ໜ້າຫຼັກ ມ່ວນຊວນຟັງ

ມ່ວນຊວນຟັງ

80 ບົດຄວາມ
Muan Listen - ມ່ວນຊວນຟັງ

ຖ້າຄວາມຄິດຮອດ ເປັນເລື່ອງຜິດກົດໝາຍອ້າຍຄົງຕາຍແນ່ນອນ ຊວນຟັງເພງ “ເມົາຄວາມເຈັບປວດ” ຈາກ SenJx & XXXVVIIV

ອາທິດກ່ອນມ່ວນຊວນ Sip & Chill, ພໍມາອາທິດນີ້ກໍຈະມາຊວນເມົາອີກແລ້ວເດີ. ແຕ່ບໍ່ແມ່ນເມົາແອລກໍຮໍໃດ. ມ່ວນຈະຊວນມາ “ເມົາຄວາມເຈັບປວດ” ແທນ, ຟັງເພງໃໝ່ຈາກ SenJx ແລະ XXXVVIIV ທີ່ຈະພາທຸກຄົນມາດຳດິ່ງໄປກັບຄວາມຜິດຫວັງໃນຮັກຄັ້ງນີ້ກັນ. “ເມົາຄວາມເຈັບປວດ ຕຳຫຼວດສິຈັບກູບໍ່” ປະໂຫຍກທີ່ເວົ້າຢອກກັນໃນກຸ່ມໝູ່ເພື່ອນທີ່ກຳລັງສັງສັນກັນຢູ່ໃນຕູບແຫ່ງໜຶ່ງທີ່ໃຫ້ບັນຍາກາດຊິລໆສະບາຍໆໃນມື້ພັກຜ່ອນ ແລະ ໜຶ່ງໃນນັ້ນກຳລັງອົກຫັກຢູ່. ເພາະຜູ້ສາວໄດ້ໄປກັບຄົນໃໝ່ທີ່ດີກວ່າເມື່ອງປຽບທຽບກັບຕົວເອງແລ້ວນັ້ນບໍ່ມີດີເທົ່າເຂົາໄດ້, ຕ້ອງຄອຍຖ້າໃຫ້ຜູ້ສາວຄົນນັ້ນມາສົນໃຈ, ແຕ່ມັນຈະເປັນໄປໄດ້ບໍ່ລະ? ໃນເມື່ອເຂົາໄປກັບຄົນໃໝ່ແລ້ວ....

Muan Listen - ມ່ວນຊວນຟັງ

ນຶກເຖິງວັນເວລາທີ່ຈາກໄປກັບຄວາມຮັກທີ່ແສນເຈັບປວດ ຟັງເພງ “ຈາກ” ຮ້ອງໂດຍ J9INE ft BUS TLN

“ແສງດວງດາວຍັງສ່ອງປະກາຍເທິງຟ້າ ນຶກເຖິງວັນທີ່ກ່ອນຈະລາຈາກໄປ ຫາກຈະຂໍພອນໃຫ້ດາວເທິງຟ້າ ຊ່ວຍໂອບກອດເຈົ້າໃນຄືນທີ່ເສຍໃຈ (ກອດເຈົ້າໄວ້ໃນຄືນທີ່ອ່ອນໄຫວ)” ເພງເນຶ້ອຫາດີ ແລະ ທຳນອງມ່ວນຫູ, ມ່ວນຈຶ່ງຢາກນຳມາແຊຣ໌ໃຫ້ທຸກຄົນໄດ້ລອງຟັງນຳກັນໃນເພງ “ຈາກ (Depression)” ຮ້ອງໂດຍ J9INE ft. BUS TLN. ທັງສອງແມ່ນສິລະປິນໜ້າໃໝ່ຈາກ sunflow.official ແລະ ໃຜທີ່ຮູ້ສຶກວ່າກຳລັງເຈັບປວດກັບຄວາມຮັກ ແລະ ກຳລັງເສົ້າຢູ່ຕ້ອງລອງຟັງເພງນີ້ເລີຍເພາະມັນດິ່ງສຸດໆ. ເນື້ອຫາຂອງເພງແມ່ນໄດ້ເລົ່າເຖິງຄວາມເຈັບປວດທີ່ມັນສຸດທີ່ຈະທໍລະມານຈາກຄົນຮັກເກົ່າ,...

Muan Listen - ມ່ວນຊວນຟັງ

ນັກຮ້ອງລາວ STS73 ຮ່ວມງານກັບສິລະປິນໄທ ໃນເພງ “ແຄ່ພຽງຕ້ອງການ”

ເຈົ້າພໍເພງອົກຫັກຜູ້ມີສຽງທຸ້ມ ແລະ ເປັນເອກະລັກຢ່າງ STS73 ທີ່ເປັນສິລະປິນໃນດວງໃຈຂອງທັງຝັ່ງລາວ ແລະ ຝັ່ງໄທ, ຫຼ້າສຸດແມ່ນມີຜົນງານເພງຮ່ວມກັບ P.A.P BEAT BAND ນັກຮ້ອງຈາກຝັ່ງໄທ. ເນື່ອງຈາກວ່າ STS73 ເປັນທີ່ຮູ້ຈັກກັນດີໃນສາຍທີ່ມັກຟັງເພງລູກທຸ່ງ ແລະ ຍັງເປັນນັກຮ້ອງຍຸກໃໝ່ທີ່ໂດ່ງດັງດ້ວຍເພງທີ່ສ້າງຂຶ້ນມາເອງມາຕະຫຼອດ, ຈົນມາຮອດຊ່ວງທີ່ຄົນຟັງເພງຂອງສຸລິຫຼາຍໆກໍມີແຟນຄລັບຄົນໄທປາກົດໂຕຂຶ້ນມາຫຼາຍ. ເພງ ‘ແຄ່ພຽງຕ້ອງການ’ ຖືກປ່ອຍໃນວັນທີ 19 ມັງກອນທີ່ຜ່ານມາ...

Muan Listen - ມ່ວນຊວນຟັງ

ຍິ້ມໃຫ້ກັນໃນຖານະໝູ່ເກົ່າ ທີ່ເຄີຍຮຽນຮູ້ພາສາໃຈ ຟັງເພງ “ຂອບໃຈທີ່ເຄີຍສອນຄຳວ່າຮັກ” ຈາກ Tee Oudalay ft Nouan

ປ່ອຍໃຫ້ໄດ້ຟັງກັນແລ້ວເພງທີ່ຈະສະກົດທຸກຄວາມຮູ້ສຶກໃຫ້ຕິດຢູ່ໃນໃຈຄົນຟັງໄປອີກດົນກັບເພງ “ຂອບໃຈທີ່ເຄີຍສອນຄຳວ່າຮັກ” ຂອງອ້າຍຕີ໋ ອຸດາໄລ ທີ່ໄດ້ເອື້ອຍນວນ Numtao ມາຮ່ວມ Ft. ເອື້ອຍນວນ Numtao ຕຳນານນັກຮ້ອງຍິງອີກໜຶ່ງຄົນໃນວົງການເພງລາວເຈົ້າຂອງເພງດັງຢ່າງເພງ “ພຽງກັບມາ ແລະ ເພງ ຕົບຫົວແລ້ວລູບຫຼັງ”, ດ້ວຍແນວເພງ Rock ໜັກແໜ້ນປະກອບກັບພະລັງສຽງຮ້ອງທີ່ມີເອກະລັກ ແລະ ການກັບມາຮ່ວມຮ້ອງເພງກັບ ອ້າຍຕີ໋ ອຸດາໄລ ໃນຄັ້ງນີ້ກໍຖືວ່າໄດ້ເຮັດໃຫ້ແຟນເພງເຊົາຄິດຮອດກັນແດ່....

Muan Listen - ມ່ວນຊວນຟັງ

ຍວກ ຍວກ ເພງສຸດປັ່ນຈາກສິລະປິນທັງ 5 ຄົນຈາກແກ້ງ HUEN CREW ຟັງແລ້ວຮັບຮອງວ່າ ຍວກ ກັນແນ່ນອນ

“Let’s go to YUAK!” ມ່ວນຟັງເພີນຈົນເກືອບລືມໂພສ ມື້ນີ້ເຮົາຈະພາໝູ່ເພື່ອນໄປຟັງເພງ ‘ຍວກ ຍວກ YUAK YUAK’ ເຊິ່ງເປັນຜົນງານເພງຂອງສິລະປິນໜຸ່ມທັງ 5 ຄົນຄື Horlock x Senjx x Tongflow11 x LILFISHYYY x Swagwazz ຫຼືວ່າ...

Muan Listen - ມ່ວນຊວນຟັງ

ບໍ່ມີວິທີໃຫ້ລືມ ດື່ມເມົາທຸກວັນຍິ່ງຄິດຮອດ ຟັງເພງ “ສໍດຳ” ຮ້ອງໂດຍ Heo VVK ft. GX2

ການຈາກລາທີ່ເຈັບປວດທີ່ສຸດຄືການທີ່ບໍ່ສາມາດລືມໄດ້. ເຖິງຈະເລີກລາກັນໄປແລ້ວແຕ່ຍັງຈື່ຄຳສັນຍາທີ່ໃຫ້ກັນໄວ້, ລົບແຊັດ, ລົບຮູບ ແລະ ລົບໄດ້ທຸກຢ່າງຍົກເວົ້ນເລື່ອງຂອງເຮົາ. ຄວາມໝາຍເພງສຸດເຈັບ ແລະ ນິຍາມຄວາມຮັກຂອງຄົນທີ່ຍັງຄົງຮັກຢູ່ ເພງນີ້ມີມວນສານທີ່ເຕັມໄປດ້ວຍຄວາມຄິດຮອດ ແລະ ຄວາມເຈັບປວດ “ສໍດຳ” ເພງໃໝ່ຫຼ້າສຸດຈາກ HEO VVK ທີ່ໄດ້ GX2 ມາຮ່ວມ Ft. ພວກເຂົາໄດ້ມາບອກເລົ່າເລື່ອງລາວຄວາມເຈັບຊ້ຳຜ່ານການຮ້ອງເພງທີ່ມີສະເໜ່ຂອງທັງສອງ ແລະ ໂທນວິດີໂອເພງທີ່ມືດມົນທີ່ໃຫ້ຄວາມຮູ້ສຶກວ່າພວກເຂົາກຳລັງຈົມໄປໃນຄວາມຄິດ...

Muan Listen - ມ່ວນຊວນຟັງ

ຊວນຕັດຂາດຈາກຄົນມັກນອກໃຈ ດ້ວຍເພງ “ອ້າວ” ຂອງ TAIY AKARD

ຄວາມສໍາພັນໃດທີ່ມັນທໍາຮ້າຍຮ່າງກາຍ ແລະ ຈິດໃຈເຮົາລ້ວນແຕ່ເປັນວາມສໍາພັນ Toxic… ເພງ ອ້າວ – Out ຂອງ TAIY AKARD ຈະພາທຸກຄົນໄປສໍາຜັດເຖິງຄວາມສຸກ ແລະ ຄວາມອິດສະຫຼະ ຂອງການພາຕົວເອງອອກມາຈາກຄົນທີ່ເປັນພິດ. “ເຄີຍຄິດວ່າຄວາມຮັກ ບໍ່ມີເຈົ້າແລ້ວຫົວໃຈຂ້ອຍຕ້ອງແຕກສະຫຼາຍ ຖ້າບໍ່ມີເຈົ້າຊີວິດຄົງໝົດຄວາມໝາຍ” ທ່ອນນີ້ໄດ້ອະທິບາຍເຖິງຄວາມຮູ້ສຶກຂອງຄົນທີ່ຢ້ານ ແລະ ບໍ່ກ້າປ່ອຍຄົນທີ່ທໍາຮ້າຍຈິດໃຈໄປເພາະກັງວົນວ່າຕົວເອງຈະຢູ່ບໍ່ໄດ້ເມື່ອບໍ່ມີເຂົາ. ແຕ່ພໍມາຮອດມື້ໜຶ່ງ, ຕົວເອງພັດຖືກຖິ້ມ...

Muan Listen - ມ່ວນຊວນຟັງ

“ຄົນບໍ່ຖືກຮັກ” ເປໝົດຕັກເຂົາກໍບໍ່ເຫັນຄ່າ ເພງດັງຍອດວິວ 10 ລ້ານຈາກ ເທ້ ຈໍາປາສັກ ແລະ ຢຸດ ສາລະວັນ

ຢາກເປັນຄົນທີ່ຖືກຮັກ ສໍ່ານີ້ກໍບໍ່ໄດ້ບໍ? ເທ້ ຈໍາປາສັກ ແລະ ຢຸດ ສາລະວັນ ພາ “ຄົນບໍ່ຖືກຮັກ” ອົກຫັກໄປກັບເພງໃໝ່ຫຼ້າສຸດທີ່ເປັນກະແສຮິດ ຕິດເທຣນອັນດັບ 1 ຂອງຢູທູບໃນເຂດປະເທດລາວ! ສິນລະປິນສອງຄົນນີ້ບໍ່ເຄີຍເຮັດໃຫ້ແຟນຄລັບຜິດຫວັງອີ່ຫຼີ, ເພາະເພງຂອງພວກເຂົານັ້ນມ່ວນຕິດຫູ ແລະ ຍັງເຂົ້າເຖິງຊີວິດຮັກຂອງພວກເຮົາ (ບາງຄົນ) ອີກດ້ວຍ. ເພງ ບໍ່ຖືກຮັກ ເປັນເພງທີ່ເລົ່າເຖິງຄົນທີ່ຮັກເຂົາຂ້າງດຽວ ແລະ...

Muan Listen - ມ່ວນຊວນຟັງ

ຢຸດ ສາລະວັນ ປ່ອຍເພງ “ຢືນໜຶ່ງ” ໄດ້ Zamio P ຊ່ວຍ Producer ເພງໃຫ້

“ຢືນໜຶ່ງ” ເພງໃໝ່ຈາກ Youd Salavan ft. PEKY DUANGCHAM ໄດ້ປ່ອຍໃຫ້ຟັງກັນແລ້ວ ແລະ ໃນຄັ້ງນີ້ຍັງໄດ້ Zamio P ຜູ້ທີ່ເປັນທັງສິລະປິນ ແລະ Producer ມາຊ່ວຍດູແລເບື້ອງຫຼັງເພງນີ້ໃຫ້. ຢຸດ ສາລະວັນ ເປັນເຈົ້າຂອງເພງດັງຢ່າງເພງ “ ບໍ່ມີໃຜທຽບເຈົ້າໄດ້ “ ທີ່ມີຍອດວິວທີ່ຄົນເບິ່ງສູງເຖິງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.