ໜ້າຫຼັກ ມ່ວນຊວນຟັງ ແນ່ມ ປ່ອຍເພງວັນແມ່ ເປັນຕົວແທນໃຫ້ກຳລັງໃຈຄົນຫ່າງຄອບຄົວ ທີ່ຢາກກັບບ້ານໄປໃຫ້ແມ່ກອດຜ່ານບົດເພງ ແມ່ເອີ້ຍ
ມ່ວນຊວນຟັງ

ແນ່ມ ປ່ອຍເພງວັນແມ່ ເປັນຕົວແທນໃຫ້ກຳລັງໃຈຄົນຫ່າງຄອບຄົວ ທີ່ຢາກກັບບ້ານໄປໃຫ້ແມ່ກອດຜ່ານບົດເພງ ແມ່ເອີ້ຍ

ແບ່ງປັນ

ແນ່ມ ສາວປັອບສະຕາ ຫຼັງຈາກໄດ້ປ່ອຍເພງ ສະຕິ ຜົນງານເພງທີ່ສາມຂອງລາວໃນວັນທີ 7 ກຸມພາ 2025 ທີ່ຜ່ານມາ, ເນື້ອຫາເພງໄດ້ບອກເລົ່າເລື່ອງລາວ ແລະ ເຕືອນຕົວເອງໃຫ້ມີສະຕິກັບການໃຊ້ຊີວິດດ້ວຍການແຣັບສຸດເດືອດ ແລະ ໄດ້ແຣັບເປີຈາກຝັ່ງໄທ ຣາຊໂຢ ມາຊ່ວຍສ້າງໃຫ້ເພງມີມິຕິຫຼາຍຂຶ້ນ.

ຫຼ້າສຸດ ແນ່ມ ກໍໄດ້ປ່ອຍເພງທີ່ມີເນື້ອຫາສຸດຊຶ້ງກິນໃຈທີ່ເປັນເພງແຣັບໃນສະໄຕລ໌ຂອງລາວທີ່ປະສົມປະສານດົນຕີລາວ ແລະ ບົດກອນໃຫ້ພວກເຮົາໄດ້ອິນກັບເພງໃນວັນແມ່ທີ່ມີຊື່ວ່າ “ແມ່ເອີ້ຍ”.

ໃຜທີ່ກຳລັງພົບບັນຫາຊີວິດຢູ່ ພໍໄດ້ຟັງຄົງຮູ້ສຶກອົບອຸ່ນຫົວໃຈ ເພາະທຸກບັນຫາພວກເຮົາກໍມັກຈະຕັ້ງຄຳຖາມວ່າເປັນຫຍັງພວກເຮົາຕ້ອງຍອມລຳບາກແທ້ ທັງໆຊີວິດນີ້ພວກເຮົາກໍບໍ່ໄດ້ຕ້ອງການຫຍັງຫຼາຍເລີຍ ແລະ ພໍໄດ້ຖາມແມ່ກໍຈະໄດ້ຄຳຕອບທີ່ພວກເຮົາຮູ້ສຶກຄາໃຈມາໂດຍຕະຫຼອດ.

ເພງນີ້ໄດ້ເວົ້າເຖິງຄວາມສຳພັນອັນໃກ້ຊິດລະຫວ່າງແມ່ ແລະ ລູກ ທີ່ຜູ້ເປັນແມ່ຢາກໃຫ້ລູກນັ້ນມີອະນາຄົດໄກ ແລະ ສົ່ງລູກໄປທີ່ເມືອງໃຫຍ່ ໃຫ້ໄປຮຽນໄປເຮັດວຽກ ເພື່ອຢາກໃຫ້ລູກສະບາຍບໍ່ຕ້ອງລຳບາກໃນສະຖານທີ່ເຄີຍຢູ່ ໂດຍໄດ້ເລົ່າຜ່ານມຸມມອງທີ່ຜູ້ເປັນລູກໄດ້ສົງໄສ ແລະ ຕັ້ງຄຳຖາມເຖິງເຫດການຫຼາຍຢ່າງວ່າເປັນຫຍັງຄົນເຮົາຕ້ອງບໍ່ພໍໃຈໃນສິ່ງທີ່ມີຄືການພໍມີ ພໍກິນມັນກໍດີແລ້ວ ຈຳເປັນບໍ່ທີ່ຕ້ອງມີເງິນ ແລະ ຕ້ອງລວຍ, ພຽງແຕ່ຢາກຢູ່ກັບແມ່ພຽງເທົ່ານັ້ນ.

ນີ້ເປັນສິ່ງທີ່ຫຼາຍຄົນກໍຕ່າງສົງໄສ ແລະ ແມ່ນັ້ນກໍຈະມາບອກເຖິງເຫດຜົນທັງໝົດ ວ່າຊີວິດເຮົານັ້ນມັນກໍມີພຽງເທົ່ານັ້ນ ໃຫ້ຮຽນຕັ້ງໃຈມີຄວາມຮູ້ຈະໄດ້ທັນຄົນ ແລະ ພັດທະນາຕົນເພື່ອຕົວຂອງລູກເອງທັງນັ້ນ.

ເພງ ແມ່ເອີ້ຍ ຖືວ່າເປັນເພງທີ່ໃຫ້ກຳລັງໃຈຄົນທີ່ຢູ່ຫ່າງຄອບຄົວໃຫ້ສູ້ ແລະ ເປັນເພງທີ່ເປັນຕົວແທນບອກເລົ່າຄວາມຫວັງດີຈາກຜູ້ເປັນແມ່ໄດ້ດີເລີຍ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
ມ່ວນຊວນຟັງ

“ບົວລະພາ” ເພງຮັກຕ້ອງຫ້າມ ທີ່ສະທ້ອນຄວາມເຈັບປວດ ແລະ ຄວາມງົດງາມຂອງຫົວໃຈ ຜົນງານຫຼ້າລຸດຂອງ AIILA และ Taiy Akard

ເມື່ອຄວາມຮັກບໍ່ເປັນພຽງຄວາມຮູ້ສຶກ ແຕ່ມີເສັ້ນແບງຂອງຖານະຄອບຄົວຂວາງກັ້ນໂຊກສະຕາໄວ້. ເພງນີ້ທີ່ຈະນຳພາເຫຼົ່າຜູ້ຟັງສູ່ເລື່ອງລາວຂອງຄູ່ຮັກທີ່ແມ່ນວ່າຈະມີຮັກແທ້ຕໍ່ກັນ ແຕ່ຕ້ອງພັດພາກຈາກກັນເພາະຄວາມແຕກຕ່າງທາງຖານະທາງຄອບຄົວ . “ບົວລະພາ” ທີ່ໝາຍເຖິງທິດຕາເວັນອອກ ໃນບໍລິບົດເພງນີ້ປຽບເປີຍເຖິງຄົນຮັກທີ່ຢູ່ສູງເກີນຄືດັ່ງ ດວງອາທິດທີ່ຂື້ນໃນທິດຕາເວັນອອກ ໄກເກີນທີ່ເອື້ອມເຖິງ ແມ່ນວ່າຈະຮັກແທ້ ແຕ່ຊອງວ່າງລະວ່າງຖານະທີ່ແຕກຕ່າງກັນຈຶ່ງເຮັດໃຫ້ຕ້ອງມືອອກຈາກກັນ....

ມ່ວນຊວນຟັງ

ເພງໄວຣໍຄອງໃຈຊາວ TikTok “ຮອຍຍິ້ມຂອງເຈົ້າມັນຫວານໄປ” ຈາກ Zixna ແລະ Ran_Dom

ເຊື່ອວ່າຫຼາຍໆຄົນທີ່ີຫຼິ້ນ TikTok ຄົງຕ້ອງເຄີຍໄດ້ຍິ່ນເພງນີ້ຜ່ານຫູກັນມາແນ່ ເພາະໃນທີ່ສຸດ Zixna ແລະ Ran_Dom ກໍໄດ້ປ່ອຍເພງເຕັມອອກມາແລ້ວ ຫຼັງຈາກທີ່ຖ້າຄອຍມາດົນກັບເພງເກົ່າເວີຊັນໃໝ່ມາໃນແນວແຣັປແບບໜ້າຮັກ “ຮອຍຍິ້ມຂອງເຈົ້າມັນຫວານໄປ” ທີ່ເປັນກະແສໃນຊ່ວງນີ້ ຈົນເຮັດໃຫ້ຊາວ...

ມ່ວນຊວນຟັງ

ເດັກຫຼຽວໂຕວ໌-ເພງເປີດໂຕຂອງ ALPHA ແຣັປເປີໄວເຍົາແຕ່ຄວາມສາມາດບໍ່ນ້ອຍ

ນ້ອຍເຜັດຂີ້ໜູ່ອີຫຼີສຳລັບແຣັປເປີໄວເຍົາ AKA ALPHA ທີ່ໄດ້ປ່ອຍເພງໃໝ່ “ເດັກຫຼຽວໂຕ (DEX LIEWTO)” ບອກເລີຍວ່າຟັງຮອບດຽວຮ້ອງໄດ້ເລີຍ. ເນື້ອຫາໃນເພງມີສ່ວນທີ່ບໍ່ສຸພາບແຕ່ດ້ວຍບີດແນວເດັກແທຣັບທີ່ມາພ້ອມສະກິວການແຣັປທີ່ລຽນໄຫຼ ບໍ່ທຳມະດາສຳລັບນ້ອງອາຍຸຍັງນ້ອຍຖືວ່າມີພອນສະຫວັນ ບອກໄດ້ເລີຍວ່າອານາຄົດຂອງນ້ອງສົດໃສ່ແນ່ນອນໃນເສັ້ນທາງວົງການຮິບຮັອບລາວ. ບໍ່ແປກໃຈເລີຍວ່າເປັນຫຍັງຫຼາຍຄົນໃນວົງການຮິບຮັອບລາວໂດຍສະເພາະແຣັປເປີລາວຈຶ່ງພາກັນແຊເພງນີ້ຕາມກັນໄປເພາະເດັກຫຼຽວໂຕບໍ່ໄດ້ມາຫຼິ້ນໆ...

ມ່ວນຊວນຟັງ

ພ້ອມບໍ່ທີ່ຈະດຳດິ່ງສູ່ໂລກແຫ່ງຄວາມຝັນທີ່ບໍ່ເປັນຈິງກັບ ເພງ “ເປັນພຽງຝັນ” ຈາກ BAY6IX ແລະ LALA

“ເປັນພຽງຝັນ” ເປັນການເດີນທາງຂອງຫົວໃຈທີ່ຈະພາເຮົາໄປສຳຜັດກັບຄວາມຮູ້ສຶກທີ່ເລິກເຊິ່ງ, ປະສົມກັບສຽງດົນຕີທີ່ຄ່ອຍໆດຶງຄວາມຮູ້ສຶກໃນໃຈອອກມາຢ່າງອ່ອນໂຍນ ແລະ ຈັງຫວະທີ່ຈະຕິດຢູ່ໃນໃຈຜູ້ຟັງຕະຫຼອດໄປ. ໂດຍແນວເພງຈະເປັນເພງຊ້າທີ່ເຂົ້າໃຈງ່າຍເຮັດໃຫ້ຜູ້ຟັງຮູ້ສຶກຄືກັບກຳລັງດຳດິ່ງຢູ່ໃນໂລກແຫ່ງຄວາມຝັນ ແລະ ຄວາມຮັກ. ການຖ່າຍທອດເລື່ອງລາວຂອງຄວາມຮັກທີ່ງົດງາມແຕ່ເຕັມໄປດ້ວຍຄວາມເຈັບປວດ. ເນື້ອເພງຍັງບອກເລົ່າເຖິງຄວາມຮັກທີ່ເລີ່ມຕົ້ນດ້ວຍຄວາມຫວັງ ແລະ ຄວາມຜູກພັນ,...