ເຄີຍບໍ່? ເຮັດວຽກໜັກຈົນກັບຮອດບ້ານຮອດເຮືອນ ຍາມນອນກໍຫຼອນແຮງ ແລະ ເກັບໄປຝັນ? ໃນແຕ່ລະມື້ເຮົາເຮັດວຽກ ກໍມີທັງມື້ທີ່ເບົາ ແລະ ມື້ທີ່ໜັກ. ບາງມື້ຕື່ນເຊົ້າມາກໍຟ້າວໄປສະສາງວຽກທີ່ຄ້າງຢູ່ ນັບແຕ່ເຊົ້າຈົນເທົ້າບ່າຍ ກາຍໄປຮອດຄໍ່າ ວຽກກໍຍັງບໍ່ແລ້ວ ກາຍເປັນຄວາມເມື່ອຍທີ່ເກາະກິນພະລັງກາຍ-ພະລັງໃຈ ລາມໄປຈົນຮອດໂມງນອນ. ກາຍເປັນວ່າ ຄວາມຄິດວົນວຽນຢູ່ນຳແຕ່ເລື່ອງວຽກຈົນຫຼອນ ເກັບໄປຄິດຕໍ່ໃນຄວາມຝັນ ເຮັດໃຫ້ເມື່ອຍຍິ່ງຂຶ້ນໄປອີກ. ແລ້ວເຮົາຈະເຮັດແນວໃດຈຶ່ງຈະບໍ່ໃຫ້ວຽກຕາມໄປຫຼອກຫຼອນໃນຄວາມຝັນ? ກ່ອນອື່ນຕ້ອງທຳຄວາມເຂົ້າໃຈກ່ອນວ່າ ຄວາມຝັນມີຫຼາຍແບບ ແຕ່ຄວາມຝັນທີ່ເຮົາກຳລັງເວົ້າເຖິງນີ້ເອີ້ນວ່າ...