີ່ແທ້ຈິງຂອງງານດີໄຊນ໌”...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານທີ່ສຸດ. ຍິນຍອມໃຫ້ເຮົາເບິ່ງແຍງປະສົບການຂອງທ່ານບໍ່?