ບາງຄູ່ຮັກທີ່ຄົບກັນດົນໆ ເມື່ອເວລາຜ່ານໄປ ອາດຈະເຮັດໃຫ້ມີການເສີຍຊາຕໍ່ກັນຫຼາຍຂຶ້ນ ຫຼື ຮູ້ຈັກກັນຫຼາຍເກີນໄປຈົນເຮັດໃຫ້ຄວາມສຳພັນຂອງຊີວິດຄູ່ບໍ່ມີຄວາມຕື່ນເຕັ້ນຄືແຕ່ກ່ອນແລ້ວ. ເມື່ອຄວາມຮັກທີ່ເຄີຍຫວານແຫວວ ກາຍເປັນຄວາມໜ້າເບື່ອ… ເອີ້ນວ່າ “ ຄວາມຮັກເຖິງຈຸດອິ່ມຕົວ ” ມື້ນີ້ເຮົາມາອ່ານ 4 ສັນຍານເຕືອນວ່າຄວາມຮັກເຮົານັ້ນມາຮອດຈຸດອິ່ມຕົວແລ້ວ ຫຼື ຍັງ? ມາເບິ່ງນຳກັນ ເພື່ອທີ່ຈະແກ້ໄຂກ່ອນຊ້າເກີນໄປ. 1. ຄວາມຮູ້ສຶກທີ່ມີຕໍ່ກັນບໍ່ຄືເກົ່າ ແມ່ນຢູ່ວ່າເມື່ອຄົນທີ່ຄົບກັນມາດົນຄວາມຕື່ນເຕັ້ນກໍຫຼຸດລົງ ແຕ່ກໍບໍ່ແມ່ນວ່າຈະບໍ່ມີເລີຍ. ຍັງຈື່ຄວາມຮູ້ສຶກຕອນທີ່ຕອນທີ່ຈີບກັນໃໝ່ໆໄດ້ບໍ່?...
ຄວາມຮັກທີ່ດີມັກມາພ້ອມກັບນໍ້າໜັກທີ່ເພີ່ມຂຶ້ນ ທຸກຄົນສັງເກດບໍ່ວ່າ ໃຜກໍຕາມທີ່ກຳລັງຕົກຫຼຸມຮັກຈົນອອກມາບໍ່ໄດ້ມີທ່າອ່ຽງທີຈະນໍ້າໜັກຂຶ້ນໂດຍບໍ່ຮູ້ໂຕ. ງານວິໄຈຂອງ National Center of Biotechnology ເຜີຍວ່າ, ສາເຫດທີ່ເຮັດໃຫ້ເປັນແບບນັ້ນກໍຍ້ອນ ‘ຄວາມສຸກ ແລະ ຄວາມສະບາຍໃຈ ທີ່ພວກເຂົາໄດ້ຮັບຈາກຄວາມສຳພັນ, ພວກເຂົາຮູ້ສຶກດີກັບຄວາມສຳພັນ, ຮູ້ສຶກໝັ້ນຄົງ ແລະ ມີຄວາມສຸກທີ່ຈະກ້າວຕໍ່ໄປກັບຄົນຂອງໃຈ. ການມີຄວາມຮັກທີ່ຫມັ້ນຄົງສົ່ງຜົນໃຫ້ຄິດວ່າ, ບໍ່ຕ້ອງດູແລໂຕເອງໃຫ້ດີປານນັ້ນກໍໄດ້ ເພາະຕອນທີ່ໂສດ, ຄົນສ່ວນຫຼາຍມັກຈະພະຍາຍາມເຮັດໃຫ້ຕົນເອງດູດີຕະຫຼອດເວລາ. ແລ້ວຄູ່ຮັກຫຼາຍຄູ່ກໍມັກຊວນກັນໄປຫາຫຍັງກິນ,...
ແທ້ ຫຼື ບໍ່? ຜູ້ຍິງເກັບຄວາມລັບໄວ້ໄດ້ບໍ່ຄ່ອຍຢູ່ ແລະ ມັກຈະບອກຄົນອື່ນເມື່ອກາຍເວລາປະມານ 48 ຊົ່ວໂມງ. ນັກວິໄຈ ໄດ້ທົດລອງເອົາຜູ້ຍິງ 3,000 ຄົນ ໃນຊ່ວງອາຍຸ 18-65 ປີ ມາທົດສອບກ່ຽວກັບການເກັບຄວາມລັບ, ແລ້ວຜົນປາກົດວ່າ 4 ສ່ວນໃນ 10 ບໍ່ສາມາດເກັບຄວາມລັບໄວ້ໄດ້ເລີຍ ບໍ່ວ່າຄວາມລັບນັ້ນຈະເປັນເລື່ອງສ່ວນໂຕປານໃດກໍຕາມ. ຫຼາຍກວ່າເຄິ່ງຍອມຮັບວ່າ,...
ຍຸກນີ້ການຫາແຟນຂອງໄວລຸ້ນມັກຈະເກີດຂຶ້ນໃນໂລກອອນລາຍຢູ່ສະເໝີ, ບໍ່ຈໍາເປັນຕ້ອງອອກໄປໄສກໍສາມາດສ່ອງຜູ້ນັ້ນຜູ້ນີ້ ຖືກໃຈແລ້ວທັກໄປຈີບເລີຍ! ແຕ່ກໍຍັງມີຫຼາຍໆຄົນທີ່ທັກແຊັດໄປແລ້ວກໍບໍ່ໄດ້ຜົນຈັກເທື່ອ ມັນອາດເປັນແນວນັ້ນຍ້ອນເຈົ້າໃຊ້ 10 ຄໍາເຫຼົ່ານີ້ບໍ? ເພາະສິບຄໍາດັ່ງກ່າວທີ່ມັກເຮັດໃຫ້ອີກຝ່າຍບໍ່ຢາກຕອບ ຫຼື ບໍ່ຢາກສົນທະນາກັບເຮົາພັດເປັນຄໍາທີ່ຄົນສ່ວນໃຫຍ່ມັກໃຊ້ຕະຫຼອດ! ແລະ ນີ້ຄື 10 ຄໍາທີ່ຫ້າມໃຊ້ຖ້າຢາກໃຫ້ເຂົາຕອບ 1. ທັກໆ, ທັກເດີ້ 2. ສະບາຍດີ, ບາຍດີ, ດີໆ 3. ເພິ່ນຊື່ຫຍັງ...
ເຮົາຈະສາມາດໃຫ້ອະໄພຄົນທີ່ນອກໃຈເຮົາໄດ້ແທ້ບໍ? ແນ່ນອນວ່າເວລາທີ່ເຮົາຖືກຄົນທີ່ເຮົາຮັກນອກໃຈເຮົາກໍຕ້ອງຮູ້ສຶກໃຈຮ່້າຍ, ຜິດຫວັງ ແລະ ເສຍໃຈຢູ່ແລ້ວ. ແຕ່ມັນກໍຢູ່ທີ່ເຮົາແລ້ວວ່າຈະໃຫ້ອະໄພເຂົາ ຫຼື ຈົບຄວາມສໍາພັນເພື່ອຕົວເຮົາເອງ? ອີງຕາມຂໍ້ມູນສະຖິຕິຈາກ Newsweek ໂດຍສະເລ່ຍແລ້ວຄົນເຮົານັ້ນມີໂອກາດທີ່ຈະນອກໃຈແຟນເຖິງ 35-40% ເຊິ່ງຖືວ່າເປັນຕົວເລກທີ່ສູງພໍສົມຄວນ. ການນອກໃຈສາມາດເກີດຈາກຫຼາຍໆເຫດຜົນຄື: ຄວາມບໍ່ພໍໃນໃນຄວາມສໍາພັນ, ຄວາມເຈົ້າຊູ້ຂອງເຈົ້າຂອງເອງ, ຄວາມຕ້ອງການທາງເພດທີ່ສູງ, ຄົນຮັກບໍ່ສາມາ່ຕອບສະໜອງເລື່ອງເທິງຕຽງໄດ້ ແລະ ອື່ນໆ. ບໍ່ວ່າຈະຍ້ອນເຫດຜົນໃດກໍຖືວ່ານອກໃຈຢູ່ດີ. ກ່ອນທີ່ເຮົາຈະຕັດສິນໃຈວ່າຄວນໃຫ້ອະໄພ ຫຼື...
‘‘ອີຫຍັງທີ່ບໍ່ຢາກເຮັດ ກໍບໍ່ຈຳເປັນຕ້ອງຝືນເຮັດ’’ ປະໂຫຍກນີ້ເຮົາມັກຈະໄດ້ຍິນຄຳແນະນຳໃນການໃຊ້ຊີວິດຫຼາຍຄັ້ງ ເຊິ່ງມັນມີທັງສ່ວນຖືກ ແລະ ບໍ່ຖືກ. ໃນໂລກແຫ່ງຄວາມເປັນຈິງແລ້ວການທີ່ເຮົາເລືອກທີ່ຈະບໍ່ຝືນທົນໃນສິ່ງທີ່ບໍ່ຢາກເຮັດນັ້ນ ເປັນສິ່ງທີ່ເປັນໄປບໍ່ໄດ້ທັງໝົດ ເພາະການທີ່ເຮົາຝືນເຮັດບາງຢ່າງມັນອາດຈະເປັນຜົນດີຕໍ່ເຮົາຫຼາຍກໍໄດ້. ແຕ່ກໍມີຫຼາຍຄົນທີ່ຮູ້ສຶກບໍ່ຢາກເຮັດສິ່ງໃດສິ່ງໃດໜຶ່ງ ບໍ່ແມ່ນວ່າຍ້ອນເຮົາຂີ້ຄ້ານ, ໝົດໄຟ ຫຼື ອີຫຍັງກໍຕາມ ແຕ່ ເຫດຜົນງ່າຍໆກໍຄືຕັ້ງບໍ່ຢາກເຮັດນິລະ! ບໍ່ວ່າຈະເປັນເຮັດວຽກບ້ານ,ອານະໄມເຮືອນ, ອອກກຳລັງກາຍ, ອອກໄປສັງສັນ ແລະ ເຮັດວຽກ. ເຊິ່ງມ່ວນກໍມີ 4...
ການທີ່ຄົນເຮົາຢາກຮູ້ຢາກເຫັນນັ້ນເປັນເລື່ອງປົກກະຕິ ເພາະມັນຄືທຳມະຊາດຂອງມະນຸດ ໂດຍສະເພາະຄົນທີ່ເຮົາສົນໃຈ, ຊື່ນຊົມ ແລະ ຢາກຕິດຕາມຊີວິດການເປັນຢູ່ຂອງເຂົາເຈົ້າ. ແຕ່ກໍຍັງມີອີກດ້ານໜຶ່ງທີ່ຄົນເຮົາເຮັດໃນສິ່ງດຽວກັນແຕ່ຄວາມຮູ້ສຶກຕ່າງກັນ ກໍຄືການສ່ອງຕາມຕິດຊີວິດຂອງຄົນທີ່ຕົວເອງບໍ່ມັກ! ຕ້ອງຂໍບອກກ່ອນວ່າມັນບໍ່ແມ່ນເລື່ອງແປກຫຍັງໃນໂລກອອນລາຍ ເຊັ່ນດຽວກັບໂລກແຫ່ງຄວາມເປັນຈິງ ແຕ່ປະຕິເສດບໍ່ໄດ້ເລີຍວ່າ: ທຸກຄຳເວົ້າ, ຄອມເມັ້ນ ແລະ ຮູບພາບຕ່າງໆຈະຖືກໃຈເຮົາໄປໝົດທຸກຢ່າງກໍບໍ່ແມ່ນທັງໝົດ. ເຖິງເຂົາເຈົ້າຈະບໍ່ໄດ້ເຮັດຫຍັງໃຫ້ເຮົາກໍຕາມແຕ່ເຮົາກໍຍັງຮູ້ສຶກຄັນແຂ້ວ, ຄັນປາກຢາກເຮັດຫຍັງບາງຢ່າງ ຫຼື ເວົ້າງ່າຍໆວ່າຊັງຂີ້ໜ້າແບບບໍ່ມີເຫດຜົນ. ຈຶ່ງເກີດພຶດຕິກຳເຮັດໃຫ້ເຮົາມັກທີ່ຈະສ່ອງຕາມຕິດຊີວິດຂອງຄົນນັ້ນຜ່ານທາງໂຊຊຽວມີເດຍຢູ່ສະເໝີ. ເຖິງວ່າແນວໃດກໍຕາມການສ່ອງໂຊຊຽວຄົນທີ່ບໍ່ມັກນັ້ນເບິ່ງຄືສິບໍ່ໄດ້ຮ້າຍແຮງຫຍັງ ແຕ່ເຮົາຕ້ອງແຍກໃຫ້ອອກລະຫວ່າງການສ່ອງຫງຽບໆແບບປົກກະຕິກັບການສ່ອງເພື່ອສະແດງຄວາມຊັງ, ບູລີ...
“ຄົບກັນຊ່ວງທໍາອິດກໍຫວານກັນເປັນເລື່ອງທໍາມະດາ, ລອງຄົບກັນດົນໆເບິ່ງແມະ…” ຄໍາເວົ້າລັກສະນະນີ້ເຮົາມັກຈະເຫັນໃຜຈັກຄົນຄອມເມັ້ນໃນໂພສຂອງດາລາ ຫຼື ຄົນດັງທີ່ກໍາລັງມີຄວາມສຸກກັບແຟນຢູ່ຕະຫຼອດ ແລະ ເຮົາກໍປະຕິເສດບໍ່ໄດ້ເລີຍວ່າບາງຄູ່ກໍໝົດໂປຣໂມຊັ່ນໄວອີ່ຫຼີ… ແຕ່ການໝົດໂປຣມັນກໍບໍ່ໄດ້ໝາຍຄວາມວ່າພວກເຂົາຈະເລີກກັນສະເໝີໄປ. ຄູ່ຮັກຫຼາຍຄູ່ເລີກກັນໃນເວລາສັ້ນໆ, ບາງຄູ່ເລີກກັນຫຼັງຄົບໄດ້ໄລຍະໜຶ່ງ ແລະ ສ່ວນໜ້ອຍທີ່ຈະຮັກກັນດົນນານຈົນແກ່ເຖົ້າ. ຄູ່ທີ່ຢູ່ນໍາກັນດົນປານນັ້ນພວກເຂົາເຮັດໄດ້ແນວໃດ? ຄໍາຕອບແມ່ນພວກເຂົາມີຄວາມອົດທົນ, ເຂົ້າໃຈ ແລະ ຄວາມຜູກພັນກັນຈຶ່ງສາມາດຢູ່ນໍາກັນໄດ້ຫຼາຍກວ່າເຄິ່ງຊີວິດ. ແຕ່ກ່ອນທີ່ເຮົາຈະກ້າວໄປສູ່ຂັ້ນຕອນ ຮັກກັນຈົນແກ່ເຖົ້ານັ້ນ, ແຕ່ລະຄູ່ຕ້ອງໃຊ້ ‘ພາສາຮັກ’ ຂອງຕົວເອງກັບຄົນຮັກຂອງເຮົາໃຫ້ພໍດີພໍພຽງ. ພາສາຮັກນັ້ນປະກອບມີ...
ຢາກມີແຟນ ແຕ່ກະຂີ້ຄ້ານຕອບແຊັດ ແລ້ວຕອນໃດຈະມີແຟນຈັກເທື່ອ? ຫຼາຍຄົນເປັນບໍ່? ຈົ່ມຢູ່ຫັ້ນລະວ່າຢາກມີແຟນ ຢາກມີແຟນ ຢາກເຈິຄົນທີ່ແມ່ນແລ້ວ ແຕ່ພໍຮອດຕອນທີ່ຕ້ອງໄດ້ລົມກັບໃຜບາງຄົນ ແລ້ວຕ້ອງໄດ້ຈອບແຊັດ ຊໍ້າພັດຂີ້ຄ້ານຕອບຊ້ຳ. ແລ້ວຍ້ອນຫຍັງຈຶ່ງເປັນແບບນັ້ນລະ? ມາເບິ່ງກັນວ່າ ບັນຫານີ້ເກີດຂຶ້ນຈາກຫຍັງ ແລະ ຖ້າເຈົ້າຢາກມີຄວາມສຳພັນທີ່ຈິງຈັງ ຈະປັບຕົວແນວໃດດີ. ໃນມຸມຂອງຜູ້ທີ່ຄ້ານຕອບແຊັດນັ້ນ, ການຕອບແຊັດບາງຄັ້ງເຮັດໃຫ້ພວກເຂົາຮູ້ສຶກວ່າເປັນຄືກັບພາລະກິດອັນຍິ່ງໃຫຍ່ ຄືກັບການເຮັດວຽກອັນໜຶ່ງ. ຍິ່ງແຊັດມາຫຼາຍ ຍິ່ງຮູ້ສຶກວ່າຕ້ອງໃຊ້ພະລັງງານສູງໃນການພິມຕອບ. ເຖິງວ່າໃນໃຈຢາກມີແຟນ ແຕ່ການທີ່ຕ້ອງໄດ້ຕອບກັບ...