ໜ້າຫຼັກ ສຸກໃຈ It’s Okay the series

ສຸກໃຈ It’s Okay the series

7 ບົດຄວາມ
Muan Watch - ມ່ວນຊວນເບິ່ງ

ຕິດຕາມບົດສະຫຼຸບສຸດທ້າຍໃນ ສຸກໃຈ It’s Okay the series

ສຳລັບ ສຸກໃຈ It’s Okay the series ກໍມາຮອດຕອນສຸດທ້າຍກັນແລ້ວໃນ ຕອນທີ 5: ບໍ່ເປັນຫຍັງທີ່ຈະຮ້ອງໄຫ້ It’s Okay to Cry ແລະ ໃນຕອນນີ້ຈາກການປູເລື່ອງລາວມາຈາກຕອນທີ 4 ທີ່ລຸງເລີດໄດ້ບອກວ່າຈະປິດຮ້ານ ຄາເຟ່ສຸກໃຈ ທັງ ຈີ່ ແລະ ໂນ້...

Muan Watch - ມ່ວນຊວນເບິ່ງ

ທຸກຄວາມຜິດພາດເປັນບົດຮຽນທີ່ດີສະເໝີໃຫ້ກັບເຮົາ ອະດີດບໍ່ສາມາດເອົາມາຕັດສິນຄຸນຄ່າຂອງເຮົາໃນປັດຈຸບັນໄດ້

ເນື້ອເລື່ອງແມ່ນໄດ້ເວົ້າເຖິງເລື່ອງຂອງໂນ້ ແລະ ດາ. ທັງສອງໄດ້ເປັນໝູ່ສະໄໝຮຽນມັດທະຍົມ ແລະ ຮຽນຫ້ອງດຽວກັນ. ຕອນນີ້ໄດ້ດຳເນີນດ້ວຍການຍ້ອນເວລາກັບໄປ-ກັບມາ, ເຮັດໃຫ້ເຫັນທັງເລື່ອງລາວອະດີດ ແລະ ປັດຈຸບັນທີ່ເປັນຢູ່ຂອງທັງສອງຄົນທີ່ຍັງມີເລື່ອງຕິດຄ້າງໃນໃຈທີ່ຕ້ອງການທີ່ຈະສະສາງມັນອອກໄປ. ພາບໄດ້ຕັດຍ້ອນກັບໄປໃຫ້ເຫັນພາບຕອນມັດທະຍົມ, ດາ ຜູ້ທີ່ມີພອນສະຫວັນໃນການຮ້ອງເພງ ແລະ ມີຄວາມໂດດເດັ່ນຈົນໃຜໆກໍຢາກທຳຄວາມຮູ້ຈັກ. ດາ ມີຄວາມຮູ້ສຶກພິເສດກັບ ເຕ້ ໜຸ່ມສຸດຮັອດປະຈຳຫ້ອງທີ່ທັງຮຽນເກັ່ງ, ຫຼິ້ນກິລາເດັ່ນ, ໜ້າຕາດີ. ແຕ່ເຕ້ກຳລັງຈະຍ້າຍໄປຢູ່ຕ່າງປະເທດກັບພໍ່ແມ່ກໍເລີຍຈະຈັດປາຕີ້ອຳລາກັບໝູ່ເພື່ອນ. ໂນ້...

Muan Watch - ມ່ວນຊວນເບິ່ງ

ບໍ່ເປັນຫຍັງທີ່ເຈົ້າຈະຂໍຄວາມຊ່ວຍເຫຼືອຈາກຄົນອື່ນ ໃຫ້ກຳລັງໃຈປ້າຈັນໃນ ສຸກໃຈ It’s Okay the series

ຕອນທີ 3: ບໍ່ເປັນຫຍັງທີ່ຈະຂໍຄວາມຊ່ວຍເຫຼືອ It’s Okay to Ask for Help ໃນ ສຸກໃຈ It’s Okay the series ເຊິ່ງຕອນນີ້ໄດ້ເວົ້າເຖິງເລື່ອງລາວຂອງ ປ້າຈັນ ຍິງສູງອາຍຸປະມານ 50 ປີ, ມີອາຊີບຫຍິບເຄື່ອງຢູ່ບ້ານທີ່ມີອາການແປກໆ, ມັກລົມຄົນດຽວຈົນເຮັດໃຫ້ ຈີ່ກັບໂນ້ເກີດອາການງົງ ແລະ ເກີດຄວາມຮູ້ສຶກຢ້ານເພາະຄິດວ່າປ້ານັ້ນລົມກັບສິ່ງລີ້ລັບຢູ່....

Muan Watch - ມ່ວນຊວນເບິ່ງ

ຮັບຟັງຄວາມຮູ້ສຶກ, ຮຽນຮູ້ ແລະ ເຂົ້າໃຈໂດຍທີ່ບໍ່ຕັດສິນຄົນເປັນໂລກຊຶມເສົ້າ ເພາະການທີ່ຍິ້ມຢູ່ບໍ່ໄດ້ໝາຍຄວາມວ່າຈິດໃຈຂອງພວກເຂົາສະບາຍດີ

ຕອນທີ 2 ທີ່ມີຊື່ວ່າ: ບໍ່ເປັນຫຍັງທີ່ຈະຮູ້ສຶກບໍ່ໂອເຄ It’s Okay to Not Be Okay ໃນ ສຸກໃຈ It’s Okay the series, ຕອນນີ້ກໍມີປະເດັນທີ່ໜ້າສົນໃຈອີກແລ້ວນັ້ນກໍຄືບັນຫາສຸຂະພາບຈິດ “Depression ຫຼື ໂລກຊຶມເສົ້າ” ເຊິ່ງເລື່ອງລາວໄດ້ເລົ່າມາໃນບັນຫາທີ່ກ່ຽວຂ້ອງກັບຄວາມບໍ່ເຂົ້າໃຈໃນຄອບຄົວ ແລະ ເລື່ອງຄວາມກົດດັນທາງດ້ານການຮຽນ. ຕອນນີ້ແມ່ນໄດ້ເລົ່າກ່ຽວກັບສຶກສາສາວທີ່ມີຊື່ວ່າ...

Muan Watch - ມ່ວນຊວນເບິ່ງ

ເລືອກເປັນຕົວເອງໃນທຸກພື້ນທີ່ ການເປັນຕົວເອງຕ້ອງໃຊ້ຄວາມກ້າມັນບໍ່ແມ່ນເລື່ອງງ່າຍທີ່ຈະກ້າຍອມຮັບ ແລະ ຂ້າມຜ່ານ

ໃນຕອນທຳອິດນີ້ມີປະເດັນທີ່ໜ້າສົນໃຈຢູ່ຫຼາຍຢ່າງ ແລະ ຮູ້ສຶກວ່າເປັນສິ່ງທີ່ຢູ່ໃນສັງຄົມທີ່ຄົນຍັງບໍ່ຮັບຮູ້ ແລະ ບໍ່ເປີດໃຈກ່ຽວກັບຄວາມຫຼາກຫຼາຍທາງເພດ, ບໍ່ຮູ້ວ່າສິ່ງທີ່ເປັນນີ້ແມ່ນແນວໃດກັນແທ້ຈຶ່ງກໍ່ໃຫ້ເກີດຄວາມສັບສົນໃຫ້ກັບຕົວເອງຢ່າງຕົວລະຄອນຫຼັກໃນຕອນນີ້ກໍຄື “ນວນ”. ເລື່ອງໄດ້ເລີ່ມຈາກ ໂນ້ ພະນັກງານຮ້ານກາແຟ ສຸກໃຈ ທີ່ໄດ້ມາຂໍຄຳປຶກສາໃນເລື່ອງຂອງໝູ່ລາວທີ່ມີບັນຫາໃຫ້ຊ່ວຍແນະນຳໂດຍຄົນທີ່ ໂນ້ ໄດ້ຂໍຄວາມຊ່ວຍເຫຼືອແມ່ນ ຈີ່ ເຊິ່ງເປັນຫົວໜ້າ ຫຼື ເຈົ້າຂອງຮ້ານກາແຟທີ່ຕົວເອງກຳລັງເຮັດວຽກຢູ່. ຈີ່ ກໍ່ໄດ້ເລົ່າກໍລະນີຕົວຢ່າງຂອງໝູ່ລາວໃຫ້ໂນ້ຟັງ, ເຊິ່ງໝູ່ຄົນນີ້ມີຊື່ວ່າ “ນວນ” ເດັກໜຸ່ມຕ່າງແຂວງທີ່ຈາກບ້ານເຂົ້າມາຮຽນວິທະຍາໄລຢູ່ໃນເມືອງຫຼວງ....

The Interview

ຈີນ່າ ແຊຣ໌ປະສົບການຕິດຢູ່ໃນບົດບາດທີ່ສະແດງ ຕົວລະຄອນ ເນດ ໃນສຸກໃຈ It’s Okay the series

ມື້ນີ້ມ່ວນຈະພາມາຮູ້ຈັກກັນໃຫ້ຫຼາຍຂຶ້ນກັບນັກສະແດງສາວ “ທິດາວັນ ອຸດົມວິໄລ ຫຼື ຈີນ່າ” ປັດຈຸບັນ ອາຍຸ 23 ປີ, ຮັບບົດເປັນ ເນດ ໃນເລື່ອງ ສຸກໃຈ It’s Okay the series. ຈີນ່າ ຖືວ່າເປັນອີກຄົນໜຶ່ງທີ່ມີຄວາມສາມາດຫຼາກຫຼາຍເພາະລາວເປັນທັງນັກສະແດງ, ນັກຮ້ອງປະຈຳຮ້ານ Berlin, ພາສາລາວ,ໂກດັງ ແລະ...

The Interview

ທຸກຄວາມລົ້ມເຫຼວຄືສ່ວນປະສົມຂອງຄວາມສຳເລັດ ນັດດາ ເລົ່າບັນຫາສຸຂະພາບຈິດຜ່ານຕົວລະຄອນໃນ ສຸກໃຈ It’s Okay the series

ຫຼາຍໆຄົນຄົງຄຸ້ນເຄຍ ແລະ ຕ້ອງເຄີຍໄດ້ຟັງເພງຂອງນັກຮ້ອງສາວຄົນນີ້ “ນັດດາວ ທອນບັນດິດ”(Nutdao Thonebundit), ປັດຈຸບັນອາຍຸ 22 ປີ, ແຕ່ທຸກຄົນຮູ້ບໍ່ວ່າລາວບໍ່ໄດ້ພຽງແຕ່ຮ້ອງເພງ, ແຕ່ຍັງມີອາຊີບເປັນແມ່ຄ້ານຳອີກ, ຖືວ່າເປັນຄົນທີ່ບໍ່ເຄີຍຢຸດພັກ ແລະ ເຮັດຫຍັງຫຼາຍຢ່າງອີຫຼີ່. ອີກບົດບາດໜຶ່ງທີ່ບໍ່ເວົ້າເຖິງເລີຍແມ່ນບໍ່ໄດ້, ເພາະເປັນປະເດັນຫຼັກທີ່ມ່ວນຈະເລົ່າໃຫ້ຟັງສຳລັບມື້ນີ້ກໍຄື ການເປັນໜຶ່ງໃນນັກສະແດງ ສຸກໃຈ It’s Okay the series ຂອງນັດດາວ, ເຊິ່ງມັນໄດ້ມີຄວາມທ້າທາຍຫຼາຍເພາະໄດ້ຮັບບົດເປັນຄົນທີ່ມີສະພາວະອາການຂອງ ”Panic...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.