ອັນນີ້ກໍຈະເອົາ ອັນນັ້ນກໍຢາກໄດ້ ສ່ອງພຶດຕິກຳ Possessive ຢາກຄອບຄອງຈົນເກີນເຫດ ແກ້ແນວໃດດີ?

Highlights
- ພຶດຕິກຳນີ້ບໍ່ໄດ້ເກີດຈາກຄວາມຮັກທີ່ຫຼາຍລົ້ນ ແຕ່ເກີດຈາກ ຄວາມຢ້ານທີ່ຈະສູນເສຍ ແລະ ຄວາມບໍ່ໝັ້ນໃຈໃນຄຸນຄ່າຂອງຕົນເອງ ຈຶ່ງຕ້ອງໃຊ້ການຄວບຄຸມເພື່ອສ້າງຄວາມຮູ້ສຶກປອດໄພໃຫ້ໂຕເອງ.
- ການລ່ວງລະເມີດອິດສະລະພາບ, ສະແດງອອກຜ່ານການຕິດຕາມທຸກຄວາມເຄື່ອນໄຫວ ແລະ ການພະຍາຍາມແຍກຄົນຮັກອອກຈາກສັງຄົມ (ໝູ່ເພື່ອນ ຫຼື ຄອບຄົວ) ເພື່ອໃຫ້ຕົນເອງເປັນສູນກາງພຽງໜຶ່ງດຽວໃນຊີວິດເຂົາ.
- ຍິ່ງບີບບັງຄັບ ຍິ່ງອຶດອັດ ແລະ ເລີ່ມປິດບັງຄວາມຈິງ ເຮັດໃຫ້ເກີດວົງຈອນ Toxic ທີ່ທຳລາຍຄວາມເຊື່ອໃຈ ສຸດທ້າຍຄວາມສຳພັນຈະກາຍເປັນ “ຄຸກທາງອາລົມ” ທີ່ບໍ່ມີໃຜມີຄວາມສຸກ.
ເປັນແຟນກັນແລ້ວ ຂ້ອຍມີສິດ, ເຈົ້າເປັນຂອງຂ້ອຍ ແລະ ເລື່ອງຂອງເຈົ້າຂ້ອຍຕ້ອງຮູ້ທຸກຢ່າງ!
ຄວາມຮັກ ຫຼື ພຽງແຕ່ຢາກຄອບຄອງ? ນີ້ແມ່ນການຈຳລອງສະຖານະການທີ່ຄົນຜູ້ໜຶ່ງໃຊ້ຄຳເວົ້າຮຸນແຮງກັບຄົນຮັກ ເມື່ອເກີດເຫດການທີ່ບໍ່ສາມາດຄວບຄຸມໄດ້ ຈຶ່ງເຮັດໃຫ້ຕ້ອງໃສ່ອາລົມດ້ານບໍ່ດີ ແລະ ໃຊ້ຄຳສັ່ງເພື່ອສະແດງອຳນາດເກີນຂອບເຂດໃນຄວາມສຳພັນໂດຍບໍ່ສົນຄວາມຖືກຕ້ອງ.
ພຶດຕິກຳແບບນີ້ເອີ້ນວ່າ Possessive ຫຼື ຄວາມຮູ້ສຶກຢາກເປັນເຈົ້າຂອງເກີນຂອບເຂດ ມັນບໍ່ໄດ້ເກີດຈາກຄວາມຮັກທີ່ມີຫຼາຍຈົນລົ້ນ ແຕ່ເກີດຈາກຄວາມບໍ່ໝັ້ນໃຈໃນໂຕເອງ ແລະ ຄວາມຢ້ານວ່າໂຕເອງຈະມີບໍ່ພໍ, ຢ້ານທີ່ຈະສູນເສຍບາງສິ່ງບາງຢ່າງໄປ ຫຼື ຢ້ານການຖືກຖິ້ມ ຈຶ່ງຢາກຄອບຄອງ ແລະ ພະຍາຍາມສ້າງກຳແພງຂັງຄົນຮັກໄວ້ ເພື່ອໃຫ້ຕົນເອງຮູ້ສຶກປອດໄພ ສາມາດຄວບຄຸມເປັນສິດຂາດຂອງໂຕເອງໄດ້ພຽງຜູ້ດຽວ.
ຄວາມສຳພັນແບບນີ້ ຖ້າປ່ອຍໄວ້ດົນໆອາດກາຍເປັນຄວາມສຳພັນທີ່ເປັນພິດ (Toxic Relationship) ໄດ້. ຖ້າຄົນນັ້ນບໍ່ສາມາດຄອບຄຸມອາລົມ ແລະ ສະຕິ ກໍອາດຈະເກີນເລີຍຈົນເປັນອັນຕະລາຍຕໍ່ຄົນອື່ນ Muan RelationTips ຈຶ່ງຢາກນຳມາເລົ່າ ແລະ ໃຫ້ທຸກຄົນໄດ້ລະວັງ ເຖິງເຮົາຈະບໍ່ເຄີຍເຈິກັບໂຕແຕ່ກໍມີບົດຮຽນໃຫ້ເຫັນຜ່ານສັງຄົມອ້ອມໂຕ ຫຼື ຂ່າວເສົ້າໃນໂລກໂຊຊຽວ.
ສັນຍານເຕືອນເລື່ອງພຶດຕິກຳ Possessive
ເວລາທຸກຄົນກຳລັງລົມ ຫຼື ກຳລັງຄົບໃຜຢູ່ ໃຫ້ລອງສັງເກດພຶດຕິກຳຜ່ານການສະແດງທາງການກະທຳຕ່າງໆວ່າລາວເປັນຄົນປະມານໃດ, ລາວໄດ້ເຮັດແບບນີ້ກັບເຮົາບໍ່ ເພື່ອສຶກສາວ່າຄວນໄປຕໍ່ ຫຼື ຮີບຖອຍຫ່າງອອກຈາກຄວາມສຳພັນນີ້.
- ກວດສອບຊີວິດເຮົາຈົນເກີນຂອບເຂດ, ຕ້ອງຮູ້ທຸກການເຄື່ອນໄຫວ, ກວດໂທລະສັບ ຫຼື ຂໍລະຫັດຜ່ານ social media ໂດຍບໍ່ໃຫ້ກຽດຄວາມເປັນສ່ວນໂຕ.
- ການຈຳກັດສິດອິດສະລະພາບ ພ້ອມທັງພະຍາຍາມແຍກເຮົາອອກຈາກໝູ່ເພື່ອນ ຫຼື ຄອບຄົວ ເພື່ອໃຫ້ໂຕເອງເປັນສູນກາງຂອງຊີວິດເຮົາແຕ່ພຽງຜູ້ດຽວ.
- ຄວາມຂີ້ຫຶງທີ່ບໍ່ມີເຫດຜົນ ແລະ ລາວມັກທີ່ຈະຮູ້ສຶກຖືກຄຸກຄາມຈາກທຸກຄົນທີ່ເຂົ້າມາໃກ້ເຮົາ ເຖິງວ່າຄົນນັ້ນຈະເປັນພຽງແຕ່ໝູ່ຮ່ວມງານ ຫຼື ຄົນຮູ້ຈັກກໍຕາມ.
- ມັກຄວບຄຸມການຕັດສິນໃຈຂອງເຮົາທຸກຢ່າງ ຕັ້ງແຕ່ເລື່ອງການແຕ່ງໂຕໄປຈົນເຖິງການມີສັງຄົມ.
- ສະແດງຄວາມເປັນເຈົ້າຂອງໃຊ້ຄຳສັ່ງ ແລະ ສະແດງອຳນາດເກີນຂອບເຂດໃນຄວາມສຳພັນໂດຍບໍ່ສົນຄວາມຖືກຕ້ອງໃດໆທັງນັ້ນ.
ຜົນກະທົບຕໍ່ຄວາມສຳພັນ
ເພາະຄວາມສຳພັນທີ່ດີຄວນເປັນພື້ນທີ່ປອດໄພ (Safe Zone) ບໍ່ແມ່ນຄຸກ ແລະ ສິ່ງທີ່ Muan RelationTips ໄດ້ນຳມາແຊຣ໌ຢູ່ທາງເທິງນັ້ນ ມັນເປັນພຶດຕິກຳທີ່ເປັນພິດໃນຄວາມສຳພັນຫຼາຍ ແລະ ເຮັດໃຫ້ເຮົາທຸກໃຈ.
ເມື່ອຝ່າຍໃດຝ່າຍໜຶ່ງຮູ້ສຶກຖືກຄວບຄຸມຈະເກີດຄວາມອຶດອັດພໍສົມຄວນ, ເລີ່ມມີຄວາມຄຽດສະສົມ, ຂາດຄວາມໄວ້ເນື້ອເຊື່ອໃຈ ແລະ ຝ່າຍທີ່ຖືກຄວບຄຸມກໍຈະສູນເສຍໂຕຕົນໄປ.
ການປ່ຽນແປງພຶດຕິກຳ ເພື່ອຮັກສາຄວາມຄວາມສຳພັນ
ຄົນທີ່ເລີ່ມຈະຮູ້ໂຕວ່າມີພຶດຕິກຳ Possessive ຫຼື ຄົນຮັກຂອງເຮົາທີ່ມີອາການນີ້ ແມ່ນຕ້ອງເລີ່ມຈາກຄວາມເຂົ້າໃຈ ການສ້າງຄວາມສຳພັນທີ່ດີຕ້ອງຮູ້ຈັກຮັກ ແລະ ເຫັນຄຸນຄ່າໂຕເອງໃຫ້ຫຼາຍຂຶ້ນກ່ອນ ເພື່ອຫຼຸດຄວາມກັງວົນວ່າ “ມີບໍ່ພໍ”.
ຮັກແທ້ຄືການປ່ອຍໃຫ້ອີກຄົນຮັກມີອິດສະລະ ແລ້ວເຂົາເຈົ້າຍັງເລືອກທີ່ຈະຢູ່ກັບເຮົາ ບໍ່ແມ່ນການບັງຄັບໃຫ້ຢູ່ ພ້ອມທັງໃຫ້ກຳນົດຂອບເຂດທີ່ຊັດເຈນວ່າສິ່ງໃດເຮັດໄດ້ ແລະ ສິ່ງໃດທີ່ຫຼາຍເກີນໄປ.
ໃຫ້ລົມກັນດ້ວຍຄວາມຈິງໃຈກ່ຽວກັບຄວາມຮູ້ສຶກ “ຢ້ານ” ທີ່ຢູ່ເບື້ອງຫຼັງພຶດຕິກຳນັ້ນໂດຍບໍ່ໃຊ້ການຕຳໜິ ເພາະຄວາມຮັກຄືການເບິ່ງແຍງດູແລກັນ ບໍ່ແມ່ນການບັງຄັບຢາກຄອບຄອງ.