ເຈົ້າເຄີຍຄິດບໍ່ວ່າອາຍຸ 22 ປີ ຈະສາມາດເຮັດຫຍັງໄດ້ຫຼາຍປານໃດ? ມາຮູ້ຈັກກັບ ຕ້າ – ກິນດາວອນ ຂັນຕີ ໄວໜຸ່ມທີ່ເຮັດສິ່ງທີ່ໂຕເອງມັກ ແລະ ຫຼົງໃຫຼ ຜ່ານການສະແດງ, ການຂຽນເພງ ແລະ ສິລະປະ! ບໍ່ພຽງແຕ່ເທົ່ານັ້ນ, ລາວຍັງເປັນໄວໜຸ່ມທີ່ກ້າທີ່ຈະທ້າທາຍຕົນເອງໃນທຸກບົດບາດ ແລະ ສ້າງແຮງບັນດານໃຈໃຫ້ເຮົາຮູ້ສຶກຕາມວ່າ: ຖ້າລາວເຮັດໄດ້, ເຮົາກໍເຮັດໄດ້ຄືກັນ! ຕ້າ...
ຄິງຄອງ ລັດຖະກອນຫນຸ່ມຜູ້ມີສະເໜ່ ພ້ອມຄວາມຝັນທີ່ຈະກ້າວສູ່ເສັ້ນທາງນາຍແບບ ດ້ວຍຄວາມເຊື່ອມັ່ນໃນຕົວເອງ ແລະ ພ້ອມທີ່ຈະພັດທະນາໃນວົງການນາຍແບບ.
“ຖ້າເຮົາຕ້ອງຈາກລາ ວັນສຸດທ້າຍເຮົາຈະຍິ້ມໃຫ້ກັນບໍ່” ກັບເອັມວີເພງ:ບົດສຸດທ້າຍຜົນງານໃໝ່ລ່າສຸດຂອງ ສິລະປິນລາວThinalamphone ທີ່ໄດ້ແຣັປເປີຮ້ອນແຮງທີ່ໃນຫຼວງພະບາງຂະໜະນີ້ຢ່າງ PHOENIX BOIIi ມາຟີດນຳ ດ້ວຍຕົົວເພງມາໃນແນວ R&B ມູດເສົ້າພ້ອມກັບທຳນອງເພງທີ່ຊ້າ ແລະ ຄ້ອຍຕາມຂອງ Thinalamphone ປະສົມປະສານກັນຢ່າງລົງໂຕກັບການແຣັປທີ່ເປັນເອກະລັກຂອງ PHOENIX BOII ຈົນເກີດເປັນຜົນງານທີ່ເຮົາເຫັນໃນ MV ເພງ”ບົດສຸດທ້າຍ” ຊື່ເຖິງຄວາມໝາຍຂອງການຈາກລາແບບຕົງໄປຕົງມາບວກກັບດົນຕີຊ້າແບບເລິກເຊິງທີ່ສອດແຊກສຽງທີ່ອິນອ້ອຍຂອງໄວໂອວິນເຂົ້າໄປ, ໃຫ້ຜູ້ຊົມຄືເຮົາໄດ້ອິນໄປຕາມ....
ເລື່ອງຂອງຄວາມສຳພັນ ເປັນເລື່ອງທີ່ຊັບຊ້ອນ, ເພາະຮູບແບບຂອງຄວາມສຳພັນ ນອກຈາກຈະຮັກກັນແລະຄົບກັນເປັນແຟນ ກໍຍັງມີອີກຫຼາກຫຼາຍຮູບແບບ, ບາງແບບກໍອາດຈະບໍ່ໄດ້ເປັນແຟນກັນ ແຕ່ມີຄວາມສຳພັນທີ່ເລິກເຊິ່ງນຳກັນ, ບາງຄົນກໍອາດຈະຮັກກັນ ຫຼື ຮັກຝ່າຍດຽວ ແຕ່ມີຮູບແບບຄວາມສຳພັນອີກແບບອື່ນ, ສະນັ້ນ ມື້ນີ້ມ່ວນຈະມາທຸກຄົນມາຮູ້ຈັກກັບ 5 ຮູບແບບຄວາມສຳພັນແປກໆ ທີ່ທຸກຄົນອາດຈະບໍ່ເຄີຍໄດ້ຍິນ ຫຼື ເຄີຍໄດ້ຍິນມາກ່ອນແລ້ວ. 1. ແອບແຊັບ (Stashing) ປັນຄວາມສຳພັນທີ່ໄດ້ຮັບຄວາມນິຍົມຫຼາຍໃນໝູ່ໄວລຸ້ນຍຸກນີ້ ໂດຍເລີ່ມຈາກການລົມກັນ,...
ກ້າທີ່ຈະເປັນໂຕເອງ ແລະ ທີ່ບໍ່ໄດ້ສ້າງຜົນກະທົບດ້ານລົບຕໍ່ຄົນອື່ນ “ດອນ” ກັບບົດ “ນວນ” ໃນ ສຸກໃຈ It’s Okay the seriesຄັ້ງທຳອິດຂອງຊີຣີສ໌ລາວທີ່ນຳສະເໜີຄວາມຫຼາກຫຼາຍທາງເພດໃນປະເດັນຄວາມເປັນ Nonbinary. ເມື່ອອາທິດກ່ອນ ພວກເຮົາໄດ້ພາທຸກຄົນໄປເບິ່ງ ສຸກໃຈ It’s Okay the Series ຕອນທີ 1 “ບໍ່ເປັນຫຍັງທີ່ຈະເປັນຕົວເອງ”...
ຜົນງານເພງຫຼ້າສຸດຂອງ ຕີ໋ ອຸດາໄລ ທີ່ຫາກໍປ່ອຍອອກມາເມື່ອບໍ່ດົນມານີ້, ນອກຈາກເພງເອງທີ່ເປັນລາຍເຊັນຂອງສິລະປິນຊື່ດັງຜູ້ນີ້ ກໍຍັງມີນັກສະແດງໄວລຸ້ນທີ່ເປັນທີ່ຮູ້ຈັກຈາກການເປັນກະແສໃນຕິກຕັອກ ນັ້ນກໍຄື ຈິມມີ້. ນ້ອງໃໝ່ຄົນນີ້ອາຍຸພຽງ 15 ປີເທົ່ານັ້ນ ແຕ່ດ້ວຍຄວາມມີສະເໜ່ ແລະ ໜ້າຮັກ ຈຶ່ງເຮັດໃຫ້ລາວໄດ້ມີໂອກາດເຂົ້າສູ່ໂລກຂອງການສະແດງ. ທີມມ່ວນ ກໍບໍ່ລໍຊ້າໄປຊອກໄປຄົ້ນໄປຕາມຫາວ່ານ້ອງແມ່ນໃຜ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກນ້ອງໃຫ້ຫຼາຍຂຶ້ນ. ຈິມມີ້ ເປັນທີ່ຮູ້ຈັກຈາກການທີ່ລາວໄປຕັດຜົມ ແລ້ວທາງຮ້ານຕັດຜົມໄດ້ໂພສວິດີໂອລົງໃນຕິກຕັອກ ແລະ ອີກໜຶ່ງວິດີໂອແມ່ນເປັນວິດີໂອທີ່ລາວໄດ້ເສີບອາຫານໃຫ້ກັບແຂກຢູ່ທີ່ຮ້ານແຫ່ງໜຶ່ງໃນເຂດສີຫອມ....
ໃຜທີ່ໄດ້ເບິ່ງເອັມວີເພງ Trust Issues ຂອງ Imel ແລ້ວນັ້ນກໍຕ້ອງຮູ້ສຶກສົງໄສ ແລະ ຢາກຮູ້ວ່າພະເອກເອັມວີວ່າລາວແມ່ນໃຜ? ຄືມາຫຼໍ່ໜ້າຮັກ ແລະ ຍິ້ມຫວານແທ້. ມື້ນີ້ມ່ວນກໍບໍ່ລໍຊ້າຮີບໄປຊອກຫາ ແລະ ນຳລາວມາໃຫ້ທຸກຄົນໄດ້ທຳຄວາມຮູ້ຈັກກັນເລີຍ. ສຸກສະຫວັນ ວິບູນສັກ ມີຊື່ຫຼີ້ນວ່າ ໂຈບີ້ ປັດຈຸບັນອາຍຸ 23 ປີ. ບຸກຄະລິກພາຍນອກຂອງລາວເປັນຄົນບໍ່ຄ່ອຍປາກງຽບຂຶມ, ແຕ່ຖ້າໃຜທີ່ໄດ້ມີໂອກາດຮູ້ຈັກລາວຫຼາຍຂຶ້ນກໍຈະເປັນຄົນກວນໆ...
ເຊື່ອວ່າຄົນລາວບໍ່ໜ້ອຍທີ່ເປັນແຟນຄລັບຂອງຊ່ອງ Mission to the Moon ໂດຍສະເພາະສາຍນັກທຸລະກິດ ແລະ ຄົນເຮັດວຽກ ລວມໄປເຖິງແຟນຄລັບຂອງເຄື່ອງສຳອາງ ສີຈັນ ທີ່ເປັນທີ່ນິຍົມມາດົນນານ. ສິ່ງທີ່ຕ້ອງໃສ່ໃຈໃນຈຸດເລີ່ມຕົ້ນ ກ່ຽວກັບ ການນຳແບຣນດ໌ອອກສູ່ສາກົນ ຫຼື ແມ້ນແຕ່ອອກສູ່ອາຊຽນນຳກັນເອງ. ການສ້າງນະໂຍບາຍສະຫວັດດິການພາຍໃນອົງກອນເພື່ອໃຫ້ຄົນເຮັດວຽກອອກມາດີ. ຄົນກຳລັງໃຫ້ຄວາມສົນໃຈກັບປະເດັນໃດໃນໄລຍະນີ້ ໃນຊ່ອງຂອງ Mission To The Moon....
ມື້ນີ້ມ່ວນຈະພາມາຮູ້ຈັກກັບເຈົ້າຂອງເຟສບຸກເພຈ SNAE DESIGN ແລະ SNAE HISTORY ໃຫ້ຫຼາຍຂຶ້ນ, ເພາະລາວຜູ້ນີ້ເປັນຜູ້ສ້າງສັນຜົນງານຈາກເລື່ອງລາວປະຫວັດສາດໃນອະດີດ, ການຄົ້ນຫາຄວາມໝາຍໃນການອອກແບບ. ຖືວ່າເປັນບຸກຄົນທີ່ໜ້າສົນໃຈ ແລະ ໜ້າຕິດຕາມກ່ຽວກັບແຮງບັນດານໃຈຜູ້ທີ່ມີຄວາມຮັກໃນການຄົ້ນຄວ້າປະຫວັດສາດລາວ. ສະບາຍດີ, ກ່ອນອຶ່ນຂໍຂອບໃຈທາງທີມງານມ່ວນທີ່ສົນໃຈຜົນງານ ແລະ ໃຫ້ກຽດສຳພາດຂ້ອຍ. ຂ້ອຍເອງຊື່ ທ້າວ ວິລະ ພູ່ນວົງສາ ອາຍຸ 27 ຍ່າງເຂົ້າ...