ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ລົມຫາຍໃຈ: ບົດເພງທີ່ປ່ຽນຄວາມເຈັບປວດໃຫ້ເປັນພະລັງໃຈ
Muan Listen - ມ່ວນຊວນຟັງ

ລົມຫາຍໃຈ: ບົດເພງທີ່ປ່ຽນຄວາມເຈັບປວດໃຫ້ເປັນພະລັງໃຈ

"ລົມຫາຍໃຈ" ເພງທີ່ສ້າງແຮງບັນດານໃຈຈາກ ທະວີໄຊ ແກ້ວບຸນພັນ ເລົ່າເຖິງຄວາມເຈັບປວດ ແລະ ຄວາມສູນເສຍ ພ້ອມຊຸກດັນໃຫ້ຜ່ານພົ້ນໃນການເລີ່ມຕົ້ນໃໝ່ດ້ວຍພະລັງໃຈຂອງຕົນເອງ.

ແບ່ງປັນ
Getting your Trinity Audio player ready...

ໃນໂລກທີ່ເຕັມໄປດ້ວຍຄວາມເຈັບປວດ ແລະ ການສູນເສຍ, ບາງຄັ້ງເຮົາກໍຮູ້ສຶກເໝືອນວ່າຊີວິດບໍ່ມີຄວາມຫວັງອີກຕໍ່ໄປ. ຄວາມຜິດຫວັງຈາກສິ່ງທີ່ຫຼອກລວງອາດເຮັດໃຫ້ເຮົາທໍ້ຈົນບໍ່ຢາກສູ້ຕໍ່ ແລະ ມັນກໍມືດມົນຈົນແນມຫາບໍ່ເຫັນຫົນທາງທີ່ຈະກ້າວເດີນຫາແສງສະຫວ່າງ.

ເພງ ລົມຫາຍໃຈ (Breathe) ຮ້ອງໂດຍ Thavisay ( ໄຊທະວີໄຊ ແກ້ວບຸນພັນ) ໄດ້ສ້າງສຽງປຸກໃຈໃຫ້ຄົນຟັງໄດ້ລຸກຂຶ້ນມາອີກຄັ້ງ. ຫຼາຍຄົນອາດຈະເຄີຍພົບກັບເລື່ອງລາວຄວາມຜິດຫວັງ, ເສຍໃຈ ແລະ ຄວາມວຸ່ນວາຍທີ່ເກີດຂຶ້ນໃນຊີວິດ ເຊິ່ງເພງນີ້ໄດ້ສອນໃຫ້ເຮົາເຫັນວ່າ “ເຖິງວ່າບາງຢ່າງຈະຫາຍໄປ ແຕ່ເຮົາກໍຍັງມີສິ່ງທີ່ສຳຄັນທີ່ສຸດທີ່ຍັງເຫຼືອ” ນັ້ນຄື ລົມຫາຍໃຈ ຂອງເຮົາເອງ.

ເພງ ລົມຫາຍໃຈ (Breathe)

ວິດີໂອເພງໄດ້ເລົ່າເຖິງເລື່ອງລາວຂອງຄວາມສິ້ນຫວັງທີ່ ນາງເອກ (ສະແດງໂດຍ: ລູກນ້ຳ – ທິດາລັດ ວົງສິລິ) ພົບກັບບັນຫາເລື່ອງຂອງຄວາມສຳພັນທີ່ບໍ່ສົມຫວັງ ຈົນໂຕເອງກາຍເປັນແມ່ລ້ຽງດ່ຽວທີ່ຕ້ອງໄດ້ລ້ຽງລູກຄົນດຽວ ແລະ ເພງຍັງໄດ້ບອກເຖິງ ຄວາມຮູ້ສຶກ-ຄວາມເຈັບປວດ ທີ່ ນາງເອກກຳລັງປະເຊີນກັບຄວາມທໍລະມານທີ່ມີຫຼາຍເກີນໄປ, ຄິດຢາກຍອມແພ້ ແລະ ການທີ່ຕ້ອງກັບມາຕັ້ງຄຳຖາມວ່າ “ຂ້ອຍຈະຢູ່ແນວໃດ?“.

ຈາກຕົ້ນເພງທີ່ໄດ້ເລົ່າເຖິງຄວາມທໍ້ໃຈສູ່ການໃຫ້ກຳລັງໃຈທີ່ໄດ້ບອກເຕືອນວ່າ “ສິ່ງສຸດທ້າຍທີ່ເຫຼືອຂອງເຮົານັ້ນຍັງມີລົມຫາຍໃຈ” ໂດຍເພງໄດ້ສື່ຄວາມໝາຍຊຸກດັນ ແລະ ເປັນແບບຢ່າງໃຫ້ເຮົາເກັບເອົາຄວາມເຈັບປວດມາເປັນບົດຮຽນ, ເປັນແຮງໃຈ ແລະ ສູ້ຕໍ່ໄປເພື່ອເລີ່ມຕົ້ນຊີວິດໃໝ່, ໃຫ້ເຮົາເຊື່ອໃນຕົວເອງວ່າເຮົາຈະສາມາດຜ່ານພົ້ນຄວາມເຈັບປວດນີ້ໄປໄດ້.

ເພງ ລົມຫາຍໃຈ ຖືເປັນການບອກກ່າວທີ່ຊົງພະລັງ ສຳລັບ “ແມ່ລ້ຽງດ່ຽວ”. ເພາະການລ້ຽງ “ລູກ” ພຽງຄົນດຽວເຖິງວ່າມັນລຳບາກຂະໜາດໃດ ເພື່ອລູກແລ້ວນັ້ນ, ເຮົາກໍຕັ້ງໃຈໃຫ້ເຂົາມີອະນາຄົດອັນສົດໃສ ແລະ ຄອຍເຝົ້າເບິ່ງການເຕີບໃຫຍ່ໄປແນວທາງທີ່ດີ. ນີ້ຄືຄວາມຮັກ, ຄວາມຫວັງດີຂອງຄົນເປັນແມ່ທີ່ມີຕໍ່ລູກ.

ຊີວິດຈະໂຫດຮ້າຍພຽງໃດກໍຕາມ ເຮົາກໍຍັງມີໂອກາດທີ່ຈະເລີ່ມຕົ້ນໃໝ່ໄດ້ສະເໝີ. ເພງນີ້ຍັງສອນໃຫ້ເຮົາບໍ່ຍອມແພ້ຕໍ່ໂຊກຊະຕາ, ໃຫ້ເຊື່ອໃນພະລັງຂອງລົມຫາຍໃຈ ແລະ ຫົວໃຈທີ່ຍັງເຕັ້ນຢູ່. ມັນເປັນເພງທີ່ສື່ເຖິງຄວາມຫວັງ, ການຢືນຢັນໃນຕົນເອງ ແລະ ຄວາມເຊື່ອວ່າຕະຫຼອດເວລາທີ່ຫົວໃຈຂອງເຮົາຍັງເຕັ້ນ, ມັນຍັງບໍ່ສາຍເກີນໄປທີ່ຈະລຸກຂຶ້ນສູ້.

ອ່ານຕື່ມ:  Déymi ກັບຜົນງານທຳອິດສິລະປິນທີ່ຈະພາເຮົາຫຼົງໃຫຼໄປກັບ Lost in the Ocean

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.