ໜ້າຫຼັກ Muan.la - ສາລະບັນເທີງ The Interview ຕຸລີ່: ພິທີກອນໜ້າໃໝ່ ເຜີຍມຸມມອງການຂັບເຄື່ອນສັງຄົມ ແລະ ພັດທະນາໄວໜຸ່ມລາວ
The Interview

ຕຸລີ່: ພິທີກອນໜ້າໃໝ່ ເຜີຍມຸມມອງການຂັບເຄື່ອນສັງຄົມ ແລະ ພັດທະນາໄວໜຸ່ມລາວ

ພິທີກອນໜ້າໃໝ່ ຂໍເຜີຍມຸມມອງໃນການຂັບເຄື່ອນສັງຄົມ ແລະ ການພັດທະນາໄວໜຸ່ມລາວ. ຕຸລີ່ ສຸພາວັນ ແສນສຸພັນ ຄືຜູ້ນໍາຍຸກໃໝ່ທີ່ກໍາລັງສ້າງການປ່ຽນແປງໃນສັງຄົມລາວ ດ້ວຍຄວາມຫຼົງໃຫຼໃນການຂັບເຄື່ອນໄວຫນຸ່ມ ແລະ ສິດທິມະນຸດ ເພື່ອໃຫ້ໄວໜຸ່ມມີພື້ນທີ່ໃນການສະແດງຄວາມຄິດເຫັນ ແລະ ສ້າງຜູ້ນໍາໃນອະນາຄົດ.

ແບ່ງປັນ

ຫຼາຍຄົນອາດຈະຮູ້ສຶກຄຸ້ນເຄີຍ ແລະ ຄຸ້ນໜ້າສາວຄົນນີ້ຜ່ານການໂຕ້ວາທີມາກ່ອນຢູ່ແລ້ວ ແຕ່ມື້ນີ້ມ່ວນຈະພາມາຮູ້ຈັກລາວໃຫ້ຫຼາຍຂຶ້ນກວ່າເກົ່າ ໃນບົດບາດການເຮັດວຽກໃນດ້ານກົດໝາຍ ແລະ ຍັງເປັນພິທີກອນໜ້າໃໝ່ທີ່ຈະມາເຜີຍມຸມມອງການເດີນທາງຂອງລາວໃນການຂັບເຄື່ອນສັງຄົມ ແລະ ການພັດທະນາໄວໜຸ່ມ ເພື່ອສ້າງສັງຄົມໃຫ້ໜ້າຢູ່ສຳລັບຄົນຮຸ່ນໃໝ່.

ສຸພາວັນ ແສນສຸພັນ ຫຼື ຕຸລີ່ ປັດຈຸບັນກຳລັງເຮັດວຽກເພື່ອເກັບກ່ຽວປະສົບການທາງດ້ານຂົງເຂດກົດໝາຍ ແລະ ກົດໝາຍສິ່ງແວດລ້ອມ ພ້ອມທັງໄດ້ປະກອບສ່ວນໃນການສ້າງການມີສ່ວນຮ່ວມຂອງໄວໜຸ່ມລາວ. ລາວມັກຈະປະກອບສ່ວນໃນກິດຈະກຳຕ່າງໆໃນຊຸມຊົນສຳລັບໄວໜຸ່ມ ແລະ ຫຼາຍຄົນກໍຈະສັງເກດເຫັນວ່າລາວມີລັກສະນະເປັນຄົນທີ່ Extrovert (ຄົນມັກເຂົ້າສັງຄົມ) ຫຼາຍ ແລະ ມ່ວນ ກໍໄດ້ຮັບຄຳຢືນຢັນຈາກລາວວ່າ ແຕ່ກ່ອນກໍເປັນແບບນັ້ນແທ້ ແຕ່ພໍເວລາຜ່ານໄປລາວເຂົ້າໃຈໂລກຫຼາຍຂຶ້ນ, ຄວາມມັກ-ຮັກໃນຫຼາຍໆສິ່ງກໍໄດ້ຜັນປ່ຽນໄປຕາມການເວລາ, ມັນໄດ້ຊ່ວຍເຮັດໃຫ້ລາວເປັນຄົນທີ່ມັກຄວາມສະຫງົບຫຼາຍຂຶ້ນ ແລະ ມັກບັນຍາກາດງຽບໆທີ່ສຽງບໍ່ດັງຫຼາຍເກີນໄປ.

ຕຸລີ່ ກັບບົດບາດວຽກສາຍພິທີກອນ

ເມື່ອເວົ້າເຖິງເລື່ອງວຽກໃນສາຍພິທີກອນແມ່ນມັນໄດ້ເລີ່ມຈາກ ຕຸລີ່ ໄດ້ເຂົ້າໄປຊ່ວຍຄົນຮູ້ຈັກກ່ອນ ເພື່ອເກັບກ່ຽວຊົ່ວໂມງບິນ ແລະ ອາໄສພື້ນທີ່ໃນການສຶກສາຂັ້ນຕອນການເຮັດວຽກ ລວມໄປເຖິງທັກສະຕ່າງໆໃນການແກ້ໄຂບັນຫາສະເພາະໜ້າ ເຊິ່ງແທ້ຈິງແລ້ວໃນສະໄໝຮຽນມັດທະຍົມ, ຢູ່ໂຮງຮຽນຈະມີຊົ່ວໂມງຮຽນທັກສະການເວົ້າຕໍ່ໜ້າສາທາລະນະທຸກໆວັນເສົາຕາມໂປຣແກຣມ, ລາວໄດ້ຮຽນເວົ້າປະມານ 2-3 ເດືອນ ປະກອບກັບລາວເປັນຄົນມັກລົມ-ມັກເວົ້າ ເລີຍໄດ້ມີໂອກາດເປັນຕົວແທນໂຮງຮຽນໄປແຂ່ງໂຕ້ວາທີ.

ຖ້າສາມາດຍ້ອນກັບໄປແກ້ໄຂຊ່ວງເວລາໜຶ່ງໃນຊີວິດ, ຢາກເຮັດຫຍັງ?

“ຖ້າຍ້ອນເວລາກັບໄປໄດ້ຢາກກັບໄປຊ່ວງປະຖົມ ຈະນອນໃຫ້ຫຼາຍໆ, ໃນສ່ວນທີ່ເຫຼືອແມ່ນບໍ່ໄດ້ຢາກແກ້ໄຂຫຍັງແລ້ວ ເພາະພະຍາຍາມ Embrace (ໂອບກອດ) ກັບທຸກສິ່ງທີ່ຜ່ານເຂົ້າມາໃຫ້ຮຽນຮູ້ ຫຼື ອີກຢ່າງໜຶ່ງແມ່ນຢາກປ່ຽນແປງຕົວເອງຫຼາຍກວ່າ ເພາະເປັນຄົນຍືດເຍື້ອ, ຕັ້ງໃຈຊິເຮັດວຽກມື້ນີ້ ພັດໄປເຮັດມື້ອື່ນ ບໍ່ຈົບບໍ່ສິ້ນຈົນກວ່າຊິໃກ້ເດດລາຍ” ຕຸລີ່ກ່າວພ້ອມຍິ້ມຫົວດ້ວຍຄວາມອາລົມດີ.

ທັກສະການເວົ້າທີ່ ຕຸລີ່ ໄດ້ຮັບ ແລະ ຝືກຝົນ ມັນໄດ້ຮັບການຂັດເກົາໃນຊ່ວງນັ້ນເປັນຕົ້ນມາ ພໍລາວໄດ້ມາເຮັດວຽກພິທີກອນທີ່ສ່ວນໃຫຍ່ແມ່ນຮັບກ່ຽວກັບງານສາຍພັດທະນາ ແລະ ຜົນພອຍໄດ້ທີ່ລາວໄດ້ຮັບຄືການໄດ້ເຕີມໄຟໃຫ້ຕົວເອງ.  ວຽກໃນດ້ານນີ້ກໍທ້າທາຍຢູ່ບາງເທື່ອ ບາງງານກໍອາດຈະຕ້ອງໄດ້ປ່ຽນກະທັນຫັນ ເຊິ່ງມັນກໍຈະມີໂໝດປົກກະຕິ ແລະ ໂໝດທີ່ພີກ (peak) ໄປເລີຍ. ບາງເທື່ອຢູ່ດີໆກໍຈະມີຣີເຄວສມາໃໝ່ໃນໜ້າງານ ໂດຍສະເພາະງານທີ່ເປັນສອງພາສາ, ແຕ່ຖືວ່າມ່ວນ ແລະ ທ້າທາຍໄປອີກແບບໃນການເຮັດໂປຣເຈັກສຽງ ຖືວ່າ ຕຸລີ່ ໄດ້ຮຽນຮູ້ຫຼາຍຈາກວຽກສາຍພິທີກອນ.

ປະສົບການໃນການເຮັດກິດຈະກຳທີ່ຜ່ານມາ, ສິ່ງທີ່ປະທັບໃຈ ແລະ ພູມໃຈທີ່ສຸດ

ຕຸລີ່ ເປັນຄົນໜຶ່ງທີ່ມັກ-ຮັກໃນການເຮັດກິດຈະກຳ ແລະ ລາວກໍພູມໃຈກັບທຸກປະສົບການທີ່ຜ່ານເຂົ້າມາໃນຊີວິດ ເພາະຖ້າຂາດອັນໃດໜຶ່ງໄປມັນກໍຄືຈະບໍ່ແມ່ນລາວທີ່ເປັນລາວໃນຮູບແບບປັດຈຸບັນນີ້. ຕຸລີ່ ໄດ້ເລົ່າໃຫ້ ມ່ວນ ຟັງ ແລະ ພາຍ້ອນກັບໄປໃນສະໄໝຍັງນ້ອຍຕອນທີ່ລາວຮຽນຢູ່ ມ. ປາຍ.

ອ່ານຕື່ມ:  5 ຄວາມສຳັພນແປກໆ ໃຜທີ່ຢາກມີຮັກແທ້ຄວນຫຼີກລ້ຽງ

ຕຸລີ່ ໄດ້ເລີ່ມຕົ້ນເສັ້ນທາງການເຮັດວຽກເພື່ອສັງຄົມ ໂດຍການສົ່ງເສີມວຽກງານສິດທິເດັກຮ່ວມກັບອົງການຈັດຕັ້ງສາກົນ ແລະ ພາກລັດ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ເດັກນ້ອຍກ່ຽວກັບສິດທິເດັກ ແລະ ຢຸດຕິຄວາມຮຸນແຮງຕໍ່ເດັກນ້ອຍມາໂດຍຕະຫຼອດໄປຈົນຮອດການໃຫ້ຄວາມຮູ້ກ່ຽວກັບສຸຂະພາບການຈະເລີນພັນ ເຊິ່ງມັນເປັນປະສົບການທີ່ດີ ແລະ ທ້າທາຍຫຼາຍ. ໃນການເຮັດວຽກດ້ານນີ້ກໍບໍ່ງ່າຍເລີຍ ເພາະການເຂົ້າໄປຫາເດັກນ້ອຍຫຼາຍໆກຸ່ມທີ່ມີຄວາມຮັບຮູ້ ຫຼື ຄວາມເຂົ້າໃຈທີ່ແຕກຕ່າງກັນ.

ເຖິງໃນໜ້າວຽກທີ່ ຕຸລີ່ ໄດ້ຮັບມາໃນບາງຄັ້ງມັນຈະຍາກລຳບາກແດ່ ແຕ່ກໍເຮັດໃຫ້ລາວຮູ້ສຶກມີຄວາມສຸກທຸກຄັ້ງທີ່ໄດ້ແບ່ງປັນຄວາມຮູ້ທີ່ມີ ແລະ ແລກປ່ຽນປະສົບການຮ່ວມກັບພວກເຂົາ. ໃນການເຮັດກິດຈະກຳທີ່ຜ່ານມາ ຕຸລີ່ ກໍໄດ້ມີຊ່ວງເວລາທີ່ເຮັດໃຫ້ລາວປະທັບໃຈຫຼາຍ ແລະ ມັນຍັງເປັນຂີດໝາຍທີ່ສຳຄັນໃນການຈຸດປະກາຍໄຟວຽກງານດ້ານສັງຄົມ, ການໄດ້ລົງໄປຊຸມຊົນທີ່ແຂວງອັດຕະປືລາວໄດ້ເຫັນບັນຫາທີ່ເກີດຂຶ້ນ ບໍ່ວ່າຈະເປັນຄວາມຮຸນແຮງໃນຄົວເຮືອນ, ການທີ່ເດັກນ້ອຍແຕ່ງດອງກ່ອນໄວອັນຄວນຍ້ອນປັດໄຈທາງດ້ານສັງຄົມ ແລະ ອື່ນໆອີກຫຼາກຫຼາຍ.

ການທີ່ຂ້ອຍໄດ້ໂອ້ລົມກັບໄວໜຸ່ມອັດຕະປືໃນຊ່ວງເວລານັ້ນທີ່ໄດ້ລົງພື້ນທີ່ ມັນເຮັດໃຫ້ຂ້ອຍໄດ້ຮັບຮູ້ເຖິງຄວາມທ້າທາຍໃນຊີວິດຂອງພວກເຂົາຫຼາຍ, ມັນໄດ້ສົ່ງຜົນກະທົບຕໍ່ຈິດໃຈຂ້ອຍ ແລະ ເຮັດໃຫ້ຮູ້ສຶກຄ້ອຍໃຈ. ຂ້ອຍໄດ້ແຕ່ບອກກັບຕົວເອງວ່າ ເຮົາຊິພະຍາຍາມໃຫ້ຄວາມຮູ້ເທົ່າທີ່ເຮົາມີເພື່ອແບ່ງປັນໃຫ້ພວກເຂົາ ແລະ ແບ່ງປັນຄວາມຮູ້ຜ່ານທາງຊ່ອງທາງຕ່າງໆໃຫ້ສາມາດເຂົ້າເຖິງເດັກນ້ອຍ ແລະ ໄວໜຸ່ມຫຼາຍໆຄົນ ເພື່ອໃຫ້ພວກເຂົາໄດ້ຮັບຮູ້ວ່າ ‘ພວກເຂົາບໍ່ໄດ້ຢືນຢູ່ພຽງລຳພັງ’.

ເຫດການຈາກມື້ນັ້ນທີ່ໄດ້ພົບເຈິ ຕຸລີ່ ກໍໄດ້ເປັນຜູ້ໃຫຍ່ຂຶ້ນ ລາວຍັງຄົງສືບຕໍ່ຕັ້ງໜ້າເຮັດວຽກໃນການສ້າງການມີສ່ວນຮ່ວມໃຫ້ແກ່ໄວໜຸ່ມຄືເກົ່າ, ຫາກແຕ່ລາວໄດ້ມີການວາງແຜນເຮັດໃຫ້ມັນມີໂຄງສ້າງ ແລະ ການປະສານງານຮ່ວມກັບຫຼາຍພາກສ່ວນຍິ່ງຂຶ້ນ, ເພື່ອສ້າງຄວາມຮັບຮູ້ທີ່ດີໂດຍອາໄສການຮຽນຮູ້ນຳຜູ້ມີປະສົບການເຊັ່ນກັນ.

ຕຸລີ່ ເປັນຄົນທີ່ມີ Passion (ຄວາມຫຼົງໃຫຼ) ກ່ຽວກັບການສ້າງຄົນ ແລະ ສ້າງຄວາມສາມາດໃຫ້ໄວໜຸ່ມຕັ້ງແຕ່ຍັງນ້ອຍ, ເປັນຄົນມັກຕັ້ງຄຳຖາມຕະຫຼອດ ເພາະ ຕຸລີ່ ເຊື່ອສະເໝີວ່າໄວໜຸ່ມລາວແມ່ນເກັ່ງຫຼາຍ ແຕ່ພວກເຂົາຍັງຂາດພື້ນທີ່ໃນການສະແດງຄວາມຄິດເຫັນ ຫຼື ພື້ນທີ່ທີ່ພວກເຂົາສາມາດຮຽນຮູ້ບັນຫາໃດໜຶ່ງທີ່ສາມາດລົງເລິກ.

ຈາກເຫດຜົນທີ່ ຕຸລີ່ ໄດ້ຮັບຮູ້ມາ ແລະ ການເກັບຂໍ້ມູນຕົວຈິງທີ່ເກີດຂຶ້ນໃນລາວ ເຮັດໃຫ້ໃນປີ 2019 ຮຸ່ນເອື້ອຍ-ອ້າຍຂອງລາວ ໄດ້ສ້າງກຸ່ມຊຸມຊົນ Youth Initiative ທີ່ມີຊື່ວ່າ HUBBO ເຊິ່ງລາວເອງກໍໄດ້ເຂົ້າໄປຊ່ວຍປະສານງານນຳເອື້ອຍ-ອ້າຍໃນຊຸມຊົນນີ້, ດ້ວຍຄວາມທີ່ຢາກມີພື້ນທີ່ໃຫ້ໄວໜຸ່ມໄດ້ຝຶກຝົນທັກສະຄວາມຮູ້-ຄວາມສາມາດຂອງພວກເຂົາຜ່ານການເປັນອາສາສະໝັກ ຫຼື ການເຂົ້າຮ່ວມງານຝຶກອົບຮົມຕ່າງໆທີ່ເນັ້ນໄປທີ່ຫົວຂໍ້ທາງສັງຄົມບໍ່ວ່າຈະເປັນການສຶກສາ, ສິ່ງແວດລ້ອມ, ສຸຂະພາບຈິດ ໄປຈົນຮອດການສ້າງເຄືອຂ່າຍໄວໜຸ່ມໃຫ້ມີຄວາມແຂງແຮງຍິ່ງຂຶ້ນ.

ປະສົບການໃນຊີວິດທີ່ປ່ຽນແປງ ແລະ ເຮັດໃຫ້ການເບິ່ງໂລກປ່ຽນໄປ

ຈຸດປ່ຽນອີກເລື່ອງໃນຊີວິດຂອງ ຕຸລີ່ ກໍຕ້ອງຍ້ອນກັບໄປເມື່ອສາມປີກ່ອນ ລາວໄດ້ມີໂອກາດໄປແລກປ່ຽນງານທີ່ກ່ຽວຂ້ອງກັບສິ່ງແວດລ້ອມທີ່ຕິດພັນກັບແມ່ນ້ຳຂອງ ຈັດຂຶ້ນໂດຍ Sustainable Mekong Research Network ທີ່ເປັນງານລະດັບພາກພື້ນ. ໃນເວລານັ້ນລາວໄດ້ໄປຊ່ວຍບັນທຶກກອງປະຊຸມຢູ່ທີ່ປະເທດໄທ ແລະ ເປັນງານທີ່ລາວໄດ້ສຳຜັດກັບຄຳວ່າ “ນີ້ແຫຼະ ຜູ້ຊ່ຽວຊານ, ຄົນທີ່ມີຄວາມຊຳນານກັບວຽກງານທີ່ພວກເຂົາເຮັດຢູ່” ພາຍໃນງານກໍຈະມີການເຊີນນັກວິຊາການ, ຊ່ຽວຊານ ແລະ ຜູ້ເຮັດວຽກໃນດ້ານນະໂຍບາຍຈາກຫຼາຍໆປະເທດ.

ອ່ານຕື່ມ:  ບັອບບີ້ ຈາກ Content Creator ສາຍຄວາມຮູ້ສູ່ຜູ້ເຂົ້າປະກວດ Mister Universe Laos 2025

ໂຄງການ ຫຼື ວຽກງານທີ່ ຕຸລີ່ ໄດ້ມີໂອກາດເຂົ້າໄປສຳຜັດນັ້ນລ້ວນແລ້ວແຕ່ເປັນໂອກາດສຳຄັນ ເພາະລາວເປັນຄົນທີ່ມີຄວາມສົນໃຈໃນເລື່ອງວຽກງານສິ່ງແວດລ້ອມຢູ່ແລ້ວ ແລະ ໃນເວລານັ້ນຫົວຂໍ້ນີ້ກໍຖືວ່າເປັນບັນຫາທີ່ຫຼາຍໆປະເທດໃຫ້ຄວາມສຳຄັນໃນການເຮັດວຽກເຊັ່ນດຽວກັນ.

ເມື່ອເວົ້າເຖິງສິ່ງແວດລ້ອມທີ່ຕິດພັນກັບແມ່ນ້ຳຂອງ ພວກເຮົາຍັງຂາດຄວາມຮູ້ດ້ານວິຊາການຫຼາຍຢ່າງ ເຊິ່ງໃນຕອນນັ້ນຊ່ຽວຊານຈາກຫຼາຍປະເທດໄດ້ປຶກສາຫາລືກັນກໍໃຊ້ແຕ່ສັບວິຊາການ ເຖິງລາວຈະງົງກັບຄຳສັບເຫຼົ່ານັ້ນແຕ່ມັນກໍເປັນຄວາມມ່ວນທີ່ເພີນຫົວໃຈຈົນບັນຍາຍໄດ້ບໍ່ໝົດ. ລາວໄດ້ໄປເຈິກັບຊ່ຽວຊານຜູ້ໜຶ່ງຈາກປະເທດໃນລຸ່ມແມ່ນ້ຳຂອງ ມັນໄດ້ເຮັດໃຫ້ລາວມີໂອກາດໂອ້ລົມທຳຄວາມຮູ້ຈັກກັບຊ່ຽວຊານຄົນນັ້ນ ແລະ ໄດ້ຮັບຟັງມາວ່າ:

ແມ່ນ້ຳຂອງແມ່ນມີຄວາມສຳຄັນຫຼາຍໂດຍສະເພາະກັບປະເທດລາວທີ່ເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ແລະ ດ້ວຍຄວາມທີ່ປະຊາກອນລາວແມ່ນອາໄສເອື່ອຍອີງກັບການດຳລົງຊີວິດທີ່ຕິດພັນກັບແມ່ນ້ຳຂອງໃນການລ້ຽງຊີບ, ມັນເປັນສິ່ງສຳຄັນທີ່ເຮົາຄວນສຶກສາ ແລະ ຄວນຮຽນຮູ້ຫຼາຍຂຶ້ນ, ພ້ອມທັງປະກອບສ່ວນເທົ່າທີ່ພວກເຮົາສາມາດເຮັດໄດ້.

ຄຳເວົ້ານັ້ນຈຶ່ງເປັນຈຸດເລີ່ມຕົ້ນຈຸດປະກາຍໄຟໃນຕົວຂອງ ຕຸລີ່ ໃນການເລີ່ມຕົ້ນສຶກສາ ແລະ ອ່ານຂ່າວກ່ຽວກັບເລື່ອງສິ່ງແວດລ້ອມຫຼາຍຂຶ້ນເພື່ອເພີ່ມຄວາມຮູ້ໃຫ້ຕົວເອງໄປຈົນຮອດການຈັດງານໄວໜຸ່ມໃນຫົວຂໍ້ກ່ຽວກັບຄວາມຍືນຍົງຂອງແມ່ນ້ຳຂອງ ເຊິ່ງໃນເວລານັ້ນລາວກໍໄດ້ຈັດເປັນງານນ້ອຍໆແບບອອນລາຍທີ່ມີການເຊີນຊ່ຽວຊານຈາກທາງປະເທດໄທ ແລະ ຜູ້ທີ່ເຮັດວຽກໃນຂົງເຂດນີ້ຈາກທາງປະເທດລາວໃຫ້ໄດ້ແບ່ງປັນໃນຫຼາຍມຸມມອງກໍຄືມຸມມອງຂອງດ້ານເຕັກນິກວິຊາການ, ມຸມມອງດ້ານນະວັດຕະກຳ, ມຸມມອງການເຮັດວຽກໃກ້ຊິດກັບຊຸມຊົນ ແລະ ໄວໜຸ່ມ.

ໃນເວລານັ້ນກໍໄດ້ຮັບການຕອບຮັບທີ່ດີຫຼາຍຈາກທາງຜູ້ເຂົ້າຮ່ວມທີ່ສະແດງຄວາມດີໃຈທີ່ມີພື້ນທີ່ໃຫ້ພວກເຂົາໄດ້ເຂົ້າໃຈເລື່ອງສະພາບການປ່ຽນແປງດິນຟ້າອາກາດທີ່ສົ່ງຜົນກະທົບກັບແມ່ນ້ຳຫຼາຍຂຶ້ນ.

ສິ່ງທີ່ຈະເລືອກຮຽນ ຖ້າມີໂອກາດໂດຍບໍ່ມີຂໍ້ຈຳກັດດ້ານເວລາ ແລະ ຄ່າໃຊ້ຈ່າຍ?

ຕຸລີ່ ຍິ້ມ ແລະ ຫົວຂຶ້ນພ້ອມເວົ້າກັບ ມ່ວນ ວ່າ: “ເປັນຄຳຖາມທີ່ຍາກແຮງ ຂ້ອຍມີຫຼາຍຢ່າງທີ່ຢາກຮຽນ, ຢາກຮຽນພາສາໃໝ່ໆ, ຢາກຮຽນເລື່ອງຖານຂໍ້ມູນ ແລະ ກໍຢາກຮຽນນັ້ນຮຽນນີ້ເຕັມໄປໝົດ. ແຕ່ຖ້າບໍ່ມີຂໍ້ຈຳກັດເລື່ອງເວລາກັບຄວາມສາມາດຂອງຂ້ອຍນຳ, ກໍຢາກລອງຮຽນດົນຕີກັບພວກຖ່າຍທຳເຊັ່ນ Storytelling ທີ່ຢາກຮຽນເພາະເບິ່ງແລ້ວຮູ້ສຶກວ່າເປັນງານສິລະປະທີ່ສວຍງາມ, ມີຈິດວິນຍານ ແລະ ຄືຊິຈຶ້ງແຮງຄັນເຮັດເປັນ”.

ຜູ້ທີ່ເປັນແຮງບັນດານໃຈ ແລະ ເປັນແບບຢ່າງທີ່ດີຂອງ ຕຸລີ່

“ສິ່ງທີ່ກຳລັງຈະເວົ້າມັນກໍຄຶຊິເປັນຄຳຕອບຄ້າຍໆນາງງາມ ແຕ່ທຸກຄົນທີ່ຜ່ານເຂົ້າມາໃນຊີວິດຂ້ອຍແມ່ນເປັນແບບຢ່າງໃນຊີວິດທັງໝົດ, ຫາກແຕ່ວ່າຈະເປັນແບບຢ່າງທີ່ດີ ຫຼື ບໍ່ດີ ເພາະບາງຄົນຜ່ານເຂົ້າມາໃຫ້ເຮົາໄດ້ຮຽນຮູ້, ບາງຄົນຜ່ານເຂົ້າມາໃຫ້ເຮົາມີແຮງໃຈ ແລະ ໃນຂະນະທີ່ບາງຄົນຜ່ານເຂົ້າມາເປັນແບບຢ່າງທີ່ເຮັດໃຫ້ຮູ້ສຶກວ່າເຮົາຈະບໍ່ຢາກເຕີບໃຫຍ່ໄປເປັນແບບນີ້. ການທີ່ຢູ່ຄົນລະມຸມກໍຈະເບິ່ງເລື່ອງລາວກັນຄົນລະດ້ານ, ຫາກເວົ້າເຖິງແຮງບັນດານໃຈທີ່ມີ ຂ້ອຍກໍຄິດຮອດຕົວເອງໃນອີກຫ້າປີຂ້າງໜ້າເລີຍ ເພາະຂ້ອຍມັກຈະມີພາບທີ່ວາດຝັນວ່າຢາກໃຫຍ່ໄປເປັນຄົນແບບໃດນັ້ນເອງ ແລະ ການທີ່ໄດ້ຍ້ອນກັບໄປເບິ່ງຕົວເອງໃນຫ້າປີກ່ອນຄືກັນ ມັນເຮັດໃຫ້ເຫັນ ແລະ ໄດ້ຄຳນຶງໄດ້ວ່າຂ້ອຍກະເຕີບໃຫຍ່ຂຶ້ນມາຫຼາຍແລ້ວໃດນິ,” ຕຸລີ່ກ່າວ.

ອ່ານຕື່ມ:  Tanu Vannasin ບໍ່ເຄີຍຄິດວ່າຕົນເອງເປັນສິລະປິນ ແຕ່ເປັນນັກຮ້ອງ-ນັກດົນຕີ

ແຜນການທີ່ຈະເຮັດຄວາມຝັນໃຫ້ສຳເລັດ

ຕຸລີ່ ມີຄວາມຝັນຢາກເປັນຊ່ຽວຊານໃນຂົງເຂດໃດໜຶ່ງ ທີ່ລາວສາມາດຮູ້ເລິກເຊິ່ງກ່ຽວກັບເລື່ອງນັ້ນແທ້ໆ ໃນຕອນນີ້ລາວກໍຍັງຄົ້ນຫາສິ່ງທີ່ຕົວເອງຢາກສຶກສາຢ່າງຈິງຈັງ ແລະ ລາວກໍຍັງຢາກໄປເປັນອາສາສະໝັກຢູ່ເຂດນອກຈັກໄລຍະໜຶ່ງ, ໃນຕອນທີ່ເງື່ອນໄຂຫຼາຍຢ່າງເອື້ອອຳນວຍຕໍ່ຕົວລາວ ເຊິ່ງສິ່ງທີ່ລາວຄິດໃນຕອນນີ້ແມ່ນການທີ່ຕ້ອງຈັດລຳດັບຄວາມສຳຄັນ, ການເຮັດວຽກປີກຍ່ອຍນ້ອຍໆໃຫ້ແລ້ວໂດຍການຄ່ອຍໆເຮັດເທື່ອລະອັນກ່ອນ ເພາະສິ່ງທີ່ລາວຢາກຮຽນຮູ້ກໍໃຊ້ເວລາດົນ.

ຖ້າມີໂອກາດໄດ້ເຮັດວຽກໃນໂຄງການທີ່ສາມາດປ່ຽນແປງຊີວິດຄົນໄດ້

ໂຄງການທີ່ຈະສາມາດປ່ຽນແປງ ຫຼື ຊ່ວຍເຫຼືອຄົນໄດ້ ກໍມີຫຼາຍໂຄງການທີ່ ຕຸລີ່ ຢາກເຮັດບໍ່ວ່າໂຄງການທີ່ຕິດພັນກັບໄວໜຸ່ມໃນເລື່ອງສິ່ງແວດລ້ອມ ແລະ ໂຄງການທີ່ລາວຢາກເລົ່າເລື່ອງວຽກງານຄົນເຮັດວຽກໃນດ້ານຕ່າງໆ ນັ້ນຈຶ່ງເປັນເຫດຜົນທີ່ລາວຢາກຮຽນເລື່ອງການຖ່າຍທຳເພື່ອເປັນອີກໜຶ່ງວຽກງານໃນການສື່ສານໃຫ້ຄົນພາຍນອກໄດ້ຮັບຮູ້ ແລະ ມັນຍັງເປັນອີກສ່ວນໜຶ່ງທີ່ຈະສາມາດເຮັດໃຫ້ພຶດຕິກຳຄົນຮຸ່ນໃໝ່ສາມາດປ່ຽນແປງໄປໃນທາງທີ່ດີຂຶ້ນໄດ້.

ນິຍາມຄວາມສຳເລັດໃນຊີວິດຂອງ ຕຸລີ່

ຄວາມສຳເລັດສຳລັບ ຕຸລີ່ ຄືຄວາມຮູ້ສຶກທີ່ລາວສາມາດພາກພູມໃຈ ແລະ ດີໃຈກັບຕົວເອງ, ຟັງທຳອິດກໍເບິ່ງຄືຈະງ່າຍແຕ່ມັນກໍເປັນເລື່ອງທີ່ຍາກຫຼາຍສຳລັບລາວ. ຫຼາຍຄັ້ງເວລາລາວເຮັດຫຍັງແລ້ວສຳເລັດ ຕຸລີ່ ກໍມັກຈະມີຄວາມຮູ້ສຶກຢາກຕັ້ງຄຳຖາມກັບຕົວເອງຕະຫຼອດວ່າ ”ຍ້ອນຄົນສະໝັກໜ້ອຍເລີຍໄດ້ຮັບໂອກາດ, ຟຸກຕິເບາະ ເລີຍຜ່ານ ຫຼື ອີ່ຫຍັງຕ່າງໆນາໆ” ຈຶ່ງເຮັດໃຫ້ມັນເປັນເລື່ອງທີ່ຍາກຫຼາຍທີ່ລາວຈະຮູ້ສຶກວ່າລາວ “ເຮັດໄດ້ດີ” ເພາະທຸກຄົນມັກຈະຕິດພາບລາວຮ່ວມເຮັດກິດຈະກຳຫຼາຍຢ່າງ.

ໃນເບື້ອງຫຼັງ ຕຸລີ່ ກໍໄດ້ລົ້ມລຸກຄຸກຄານເກືອກຕົມເຊັ່ນກັນ ຈົນບາງຄັ້ງກໍເຮັດໃຫ້ລາວເມື່ອຍ ແລະ ສູນເສຍກຳລັງໃຈ ແຕ່ລາວກໍກຳລັງຝຶກຕົວເອງໃຫ້ພູມໃຈກັບຄວາມສຳເລັດລະຫວ່າງທາງ ເຖິງຕອນນີ້ລາວຍັງເຮັດໄດ້ບໍ່ເຕັມຮ້ອຍ, ແຕ່ລາວກໍຮູ້ສຶກດີໃຈທີ່ຢ່າງໜ້ອຍຍັງໄດ້ຄຳນຶງວ່າມັນເປັນສິ່ງທີ່ຄວນເຮັດ ແລະ ເພື່ອສຸຂະພາບຈິດ-ໃຈຂອງລາວເອງໃນໄລຍະຍາວ.

ຢາກເຮັດຫຍັງ ຖ້າມີຄວາມສາມາດພິເສດທີ່ບໍ່ມີໃຜຄິດວ່າເປັນໄປໄດ້?

“ໜ້າສົນໃຈຫຼາຍສຳລັບຫົວຂໍ້ນີ້ ຖ້າເລືອກໄດ້ຢາກມີພະລັງທີ່ຊ່ວຍໃຫ້ທຸກຄົນຮັບຟັງກັນດ້ວຍໃຈທີ່ເປີດກວ້າງປະນີປະນອມກັນ ພາຍໃນໂລກທີ່ມີຄວາມຂັດແຍ້ງ ແລະ ຄວາມບໍ່ເຂົ້າໃຈກັນມັນມັກເກີດຂຶ້ນຫຼາຍ. ຂ້ອຍຄິດວ່າການຮັບຟັງກັນຢ່າງຕັ້ງໃຈ, ການທຳຄວາມເຂົ້າໃຈກັນໃຫ້ຫຼາຍຂຶ້ນນັບເປັນສິ່ງທີ່ວິເສດຫຼາຍທີ່ຈະຊ່ວຍໃຫ້ພວກເຮົາມີຄວາມເຫັນອົກເຫັນໃຈ ເພື່ອຮັບປະກັນວ່າສຽງຂອງທຸກຄົນຖືກຮັບຟັງ, ສຽງຂອງທຸກຄົນມີຄວາມໝາຍ ຖ້າມີພະລັງນີ້ຂ້ອຍເຊື່ອວ່າພວກເຮົາຈະສາມາດສ້າງຄວາມເຊື່ອມໂຍງກັນໃຫ້ເຂັ້ມແຂງຍິ່ງຂຶ້ນ ແລະ ມັນຈະເປັນພື້ນທີ່ທີ່ຜູ້ຄົນຮູ້ສຶກຖືກເຄົາລົບ, ມີຄຸນຄ່າ ແລະ ມີແຮງບັນດານໃຈໃນການຂັບເຄື່ອນເພື່ອເຮັດສິ່ງທີ່ດີຮ່ວມກັນ”. ຕຸລີ່ກ່າວ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
The Interview

“ຮອຍຍິ້ມຂອງເຈົ້າມັນຫວານໄປ” ເພງທີ່ປ່ຽນຊີວິດຂອງ ZiXNA ໃຫ້ກາຍເປັນທີ່ຮູ້ຈັກ

ZiXNA ນັກຮ້ອງ-Rapper ຜູ້ມີຄວາມສາມາດ ແລະ ຄວາມຝັນໃນການສ້າງຜົນງານດົນຕີທີ່ສະທ້ອນອາລົມ ແລະ ຄວາມຮູ້ສຶກຂອງຄົນຮຸ່ນໃໝ່ທີ່ກຳລັງໄດ້ຮັບຄວາມນິຍົມໃນ TikTok ຢ່າງຕໍ່ເນື່ອງ.

The Interview

ອານິສະຣາ ໄຊຍະກອນ: ສ້າງສິ່ງທີ່ຮັກໃຫ້ເປັນຜົນງານຈົບການສຶກສາດ້ວຍ Art Toy Collection NUOL

ຫຼາຍຄົນຄົງຄິດບໍ່ເຖິງວ່າ ອາດທອຍ (Art Toy) ຈະສາມາດກາຍມາເປັນໂຄງການຈົບຊັ້ນທີ່ໜ້າສົນໃຈໄດ້ ແຕ່ ໄອລິນ – ອານິສະຣາ ໄຊຍະກອນ ປັດຈຸບັນ ອາຍຸ...

ສຸດໃຈ MEL01 ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຂອງທຸກເຜົ່າ
Crown Talk

ສຸດໃຈ ຮັບໄຊທອງ ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຫຼາກຫຼາຍຂອງປະເທດລາວ

ສຸດໃຈ ຮັບໄຊທອງ MEL01 ຕົວແທນຊົນເຜົ່າລາວ ຜູ້ມີຄວາມຝັນຈະເປັນກະບອກສຽງໃຫ້ທຸກຊົນເຜົ່າ ສົ່ງເສີມຄວາມສະເໝີພາບ ແລະສືບສານວັດທະນະທໍາລາວໃຫ້ໂລກໄດ້ເຫັນ.

The Interview

ຍ້ອນຫຍັງການມາຂອງ Clozer ຈຶ່ງປຸກກະແສ Boy Band ລາວຂຶ້ນມາອີກຄັ້ງ ໃນຮອບ 10 ປີ?

Clozer ວົງບອຍແບນກຸ່ມໃໝ່ພາຍໃຕ້ສັງກັດ Miracle Music ເປີດຕົວດ້ວຍເພງ “Fighter” ທີ່ສະແດງເຖິງຄວາມໝັ້ນໃຈ ປຸກກະແສ LPOP ລາວໃນຮອບ 10 ປີ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.