ໜ້າຫຼັກ ຄວາມສຳພັນ

ຄວາມສຳພັນ

98 ບົດຄວາມ

ຮັກທາງໄກເປັນໄປໄດ້ບໍ? ໄລຍະຫ່າງເຮັດໃຫ້ໃຈສັ່ນ ຮັກສາຄວາມສຳພັນບໍ່ໃຫ້ພັງດ້ວຍ 6 ວິທີນີ້

ເຊື່ອວ່າໃຜຫຼາຍຄົນກໍເຄີຍພົບເຈີກັບບັນຫາຄວາມສຳພັນທາງໄກ ທີ່ຕ້ອງພະຍາຍາມຮັກສາຄວາມຮັກກັບຄົນທີ່ຢູ່ຫ່າງກັນ, ບໍ່ຄ່ອຍໄດ້ພົບກັນຫຼາຍ, ເຖິງຈະຍັງຕິດຕໍ່ກັນແຕ່ກໍບໍ່ສາມາດເຫັນໜ້າກັນໃນຊີວິດຈິງໄດ້ ເຊິ່ງທັງສອງຝ່າຍຈະຮັກກັນປານໃດກໍປະຕິເສດບໍ່ໄດ້ເລີຍວ່າ ການທີ່ຢູ່ໄກກັນເປັນປັດໄຈໜຶ່ງທີ່ມາບັ່ນທອນຄວາມສຳພັນໃຫ້ຄວາມຮັກຫຼຸດໜ້ອຍຖອຍລົງ. ນອກຈາກນັ້ນແລ້ວ, ຍັງມີອີກຫຼາຍສິ່ງທີ່ຄວາມສຳພັນທາງໄກຕ້ອງເຈິ ບໍ່ວ່າຈະເປັນຄວາມໂດດດ່ຽວ, ຄວາມຮູ້ສຶກບໍ່ແນ່ນອນ, ຄວາມລະແວງ ແລະ ສຸດທ້າຍແມ່ນຄວາມຕ້ອງການທາງຮ່າງກາຍທີ່ຄູ່ຮັກບໍ່ສາມາດໃຫ້ກັນໄດ້. ແຕ່ກໍຍັງມີຫຼາຍຄູ່ທີ່ຢືນຢັນວ່າ ຄວາມຮັກທາງໄກນັ້ນສາມາດດຳເນີນໄປຕໍ່ໄດ້. ເມື່ອເປັນແນວໃດນັ້ນເຮົາຄວນຮັກສາຄວາມສຳພັນທາງໄກແນວໃດເພື່ອໃຫ້ຄວາມສຳພັນຍັງສາມາດດຳເນີນໄປໄດ້ຕໍ່ ໂດຍສະເພາະຍຸກນີ້ທີ່ເຮົາສາມາດຕິດຕໍ່ສື່ສານກັນໄດ້ຢ່າງງ່າຍດາຍ ຂໍພຽງແຕ່ມີຄວາມຖີ່ໃນການຕິດຕໍ່ກັນ ກໍຈະຊ່ວຍໃຫ້ຄວາມຫວານບໍ່ແພ້ຄູ່ຮັກທີ່ຢູ່ໃກ້ຊິດກັນຄື: 1. ພະຍາຍາມລົມໂທລະສັບຟັງສຽງຂອງກັນແລະກັນໃຫ້ຫຼາຍ. ການລົມໂທລະສັບເປັນສິ່ງວິທີທີ່ດີທີ່ສຸດໃນການເຊື່ອມຕໍ່ກັບຄົນຮັກ ຫຼື...

ໝາເດັກທີ່ຈິງໃຈຄົນນີ້ເປັນຂອງເຈົ້າເດີ ວິທີດູແລຄົນຮັກເປັນພື້ນທີ່ສະບາຍໃຈໃຫ້ກັນ

ໃຜທີ່ມີສະເປັກເປັນຄົນທີ່ມີບຸກຄະລິກທີ່ມີຄວາມໜ້າຮັກສົດໃສ, ດື້ໆ ແລະ ມັກອ້ອນ ຫຼື ເອີ້ນງ່າຍໆວ່າ “ໄທປ໌ໝາເດັກ”. ເພາະຄົນທີ່ບຸກຄະລິກແບບນີ້ເວລາທີ່ໄດ້ຢູ່ນຳກັນຈະເຮັດໃຫ້ຮູ້ສຶກສະບາຍໃຈ, ຜ່ອນຄາຍ, ມ່ວນຊື່ນ ແລະ ອົບອຸ່ນໃນເວລາດຽວກັນ. ບໍ່ຕ້ອງແປກໃຈເລີຍວ່າເປັນຫຍັງຫຼາຍຄົນເຖິງມັກຄົນບຸກຄະລິກ ຫຼື ສະໄຕລ໌ນີ້. ໝາເດັກຂອງເຈົ້າເຖິງຈະເປັນປະເພດຄົນງ່າຍໆສະບາຍໆ, ແຕ່ທຸກຄວາມສຳພັນກໍຕ້ອງມີການຜິດຖຽງ ແລະ ບໍ່ເຂົ້າໃຈກັນເປັນທຳມະດາ ແລະ ເຈົ້າຈະຈັດການບັນຫາຄວາມຂັດແຍ້ງນີ້ໄດ້ແນວໃດ? ມື້ນີ້ມ່ວນມີວິທີດູແລໝາເດັກ ແລະ...

ລວມຍາດພີ່ນ້ອງເທື່ອໃດມັກຖືກຍິງຄຳຖາມ ທີ່ເຮັດໃຫ້ບໍ່ສະບາຍໃຈຄວນເຮັດແນວໃດ?

ຮອດງານລວມຍາດພີ່ນ້ອງເທື່ອໃດກໍເຮັດໃຫ້ຮູ້ສຶກບໍ່ຢາກໄປທຸກຄັ້ງ, ແຕ່ກໍຫຼີກໜີບໍ່ໄດ້ ແລະ ຈຳເປັນຕ້ອງໄປຮ່ວມງານ ແຕ່ພໍໄປເຫັນກັນຄົບໜ້າເທື່ອໃດກໍ່ຈະຖືກຍິງຄຳຖາມທີ່ເຮັດໃຫ້ອຶດອັດໃຈໃສ່ກັນຕະຫຼອດເຊັ່ນ: ຕຸ້ຍຂຶ້ນຫວາ, ຮຽນຈົບແລ້ວຈະເຮັດຫຍັງຕໍ່, ໄດ້ເງີນເດືອນເທົ່າ, ປານໃດຈະມີແຟນ ຫຼື ປານໃດຈະແຕ່ງງານ ເປັນຕົ້ນ. ການທີ່ຕ້ອງປະເຊີນໜ້າກັບຄຳຖາມຈາກຍາດພີ່ນ້ອງທີ່ເຮັດໃຫ້ເຮົາຮູ້ສຶກບໍ່ສະບາຍໃຈເປັນສິ່ງທີ່ຫຼາຍຄົນມັກພົບໃນງານລ້ຽງຄອບຄົວ, ເຮົາຈະເຮັດແນວໃດດີເພາະບໍ່ຢາກພົບກັບສະຖານະການແບບນີ້ອີກແລ້ວ. ມື້ນີ້ມ່ວນມີ 4 ວິທີເພື່ອຮັບມືກັບບັນດາຍາດພີ່ນ້ອງໃນງານລວມຕົວຂອງຄອບຄົວມາແນະນຳໃຫ້ຟັງກັນ. 1. ກຽມຄຳຕອບລ່ວງໜ້າ ພະຍາຍາມມາກັບຄໍາຕອບທີ່ສັ້ນ ແລະ ສຸພາບ. ທີ່ສາມາດຕອບໄດ້ໂດຍບໍ່ຕ້ອງມີການອະທິບາຍລາຍລະອຽດຫຼາຍເຊັ່ນ:...

ຮ້າຍຄົນສະໜິດເກັ່ງແຕ່ເວົ້າດີກັບຄົນອື່ນສຸດໆ ເປັນຫຍັງຈຶ່ງເປັນແບບນີ້

ເຄີຍສັງເກດໂຕເອງບໍ່ວ່າເປັນຫຍັງເຮົາຈຶ່ງມັກເວົ້າດີກັບຄົນອື່ນ, ແຕ່ມັກສະແດງຄວາມໃຈຮ້ອນອອກມາເມື່ອຢູ່ກັບຄອບຄົວ ແລະ ຄົນທີ່ຢູ່ໃກ້ໂຕເຮົາ? ມື້ນີ້ມ່ວນຈະມາອະທິບາຍໃຫ້ຟັງວ່າ ເປັນຫຍັງເຮົາຈຶ່ງມີພຶດຕິກໍາແບບນີ້. ບາງຄົນອາດຈະມີທັດສະນະຄະຕິວ່າເຮົາຢູ່ກັບຄອບຄົວ ຫຼື ຄົນໃກ້ໂຕແລ້ວເຮົາຈະເຮັດຫຍັງກໍໄດ້, ເພາະເຮົາໝັ້ນໃຈວ່າພວກເຂົາຈະບໍ່ຖິ້ມເຮົາໄປໃສແນ່ນອນ, ໃນບາງເທື່ອກໍເປັນຍ້ອນວ່າພວກເຂົາເຮັດໃຫ້ເຮົາຮູ້ສຶກປອດໄພ ເລີຍສາມາດສະແດງນິໄສທີ່ແທ້ຈິງຂອງຕົນອອກມາ. ບາງຄົນກໍໄປເຈິເຫດການຕ່າງໆທີ່ບໍ່ດີຈາກນອກບ້ານ, ເລີຍເຮັດໃຫ້ເກີດມີພາວະເກັບກົດ ແລ້ວມາລະບາຍກັບຄົນຢູ່ບ້ານທີ່ອາດຈະເປັນຄອບຄົວ ຫຼື ຄົນຮັກ ໂດຍການສະແດງຄວາມໂມໂຫຮ້າຍອອກໄປ. ພຶດຕິກໍາເຫຼົ່ານີ້ ເປັນກົນໄກການປ້ອງກັນທາງຈິດໃຈທີ່ມະນຸດມີໂດຍທໍາມະຊາດ, ແຕ່ເນື່ອງຈາກວ່າຄວາມອົດທົນຂອງແຕ່ລະບຸກຄົນນັ້ນບໍ່ເທົ່າກັນ ກໍເລີຍມີການລະບາຍອາລົມຮ້າຍອອກມາໃສ່ຄົນໃນບ້ານຂອງຕົນເອງ. ແນ່ນອນວ່າ...

ຜິດກັນຍາມໃດລະບອກເລີກ ຖ້າບໍ່ຢາກໃຫ້ຄວາມສຳພັນຂາດສະບັ້ນຈະຢຽວຢາຫົວໃຈກັນແນວໃດ?

ການຜິດຖຽງກັນລະຫວ່າງຄູ່ຮັກຖືເປັນເລື່ອງປົກກະຕິໃນຄວາມສໍາພັນແຕ່ສິ່ງສໍາຄັນຫຼັງຈາກການບໍ່ເຂົ້າໃຈ ຫຼື ຜິດຖຽງກັນນັ້ນມັນຍາກທີ່ຈະປັບຄວາມເຂົ້າໃຈ, ເພາະການບໍ່ຢາກເວົ້າຄືນ ແລະ ຢ້ານກັບມາຜິດກັນອີກ, ແລ້ວຄວາມຮູ້ສຶກທີ່ເສຍໄປແລ້ວຈະເອົາກັບຄືນມາກໍຍາກຫຼາຍ. ບາງຄັ້ງການທີ່ເຮົາໃຈຮ້ອນຈົນເກີນໄປ, ຍັງບໍ່ທັນໄດ້ໄຕ່ຕອງຫຍັງໃຫ້ຖີ່ຖ້ວນ ແລ້ວອອກປາກບອກ “ເຮົາເລີກກັນເທາະ” ກໍອາດເຮັດໃຫ້ເຮົາຕ້ອງມາກິນແໜງໃນພາຍຫຼັງ.ຖ້າຍັງຮັກກັນຢູ່ກໍຕ້ອງລົມກັນໃຫ້ເຂົ້າໃຈເດີ, ຊ່ວຍກັນເອົາຊະນະອຸປະສັກທີ່ເຂົ້າມາເພື່ອຜ່ານມັນໄປໃຫ້ໄດ້ເພື່ອເຮັດໃຫ້ຄວາມສຳພັນໝັ້ນຄົງ ແລະ ໜ້ຽວແໜ້ນຂຶ້ນ. ເຮົາຈະຮັກສາຄວາມສຳພັນນີ້ໄດ້ແນວໃດ? ມື້ນີ້ມ່ວນຈະມາແນະນຳຂັ້ນຕອນທີ່ຈະຊ່ວຍໃນການຟື້ນຟູຮັກສາຄວາມສໍາພັນຫຼັງ​ຈາກ​ການ​ຈາກຜິດຖຽງກັນດ້ວຍ 4 ວິທີນີ້. 1. ໃຫ້ທົບທວນບັນຫາ ແລະ ເປີດໃຈຍອມຮັບຄວາມຜິດພາດ...

Black Cat vs Golden Retriever ຄູ່ຂອງເຈົ້າເປັນແນວໃດ? ລອງ Check Energy?

ໃຜເຄີຍໄດ້ຍິນຄວາມສຳພັນລະຫວ່າງ Black Cat energy ແລະ Golden Retriever energy ກັນແດ່? ເພາະຊ່ວງນີ້ຖືວ່າເປັນໄວຣັສກັນຢູ່ທີ່ຕິກຕ໋ອກ, ບັນດາ Creator ຈາກຕ່າງປະເທດ ເລີຍໄດ້ນຳທິດສະດີນີ້ມາເລົ່າໃຫ້ຟັງທີ່ໄດ້ຍິນເທື່ອໃດກໍມັກຈະມີຊື່ຄູ່ນີ້ມາພ້ອມກັນຕະຫຼອດເລີຍ. ເຊິ່ງມັນໄດ້ອີງຈາກທິດສະດີຈິດຕະວິທະຍາທີ່ກ່ຽວກັບຄວາມຮັກຂອງຄົນສອງປະເພດທີ່ກົງກັນຂ້າມກັນຂອງຄູ່ຮັກທີ່ມີພະລັງງານຂອງແມວດຳ ແລະ ນ້ອງໂກຣເດີລທີ່ເປັນເຄມີລົງຕົວສຸດໆ. ແລ້ວລະຫວ່າງ Black Cat vs Golden Retriever...

ອົກຫັກດີກວ່າທົນກັບຄວາມຮັກແບ້ໆ ຄວາມສຳພັນທີ່ເປັນພິດ Move On ຍາກ ແຕ່ບໍ່ແມ່ນອອກມາບໍ່ໄດ້

ເຮົາອາດຈະເຄີຍເບິ່ງໃນລະຄອນ ຫຼື ໜັງທີ່ເຫຼົ່າຕົວລະຄອນມີຄວາມສຳພັນແບບຫວານຂົມປົນເປກັນໄປ ແລ້ວກໍສະເທືອນໃຈກັບເລື່ອງລາວເຫຼົ່ານັ້ນ ເຖິງຂະໜາດວ່າລຸ້ນ ແລະ ຈິນຕະນາການໄປວ່າ ຈະດີສໍ່າໃດຖ້າຫາກປາຍທາງຂອງຄວາມສຳພັນເຫຼົ່ານັ້ນຈະຈົບລົງແບບແຮັບປີ້ເອນດິ້ງ. ແນ່ນອນວ່າ ນັ້ນເປັນເລື່ອງຂອງລະຄອນ ຫຼື ໜັງ ທີ່ຜູ້ຂຽນບົດຂຽນມາເພື່ອເອົາໃຈຜູ້ເບິ່ງ. ເສັ້ນທາງຊີວິດຂອງຕົວລະຄອນທີ່ທົນທຸກທໍລະມານໃນຄວາມສຳພັນທີ່ເຈັບປວດ ສາມາດຫັກເຫເຂົ້າສູ່ຕອນຈົບທີ່ສວຍງານໄດ້ແບບງ່າຍໆດ້ວຍປາຍປາກກາ. ແຕ່ໃນຊີວິດຈິງມັນຈະເປັນແບບນັ້ນໄດ້ຢ່າງງ່າຍດາຍຄືກັນບໍ່? ໃນຊີວິດຈິງນັ້ນ ຄວາມສຳພັນທີ່ເປັນພິດ ຫຼື Toxic Relationship ທີ່ບັ່ນທອນທັງຄວາມຮູ້ສຶກ, ຄວາມສຸກໃນຊີວິດ...

“ເຊົາລະເຊົາເດີ ເມົາແລ້ວມັກໂທຫາແຟນເກົ່າ” ວິທີຢຸດອາການເມົາແລ້ວມັກໂທຫາອະດີດຄົນຮັກເກົ່າ

ກົດເຫຼັກສຳລັບແລງມື້ນີ້ກໍຄື “ຈົ່ງເອົາມືຖືໜີໃຫ້ໄກຈາກຄົນເມົາ” ເພາະເຂົາເຈົ້າອາດກົດສົ່ງຂໍ້ຄວາມໄປຫາຄົນທີ່ບໍ່ຄວນສົ່ງຫາ ໂດຍສະເພາະຄົນໃນຄວາມສຳພັນເກົ່າໆ. ຫຼາຍຄັ້ງ ຮູ້ໂຕອີກເທື່ອກໍຕອນທີ່ສວ່າງເມົາ ແລ້ວເຈົ້າໂຕກັບໄປອ່ານແຊັດຄືນ ຈົນເຖິງຂັ້ນຕ້ອງອຸທານອອກມາວ່າ “ຈິບຫາຍ!” ອາການເມົາແລ້ວແຊັດໄປຫາເຂົາເຈົ້າໂດຍບໍ່ຕັ້ງໃຈ ນັບເປັນໜຶ່ງພິດຕິກຳທີ່ພົບເຫັນໄດ້ທົ່ວໄປ ຈົນເຖິງຂັ້ນຕ່າງປະເທດມາເຮັດວິໄຈກັນກ່ຽວກັບອາການແຊັດຕອນເມົານີ້. ໃນທາງພຶດຕິກຳ, ການດື່ມເຄື່ອງດື່ມມຶນເມົາມີຄວາມສຳພັນກັບຄວາມບອບບາງທາງຄວາມຮູ້ສຶກທີ່ເກີດຈາກການດື່ມ ແລະ ສຳພັນກັບການສົ່ງຂໍ້ຄວາມທາງອອນລາຍ. ເຫດຜົນກໍຍ້ອນພາວະແອວກໍຮໍໃນເລືອດສູງ ເຮັດໃຫ້ສະໝອງບາງສ່ວນເຮັດວຽກໄດ້ໜ້ອຍລົງ ໂດຍສະເພາະສ່ວນທີ່ຄວບຄຸມການຢັບຢັ້ງຊັ່ງໃຈ ສົ່ງຜົນໃຫ້ການຄິດໄຕ່ຕອງເຖິງຜົນຂອງການກະທຳເຮັດວຽກໄດ້ບໍ່ເທົ່າຕອນທີ່ບໍ່ເມົາ. ນອກຈາກນັ້ນ ຍັງມີຜົນການວິໄຈທີ່ວ່າ ແອວກໍຮໍຊ່ວຍເພີ່ມຄວາມໝັ້ນໃຈໃນຕົວເອງ...

ກະໂພດເນາະຕິດແຟນຈົນລືມໝູ່ ຢາກໃຫ້ແຟນຮັກຈົນໂງຫົວບໍ່ຂຶ້ນເຮັດແນວໃດ?

ໃຜຫຼາຍໆຄົນຄົງກຳລັງພົບບັນຫາທີ່ວ່າເປັນຫຍັງແຟນຈຶ່ງມັກເອົາແຕ່ໃຈແທ້, ຄືມັກຮຽກຮ້ອງຄວາມສົນໃຈຕະຫຼອດ ແລະ ເຮັດຫຍັງກະບໍ່ຖືກໃຈຈັກເທຶ່ອ. ແລ້ວເປັນຫຍັງຢູ່ດີໆລາວຄືເປັນແນວນັ້ນລະ? ເຮົາໄດ້ສັງເກດພຶດຕິກຳລາວແລ້ວບໍ່? ແອັດຄິດວ່າມັນຕ້ອງມີເຫດຜົນຂອງມັນຢູ່ໃນນັ້ນແຫຼະ. ມື້ນີ້ມ່ວນກໍມີເຄັດລັບມາບອກຕໍ່ໃຫ້ທຸກຄົນໄດ້ລອງນຳໄປປັບໃຊ້, ວ່າເຮົາຈະເຮັດແນວໃດດີຈຶ່ງເອົາໃຈ ແລະ ເຮັດຖືກໃຈແຟນ, ເພາະມັນກໍ່ເປັນເລື່ອງທີ່ຍາກຄືກັນ, ເອົາເປັນວ່າເຮົາມາລອງ 5 ວິທີເອົາໃຈໃຫ້ແຟນຮັກແຟນຫຼົງ. 1. ສ້າງຄວາມໄວ້ວາງໃຈ, ຄວາມໝັ້ນຄົງໃຫ້ແຟນຮູ້ສຶກມີຄຸນຄ່າ. ການສະແດງອອກໃນການດູແລແຟນຈະຊ່ວຍໃຫ້ລາວຮູ້ສຶກປອດໄພໝັ້ນໃຈໃນຄວາມສຳພັນ ແລະ ເຮັດໃຫ້ລາວມີຄຸນຄ່າໃນສາຍຕາເຈົ້າ. ການທີ່ຮູ້ວ່າເຈົ້າຄອຍຢູ່ຄຽງຂ້າງ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.