ຕ້ອງມີເສັ້ນສາຍເທົ່ານັ້ນບໍ ຈຶ່ງຈະມີວຽກເຮັດ? ເມື່ອຮຽນຈົບມາແລ້ວຫາວຽກຍາກ ນັ້ນໝາຍຄວາມວ່າ ເຮົາຈະຕ້ອງບໍ່ຮຽນ ແມ່ນບໍ? ຫຼາຍຄົນທີ່ຮຽນຈົບໃໝ່ອາດຈະເຄີຍມີຄຳຖາມນີ້ເກີດຂຶ້ນມາໃນຫົວ ອາດຈະດ້ວຍປະສົບການຕົງ ຫຼື ອ່ານຈາກເລື່ອງລາວຄົນອ້ອມໂຕທີ່ກຳລັບປະເຊີນກັບໄລຍະເວລາແຫ່ງຄວາມຍາກລຳບາກໃນການຊອກຫາວຽກເຮັດຫຼັງຈາກທີ່ຮຽນຈົບ. ຍ້ອນຫຍັງເຮົາຈຶ່ງຄິດແບບນັ້ນ? ກ່ອນອື່ນໝົດ ຂໍເວົ້າເລີຍວ່າ ເຮົາບໍ່ໄດ້ມາຕັດສິນວ່າຄົນທີ່ຄິດແບບນັ້ນແມ່ນຄິດຜິດ ຫຼື ສິ່ງທີ່ເຮົາຈະເວົ້າຕໍ່ໄປນີ້ແມ່ນສິ່ງທີ່ຖືກ 100%, ແຕ່ເຮົາພຽງແຕ່ຢາກແບ່ງປັນເລື່ອງລາວຈາກອີກດ້ານໜຶ່ງຂອງການເຮັດວຽກ ຈາກສິ່ງທີ່ເຮົາປະສົບພົບເຈິມາໃນໄລຍະເວລາຫຼາຍປີທີ່ນັ່ງຢູ່ຫຼັງຄອມພິວເຕີ ແລະ ຕິດຕໍ່ວຽກງານກັບຄົນໃນຫຼາກຫຼາຍຂົງເຂດ. ຢ່າງໜ້ອຍກໍອາດເປັນອີກໜຶ່ງແຮງໃຈໃຫ້ເຮົາໄດ້ມີແຮງຮຶດຂຶ້ນສູ້ ແລະ...