Tsundoku ເປັນພາສາຍີ່ປຸ່ນທີ່ມີຄວາມໝາຍວ່າການຊື້ປຶ້ມ ແລະ ຕັ້ງເອົາໄວ້ເປັນກອງໂດຍທີ່ບໍ່ອ່ານ(ດອງປຶ້ມໜັງສື) ເຊິ່ງວ່າພຶດຕິກໍານີ້ມັນອາດຈະບໍ່ກ່ຽວກັບອາການທາງຈິດໂດຍກົງກໍໄດ້, ແຕ່ມັນເປັນພຶດຕິກໍາການມີທ່າອ່ຽງທີ່ເກີດຂື້ນໃນຜູ້ທີ່ມັກອ່ານ ຫຼື ການສະສົມປຶ້ມໜັງສື. ແຕ່ໃນບາງກໍລະນີມັນອາດຈະສະແດງໃຫ້ເຫັນເຖິງການຈັດການເວລາ ຫຼື ການວາງແຜນຊີວິດທີ່ຍັງບໍ່ທັນສົມດຸນ. ແນວໃດກໍຕາມຖ້າການສະສົມປຶ້ມໂດຍບໍ່ໄດ້ອ່ານມັນເລີ່ມສົ່ງຜົນກະທົບທາງດ້ານລົບຕໍ່ຊີວິດປະຈໍາວັນເຊັ່ນ: ການເຮັດໃຫ້ເຈົ້າຮູ້ສຶກເຄັ່ງຄຽດບໍ່ພໍໃຈເມື່ອບໍ່ມີເວລາອ່ານປຶ້ມ ຫຼື ການຊື້ປຶ້ມຫຼາຍເກີນໄປເຮັດໃຫ້ເກີດບັນຫາທາງດ້ານການເງິນ. ຖ້າຫາກວ່າມັນເປັນບັນຫາແລ້ວນັ້ນ, ເຈົ້າຄວນຕ້ອງພິຈາລະນາເພື່ອປັບພຶດຕິກໍານີ້ໄດ້ແລ້ວ ແລະ ມື້ນີ້ມ່ວນເລີຍນຳສິ່ງທີ່ຈະເຮັດໃຫ້ເຮົາຢຸດພຶດຕິກໍາ “Tsundoku ຫຼື ການດອງປຶ້ມໜັງສື” ມາແຊຣ໌ໃຫ້ທຸກຄົນລອງມາຫາວິທີຈັດການອາການເຫຼົ່ານີ້....