ໜ້າຫຼັກ Muan.la - ສາລະບັນເທີງ Muan Scoop ເປີດຕົວ “VOC” Sub-Unit ຫຼ້າສຸດຈາກ PROXIE ພ້ອມສັ່ນສະເທືອນວົງການ T-POP ກຽມລຸຍເສັ້ນທາງອິນເຕີ
Muan Scoop

ເປີດຕົວ “VOC” Sub-Unit ຫຼ້າສຸດຈາກ PROXIE ພ້ອມສັ່ນສະເທືອນວົງການ T-POP ກຽມລຸຍເສັ້ນທາງອິນເຕີ

Victor, Onglee ແລະ Chokun ຈາກ PROXIE ເປີດຕົວ Sub-Unit ໃໝ່ “VOC” ໄດ້ຮ່ວມງານກັບ THEBLACKLABEL ຄ້າຍເພງ ແລະ ເປັນ Creative agency ລະດັບໂລກຈາກເກົາຫຼີໃຕ້ໃນການຮ່ວມປັ້ນ VOC Sub-Unit ຫຼ້າສຸດຈາກ PROXIE.

ແບ່ງປັນ

ເມື່ອເວົ້າເຖິງວົງ PROXIE ຫຼາຍຄົນອາດຈະຄິດຮອດສິລະປິນໜຸ່ມທັງ 6 ຄົນ ເຊິ່ງເປັນກຸ່ມສິລະປິນຊາຍ ແລະ ເປັນອີກວົງໜຶ່ງທີ່ເດີນຢູ່ແຖວໜ້າຂອງວົງການ T-POP ນັ້ນເອງ. ສະນັ້ນ, ທາງຄ້າຍ Dreamers Society Management ແລະ THEBLACKSEA ກໍໄດ້ເປີດຕົວ Sub-Unit ຫຼ້າສຸດທີ່ມີຊື່ວ່າ VOC.

VOC ມີກອບມີສະມາຊິກ 3 ຄົນຄື: Victor – Vorameth Kornubrabhan (ວິກເຕີ – ວໍລະເມດ ກອນນຸປະພັນ), Onglee – Oscar Edward Wattraserte (ອອງຣີ – ອອສກາຣ໌ ເອັດເວິດ ວັດຕຣາເສດ) ແລະ Chokun –  Pavaris Srichaichana (ໂຊກຸນ – ປະວາຣິສ ສີໄຊຊະນະ).

Vorameth Kornubrabhan (ວິກເຕີ – ວໍລະເມດ ກອນນຸປະພັນ)

Instagram: victor.proxie

ສະມາຊິກ VOC ທັງ 3 ຄົນ ພວກເຂົາໄດ້ນຳຄວາມສາມາດ ແລະ ສະເໜ່ຂອງຄາແລັກເຕີທີ່ໂດດເດັ່ນຂອງແຕ່ລະຄົນມາຢ່າງເຕັມທີ່ ພ້ອມພາບລັກໃໝ່ໆທີ່ບໍ່ເຄີຍເຫັນຢູ່ໃສມາກ່ອນ, ເພື່ອເອົາໃຈແຟນຄລັບດ້ວຍຄອນເທັນຈັດເຕັມ ທັງຮູບແບບເພງທີ່ແຕກຕ່າງ ແລະ ມິນິຊີຣີສ໌ທີ່ໄດ້ແຮງບັນດານໃຈຈາກເພງທີ່ຈະປ່ອຍໃນແພລດຟອມ (Platform) TrueVisions NOW.

Onglee – Oscar Edward Wattraserte (ອອງຣີ – ອອສກາຣ໌ ເອັດເວິດ ວັດຕຣາເສດ)

Instagram: onglee.proxie

ໃນສ່ວນຂອງແຟນຄລັບ VOC ນັ້ນ ແມ່ນສາມາດລໍຖ້າຕິດຕາມຮູບແບບການສະແດງໃໝ່ໆທີ່ບໍ່ຄືໃຜໄດ້ເລີຍ ພ້ອມຍັງມີການລວມຄໍເລັກຊັນສິນຄ້າພິເສດໃຫ້ກັບແຟນໆໄດ້ຕິດຕາມ ແລະ ຮ່ວມເປັນກຳລັງໃຈໃນການເດີນທາງກ້າວທຳອິດຂອງການເປັນສິລະປິນອິນເຕີທັງໃນໄທ ແລະ ເອເຊຍຂອງພວກເຂົາ.

ອ່ານຕື່ມ:  10 ສິ່ງທີ່ໜ້າຮູ້ກ່ຽວກັບ "ມົງຟ້າ" ເບື້ອງຫຼັງຄວາມງາມທີ່ຊົງພະລັງຂອງມຸງກຸດ Miss World

Chokun –  Pavaris Srichaichana (ໂຊກຸນ – ປະວາຣິສ ສີໄຊຊະນະ)

Instagram: chokun.proxie

ຈຸດເລີ່ມຕົ້ນ VOC

ເພາະຫົນທາງໃນການໄປຍ່າງຢູ່ອິນເຕີຄືເປົ້າໝາຍໃຫ້ແຂ່ງຂັນຂອງພວກເຂົາ ທາງຄ້າຍຢ່າງ Dreamers Society Management ຈຶ່ງຕັ້ງໃຈຈະເປັນສ່ວນໜຶ່ງໃນການນຳພາສິລະປິນໄທໄປອິນເຕີ ເຊິ່ງໄດ້ຈັບມືກັບ THEBLACKSEA ບໍລິສັດຮ່ວມທຶນລະຫວ່າງບໍລິສັດໃນເຄືອຈະເລີນພັນ ຫຼື ເຄື່ອຊີພີ (CP). THEBLACKLABEL ແມ່ນຄ້າຍເພງ ແລະ ເປັນ Creative agency ລະດັບໂລກຈາກເກົາຫຼີໃຕ້ໃນການຮ່ວມປັ້ນ VOC Sub-Unit ຫຼ້າສຸດຈາກ PROXIE ແບບຄົບສູດ.

Instagram: voc_officialth

ຫຼັງຈາກທີ່ໜຸ່ມໆ PROXIE ໄດ້ຮ່ວມງານກັບຄ້າຍເພງຊື່ດັງແຫ່ງວົງການ K-POP ຢ່າງ THEBLACKLABEL ໃນເພງ TRAFFIC ທີ່ໄດ້ເປີດຕົວເມື່ອທ້າຍປີ 2024 ທີ່ຜ່ານມາ, ຈຶ່ງໄດ້ເກີດເປັນການລວມຕົວຂອງ VOC ໂດຍໄດ້ Danny Chung ເຊິ່ງເປັນ Executive Director ມືທອງແຫ່ງວົງການ K-POP ຜູ້ຢູ່ເບື້ອງຫຼັງຄວາມສຳເລັດຜົນງານເພງຂອງວົງ BLACKPINK ແລະ ສິລະປິນ K-POP ຊື່ດັງອື່ນໆອີກຫຼາກຫຼາຍມາຊ່ວຍກຳກັບດູແລ ໂດຍສະເພາະແຜນການໂປຣໂໝດຜ່ານຄອນເທັນຫຼາກຫຼາຍຮູບແບບທັງໃນໄທ ແລະ ຕ່າງປະເທດ.

ຊວນມາຮູ້ຈັກກັບ VOC

ຄວາມໝາຍ ແລະ ຄວາມໂດດເດັ່ນຂອງ VOC ນັ້ນແມ່ນມາຈາກຊື່ຕົວອັກສອນທຳອິດຈາກຊື່ຫຼິ້ນຂອງສິລະປິນແຕ່ລະຄົນ ເຊິ່ງປະກອບດ້ວຍ Victor, Onglee ແລະ Chokun. VOC ຍັງມີຄວາມໂດດເດັ່ນທີ່ພວກເຂົາມີຄວາມກ້າທີ່ຈະແຕກຕ່າງ ຖືວ່າເປັນສີສັນໃໝ່ຂອງວົງການ T-POP ໂດຍສິລະປິນທັງສາມຄົນໄດ້ປ່ຽນແປງສູ່ພາບລັກທີ່ເປັນຜູ້ໃຫຍ່ຜ່ານການເຕີມແຕ່ງສີສັນໃຫ້ຄວາມເປັນຕົວເອງໃຫ້ຊັດເຈນຍິ່ງຂຶ້ນອີກ.

ອ່ານຕື່ມ:  ໂອປໍ - ສຸຊາຕາ ຊ່ວງສີ ສ້າງປະຫວັດສາດໃຫ້ປະເທດໄທ ຄວ້າມຸງກຸດ Miss World 2025

ດ້ວຍຄວາມເປັນ VOC ຍັງຖືກຖ່າຍທອດອອກມາໄດ້ດີຜ່ານອາລົມ ແລະ ຄວາມຮູ້ສຶກທີ່ເຊື່ອງຊ້ອນຢູ່ໃນທຸກ Track ຂອງ Album ໃໝ່ທີ່ຈະປ່ອຍໃຫ້ໄດ້ຕິດຕາມໃນໄວໆນີ້. ຜົນງານແມ່ນມີອາລົມທີ່ຫຼາກຫຼາຍທີ່ຖືກຖ່າຍທອດຢ່າງກົງໄປກົງມາ, ບໍ່ວ່າຈະເປັນຄວາມກ້າທີ່ຈະເວົ້າຄວາມໃນໃຈ, ການຕັ້ງຄຳຖາມກັບຄວາມຮັກ ຫຼື ແຮງປາຖະໜາທີ່ເຊື່ອງໄວ້ຈົນຮອດເວລາຂອງການກັບມາຮັກສາໃຈຕົວເອງ ແລະ ການກ້າວຕໍ່ໄປຢ່າງເຂັ້ມແຂງ ແຕ່ຍັງຄົງກິ່ນອາຍຄວາມປັອບທີ່ເຂົ້າເຖິງງ່າຍ ເຊິ່ງມ່ວນຕ້ອງຂໍບອກເລີຍວ່າແຕ່ລະຕອນຂອງ Album ນີ້ຈະມີລົດຊາດທີ່ຄົບລົດ ແຖມອັດແໜ້ນໄປດ້ວຍມິຕິແຫ່ງອາລົມພາຍໃນ Album ດຽວ.

ໜຸ່ມໆ VOC ຍັງຂໍຝາກບອກແຟນຄລັບຊາວລາວຜ່ານ ມ່ວນ ວ່າ:

ຂໍຝາກຜົນງານມິນິຊີຣີສ໌ຜ່ານ TrueVisions NOW ແດ່ເດີ ທຸກຄົນລໍຖ້າຕິດຕາມໄດ້ເລີຍ ເພາະທັງ 3 ຄົນໄດ້ໄປປົດລັອກສະກິລ ແລະ ຄວາມສາມາດດ້ານການສະແດງ, ເພື່ອສົ່ງຕໍ່ຄວາມໂດດເດັ່ນ ແລະ ມີເອກະລັກສະເພາະຕົວທີ່ມີຢູ່ແລ້ວເຊັ່ນ Victor ຜູ້ທີ່ມີບຸກຄະລິກໜ້າຄົ້ນຫາ ມີຄວາມເປັນສິລະປິນ, Onglee ໄດ້ແນມເຫັນເຖິງສັກກະຍະພາບດ້ານຕ່າງໆທີ່ນອກເໜືອຈາກການຮ້ອງເພງ ແລະ Chokun ທີ່ຮູ້ກັນດີວ່າມີພອນສະຫວັນດ້ານການເຕັ້ນ.

ມ່ວນຄິດວ່າທຸກຄົນບໍ່ຕ້ອງສົງໄສເລີຍວ່າ VOC  ຈະ So ຈຶ້ງຂະໜາດໃດ ເພາະພວກເຂົາຄືການລວມຕົວຂອງ 3 ສິລະປິນທີ່ມີຄວາມໂດດເດັ່ນໃນມິຕິທີ່ແຕກຕ່າງທີ່ຈະສ້າງຄວາມແປກໃໝ່, ຄວາມປັງທີ່ມີພະລັງໃຫ້ກັບວົງການບັນເທີງໄທ ແລະ ລະດັບໂລກ ກຽມລໍຖ້າຕິດຕາມຜົນງານຂອງສິລະປິນກຸ່ມ VOC ໄດ້ແລ້ວ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

The Meow: ຈາກວົງດົນຕີຂອງຄົນຮັກແມວ ສູ່ການມີເພງທຳອິດເປັນຂອງຕົວເອງ

ເສັ້ນທາງການເດີນໃນສາຍນັກດົນຕີຂອງ The Meow ສູ່ການເປັນສິລະປິນທີ່ມີເພງທຳອິດຊື່ວ່າ “How To ຖືກຖິ້ມ” ຊວນຮູ້ຈັກກັບຄວາມຝັນໃນຖານະນັກດົນຕີຂອງພວກເຂົາ.

ພາຮູ້ຈັກ ຊີ – ອິນຊີ ເລືອງວິຫານ ນາຍແບບຜູ້ຊະນະ FACE of LAOS 2025

ຊີ - ອິນຊີ ເລືອງວິຫານ ຊະນະ FACE of LAOS 2025 ດ້ວຍຄວາມໝັ້ນໃຈ. ຮູ້ຈັກ 10...

TROUBLE: ເພງ Debut ຂອງ 3 ໜຸ່ມ VOC – Sub-unit ຈາກ PROXIE

VOC Sub-Unit ຫຼ້າສຸດຈາກ PROXIE ປ່ອຍເພງ “TROUBLE” ເພງທີ່ເຕັມໄປດ້ວຍພະລັງ ແລະ ຄວາມໝັ້ນໃຈ ເພື່ອຍົກລະດັບ T-POP ສູ່ລະດັບສາກົນ.

JoJo Miracle: Lao Artist Makes History at HOFS Award 2025

JoJo Miracle ສ້າງປະຫວັດສາດ ຄວ້າລາງວັນ HOFS Award 2025

JoJo Miracle ສ້າງປະຫວັດສາດ! ສິລະປິນຫຼາກຫຼາຍຄວາມສາມາດຂອງລາວ ຮັບລາງວັນ HOFS Award 2025 ໃນສາຂາ "Shining International Model"...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.