ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ເມື່ອຄວາມຮັກເດີນທາງມາເຖິງທາງແຍກ ຟັງຜົນງານເພງ”ເລື່ອງງ່າຍໆ”ຈາກ Vegghy
Muan Listen - ມ່ວນຊວນຟັງ

ເມື່ອຄວາມຮັກເດີນທາງມາເຖິງທາງແຍກ ຟັງຜົນງານເພງ”ເລື່ອງງ່າຍໆ”ຈາກ Vegghy

ແບ່ງປັນ
Getting your Trinity Audio player ready...

“ເລື່ອງງ່າຍໆ” ຜົນງານຫຼ້າສຸດຈາກ Vegghy (ເວັກກີ້) ສິລະປິນລາວເຈົ້າຂອງເພງ “ດີທີ່ສຸດ” ທີ່ເລົ່າເລື່ອງລາວຂອງເສັ້ນທາງຄູ່ຮັກທີ່ເຖິງແມ່ນຈະເຈັບທັງສອງຝ່າຍແຕ່ກໍຍອມຮັບວ່າຄວາມສຳພັນນີ້ບໍ່ໄດ້ອາດໄປຕໍ່ໄດ້ອີກແລ້ວ

ນີ້ບໍ່ແມ່ນເພງຂອງການກ່າວໂທດໃຜແຕ່ຄືບົດເພງຂອງການ “ຍິນດີໃນວັນອຳລາ ” ທີ່ເຕັມໄປດ້ວຍຄວາມເຈັບປວດ,ຄວາມເຂົ້າໃຈ ແລະ ການອວຍພອນໃຫ້ກັນໂຊກດີໃນການເດີນທາງຕໍ່ຈາກນີ້.

ດ້ວຍຈັງຫວະເພງສະຕິງລາວທີ່ໃຫ້ມູດຊ້າ ແລະ ດົນຕີໜ້ອຍຊິ້ນທີ່ເປັນໂຕຂັບເຄື່ອນຕົວເພງເຮັດໃຫ້ “ເລື່ອງງ່າຍໆ” ກາຍເປັນເພງເສົ້າສວຍງາມທີ່ເຮັດໃຫ້ເຮົາຍອມຮັບໄດ້ວ່າ ບາງຄວາມຮັກກໍມີໜ້າທີ່ພຽງຜ່ານມາເພື່ອໃຫ້ບົດຮຽນ ແລະ ຄວາມຊົງຈຳດີໆ.

ເພງນີ້ຈະເຮັດໃຫ້ຄົນທີ່ເຄີຍພະຍາຍາມຮັກສາຄວາມຮັກສຸດຫົວໃຈແຕ່ສຸດທ້າຍກຊຕ້ອງປ່ອຍມື ເຂົ້າໃຈວ່າຄວາມຈິງບາງຢ່າງມັນງ່າຍພຽງນັ້ນເອງ.
ໂດຍ: ​ທີມບັນນາທິການ Muan

ອ່ານຕື່ມ:  Phayu ThiLasath ກັບ single ທຳອິດທີ່ແຟນໆໃຈຈົດໃຈຈໍກັບເພງ ເຈັບບໍ່ເຄີຍຈຳ
ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.