ມ່ວນໄດ້ພາສາວງາມລູກຊອດລາວ-ອັງກິດ ເຈົ້າຂອງຜົນງານເພງດ່ຽວ ”CLWM – ຮັກໄດ້ບໍ່” ເຊິ່ງຢາກບອກວ່າສາວນ້ອຍຄົນນີ້ພະລັງສຽງການຮ້ອງບໍ່ທຳມະດາເລີຍ ແລະ ຫຼ້າສຸດວິດີໂອການຮ້ອງໂຄເວີເພງຫວຽດຂອງລາວກໍກາຍເປັນໄວຣັສໂດ່ງດັງຢູ່ທີ່ຫວຽດນາມ. ມື້ນີ້ມ່ວນເລີຍພາມາລົມກັບລາວ ແລະ ບອກເລົ່າກ່ຽວກັບຜົນງານໃໝ່ໆເລື່ອງແຮງບັນດານໃຈຕ່າງໆ, ເພື່ອໃຫ້ໄດ້ມາທຳຄວາມຮູ້ຈັກກັນໃຫ້ຫຼາຍຂຶ້ນ ແລະ ທຸກຄົນຈະຕ້ອງຫຼົງຮັກກັນແນ່ນອນ. ລາວແມ່ນນັກຮ້ອງສາວສຽງຫວານ ແລະ ພະລັງສຽງມີເອກະລັກ ເຈນນີ ເບວລາ ແກ້ວມໍລະກົດ (Jenny Bella Keowmorlakot...