ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ປ່ອຍໃຫ້ຄວາມຮູ້ສຶກເຕັ້ນ ກ່ອນທີ່ຄຳຕອບຈະຊັດເຈນ ກັບເພງ Dancing on the floor ຈາກ vvvvanno
Muan Listen - ມ່ວນຊວນຟັງ

ປ່ອຍໃຫ້ຄວາມຮູ້ສຶກເຕັ້ນ ກ່ອນທີ່ຄຳຕອບຈະຊັດເຈນ ກັບເພງ Dancing on the floor ຈາກ vvvvanno

ແບ່ງປັນ
Getting your Trinity Audio player ready...

ເມື່ອເວົ້້າເຖິງແນວເພງປະສົມປະສານລະຫວ່າງ Synth Wave ແລະ Pop ບອກໄດ້ເລີຍວ່າ: Dancing on the floor ຄືໜຶ່ງໃນເພງຈາກສິລະປິນມ້າມືດຢ່າງ VVVVANNO ທີ່ຈະພາຫຼາຍຄົນປ່ອຍໃຈໃຫ້ໄຫຼໄປກັບອາລົມທີ່ຍັງບໍ່ເຄຼຍໃນຄວາມສຳພັນທີ່ບໍ່ຊັດເຈນ.

“Dancing on the floor” ບໍ່ແມ່ນເພງທຳອິດຂອງ VVVVANNO ໂດຍຜົນງານກ່ອນໜ້ານີ້ແມ່ນ Fancy ເຊິ່ງໃຫ້ໝູດເພງຊ້າເພີດເພີນກັບສຽງຮ້ອງ ແລະ ດົນຕີແນວ Jazz R&B ທີ່ແຕກຕ່າງຈາກເພງນີ້ທີ່ໃຫ້ຄວາມຕື່ນເຕັ້ນຫຼາຍກວ່າ.

ບົດເພງນີ້ຈະບອກເລື່ອງລາວບັນຍາກາດລຶກລັບໜ້າຄົ້ນຫາແຕ່ກໍເຕັມໄປດ້ວຍພະລັງຂອງອາລົມ ແລະ ຄວາມມ່ວນທີ່ແຝງຢູ່ໃນທຸກທຳນອງ. ເປັນຄວາມຮູ້ສຶກທີ່ວົນວຽນຢູ່ພາຍໃນໃຈ ໃນຊ່ວງເວລາຂອງຄວາມສຳພັນທີ່ຍັງບໍ່ຊັດເຈນລະຫວ່າງໂຕເອງກັບອີກຄົນທີ່ຮູ້ວ່າຕ່າງຝ່າຍຕ່າງກໍມີໃຈໃຫ້ກັນ ແຕ່ບໍ່ມີໃຜກ້າບອກອອກມາຕົງໆ.

ເພງນີ້ປຽບເໝືອນການປົດປ່ອຍອາລົມທີ່ອັດແໜ່ນຢູ່ຂ້າງໃນຜ່ານເນື້ອເພງ ແລະ ຄວາມດົນຕີແນວ Synth-Pop ທີ່ຈະພາເຮົາລອງລ່ອຍຄວາມຮູ້ສຶກທີ່ອະທິບາຍເປັນຄຳເວົ້າບໍ່ໄດ້ແຕ່ໃຫ້ຄວາມຮູ້ສຶກຢາກໂຢກຍ້າຍຮ່າງກາຍໄປຕາມສຽງດົນຕີ ນັ້ນຄືການເຕັ້ນ.

ການເຕັ້ນຈຶງກາຍເປັນພາສາໃນການສື່ສານຄວາມຮູ້ສຶກແທນຄຳເວົ້າໃນບົດເພງ.

ອ່ານຕື່ມ:  ຊວນຕັດຂາດຈາກຄົນມັກນອກໃຈ ດ້ວຍເພງ "ອ້າວ" ຂອງ TAIY AKARD
ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.