ໜ້າຫຼັກ Muan.la - ສາລະບັນເທີງ Muan Scoop 5 ຄວາມລັບທີ່ເຊື່ອງຢູ່ໃນ MV ເພງ The Fate of Ophelia ຂອງ Taylor Swift
Muan Scoop

5 ຄວາມລັບທີ່ເຊື່ອງຢູ່ໃນ MV ເພງ The Fate of Ophelia ຂອງ Taylor Swift

ແບ່ງປັນ

ເທເລີ ສະວິຟ (Taylor Swift) ປ່ອຍ MV ຂອງເພງ  The Fate of Ophelia ອອກມາແລ້ວ ເຊິ່ງເພງນີ້ເປັນເພງເປີດຂອງສະຕູອາລະບຳໃໝ່ຂອງລາວ The Life of a Showgirl. ອາລະບຳນີ້ສ້າງປາກົດການຫຼາຍຢ່າງໃນໂລກອອນລາຍໄປທົ່ວໂລກ. ສຳລັບເອັມວີເພງນີ້ ເບື້ອງຫຼັງຂອງພາບງາມໆ ແລະ ເສື້ອຜ້າໜ້າຜົມທີ່ຈັດເຕັມ ພາຍໃຕ້ theme “ນາງໂຊວ໌” ໃນຍຸກຕ່າງໆນັ້ນ ອັດແໜ້ນໄປດ້ວຍຄວາມໝາຍທີ່ເຊື່ອງຢູ່, ການອ້າງເຖິງເລື່ອງລາວຕ່າງໆຢ່າງສະຫຼາດ ລວມທັງເລື່ອງລາວເລັກໆນ້ອຍໆທີ່ເຮັດໃຫ້ເຮົາຕ້ອງປະຫຼາດໃຈ.

ບົດຄວາມນີ້ ເຮົາຈະພາທຸກຄົນໄປເຈາະເລິກ 5 ລາຍລະອຽດທີ່ໜ້າປະຫຼາດໃຈທີ່ຂະໜາດສະວິຟຕີ້ເອງກໍອາດຈະບໍ່ຮູ້ຊໍ້າ.

 1. ເທເລີ ສະວິຟ ບໍ່ພຽງແຕ່ເລົ່າເລື່ອງ ແຕ່ກຳລັງຂຽນໂສກນາດຕະກຳຂຶ້ນມາໃໝ່

ແນວຄິດຫຼັກຂອງເພງນີ້ບໍ່ແມ່ນພຽງແຕ່ການເລົ່າເລື່ອງຂອງ ໂອຟີເລຍ ຈາກບົດລະຄອນ “ແຮມເລັດ” (Hamlet) ຂອງ ວິນລຽມ ເຊັກສະເປຍ ເທົ່ານັ້ນ (ເຮົາເຄີຍຂຽນອະທິບາຍໄວ້ ສາມາດອ່ານໄດ້ທີ່ນີ້), ແຕ່ເປັນການຈົງໃຈບິດເບືອນໂຊກຊະຕາຂອງຜູ້ຍິງຄົນນີ້.

ເທເລີ ເຊິ່ງເປັນທັງຜູ້ຂຽນບົດ ແລະ ກຳກັບເອັມວີເອງ ເລົ່າວ່າ ໃນບົດລະຄອນດັ່ງເດີມຂອງ ແຮມເລັດ, ໂອຟີເລຍ ຖືກຊັກຈູງຈົນເສຍສະຕິ ແລະ ຈົມນໍ້າຕາຍ. ແຕ່ໃນເວີຊັນຂອງ ເທເລີ ນັ້ນ, ເນື້ອເພງໄດ້ເລົ່າເຖິງຄົນຮັກທີ່ເຂົ້າມາຊ່ວຍລາວໃຫ້ລອດພົ້ນຈາກຈຸດຈົບທີ່ໜ້າເສົ້ານີ້.

“ຈະເປັນແນວໃດຖ້າວັກຮຸກ (hook) ຄືການທີ່ເຈົ້າຊ່ວຍຫົວໃຈຂ້ອຍໄວ້ຈາກຊະຕາກຳຂອງໂອຟີເລຍ? ຄືກັບວ່າ ໂດຍພື້ນຖານແລ້ວເຈົ້າຄືເຫດຜົນທີ່ເຮັດໃຫ້ຂ້ອຍບໍ່ໄດ້ລົງເອີຍຄືກັບຜູ້ຍິງໃນໂສກນາດຕະກຳ, ຮີໂຣ່ຜູ້ແສນງົດງາມທີ່ຈາກໄປໃນໂລກແຫ່ງຈິນຕະນາການຄົນນັ້ນ?”

ນີ້ບໍ່ແມ່ນຄັ້ງທຳອິດທີ່ລາວເຮັດແບບນີ້, ເພາະກ່ອນໜ້ານີ້ ລາວກໍເຄີຍປ່ຽນຕອນຈົບຂອງ “ໂຣມີໂອ ແລະ ຈູລຽດ” ມາແລ້ວ ໃນເພງຍອດນິຍົມ “Love Story”. ການຕັດສິນໃຈນີ້ບໍ່ໄດ້ມາຈາກຄວາມຕ້ອງການທີ່ຈະສ້າງຄວາມແປກໃໝ່ເທົ່ານັ້ນ ແຕ່ມາຈາກຄວາມຜູກພັນທີ່ເລິກເຊິ່ງທີ່ລາວມີຕໍ່ຕົວລະຄອນເຫຼົ່ານີ້.

ອ່ານຕື່ມ:  ສະວິຟຕີ້ລໍຖ້າເລີຍ! Taylor Swift ປະກາດອາລະບຳໃໝ່ the Life of a Showgirl

ລາວຍອມຮັບວ່າ “ຂ້ອຍຮັກ ເຊັກສະເປຍ… ມັນຍັງຄົງຄລາດສິກ ມັນບໍ່ໄດ້ຖືກອວຍຈົນເກີນຈິງເລີຍ! ແລະ ຂ້ອຍກໍຮັກ ໂສກນາດຕະກຳເຫຼົ່ານັ້ນຫຼາຍ. ຂ້ອຍຕົກຫຼຸມຮັກຕົວລະຄອນເຫຼົ່ານັ້ນຫຼາຍຈົນເຈັບປວດໃຈທີ່ພວກເຂົາຕ້ອງຕາຍ”. ດັ່ງນັ້ນ ການຂຽນເລື່ອງລາວຂຶ້ນມາໃໝ່ ຈຶ່ງເປັນວິທີທີ່ ເທເລີ ຈະມອບຕອນຈົບທີ່ມີຄວາມສຸກໃຫ້ກັບຕົວລະຄອນທີ່ລາວຮັກໄດ້.

2. ສາກຈົບຂອງເອັມວີ ຄືບົດຮຽນປະຫວັດສາດສິລະປະສະບັບຫຍໍ້

    ສາກສຸດທ້າຍຂອງເອັມວີທີ່ ເທເລີ ນອນແຊ່ຢູ່ໃນອ່າງນໍ້າຄືກັບຮູບໜ້າປົກຂອງອາລະບຳ ຄືການຈຳລອງພາບປົກອາລະບຳ The Life of a Showgirl ຂອງລາວຂຶ້ນມາໃໝ່. ແຕ່ຄວາມລັບທີ່ເຊື່ອງຢູ່ ລໍ້າເລິກກວ່ານັ້ນຫຼາຍ.

    ໃນຄວາມເປັນຈິງແລ້ວ, ທັງສາກຈົບ ແລະ ພາບປົກອາລະບຳເປັນການອ້າງອີງໂດຍກົງກັບຮູບແຕ້ມ “ໂອຟີເລຍ” (Ophelia) ຂອງສິລະປິນຊາວອັງກິດ ເຊີ ຈອນ ເອເວີເຣດ ມີເລສ (Sir John Everett Millais) ທີ່ແຕ້ມຂຶ້ນໃນປະມານປີ 1850 ເຊິ່ງເປັນຮູບທີ່ຕິດຕາຕິດໃຈ ແລະ ມີຊື່ສຽງທີ່ສຸດຮູບໜຶ່ງຂອງຕົວລະຄອນນີ້.

    ຮູບແຕ້ມດັ່ງກ່າວສະແດງໃຫ້ເຫັນຍິງສາວຜູ້ໂຊກຮ້າຍທີ່ກຳລັງລອຍຕົວຮ້ອງເພງຢູ່ໃນນໍ້າກ່ອນທີ່ລາວຈະຈົມນໍ້າຕາຍ ເຊິ່ງເປັນສາກທີ່ຖືກເລົ່າຜ່ານຄຳເວົ້າຂອງລາຊິນີ ເກີທຣູດ ແຕ່ບໍ່ໄດ້ສະແດງໃຫ້ເຫັນໂດຍບົດລະຄອນ ແຮມເລັດ. ເທເລີ ຕັ້ງໃຈສ້າງການອ້າງອີງແບບຊ້ອນຊັ້ນ ຄື ສາກຈົບຂອງເອັມວີ ອ້າງອີງເຖິງປົກອາລະບຳ ເຊິ່ງປົກອາລະບຳກໍອ້າງອີງເຖິງຮູບແຕ້ມສຸດຄລາດສິກນີ້ອີກເທື່ອໜຶ່ງ.

    ນີ້ເປັນຄືກັບຫ້ອງຮຽນປະຫວັດສາດສິລະປະແບບຫຍໍ້ສຳລັບແຟນເພງປັອບ.

    3. ເບື້ອງຫຼັງສຸດເຊີໄພຣສ໌ ແມ່ນ ການຖ່າຍທຳໂດຍບໍ່ໄດ້ເປີດເພງແທ້

      ໜຶ່ງໃນເລື່ອງລາວເບື້ອງຫຼັງທີ່ຮູ້ແລ້ວຕ້ອງປະຫຼາດໃຈແມ່ນ ຂັ້ນຕອນການຖ່າຍທຳເອັມວີທີ່ບໍ່ທຳມະດາ ເພື່ອປ້ອງກັນບໍ່ໃຫ້ເພງ The Fate of Ophelia ຮົ່ວໄຫຼອອກໄປກ່ອນກຳນົດ. ທີມງານຈຶ່ງບໍ່ໄດ້ເປີດເພງແທ້ໃນກອງຖ່າຍເລີຍຈັກໜ້ອຍ.

      ທັງນັກເຕັ້ນ ແລະ ນັກສະແດງທຸກຄົນຕ້ອງເຮັດວຽກໂດຍຟັງພຽງແຕ່ສຽງ “ຄລິກ” ຈາກເຄື່ອງໃຫ້ຈັງຫວະເທົ່ານັ້ນ ແລະ ໃນຖານະຂອງຜູ້ກຳກັບ, ເທເລີ ຕ້ອງຮັບໜ້າທີ່ອະທິບາຍໃຫ້ນັກເຕັ້ນເຂົ້າໃຈດ້ວຍຕົວເອງວ່າ ໃນແຕ່ລະຊ່ວງເວລາ ພວກເຂົາຕ້ອງຖ່າຍທອດອາລົມແບບໃດອອກມາ ເນື່ອງຈາກພວກເຂົາບໍ່ໄດ້ຍິນສຽງດົນຕີປະກອບເລີຍ.

      ອ່ານຕື່ມ:  ລະ Ophelia ແມ່ນໃຜ? ເປີດທີ່ມາຂອງຊື່ບຸກຄົນຈາກເພງທຳອິດ ໃນອາລະບຳໃໝ່ຂອງ ເທເລີ ສະວິຟ

      4. ຄວາມໝາຍທີ່ເຊື່ອງຊ້ອນໃນສາກສະໄຕລ໌ MGM ຍ້ອນຍຸກ

        ຖ້າເຮົາສັງເກດໃຫ້ດີ ມີສາກໜຶ່ງໃນເອັມວີທີ່ໄດ້ຮັບແຮງບັນດານໃຈຈາກຍຸກທອງຂອງລະຄອນເພງ MGM ຂອງ ບັສບີ ເບີກລີ (Busby Berkely) ແລະ ເອສເທີ ວິນລຽມສ໌ (Esther Williams) ເຊິ່ງນັກສະແດງທຸກຄົນໃສ່ໝວກລອຍນໍ້າ ແລະ ຖືກຫ່ວງຊູຊີບ ແຕ່ສາກນີ້ບໍ່ໄດ້ມີໄວ້ເພື່ອຄວາມສວຍງາມຍ້ອນຍຸກພຽງຢ່າງດຽວ.

        ເທເລີ ຢືນຢັນວ່າ ນີ້ເປັນການຫຼິ້ນກັບ theme ຂອງໂອຟີເລຍຢ່າງສະຫຼາດອີກຄັ້ງໜຶ່ງ ໃນຂະນະທີ່ໂອຟີເລຍໃນບົດລະຄອນຕ້ອງຈົມນໍ້າຕາຍ ແຕ່ສາກນີ້ຊໍ້າພັດເຕັມໄປດ້ວຍ “ອຸປະກອນຊ່ວຍຊີວິດ” ເຊິ່ງເປັນການບອກໃບ້ແບບຕິດຕະຫຼົກວ່າ ສິ່ງຂອງເຫຼົ່ານີ້ອາດຊ່ວຍປ່ອງກັນບໍ່ໃຫ້ໂສກະນາດຕະກຳນັ້ນເກີດຂຶ້ນໄດ້.

        5. ນັກສະແດງຮັບເຊີນທີ່ຄາດບໍ່ເຖິງ ບໍ່ແມ່ນ Travis Kelce ແຕ່ເປັນ… ເຂົ້າຈີ່?

          ໃນຂະນະທີ່ສະວິຟຕີ້ຫຼາຍຄົນອາດຈະແນມຫາ Travis Kelce ຫວານໃຈຄົນປັດຈຸບັນຂອງລາວໃນເອັມວີ ແຕ່ລາວກໍບໍ່ໄດ້ປາກົດໂຕ (ເຖິງວ່າຈະມີໝາກບານໂຜ່ມາແວບໜຶ່ງໃນຊ່ວງເນື້ອເພງ “Pledge allegiance to your hands, your team, your vibes”) ແຕ່ນັກສະແດງຮັບເຊີນທີ່ຍາດຊີນທີ່ສຸດຊໍ້າພັດເປັນ “ເຂົ້າຈີ່” ທີ່ ເທເລີ ອົບດ້ວຍຕົວເອງ.

          ມີເບື້ອງຫຼັງເລົ່າວ່າ ເທເລີ ໄດ້ຂໍໃຫ້ທີມງານນຳເຂົ້າຈີ່ທີ່ລາວອົບເອງມາໃຊ້ເປັນອຸປະກອນປະກອບສາກ ເຊິ່ງລາວຕື່ນເຕັ້ນກັບເລື່ອງນີ້ຫຼາຍ.

          “ນີ້ເປັນມື້ທີ່ໜ້າຕື່ນເຕັ້ນຫຼາຍສຳລັບຂ້ອຍໃນຖານະຄົນເຮັດເຂົ້າຈີ່… ເພາະມື້ນີ້ເຂົ້າຈີ່ຂອງຂ້ອຍໄດ້ເປັນດາວເດັ່ນໃນເອັມວີແທ້ໆແລ້ວ,” ເທເລີ ກ່າວ.

          ສິລະປະຂອງ “ນາງໂຊວ໌”

          ຄວາມລັບທັງ 5 ຂໍ້ນີ້ບໍ່ແມ່ນພຽງແຕ່ເລື່ອງລາວເລັກໆນ້ອຍໆທີ່ໜ້າສົນໃຈ ແຕ່ເປັນຊິ້ນສ່ວນທີ່ປະກອບກັນຂຶ້ນເປັນພາບໃຫຍ່ຂອງອາລະບຳ “The Life of a Showgirl” ເຊິ່ງສະແດງໃຫ້ເຫັນວ່າ ການເປັນ ນາງໂຊວ໌ ໃນຈັກກະວານຂອງ ເທເລີ ສະວິຟ ນັ້ນ ມີຄວາມໝາຍຫຼາຍກວ່າພຽງແຕ່ການສະແດງເທິງເວທີ ແຕ່ມັນຄືການເປັນຜູ້ຂຽນເລື່ອງລາວໃໝ່ຂຶ້ນມາ ທີ່ກ້າຈະມອບຕອນຈົບທີ່ຕ່າງອອກໄປໃຫ້ກັບເລື່ອງລາວທີ່ໂສກເສົ້າ.

          ການເປັນນັກປະຫວັດສາດສິລະປະທີ່ເຊື່ອມໂຍງໂລກຂອງເພງປັອບເຂົ້າກັບຜົນງານຄລາດສິກ, ການເປັນຜູ້ກຳກັບທີ່ລະອຽດລະອໍໃນທຸກໆລາຍລະອຽດເພື່ອຮັກສາຜົນງານສິລະປະຂອງຕົນເອງ, ການເປັນນັກເລົ່າເລື່ອງທີ່ມີອາລົມຕະຫຼົກ ແລະ ສອດແຊກຄວາມໝາຍທາງສັນຍາລັກໄດ້ຢ່າງແນບນຽນ ແລະ ທ້າຍທີ່ສຸດແມ່ນ ການເປັນສິລະປິນທີ່ໃສ່ຄວາມເປັນຕົວຕົນລົງໄປໃນຜົນງານ ລວມທັງໃນລາຍລະອຽດເລັກໆນ້ອຍໆ ຄື ເຂົ້າຈີ່ທີ່ອົບເອງ, ທັງໝົດນີ້ເປັນມິຕິຂອງ “ນາງໂຊວ໌” ທີ່ ເທເລີ ນຳສະເໜີໄດ້ຢ່າງໜ້າປະທັບໃຈ.

          ອ່ານຕື່ມ:  "ກ້າເປັນຄົນເກັ່ງ ແລະ ບໍ່ຢ້ານທີ່ຈະຖືກຊັງ" ຖອດບົດຮຽນຈາກສິລະປິນສາວ Taylor Swift

          ທຸກຄົນເດ ຫຼັງຈາກເບິ່ງເອັມວີເພງ The Fate of Ophelia ຂອງ ເທເລີ ສະວິຟ ແລ້ວ ມີຄວາມຄິດເຫັນແນວໃດ ຢ່າລືມຄອມເມັ້ນບອກເຮົາໄດ້.

          ຂຽນໂດຍ
          Chanthasone Insixiangmai -

          ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

          ບົດຄວາມທີ່ກ່ຽວຂ້ອງ

          ລະ Ophelia ແມ່ນໃຜ? ເປີດທີ່ມາຂອງຊື່ບຸກຄົນຈາກເພງທຳອິດ ໃນອາລະບຳໃໝ່ຂອງ ເທເລີ ສະວິຟ

          ເປີດທີ່ມາຂອງ Ophelia ໃນເພງ “The Fate of Ophelia” ຈາກອາລະບຳໃໝ່ຂອງ Taylor Swift ທີ່ໄດ້ແຮງບັນດານໃຈຈາກຕົວລະຄອນໃນບົດລະຄອນຊື່ດັງຂອງ Shakespear.

          ສະວິຟຕີ້ລໍຖ້າເລີຍ! Taylor Swift ປະກາດອາລະບຳໃໝ່ the Life of a Showgirl

          Taylor Swift ປະກາດອາລະບຳໃໝ່ “The Life of a Showgirl” ຈະວາງຈຳໜ່າຍວັນທີ 3 ຕຸລາ 2025...

          “ກ້າເປັນຄົນເກັ່ງ ແລະ ບໍ່ຢ້ານທີ່ຈະຖືກຊັງ” ຖອດບົດຮຽນຈາກສິລະປິນສາວ Taylor Swift

          Taylor Swift ຖ້າເວົ້າຊື່ນີ້ຂຶ້ນມາ ເຊື່ອວ່າຫຼາຍຄົນຮູ້ຈັກລາວ ບໍ່ວ່າຈະເປັນຈາກຜົນງານເພງທີ່ເປັນກະແສໃນແຕ່ລະອາລະບຳທີ່ປ່ອຍອອກມາ ແລະ ຫຼ້າສຸດກໍຈາກການທົວຄອນເສີດຄັ້ງໃຫຍ່ໃນຊີວິດຂອງລາວ ນັ້ນກໍຄື The Eras Tour ທີ່ຫາກໍຈົບລົງເມື່ອບໍ່ດົນມານີ້....

          ກ່ຽວກັບພວກເຮົາ - About Muan

          ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.