ໜ້າຫຼັກ Muan.la - ສາລະບັນເທີງ Muan Scoop ກະແສ Pop Culture ໃນນະຄອນຫຼວງວຽງຈັນ ຊ່ວຍສ້າງສັນແຮງບັນດານໃຈໃໝ່ໆສູ່ຄົນເມືອງ
Muan Scoop

ກະແສ Pop Culture ໃນນະຄອນຫຼວງວຽງຈັນ ຊ່ວຍສ້າງສັນແຮງບັນດານໃຈໃໝ່ໆສູ່ຄົນເມືອງ

Pop Culture ຄືສິ່ງທີ່ຜູ້ຄົນຈຳນວນຫຼາຍມັກ ແລະ ເຮັດຕາມກັນ ໃນຊ່ວງເວລາໃດໜຶ່ງ. ມັນໄດ້ກາຍເປັນສ່ວນໜຶ່ງຂອງຊີວິດປະຈຳວັນ ແລະ ສະທ້ອນຄວາມຮູ້ສຶກ, ຄວາມຄິດ ແລະ ຕົວຕົນຂອງຄົນໃນສັງຄົມ. Pop Culture ກຳລັງເຮັດໃຫ້ນະຄອນຫຼວງວຽງຈັນມີຊີວິດຊີວາ.

ແບ່ງປັນ

ເຮົາຢູ່ໃນຍຸກທີ່ອິນເຕີເນັດສາມາດພາໄປຮູ້ຈັກກັບສິ່ງໃໝ່ໆໄດ້ຢ່າງງ່າຍດາຍ ແລະ ມັນລວມເຖິງຂ່າວສານຕ່າງໆ, ຊຸມຊົນໃນໂລກອອນລາຍ ຫຼື ການໄດ້ຮັບອິດທິພົນຈາກວັດທະນະທຳຕ່າງປະເທດທີ່ໄດ້ເຂົ້າມາປະສົມປະສານເອກະລັກໄດ້ຢ່າງກົມກ່ອມກັບວັດທະນະທຳທ້ອງຖິ່ນລາວ.

ຫຼາຍຄົນຄົງຈະສົງໄສ ແລະ ເກີດຄຳຖາມໃນຫົວວ່າ Pop Culture ຫຼື ວັດທະນະທຳປັອບແມ່ນຫຍັງ? ສິ່ງທີ່ໄວໜຸ່ມໄດ້ສະແດງອອກທາງພຶດຕິກຳວ່າຈະເປັນທັງເພງ, ແຟຊັນ ຫຼື ຄົນທີ່ມີຊື່ສຽງກຳລັງນິຍົມເປັນກະແສໃນສັງຄົມ. ມ່ວນ ຂໍເວົ້າໃຫ້ເຂົ້າໃຈກັນງ່າຍໆເລີຍວ່າ “Pop Culture ຄື ສິ່ງທີ່ຜູ້ຄົນກຳລັງມັກ ແລະ ເຮັດຕາມກັນເປັນຈຳນວນຫຼາຍ” ໂດຍສະເພາະກຸ່ມໄວໜຸ່ມທີ່ເຊື່ອມໂຍງກັນຜ່ານໂຊຊຽວມີເດຍ.

Pop Culture ບໍ່ພຽງແຕ່ “ຜ່ານມາແລ້ວຜ່ານໄປ” ແຕ່ມັນໄດ້ກາຍເປັນສ່ວນໜຶ່ງ ແລະ ໄດ້ຊືມເລີກເຂົ້າເຖິງຈິດໃຈພວກເຂົາ ແລະ ມັນໄດ້ປຽບສະເໝື່ອນກັບໂລກນ້ອຍໆທີ່ເລືອກຍຶດເອົາມາເປັນສ່ວນໜຶ່ງໃນການໃຊ້ຊີວິດຂອງຕົວເອງ ເພື່ອສະແດງໃຫ້ເຫັນວ່າພວກເຂົາກໍມີຕົວຕົນ.

ໃນປັດຈຸບັນນີ້, ໄວໜຸ່ມກຳລັງສ້າງສັງຄົມໃໝ່ຈາກສິ່ງທີ່ພວກເຂົາຮັກ ສິ່ງທີ່ສຳຄັນກວ່ານັ້ນຄືການກະທຳທຸກຢ່າງທີ່ພວກເຂົາສະແດງອອກມັນໄດ້ສະທ້ອນຄວາມຮູ້ສຶກ, ຄວາມຄິດ  ແລະ ຕົວຕົນຂອງຄົນໃນສັງຄົມໃນເມືອງວຽງຈັນ. Pop Culture ມັນໄດ້ສ້າງຄວາມມີຊີວິດຊີວາໃຫ້ພວກເຂົາ ບໍ່ວ່າຈະເປັນກິດຈະກຳຕ່າງໆໃຫ້ພວກເຂົາເຮັດ, ການໄດ້ຮັບແຮງບັນດານໃຈໃໝ່ໆທີ່ດີໃນການສ້າງສັນຜົນງານຂອງພວກເຂົາ ແລະ ການເຮັດໃຫ້ສັງຄົມມ່ວນຊື່ນຂຶ້ນມາໄດ້.

Pop Culture ໃນໃຈໄວໜຸ່ມລາວຢູ່ນະຄອນຫຼວງວຽງຈັນ

Pop Culture ກຳລັງເຮັດໃຫ້ ນະຄອນຫຼວງວຽງຈັນ ມີຊີວິດຊີວາອີກຄັ້ງ

ຈາກຂໍ້ຄວາມທາງເທີງນີ້ ບໍ່ແມ່ນນິຍາມທີ່ເຮົາບໍ່ສາມາດເອື້ອມເຖິງອີກຕໍ່ໄປ ແຕ່ມັນແມ່ນສິ່ງທີ່ຢູ່ໃກ້ຕົວພວກເຮົາ ແລະ ສາມາດເຂົ້າເຖິງມັນໄດ້ຢູ່ແລ້ວ ໃນຕອນນີ້ກິດຈະກຳບາງສ່ວນທີ່ ມ່ວນ ເລົ່າເຖິງກໍສາມາດຈັບຕ້ອງໄດ້ ແລະ ມັນໄດ້ກາຍເປັນສ່ວນໜຶ່ງໃນຊີວິດປະຈຳວັນທີ່ພົບເຫັນຢູ່ຕະຫຼອດ.

ໃນມື້ພັກວັນເສົາ-ອາທິດ ຖ້າເຮົາໄດ້ລອງອອກໄປຍ່າງຫຼິ້ນຢູ່ສູນການຄ້າໃຈກາງເມືອງ, ອາດພົບກຸ່ມໄວໜຸ່ມທີ່ແຕ່ງຕົວ ງາມ-ຫຼໍ່ ແບບເກົາຫຼີ ຫຼື ຊຸດແຕ່ງກາຍທີ່ເທ່ສຸດພະລັງ ພວກເຂົາດູດີບໍ່ຕ່າງຫຍັງຈາກໄວໜຸ່ມຢູ່ຕ່າງປະເທດທີ່ເຫັນໃນໂຊຊຽວ ແລະ ພວກເຂົາທີ່ກຳລັງເຮັດກິດຈະກຳກ່ຽວກັບການເຕັ້ນ Random Dance ຫຼື Cover Dance (ໄດ້ຮັບກະແສມາຈາກວົງການ K-pop), ການແຂ່ງເຕັ້ນ Hip-Hop (ໄດ້ຮັບມາຈາກຝັ່ງອາເມລິກາ) ຫຼື ການແຂ່ງຂັນກິລາປະເພດຕ່າງໆ (Basketball, E-sports ແລະ ອື່ນໆ).

ອ່ານຕື່ມ:  ພາຮູ້ຈັກ 'ເກັ່ງ ຫະຣິດ' ໜຸ່ມໄທຜູ້ແຈ້ງເກີດຈາກຮູບເງົາສຸດເດືອດ ວິມານໜາມ

ພວກເຂົາມັກຈະລວມຕົວກັນເພື່ອແຂ່ງຂັນໃນງານເທດສະການໃດໜຶ່ງ ການແຂ່ງຂັນຄວາມສາມາດນີ້ກໍມ່ວນຊື່ນ ແລະ ດຸເດືອດ ເຮັດໃຫ້ອາລົມຄົນທີ່ເຂົ້າຮ່ວມງານກໍໄດ້ເຕີມໄຟ-ເຕີມກຳລັງໃຈເຊັ່ນດຽວກັນ.

ການເຊື່ອມໂຍງກັນຂອງໄວໜຸ່ມຜ່ານໂຊຊຽວມີເດຍ

ກິດຈະກຳອັອບລາຍທີ່ມີຢູ່ມັນກໍບໍ່ພຽງພໍ ແຕ່ຍັງດີທີ່ພວກເຂົາກໍຍັງມີແພລດຟອມອອນລາຍຢ່າງ TikTok ທີ່ກາຍເປັນພື້ນທີ່ໃນການສະແດງອອກຂອງພວກເຂົາອີກທາງໜຶ່ງ ເພາະສັງຄົມອອນລາຍກໍເປັນອີກທາງເລືອກໃຫ້ພວກເຂົາໃຊ້ເປັນເວທີໃຫ້ພວກເຂົາໄດ້ໃຊ້ສະແດງຕົວຕົນສະແດງຄວາມຄິດສ້າງສັນແບບບໍ່ມີຂອບເຂດຄວາມສາມາດ ແລະ ໃຊ້ໂທລະສັບພຽງໜ່ວຍດຽວກໍເຮັດໄດ້ແລ້ວ.

ຂອບໃຈພາບ: ມາຕາມນັດ – Ma tam nut

TikTok ຍັງເປັນພື້ນທີ່ໃຫ້ຜູ້ສ້າງເນື້ອຫາທີ່ເປັນຄົນທຳມະດາສາມາດເລົ່າເລື່ອງໄດ້ຈົນເຮັດໃຫ້ບາງຄົນມີຄົນຮູ້ຈັກ ແລະ ກາຍເປັນຄົນມີຊື່ສຽງ, ກາຍເປັນວຽກ ແລະ ຕໍ່ຍອດເປັນລາຍໄດ້ຂຶ້ນມາຈາກການຣີວິວຮ້ານອາຫານ-ຄາເຟ່, Vlog ຊີວິດປະຈຳວັນ, OOTD ຫຼື Outfit of the Day (ສະໄຕລ໌ການແຕ່ງຕົວປະຈຳວັນ) ສິ່ງເຫຼົ່ານີ້ໄດ້ກາຍເປັນເນື້ອຫາຍອດນິຍົມທີ່ສ້າງສັນ ແລະ ກຳລັງຄອງໜ້າຟີດ TikTok ຢູ່ທຸກມື້ນີ້.

ວົງການເພງລາວກຳລັງກັບມາເປັນກະແສ

ສິລະປິນອິນດີ້ລາວ ແລະ HipHop ລາວກໍມາແຮງບໍ່ແພ້ກັນ, ສິລະປິນລາວໜ້າໃໝ່ສາຍອິນດີ້ຢ່າງຄ້າຍເພງ SurfTape ກຳລັງສ່ອງປະກາຍ ໂດຍມີເປົ້າໝາຍຢາກສ້າງ  “ຄື້ນແຫ່ງສຽງເພງ” ທີ່ພັດຜ່ານວົງການເພງລາວ ແລະ Rapper ທີ່ມີສາຍເລືອດລາວແບບເຂັ້ມຂຸນຕ້ອງການສ້າງສິ່ງທີ່ແຕກຕ່າງ ເພື່ອສະແດງສັກກະຍະພາບສູ່ສາຍຕາຊາວໂລກ ດ້ວຍທຳນອງເພງ-ຈັງຫວະດົນຕີ ທີ່ບໍ່ມີພາສາເຂດແດນໃດກັ້ນ. ສິລະປິນຮຸ່ນໃໝ່ຫຼາຍຄົນກໍມີໂອກາດຮ່ວມງານກັບສິລະປິນຕ່າງປະເທດ, ເລີ່ມມີແຟນເພງຕິດຕາມທັງໃນ ແລະ ນອກປະເທດ ສິ່ງທີ່ໄດ້ມາກໍດ້ວຍຄວາມສາມາດຂອງພວກເຂົາເອງແທ້ໆ.

ພວກເຂົາບໍ່ລໍຖ້າຄ້າຍໃຫຍ່ ແຕ່ພວກເຂົາໄດ້ຊ່ວຍກັນຜະລິດຜົນງານຂຶ້ນມາເອງ, ທັງການທົດລອງ ຜິດ-ຖືກ, ຝຶກຝົນສີມື ທີ່ພວກເຮົາບໍ່ອາດຮູ້ວ່າມັນຍາກຂະໜາດໃດ ເພາະບ້ານເຮົາຍັງບໍ່ມີສິ່ງທີ່ເອື້ອອຳນວຍໃຫ້ພວກເຂົາຢ່າງພຽງພໍ ແລະ ຄວາມພະຍາຍາມຂອງພວກເຂົາກໍບໍ່ເຄີຍຢຸດຢູ່ກັບທີ່ ພວກເຂົາເຫັນໂອກາດໂດຍໃຊ້ແພລດຟອມສະຕຣີມມິ່ງຢ່າງ YouTube, TikTok ແລະ Spotify ເປັນເວທີປ່ອຍຂອງ ຫຼື ຜົນງານເພງນັ້ນເອງ.

ອ່ານຕື່ມ:  ຈາກຊີວິດທີ່ຍາກລຳບາກ ສູ່ການສະແດງປິດ OLYMPICS VANNDA ແຣັບເປີ້ສຸດເທ້ຈາກກຳປູເຈຍ

ເມື່ອ Pop Culture ເຂົ້າມາຢູ່ໃນຊີວິດປະຈຳວັນ

  • ຮ້ານຄາເຟ່ທີ່ບົ່ງບອກເຖິງໄລຟ໌ສະໄຕລ໌ຊາວເມືອງ: ຄາເຟ່ສຸດຊິກ ທຸກຮ້ານມີມຸມສວຍງາມ ແລະ ແສງດີ ຕົວຮ້ານແມ່ນໄດ້ຜຸດຂຶ້ນຫຼາຍທົ່ວຕົວເມືອງວຽງຈັນ ໂດຍຮ້ານເຫຼົ່ານີ້ໃນວຽງຈັນຫຼາຍແຫ່ງຖືກອອກແບບໃຫ້ຖ່າຍຮູບງາມ, ມີມຸມສຳລັບໂພສລົງອິນສະຕາແກຣມ ທັງຟີລເກົາຫຼີ-ຍີ່ປຸ່ນ ຫຼື ມິນິມອລ ເພື່ອດຶງດູດສາຍ Cafe Hopper ທີ່ມາຖ່າຍລົງໂຊຊຽລ.
  • ແຟຊັນແມ່ນການສະແດງຕົວຕົນອີກສິ່ງໜຶ່ງ: ສາຍແຟຊັນໃນວຽງຈັນກໍແຕ່ງຕົວດູດີບໍ່ເບົາເລີຍ ເຄື່ອງນຸ່ງກາຍເປັນອີກພາສາທີ່ໄວໜຸ່ມໃຊ້ເລົ່າວ່າພວກເຂົາເປັນໃຜ, ບາງຄົນແຕ່ງແນວເກົາຫຼີ Casual ແລະ ບາງຄົນເລືອກແນວສະຕຣີດແວທີ່ມີຄວາມເປັນຕົວເອງ ສິ່ງເຫຼົ່ານີ້ມັນໄດ້ເຮັດໃຫ້ເຫັນວ່າທຸກການແຕ່ງຕົວຄື ການປະກາດເອກະລັກທີ່ແນມເຫັນແລ້ວຮູ້ເລີຍໂດຍບໍ່ຕ້ອງໃຊ້ຄຳເວົ້າໃດໆ.
  • ຄຣີເອເຕີຮຸ່ນໃໝ່ສ້າງແຮງບັນດານໃຈ: ຫຼາຍຄົນທີ່ຫຼິ້ນໂຊຊຽຈາກທຳອິດກໍຖ່າຍຫຼິ້ນໆ ແຕ່ປະກົດວ່າຄລິບທີ່ເຮັດກາຍເປັນໄວຣັສ ແລະ ຈາກນັ້ນກໍມີຜູ້ຕິດຕາມຫຼາຍຂຶ້ນກາຍເປັນຜູ້ມີຊື່ສຽງ, ມີລູກຄ້າມາຈ້າງງານຈົນເຮັດໃຫ້ມັນກາຍເປັນລາຍໄດ້ຫຼັກເລີຍກໍວ່າໄດ້ ເພາະການເຮັດການຕະຫຼາດໃນປັດຈຸບັນຫຼາຍໆແບຣນກໍມັກຈະໃຫ້ພວກເຂົາເຫຼົ່ານີ້ໃຫ້ມາຊ່ວຍສ້າງຄວາມຄິດສ້າງສັນເພື່ອໄດ້ປະສົບການທີ່ແປກໃໝ່ແກ່ກຸ່ມລູກຄ້າພວກເຂົາ.

ພະລັງຂອງກະແສ Pop Culture ແລະ ສິ່ງຄວນລະວັງ

ໄວໜຸ່ມຍຸກໃໝ່ກຳລັງຊ່ວຍກັນຊຸກດັນເອກະລັກ Pop Culture ໃນລາວ ສ້າງແຮງບັນດານໃຈໃໝ່ໆໃຫ້ຊຸມຊົນ, ເຮັດໃຫ້ຊາວໂລກແນມເຫັນເພື່ອໃຫ້ພວກເຂົາໄດ້ຮູ້ຈັກໃຫ້ກາຍເປັນ Soft Power ເພື່ອຊ່ວຍກະຕຸ້ນທຸລະກິດ ແລະ ເປັນການດຶງລາຍໄດ້ຈາກນອກປະເທດເຂົ້າມາພາຍໃນທ້ອງຖິ່ນເຊັ່ນ: ຮ້ານກາເຟ, ຮ້ານອາຫານ, ຮ້ານເສື້ອຜ້າແຟຊັ່ນ ຫຼື ເຄື່ອງນຸ່ງແບບທ້ອງຖິ່ນລາວ ແລະ ກິດຈະກຳອີເວັ້ນຕ່າງໆ.

ແຕ່ມັນກໍຍັງມີສິ່ງທີ່ພວກເຮົາຕ້ອງລະວັງຄື ຄວາມກົດດັນໃນການ “ຕາມກະແສ” ຈົນອາດເຮັດໃຫ້ຮູ້ສຶກບໍ່ພໍໃຈໃນຕົວເອງ ຫຼຶ Low Self-esteem ມັນອາດຈະເຮັດໃຫ້ສະພາບຈິດໃຈພວກເຮົາອ່ອນແອໄດ້, ບາງຄົນອາດຮູ້ສຶກວ່າ “ຕົວເອງບໍ່ເຂົ້າກັບເລື່ອງນີ້” ຫຼື “ຂ້ອຍບໍ່ແມ່ນສາຍນີ້” ເຮັດໃຫ້ເກີດຄວາມຮູ້ສຶກຖືກແບ່ງແຍກອອກຈາກຊຸມຊົນ.

ອ່ານຕື່ມ:  Dire Wolves: ຈາກ Game of Thrones ສູ່ການຟື້ນຄືນຊີບໃນໂລກແຫ່ງຄວາມຈິງ

ອະນາຄົດຂອງ Pop Culture ໃນນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນກຳລັງເຂົ້າສູ່ຍຸກໃໝ່ຂອງຄວາມຄິດສ້າງສັນໂດຍທີ່ໂລກຂອງ Pop Culture ໄດ້ເຊື່ອມໂຍງກັນດ້ວຍໂຊຊຽວມີເດຍ ແລະ ເປີດໂອກາດໃຫ້ຄົນຮຸ່ນໃໝ່ໄດ້ມີເວທີໃນການສະແດງອອກທັງອິນຟລູເອນເຊີ (Influencer) ຫຼື ສິລະປິນລາວທີ່ມີເພງດັງໄດ້ຮັບຄວາມນິຍົມຂຶ້ນ. ເນຶ້ອຫາທີ່ພວກເຂົາສ້າງສັນມັນຍິ່ງຈະໂດດເດັ່ນເພາະໄວໜຸ່ມກໍໄດ້ຫັນມາສົ່ງເສີມກັນຫຼາຍຂຶ້ນ ປະກອບດ້ວຍອິນທິພົນຈາກ Pop Culture ທີ່ກຳລັງເຂົ້າມາໃນປະເທດລາວເຮົາ ໄດ້ເຫັນຊ່ອງທາງການແຂ່ງຂັນດ້ານເສດຖະກິດ.

ໃນປີ 2024 – 2025 ນີ້, ກໍເລີ່ມມີຄ້າຍເພງໄດ້ສ້າງ ແລະ ປ່ອຍຜົນງານເພງທີ່ຫຼາກຫຼາຍຂອງສິລະປິນທັງເປັນ ກຸ່ມຍິງ-ຊາຍ, Raper-Hip hop ແລະ ອິນດີ້ ອອກມາເຮັດໃຫ້ວົງການບັນເທີງລາວກັບມາມີສີສັນຄືກັນກັບຊ່ວງປີ 2000 ທີ່ພວກເຮົາໄດ້ນິຍາມໄວ້ວ່າ L-POP.

ຫຼັງຈາກນີ້ທຸກຄົນລອງສັງເກດນະຄອນຫຼວງວຽງຈັນຂອງເຮົາ ວ່າມັນອາດຈະມີຄາເຟ່ເປີດໃໝ່, ເພງໃໝ່ຈາກສິລະປິນທີ່ເຮົາບໍ່ຄຸ້ຍເຄີຍ ຫຼື ແນວແຟຊັນທີ່ເປັນກະແສຢູ່. ຕອນນີ້ເຈົ້າກຳລັງເລີ່ມ “ມັກນະຄອນຫຼວງວຽງຈັນ” ແລ້ວ ຫຼື ຍັງ?

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Gadzila

TikTok for Artists: ຊ່ວຍເພີ່ມໂອກາດໃຫ້ສິລະປິນເຂົ້າເຖິງຂໍ້ມູນຜູ້ຟັງ

TikTok for Artists: ຊ່ວຍເພີ່ມໂອກາດໃຫ້ສິລະປິນເຂົ້າເຖິງຂໍ້ມູນຜູ້ຟັງ

Gadzila

YouTube ກຽມໃຊ້ AI ກວດຈັບຜູ້ໃຊ້ງານອາຍຸຕໍ່ກວ່າ 18 ປີ ເພື່ອປົກປ້ອງເຍົາວະຊົນຈາກເນື້ອຫາທີ່ບໍ່ເໝາະສົມ

YouTube ກຳລັງກຽມໃຊ້ເຕັກໂນໂລຊີ AI (Machine Learning) ເພື່ອກວດຈັບ ແລະ ປ້ອງກັນການໃຊ້ງານຂອງຜູ້ທີ່ມີອາຍຸຕ່ຳກວ່າ 18 ປີ, YouTube ມີເປົ້າໝາຍ...

Gadzila

Repurpose.io ຮ່ວມມືກັບ YouTube ສາມາດຣີໂພສວິດີໂອສັ້ນຈາກ TikTok & IG Reels ໄປ YouTube Short ໄດ້ອັດຕະໂນມັດ

Repurpose.io ຮ່ວມມືກັບ YouTube ສາມາດຣີໂພສວິດີໂອສັ້ນຈາກ TikTok & IG Reels ໄປ YouTube Short ໄດ້ອັດຕະໂນມັດ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.