ການແຕ່ງດອງ ເປັນເລື່ອງໃຫຍ່ສຳລັບຫຼາຍໆຄົນ ໂດຍສະເພາະໄວເຮັດວຽກຄືເຮົາທີ່ກຳລັງຈະພາໂຕເອງກ້າວໄປສູ່ອີກບົດໜຶ່ງຂອງຊີວິດ, ເພາະງານແຕ່ງດອງບໍ່ແມ່ນພຽງແຕ່ພິທີທີ່ເຮົາຈັດຂຶ້ນມາເພື່ອໃຫ້ຄົນມາຮ່ວມຍິນດີແລ້ວກິນເຂົ້າກັນເສີຍໆ ແຕ່ມັນເປັນໂມເມັ້ນທີ່ບອກວ່າ ເຮົາ ແລະ ອີກຄົນໜຶ່ງຈະເລືອກຍ່າງໄປນຳກັນແລ້ວເດີ. ສຳລັບຄົນຮຸ່ນໃໝ່, ງານແຕ່ງດອງອາດຈະບໍ່ຕ້ອງຍິ່ງໃຫຍ່ຄືກັບສະໄໝກ່ອນ ແຕ່ມັນຄືການສະເຫຼີມສະຫຼອງຄວາມຮັກໃນແບບຂອງເຮົາເອງ ບໍ່ວ່າຈະຮຽບງ່າຍ ຫຼື ຈັດເຕັມ ມັນເປັນມື້ທີ່ເຮົາບອກກັບໂຕເອງ ກັບຄູ່ຊີວິດ ແລະ ກັບຄົນອ້ອມຂ້າງວ່າ ຄວາມສຳພັນນີ້ມັນພິເສດອີ່ຫຼີ. ນອກຈາກນີ້ ງານແຕ່ງດອງຍັງເປັນຄືກັບຈຸດເລີ່ມຕົ້ນຂອງການສ້າງຄອບຄົວ (ຫຼື ຢ່າງໜ້ອຍກໍຄືການໃຊ້ຊີວິດຄູ່ຢ່າງຈິງຈັງ)...
ຖ້າເວົ້າເຖິງບ່ອນພັກທີ່ມີທັງຄວາມສະດວກສະບາຍ, ທັນສະໄໝ ແລະ ການບໍລິການລະດັບໂລກຢູ່ໃຈກາງນະຄອນຫຼວງວຽງຈັນ, ເຮົາຄິດວ່າ ຮໍລິເດ ອິນ ແອນ ສະຫວີທສ໌ ວຽງຈັນ ເປັນທາງເລືອກອັນດັບຕົ້ນໆ. ໂຮງແຮມນີ້ໄດ້ຮັບເຄື່ອງໝາຍ 5 ດາວ ເມື່ອບໍ່ດົນມານີ້, ຍ້ອນຄວາມດີເລີດດ້ານການບໍລິການ ແລະ ຄຸນນະພາບມາດຕະຖານສາກົນ. ແລ້ວຍ້ອນຫຍັງພວກເຂົາຈຶ່ງໄດ້ຮັບເຄື່ອງໝາຍໂຮງແຮມລະດັບ 5 ດາວ? ເຮົາຈະພາໄປຮູ້ພ້ອມກັນ ການເລີ່ມຕົ້ນທີ່ແຂງແຮງ...
ເມື່ອປີກ່ອນ ຖ້ຽວບິນວຽງຈັນ–ຫຼວງນໍ້າທາໄດ້ມີການຍົກເລີກ ເຮັດໃຫ້ຫຼາຍຄົນຕ້ອງໄດ້ປັບແຜນການເດີນທາງໃໝ່ເມື່ອຕ້ອງເດີນທາງໃນເສັ້ນທາງນີ້. ແນວໃດກໍຕາມ ຕອນນີ້ມີຂ່າວດີຈາກທາງການບິນລາວ ເຊິ່ງພວກເຂົາໄດ້ປະກາດເປີດຄືນຖ້ຽວບິນນີ້ອີກຄັ້ງ. ນີ້ບໍ່ແມ່ນພຽງແຕ່ ການນຳເອົາຕົວເລືອກການເດີນທາງທີ່ດີກັບຄືນມາ ແຕ່ຍັງມາພ້ອມກັບຂໍ້ສະເໜີສຸດພິເສດທີ່ຖືກໃຈນັກເດີນທາງທຸກຄົນ ລວມທັງມ່ວນຊວນໄປເອງ. ມ່ວນຊວນໄປ ໃນຖານະທີ່ເປັນຜູ້ໜຶ່ງທີ່ມັກການເດີນທາງ ທັງໄປທ່ຽວ ແລະ ໄປວຽກ ຫຼັງຈາກທີ່ໄດ້ຮັບຂ່າວດີນີ້ກໍຮູ້ສຶກດີໃຈຫຼາຍທີ່ຈະສາມາດໃຊ້ບໍລິການທີ່ຕອບໂຈດທັງໃນແງ່ຂອງຄຸນນະພາບບໍລິການ ແລະ ໄລຍະເວລາໃນການເດີນທາງທີ່ສັ້ນ. ສຳລັບເສັ້ນທາງ ນະຄອນຫຼວງວຽງຈັນ – ຫຼວງນໍ້າທາ ຈະມີບິນທຸກວັນ...
ເປັນຫຍັງການສະເຫຼີມສະຫຼອງ ແລະ ດົນຕີ ຈຶ່ງສົ່ງຜົນດີຕໍ່ການເຮັດວຽກ? ແຊຣ໌ຂໍ້ຄິດດີໆທີ່ໄດ້ຈາກການຮ່ວມງານ Christmas Get Together and Winter Sonata ທີ່ Crowne Plaza ແລະ Holiday Inn & Suites Vientiane ແອັດມິນຢາກມາເລົ່າເລື່ອງລາວຫຼັງຈາກທີ່ໄປຮ່ວມງານຂອງ ຄຣາວພລາຊ່າ ແລະ...