CØYA ຈະພາຜູ້ຟັງໄປສຳຜັດກັບມຸມມືດຂອງຄວາມຮັກ, ຄວາມເຈັບປວດທີ່ເກີດຈາກການຖືກຫັກຫຼັງ ຄວາມສຳພັນທີ່ແຕກຫັກ ແລະ ຖືກຖິ້ມໃນມື້ທີ່ລຳບາກທີ່ສຸດ. ເປັນບົດເພງທີ່ບອກໃຫ້ຮູ້ວ່າຄວາມຮັກທີ່ບໍ່ດີກໍປຽບກັບການຕ້ອງໄດ້ພົບກັບສົງຄາມທີ່ໄດ້ສ້າງຄວາມສູນເສຍ.
ເພງ Waiting ຫຼື ຖຽງນານ້ອຍຄອຍຊາຍ ຈາກ Saluna Ft. CØYA ເປັນເພງທີ່ເວົ້າເຖິງຄວາມຮັກຂອງສາວລາວຄົນໜຶ່ງທີ່ຍັງໝັ້ນຄົງໃນຮັກ ແລະ ຍັງລໍຖ້າຄົນຮັກຂອງລາວເປັນເວລາດົນເຖິງ 3 ປີ, ຢູ່ໃນໃຈຂອງລາວຍັງຄົງຄິດຮອດເວລາທີ່ໄດ້ໃຊ້ຮ່ວມກັນ ແລະ ນຶກເຖິງສັນຍາທີ່ຄົນຮັກໃຫ້ໄວ້. ແນວເພງກໍຈະແມ່ນການຮ້ອງ ແລະ ແຣັບທີ່ຜະສົມສຽງເພງພື້ນເມືອງລາວ ແລະ ຈັງຫວະ EDM. ເຮັດໃຫ້ເພງນັ້ນມີຄວາມແປກໃໝ່ໜ້າສົນໃຈ...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານທີ່ສຸດ. ຍິນຍອມໃຫ້ເຮົາເບິ່ງແຍງປະສົບການຂອງທ່ານບໍ່?