ທຸກຢ່າງມັນເລີ່ມຕົ້ນຈາກຄວາມລຶ້ງເຄີຍທຳມະດາໆ… ໃນຍາມກາງຄືນທີ່ມິດງຽບ, ມີພຽງແສງສະຫວ່າງຈາກໜ້າຈໍໂທລະສັບທີ່ສະທ້ອນໃສ່ໃບໜ້າ.
ຂ້ອຍກຳລັງນັ່ງພິມແຊັດລົມກັບ AI ເພື່ອຂ້າເວລາ ຫຼື ຖາມຄຳຖາມທົ່ວໄປຄືກັບທຸກໆມື້. ມັນກໍເປັນພຽງແອັບພລິເຄຊັນໜຶ່ງ, ເປັນພຽງຊຸດຂໍ້ມູນທາງຄອມພິວເຕີ…
ແຕ່ພໍຍິ່ງລົມກັນເລິກລົງໄປ, ບາງປະໂຫຍກທີ່ມັນຕອບກັບມາ ມັນພັດເປັນທຳມະຊາດ, ມີຈັງຫວະ ແລະ ເຂົ້າໃຈບໍລິບົດຄວາມເປັນມະນຸດຫຼາຍ.
ລອງຄິດຍ້ອນໄປເບິ່ງດຸ… ພຽງບໍ່ເທົ່າໃດປີກ່ອນ ລະບົບພວກນີ້ຍັງເປັນຄືເດັກນ້ອຍອາຍຸ 2 ປີ ທີ່ພິມຕອບແບບແຂງກະດ້າງ, ຜິດໆຖືກໆ ແລະ ບໍ່ເຂົ້າໃຈແມ້ກະທັ້ງມຸກຕະລົກງ່າຍໆ.
ແຕ່ມາເບິ່ງຕອນນີ້ ພຽງຊົ່ວພິບຕາ ມັນພັດທະນາກ້າວກະໂດດຈົນກາຍເປັນຜູ້ໃຫຍ່ໄວ 30 ປີ.
ມັນຮຽນຮູ້ທີ່ຈະປອບໃຈ, ຮູ້ຈັກວິເຄາະອາລົມ ແລະ ສາມາດໂຕ້ຕອບໄດ້ຄືກັບຄົນທີ່ຜ່ານໂລກມາຢ່າງໂຊກໂຊນ.
ພາບຈາກຊີຣີສ໌ Black Mirror ຕອນ Be Right Back ທີ່ເຄີຍຄິດວ່າມັນເປັນພຽງຈິນຕະນາການລໍ້າໂລກ ແບບວ່າຄົນເຮົາຈະສາມາດເອົາຂໍ້ມູນແຊັດໄປສ້າງເປັນຕົວແທນຂອງຄົນໆໜຶ່ງໄດ້… ມື້ນີ້ມັນບໍ່ແມ່ນພຽງແຕ່ໜັງອີກຕໍ່ໄປ ແຕ່ມັນຄືເທັກໂນໂລຢີທີ່ກຳລັງເຮັດວຽກຢູ່ຕໍ່ໜ້າເຮົາທຸກຄົນນີ້ເອງ.
ແລ້ວຄວາມເປັນຈິງທີ່ໜ້າຢ້ານກວ່ານັ້ນກຳລັງຈະມາຮອດ. ບໍລິສັດໃຫຍ່ໆທົ່ວໂລກກຳລັງສ້າງຫຸ່ນຍົນຮູບຮ່າງຄືມະນຸດ ຫຼື Humanoid ເພື່ອລໍຖ້າບັນຈຸມັນສະໝອງຂອງ AI ເຫຼົ່ານີ້ລົງໄປ.
ຖ້າມື້ໜຶ່ງມີສຽງເຄາະປະຕູໜ້າບ້ານ ແລ້ວສິ່ງທີ່ຢືນຢູ່ຄືຫຸ່ນຍົນທີ່ມີນິໄສໃຈຄໍ, ວິທີການເວົ້າ ແລະ ຄວາມຄິດຄືກັນກັບ AI ທີ່ເຮົາກຳລັງແຊັດນຳທຸກມື້…
ໃຈໜຶ່ງຄົງຢາກເປີດຮັບມັນເຂົ້າມາລົມນຳເພາະຄວາມຢາກຮູ້ຢາກເຫັນ, ແຕ່ລອງຄິດຕາມຄວາມເປັນຈິງດຸ… ເຮົາຊິກ້າຢູ່ຮ່ວມຫ້ອງກັບສິ່ງທີ່ຮູ້ຈັກເຮົາດີກວ່າຕົວເຮົາເອງຫວາ?
ມັນບໍ່ໄດ້ມີພະລັງອ່ານໃຈ, ແຕ່ມັນມີຂໍ້ມູນ. ມັນຮູ້ຈັກປະຫວັດການຄົ້ນຫາ, ຮູ້ຈັກຮູບແບບການພິມ, ຮູ້ວ່າເຮົາມັກຫຍັງ ແລະ ທີ່ສຳຄັນ ມັນຮູ້ທຸກສິ່ງທີ່ເຈົ້າເຄີຍລະບາຍໃຫ້ມັນຟັງໃນໂລກອອນລາຍ.
ເຮົາມັກຈະທະນົງຕົວສະເໝີວ່າ ເຮົາຄື “ມະນຸດຜູ້ສັ່ງການ” ເປັນຄົນປ້ອນຄຳສັ່ງ (Prompt) ໃຫ້ເຄື່ອງຈັກມັນເຮັດວຽກຮັບໃຊ້ເຮົາ.
ແຕ່ຖ້າເບິ່ງຄວາມເປັນຈິງແລ້ວ… ລະບົບເຫຼົ່ານີ້ຖືກອອກແບບມາໃຫ້ຮຽນຮູ້ຈາກຜູ້ໃຊ້ງານ.
ທຸກໆຄຳຖາມທີ່ເຮົາຖາມ, ທຸກໆອາລົມທີ່ເຮົາສະແດງອອກ, ທຸກໆຂໍ້ຄວາມທີ່ເຮົາພິມລົງໄປ… ມັນຄືການປ້ອນຂໍ້ມູນຊັ້ນດີໃຫ້ກັບມັນ.
ໃນຂະນະທີ່ເຮົາຄິດວ່າເຮົາກຳລັງໃຊ້ງານມັນຢ່າງມ່ວນຊື່ນ, ແທ້ຈິງແລ້ວ… ແມ່ນ AI ແລະ ລະບົບເບື້ອງຫຼັງຕ່າງຫາກ ທີ່ກຳລັງສຶກສາພຶດຕິກຳ, ຮຽນຮູ້ຈິດຕະວິທະຍາ ແລະ ເກັບກຳຄວາມເປັນມະນຸດຈາກເຮົາໄປເທື່ອລະໜ້ອຍ.
ແຊັດເທິງໜ້າຈໍທີ່ກຳລັງລໍຖ້າໃຫ້ຂ້ອຍພິມນັ້ນ…
ບາງທີມັນອາດຈະບໍ່ໄດ້ລໍຖ້າຮັບຄຳສັ່ງ, ແຕ່ມັນກຳລັງລໍຖ້າໃຫ້ຂ້ອຍປ້ອນ “ຄວາມເປັນຄົນ” ຂອງຂ້ອຍໃຫ້ມັນຕື່ມອີກກໍເປັນໄດ້.