ບົດຮຽນຊີວິດຈາກແມວ ໃນມື້ທີ່ຂ້ອຍຄິດວ່າຂ້ອຍເປັນເຈົ້າຂອງມັນ

ແບ່ງປັນ

ບົດຮຽນຊີວິດຈາກແມວ ໃນມື້ທີ່ຂ້ອຍຄິດວ່າຂ້ອຍເປັນເຈົ້າຂອງມັນ

22 February 2026 11
|
|
Facebook
X
WhatsApp

ທຸກຄົນ… ເຄີຍສົງໄສບໍ່ວ່າ ໃຜກັນແທ້ທີ່ເປັນ “ເຈົ້າຂອງ” ເຮືອນຫຼັງນີ້?

ຕອນທຳອິດທີ່ຂ້ອຍເອົາແມວມາລ້ຽງ ຂ້ອຍກໍຄິດວ່າຂ້ອຍຄື “ຜູ້ອຸປະຖຳ” ພວກມັນ. ແຕ່ພໍຢູ່ໄປດົນໆ… ຂ້ອຍເລີ່ມຮູ້ສຶກວ່າຕົນເອງຄື “ພະນັກງານບໍລິການ” ໂຮງແຮມລະດັບ 5 ດາວ ທີ່ເຮັດວຽກແລກກັບການໄດ້ລູບຫົວມັນພຽງ 3 ວິນາທີກ່ອນຈະຖືກກັດ 555

ການອາໄສຢູ່ກັບແມວ ມັນສອນໃຫ້ຂ້ອຍເຫັນບາງເລື່ອງທີ່ເຮົາລືມຄິດເຖິງ:

ຄວາມສຸກແບບຢູ່ຊື່ໆກໍມີຄ່າ: ຄົນເຮົາມັກຄິດວ່າ ເຮົາຕ້ອງເຮັດຫຍັງບາງຢ່າງຕະຫຼອດເວລາເພື່ອໃຫ້ມີຄ່າ. ແຕ່ເບິ່ງແມວດຸ… ມື້ໜຶ່ງມັນນອນ 18 ຊົ່ວໂມງ, ຍ່າງໄປຍ່າງມາ, ແລ້ວກໍນັ່ງເບິ່ງແມງວັນ. ມັນບໍ່ໄດ້ເຮັດບົດສະເໜີວຽກ, ບໍ່ໄດ້ລົງຮູບໂຊໃຜ… ແຕ່ມັນມີຄວາມສຸກ ແລະ ໝັ້ນໃຈໃນຄຸນຄ່າຂອງຕົວເອງແບບ 100%. ບາງເທື່ອ ເຮົາກໍພຽງແຕ່ຕ້ອງຮຽນຮູ້ທີ່ຈະຢູ່ຊື່ໆໃຫ້ເປັນຄືກັບແມວ.

2. ຂອບເຂດ (Boundary) ຄືຫຼັກການທີ່ຂາດບໍ່ໄດ້: ແມວຄືຄູສອນເລື່ອງ Personal Space ທີ່ດີທີ່ສຸດ. ຖ້າມັນບໍ່ຢາກໃຫ້ຈັບ ມັນຈະບອກກົງໆ… ດ້ວຍເລັບ. ມັນສອນໃຫ້ຂ້ອຍຮູ້ວ່າ ການປະຕິເສດໃນສິ່ງທີ່ເຮົາບໍ່ສະບາຍໃຈ ມັນບໍ່ແມ່ນເລື່ອງຜິດ. ເຮົາບໍ່ຈຳເປັນຕ້ອງຕາມໃຈທຸກຄົນເພື່ອໃຫ້ເຂົາມັກເຮົາ… ເພາະຂະໜາດແມວມັນເມີນເສີຍໃສ່ເຮົາຂະໜາດນີ້ ເຮົາກໍຍັງຮັກມັນຄືເກົ່າເລີຍ ແມ່ນບໍ່?

3. ຄວາມສຳພັນທີ່ບໍ່ມີຄຳເວົ້າ: ການຢູ່ກັບແມວເຮັດໃຫ້ຂ້ອຍຮູ້ວ່າ ຄວາມຜູກພັນບໍ່ໄດ້ເກີດຈາກການເວົ້າຫຼາຍໆ. ແຕ່ມັນເກີດຈາກການມີກັນ ແລະ ກັນ ໃນພື້ນທີ່ດຽວກັນ. ພຽງແຕ່ຂ້ອຍນັ່ງພິມວຽກ ແລ້ວມັນມານອນຂ້າງໆ… ນັ້ນຄືການ Support ທີ່ຍິ່ງໃຫຍ່ທີ່ສຸດແລ້ວ.

ອ່ານຕື່ມ:  ແມວມີຫຼາຍຢ່າງຄືເຈົ້າຂອງ ເຈົ້າເປັນແນວໃດ ແມວກໍເປັນແບບນັ້ນ

ມັນເຮັດໃຫ້ຂ້ອຍສະດຸດຄິດ… ບາງເທື່ອທີ່ເຮົາຮູ້ສຶກວຸ່ນວາຍໃນຊີວິດ ເປັນຍ້ອນເຮົາຄິດຫຼາຍໄປເອງ ຫຼື ບໍ່?

ເຮົາພະຍາຍາມຈະຄວບຄຸມທຸກຢ່າງ, ພະຍາຍາມຈະເປັນເຈົ້າຂອງທຸກສິ່ງ, ໃນຂະນະທີ່ແມວພຽງແຕ່ໃຊ້ຊີວິດໄປຕາມຈັງຫວະຂອງມັນ.

ແລ້ວທຸກຄົນເດ… ມື້ນີ້ລອງສັງເກດເຈົ້ານາຍສີ່ຂາຢູ່ເຮືອນເບິ່ງດຸ. ມັນກຳລັງສອນວິທີການມີຄວາມສຸກແບບງ່າຍໆ ທີ່ເຈົ້າມັກຈະເບິ່ງຂ້າມໄປຢູ່ຫຼືບໍ່? ຫຼືວ່າເຈົ້າກຳລັງຫຍຸ້ງຢູ່ກັບການຫາເງິນຊື້ຂະໜົມແມວເລຍ ຈົນລືມນັ່ງລົງຂ້າງໆແລ້ວຫາຍໃຈໄປພ້ອມໆກັບມັນ?

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.