ເຊົ້າວັນຈັນອັນແສນສົດໃສຂອງໃຜຫຼາຍຄົນ, ແຕ່ມັນກໍບໍ່ແມ່ນສຳລັບບາງຄົນທີ່ຈະຮູ້ສຶກແບບນັ້ນ. ມີສາເຫດຫຼາຍຢ່າງທີ່ເຮັດໃຫ້ເຮົາບໍ່ມັກວັນຈັນຈາກທີ່ກຳລັງພັກໃນວັນເສົາ-ອາທິດດີໆ ຜ່ານໄປແປັບດຽວມື້ວັນຈັນກໍກັບມາອີກແລ້ວມັນຈະໄວເກີນໄປແລ້ວໃດ໋. ທຸກຄົນຕ່າງຮູ້ດີເມື່ອວັນຈັນວົນກັບມາອີກຄັ້ງ ກໍເທົ່າກັບວຽກກຳລັງຖ້າເຮົາໂດຍກອງໃຫຍ່ເຕັມໂຕະ ເລື່ອງທີ່ຊວນເຈັບປະສາດກະຕາມມາອີກ! ບໍ່ວ່າຈະຈາກວຽກງານ, ຫົວໜ້າ ແລະ ເພື່ອນຮ່ວມງານ ຫຼື ອື່ນໆ. ຕ່າງກໍເຮັດໃຫ້ເຮົາໝົດໄຟເບື່ອໜ່າຍກັບອີຫຍັງແບບນັ້ນຈົນຢາກໜີໄປໄກໆ ແລະ ໄດ້ແຕ່ລໍຄອຍຖ້າໃຫ້ຮອດວັນສຸກໄວໆ. ຄວາມຮູ້ສຶກເຫຼົ່ານັ້ນມັນສາມາດປ່ຽນກັນໄດ້ ມາລອງວິທີດັ່ງນີ້ເບິ່ງ ເພື່ອປ່ຽນມຸມມອງວັນຈັນຂອງພວກເຮົາໃຫ້ສົດໃສຍິ່ງຂຶ້ນ 1. ປ່ຽນທັດສະນະຄະຕິຕໍ່ວັນຈັນ ປ່ຽນຄວາມຄິດທີ່ມີຕໍ່ວັນຈັນຈາກດ້ານລົບມາເປັນດ້ານບວກ ເລີ່ມຈາກໃຫ້ເຊື່ອວ່າວັນຈັນເປັນວັນແຫ່ງການເລີ່ມຕົ້ນທີ່ດີ...
ເມື່ອໝູ່ຊວນໄປກິນເຂົ້າຮ້ານອາຫານຫຼູ ຫຼື ລາຄາແພງແລ້ວເຮົາມີປັນຫາເລື່ອງເງິນແຕ່ບໍ່ຮູ້ຊິບອກແນວໃດ ຈະປະຕິເສດແນວໃດດີ? ຫຼື ຊວນກັນຈັດທຣິບໄປທ່ຽວແລ້ວມີໝູ່ບອກວ່າເງິນບໍ່ພ້ອມໄປກັນເລີຍ ເຮັດໃຫ້ໝູ່ໄປບໍ່ຄົບກັນ ກໍຈະມີຄວາມຮູ້ສຶກຜິດ ແລະ ເສຍດາຍໄປອີກ. ຖ້າເບິ່ງອີກມຸມໜຶ່ງເງິນບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບຄວາມສຳພັນຂະໜາດນັ້ນ ແຕ່ມັນກໍເປັນປັດໃຈໜຶ່ງທີ່ເຮົາຕ້ອງມີ ແລະ ຕ້ອງໃຊ້ ແຕ່ກໍບໍ່ໄດ້ໝາຍຄວາມວ່າຈະພ້ອມໃຊ້ຕະຫຼອດເວລາ. ຖ້າປະຕິເສດໄປເລີຍກໍຢ້ານໝູ່ເວົ້າໃຫ້ ຫຼື ເວົ້າໃສ່ ແລະ ອາດຈະມີການນ້ອຍໃຈ ຫຼື ຄຽດໄປເລີຍກະມີ, ຍ້ອນເຫດຜົນທີ່ວ່າໄດ້ນັດກັນໄວ້ແລ້ວ...
ຮູ້ສຶກບໍ່ວ່າເຮົາເອງ ຫຼື ໝູ່ເຮົາ ມັກຈະມີຄົນລົມໃຫມ່ທີ່ມີນິໄສ, ຮູບຮ່າງ, ບຸກຂະລິກ ທີ່ຄ້າຍຄືກັບແຟນເກົ່າ, ຄົນລົມເກົ່າ ບາງເທື່ອກໍແມ່ນຄົນທີ່ເຄີຍແອບມັກມາດົນ ບໍ່ກະຮັກຄັ້ງທໍາອິດ. ຜົນວິໄຈຈາກ ມະຫາວິທະຍາໄລໂຕຣອນໂຕ (University of Toronto) ໄດ້ບອກວ່າ ຄົນເຮົາມັກຈະເລືອກຄົບຕາມຄວາມມັກສະເພາະໂຕ ແລະ ມັກຈະຖືກດຶງດູດເຂົ້າຫາຄົນປະເພດດຽວກັນແບບຊໍ້າໆໃນເກືອບທຸກໂອກາດ. ຈາກການເກັບຂໍ້ມູນຂອງງານວິໄຈ ທີ່ໄດ້ສອບຖາມກຸ່ມຄົນທີ່ມີປະສົບການຄວາມຮັກມາຫຼາຍກວ່າ 1 ຄັ້ງພົບວ່າ,...
ລອງມາສັງເກດໂຕເອງເບິ່ງວ່າ ຕອນນີ້ໝູ່ເພື່ອນກຳລັງຮັກຄົນອື່ນເກີນໄປຈົນລືມໃສ່ໃຈຄວາມຮູ້ສຶກໂຕເອງຢູ່ ຫຼື ບໍ່? ຈົນປ່ອຍໃຫ້ຄົນອື່ນທຳຮ້າຍຈິດໃຈໂຕເອງ ກາຍເປັນຄົນທີ່ຮັກໂຕເອງໜ້ອຍລົງ. ລອງຖາມໂຕເອງກັນເບິ່ງ ເພາະມັນບໍ່ແມ່ນສິ່ງທີ່ດີຢ່າງແນ່ນອນ ຖ້າກາຍເປັນຄົນທີ່ບໍ່ຮັກໂຕເອງ ແລະ ຂັບເຄື່ອນຊີວິດດ້ວຍຄວາມຮັກຈາກຄົນອື່ນຈົນສູນເສຍຄວາມເປັນໂຕເອງໄປ. ມາລອງກວດເບິ່ງກັນວ່າ ໝູ່ເພື່ອນກຳລັງບໍ່ຮັກໂຕເອງຢູ່ ຫຼື ບໍ່? 1. ໃຫ້ຄວາມສຳຄັນກັບຄົນອື່ນຫຼາຍເກີນໄປ ເປັນເລື່ອງທີ່ບໍ່ສົມຄວນປານໃດ ເພາະຍິ່ງໃຫ້ໃຈໄປກັບຄົນທີ່ເບິ່ງເຫັນຄ່າຂອງເຈົ້າພຽງແຕ່ບາງເວລາ ຍິ່ງຖືວ່າເປັນການທຳຮ້າຍໂຕເອງແບບບໍ່ທັນຮູ້ໂຕອີກຊໍ້າ. 2. ຮ້ອງໄຫ້ເສຍໃຈກັບຄວາມຮັກທີ່ບໍ່ດີ ຈົນບໍ່ເປັນອັນເຮັດຫຍັງອັນອື່ນ....
ອາລົມຂອງຄົນເປັນສິ່ງທີ່ບໍ່ແນ່ນອນ, ມັນສາມາດຂຶ້ນ ຫຼື ລົງໄດ້ກະທັນຫັນໃນຊ່ວງເວລາໃດໜຶ່ງເຊັ່ນ: ໃຈຮ້າຍໃຫ້ໝູ່/ຄົນໃກ້ໂຕ ຫຼື ຄວາມຮູ້ສຶກໂສກເສົ້າ ໃນການສູນເສຍບາງຢ່າງ ອາດຈະເປັນຄວາມສຳພັນ ຫຼື ສິ່ງທີ່ມີຄຸນຄ່າຕໍ່ຈິດໃຈ. ແຕ່ເປັນຫຍັງເວລາເກີດຫຍັງຂຶ້ນ ສິ່ງທໍາອິດທີ່ມີປະຕິກິລິຍາຈະແມ່ນອາລົມ? ມັນມີບົດບາດຫຍັງກັບເຮົາ? ມື້ນີ້ມ່ວນຈະພາທຸກຄົນຮູ້ເຫດຜົນວ່າ ເປັນຫຍັງເຮົາຕ້ອງທຳຄວາມເຂົ້າໃຈກັບອາລົມຂອງຕົນເອງ? ແລະ ນີ້ແມ່ນບົດບາດຂອງອາລົມທີ່ສາມາດຊ່ວຍໃຫ້ຊີວິດເຮົາດີຂຶ້ນໄດ້. 1. ອາລົມເປັນໂຕຊ່ວຍໃນການຕັດສິນໃຈ ບໍ່ວ່າຈະເປັນເລື່ອງນ້ອຍໆຢ່າງເຊັ່ນ ມື້ແລງຊິກິນຫຍັງດີ? ຈົນໄປເຖິງການຕັດສິນໃຈໃຫຍ່ໆໃນໜ້າທີ່ວຽກງານ,...
ຄວາມຮັກທີ່ດີມັກມາພ້ອມກັບນໍ້າໜັກທີ່ເພີ່ມຂຶ້ນ ທຸກຄົນສັງເກດບໍ່ວ່າ ໃຜກໍຕາມທີ່ກຳລັງຕົກຫຼຸມຮັກຈົນອອກມາບໍ່ໄດ້ມີທ່າອ່ຽງທີຈະນໍ້າໜັກຂຶ້ນໂດຍບໍ່ຮູ້ໂຕ. ງານວິໄຈຂອງ National Center of Biotechnology ເຜີຍວ່າ, ສາເຫດທີ່ເຮັດໃຫ້ເປັນແບບນັ້ນກໍຍ້ອນ ‘ຄວາມສຸກ ແລະ ຄວາມສະບາຍໃຈ ທີ່ພວກເຂົາໄດ້ຮັບຈາກຄວາມສຳພັນ, ພວກເຂົາຮູ້ສຶກດີກັບຄວາມສຳພັນ, ຮູ້ສຶກໝັ້ນຄົງ ແລະ ມີຄວາມສຸກທີ່ຈະກ້າວຕໍ່ໄປກັບຄົນຂອງໃຈ. ການມີຄວາມຮັກທີ່ຫມັ້ນຄົງສົ່ງຜົນໃຫ້ຄິດວ່າ, ບໍ່ຕ້ອງດູແລໂຕເອງໃຫ້ດີປານນັ້ນກໍໄດ້ ເພາະຕອນທີ່ໂສດ, ຄົນສ່ວນຫຼາຍມັກຈະພະຍາຍາມເຮັດໃຫ້ຕົນເອງດູດີຕະຫຼອດເວລາ. ແລ້ວຄູ່ຮັກຫຼາຍຄູ່ກໍມັກຊວນກັນໄປຫາຫຍັງກິນ,...
ແທ້ ຫຼື ບໍ່? ຜູ້ຍິງເກັບຄວາມລັບໄວ້ໄດ້ບໍ່ຄ່ອຍຢູ່ ແລະ ມັກຈະບອກຄົນອື່ນເມື່ອກາຍເວລາປະມານ 48 ຊົ່ວໂມງ. ນັກວິໄຈ ໄດ້ທົດລອງເອົາຜູ້ຍິງ 3,000 ຄົນ ໃນຊ່ວງອາຍຸ 18-65 ປີ ມາທົດສອບກ່ຽວກັບການເກັບຄວາມລັບ, ແລ້ວຜົນປາກົດວ່າ 4 ສ່ວນໃນ 10 ບໍ່ສາມາດເກັບຄວາມລັບໄວ້ໄດ້ເລີຍ ບໍ່ວ່າຄວາມລັບນັ້ນຈະເປັນເລື່ອງສ່ວນໂຕປານໃດກໍຕາມ. ຫຼາຍກວ່າເຄິ່ງຍອມຮັບວ່າ,...
ຢາກນັ່ງສະມາທິແຕ່ເປັນຄົນຄິດຫຼາຍ ນັ່ງໆຢູ່ມີເລື່ອງໄຫຼເຂົ້າມາໃນຫົວບໍ່ຢຸດ, ຖ້າເຈົ້າມີພຶດຕິກຳແບບນີ້ ບົດຄວາມນີ້ໜ້າຈະເໝາະກັບສະຖານະການຂອງເຈົ້າແລ້ວຕອນນີ້ ມື້ນີ້ເຮົາມີເຕັກນິກ 5 ຂໍ້ມາຝາກທຸກຄົນກັນ. 1. ນັ່ງສະມາທິກັບຄົນອື່ນ ຫຼາຍຄົນອາດຈະມີພາບວ່າການນັ່ງສະມາທິຕ້ອງເຮັດຄົນດຽວ ໜີຈາກຜູ້ຄົນ ແນ່ນອນວ່າບໍ່ຜິດ ແຕ່ຜູ້ຊ່ຽວຊານດ້ານການເຮັດສະມາທິ Candice Fairoth ບອກວ່າການເຮັດສະມາທິກັບຄົນອື່ນນັ້ນມີຜົນທີ່ໜ້າສົນໃຈ ມັນອາດຈະເຮັດໃຫ້ເຮົາມີສະມາທິຫຼາຍຂຶ້ນ. ສ່ວນຫນຶ່ງອາດຈະມາຈາກການທີ່ເຮົາບໍ່ກ້າທີ່ຈະລົບກວນຄົນອື່ນທີ່ເຮັດສະມາທິຢູ່ແລະເປັນທຳມະດາຂອງມະນຸດທີ່ຈະສະແດງອອກມາຢ່າງເຕັມທີ່ຫຼາຍຂຶ້ນເມື່ອເຮັດຫຍັງຄ້າຍໆ ກັນ. 2. ລອງສະມາທິໂດຍໃຊ້ເຕັກໂນໂລຊີ ຫູຟັງ ແວ່ນ...
ຍຸກນີ້ການຫາແຟນຂອງໄວລຸ້ນມັກຈະເກີດຂຶ້ນໃນໂລກອອນລາຍຢູ່ສະເໝີ, ບໍ່ຈໍາເປັນຕ້ອງອອກໄປໄສກໍສາມາດສ່ອງຜູ້ນັ້ນຜູ້ນີ້ ຖືກໃຈແລ້ວທັກໄປຈີບເລີຍ! ແຕ່ກໍຍັງມີຫຼາຍໆຄົນທີ່ທັກແຊັດໄປແລ້ວກໍບໍ່ໄດ້ຜົນຈັກເທື່ອ ມັນອາດເປັນແນວນັ້ນຍ້ອນເຈົ້າໃຊ້ 10 ຄໍາເຫຼົ່ານີ້ບໍ? ເພາະສິບຄໍາດັ່ງກ່າວທີ່ມັກເຮັດໃຫ້ອີກຝ່າຍບໍ່ຢາກຕອບ ຫຼື ບໍ່ຢາກສົນທະນາກັບເຮົາພັດເປັນຄໍາທີ່ຄົນສ່ວນໃຫຍ່ມັກໃຊ້ຕະຫຼອດ! ແລະ ນີ້ຄື 10 ຄໍາທີ່ຫ້າມໃຊ້ຖ້າຢາກໃຫ້ເຂົາຕອບ 1. ທັກໆ, ທັກເດີ້ 2. ສະບາຍດີ, ບາຍດີ, ດີໆ 3. ເພິ່ນຊື່ຫຍັງ...