ໜ້າຫຼັກ Muan.la - ສາລະບັນເທີງ Muan Watch - ມ່ວນຊວນເບິ່ງ VEILED MUSICIAN LAOS: ລາຍການປະກວດຮ້ອງເພງເພື່ອຊອກຫາຕົວແທນໄປແຂ່ງທີ່ປະເທດເົກາຫຼີໃຕ້
Muan Watch - ມ່ວນຊວນເບິ່ງ

VEILED MUSICIAN LAOS: ລາຍການປະກວດຮ້ອງເພງເພື່ອຊອກຫາຕົວແທນໄປແຂ່ງທີ່ປະເທດເົກາຫຼີໃຕ້

VEILED MUSICIAN LAOS ລາຍການປະກວດຮ້ອງເພງທີ່ຄັດເລືອກດ້ວຍ “ສຽງຮ້ອງເພງທີ່ມ່ວນ” ແລະ ດີທີ່ສຸດພຽງ 3 ຄົນ ເພື່ອເປັນຕົວແທນໄປແຂ່ງທີ່ເກົາຫຼີໃຕ້. ໃນຕອນທີ 1 ນີ້, ແມ່ນເປັນການຄັດເລືອກຮອບທຳອິດ ຈາກຜູ້ສະໝັກຫຼາຍຮ້ອຍຄົນໃຫ້ເຫຼືອພຽງແຕ່ 40 ຄົນ ເພື່ອເຂົ້າຮອບຕໍ່ໄປ.

ແບ່ງປັນ
Getting your Trinity Audio player ready...

VEILED MUSICIAN ເປັນລາຍການປະກວດຮ້ອງເພງທີ່ໂດ່ງດັງຈາກປະເທດເກົາຫຼີໃຕ້, ລາຍການນີ້ມີຮູບແບບທີ່ເປັນເອກະລັກຄືການປິດບັງຕົວຕົນຂອງຜູ້ເຂົ້າແຂ່ງຂັນທີ່ຈະຮ້ອງເພງຢູ່ຫຼັງສາກທີ່ໃຫ້ເຫັນພຽງເງົາ ແລະ ຄະນະກຳມະການຈະບໍ່ເຫັນໜ້າຕາ, ອາຍຸ, ຊື່, ຫຼື ຂໍ້ມູນສ່ວນຕົວໃດໆຂອງຜູ້ແຂ່ງຂັນຮ້ອງເພງ. ປັດຈຸບັນ, ລາຍການນີ້ໄດ້ຂະຫຍາຍສູ່ຕະຫຼາດສາກົນ ມີປະເທດທີ່ເຂົ້າຮ່ວມຫຼາຍເຖິງ 12 ປະເທດເຊັ່ນ: ເກົາຫຼີໃຕ້, ຍີ່ປຸ່ນ, ໄທ, ຫວຽດນາ, ມາເລເຊຍ, ອິນໂດເນເຊຍ, ຟິລິບປິນ, ສິງກະໂປ, ອົດສະຕຣາລີ, ນິວຊີແລນ, ກຳປູເຈຍ ແລະ ລາວ.

VEILED MUSICIAN ລາຍການຈາກເກົາຫຼີໃຕ້ສູ່ປະເທດລາວ

ລາຍການຮ້ອງເພງທີ່ຈະຄັດເລືອກພຽງແຕ່ສຽງຮ້ອງຂອງຜູ້ເຂົ້າແຂ່ງຂັນ ແລະ ຈະນຳຜູ້ຊະນະພຽງ 3 ຄົນເທົ່ານັ້ນ ຈະໄດ້ເປັນຕົວແທນປະເທດລາວໄປແຂ່ງຂັນ “Global Veiled Musician” ໃນຮອບ Grand Final (ຮອບຊີງຊະນະເລີດ) ທີ່ ປະເທດເກົາຫຼີໃຕ້.

ພາບ: JoJo Miracle

ລາຍການນີ້, ແມ່ນຍັງໄດ້ພິທີກອນຄຸນນະພາບຢ່າງ ມິດປະຊາ ບຸດສະວົງ (Mitpasa Boudsavong) ທີ່ຈະມາດຳເນີນລາຍການ ແລະ ໃນສ່ວນຂອງຄະນະກຳມາການທີ່ຈະມາຊ່ວຍຕັດສິນຄັດເລືອກ ທຸກຄົນຄົງຈະຮູ້ຈັກກັນດີເພາະພວກເຂົາລ້ວນມີຜົນງານທີ່ໂດດເດັ່ນໃນວົງການເພງລາວ. ເລີ່ມຕົ້ນທີ່ຄະນະກຳມາການຄົນທຳອິດກັນເລີຍກໍຄື: ຕ່າຍ ອາກາດ (Taiy Akard), ຕີ ອຸດາໄລ (Tee Oudalay), ລາລາ ສຸດທິດາ (Lala Soudthida), ຊານົນ ມະນີຜົນ (Sanonh Maniphon), ໂຈ້ໂຈ້ ມິຣາໂຄ (Jojo Miracle) ແລະ ແຂກສຸດພິເສດຈາກເກົາຫຼີ ມູນ (Moon).

ອ່ານຕື່ມ:  Bboy KA-G ນັກເຕັ້ນຈາກລາວ ແທັກທີມອາຊຽນ ຄວ້າແຊ້ມ CLOUDJAM ຢູ່ຈີນ

VEILED MUSICIAN LAOS EP01

ໃນຕອນທີ 1 ນີ້, ແມ່ນການຄັດເລືອກຮອບທຳອິດ (1st Round Audition) ນັກຮ້ອງປິດສະໜາຈະຖືກຄັດເລືອກຈາກຫຼາຍຮ້ອຍຄົນໃຫ້ເຫຼືອພຽງແຕ່ 40 ຄົນເທົ່ານັ້ນ ເພື່ອເຂົ້າສູ່ໃນຮອບຕໍ່ໄປ (Semi Final).

ກະຕິກາແມ່ນຈະໃຫ້ຄະນະກຳມະການທັງ 5 ໄດ້ຟັງສຽງຮ້ອງຈາກຫຼັງສາກ ຖ້າຄະນະກຳມະການໄດ້ກົດປິດໄຟຫຼາຍກວ່າ 2 ຄົນຂຶ້ນໄປຜູ້ເຂົ້າແຂ່ງຂັນປິດສະໜາກໍຈະຕົກຮອບທັນທີ ແລະ ຖ້າໃຜທີ່ສາມາດຮ້ອງເພງໄດ້ຈົນຈົບແມ່ນສາມາດເຂົ້າຮອບໄດ້ທັນທີ.

ພຽງເລີ່ມກໍຖືວ່າເດືອດປຸດໆ ປານລາວາຮ້ອນ ແລະ ກຳມະການກໍຕ້ອງເຈັບຫົວກັນສຸດໆ ເພາະນັກຮ້ອງປິດສະໜານັ້ນມີຫຼາກຫຼາຍຮູບແບບການຮ້ອງທີ່ໂດດເດັ່ນ. ໃນລາຍການນີ້ເຮັດໃຫ້ເຫັນເລີຍວ່າຄົນລາວນັ້ນມີຄວາມສາມາດບໍ່ແພ້ໃຜເລີຍ ເພາະສຽງຮ້ອງທີ່ດີເກີນຄາດຈົນເຮັດໃຫ້ ມ່ວນ ຮູ້ສຶກຂົນລຸກໃນນ້ຳສຽງຂອງແຕ່ລະຄົນ ແລະ ລຸ້ນວ່າຈະມີໃຜແດ່ທີ່ຈະໄດ້ເຂົ້າໃນຮອບຕໍ່ໄປ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ຄ້າຍໆວ່າຈະຮັກ ແຕ່ອາດຈະຍັງນະ! ຟັງເພງ “ເສຍໃຈ” ຈາກ ອາລູນ້າ

ອາລູນ້າ ປ່ອຍ “ເສຍໃຈ” ເພງ Funky Pop ກິ່ນອາຍ '80 ສະທ້ອນຄວາມຮູ້ສຶກຂອງຄົນທີ່ເກືອບຈະຖືກຮັກ ແຕ່ສຸດທ້າຍໄດ້ພຽງຄວາມວ່າງເປົ່າ.

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.