ຢ່າປ່ອຍໃຫ້ຖືກດ້ອຍຄ່າ ຈົນສູນເສຍຕົວຕົນ ຈາກ Narcissist ວິທີຮັກສາຄວາມສຳພັນ-ຈິດໃຈຂອງເຈົ້າ
ເມື່ອເວົ້້າເຖິງແນວເພງປະສົມປະສານລະຫວ່າງ Synth Wave ແລະ Pop ບອກໄດ້ເລີຍວ່າ: Dancing on the floor ຄືໜຶ່ງໃນເພງຈາກສິລະປິນມ້າມືດຢ່າງ VVVVANNO ທີ່ຈະພາຫຼາຍຄົນປ່ອຍໃຈໃຫ້ໄຫຼໄປກັບອາລົມທີ່ຍັງບໍ່ເຄຼຍໃນຄວາມສຳພັນທີ່ບໍ່ຊັດເຈນ. “Dancing on the floor” ບໍ່ແມ່ນເພງທຳອິດຂອງ VVVVANNO ໂດຍຜົນງານກ່ອນໜ້ານີ້ແມ່ນ Fancy ເຊິ່ງໃຫ້ໝູດເພງຊ້າເພີດເພີນກັບສຽງຮ້ອງ ແລະ...
ກັບມາເພື່ອຫຍັງ? ຫາຍໄປຢູ່ໆກັບມາບອກ ຄິດຮອດ ເຮັດຄືບໍ່ມີຫຍັງເກີດຂຶ້ນ ພຶດຕິກຳນີ້ເອີ້ນວ່າ Zombieing
ກົດໃຈໃຫ້ Story ເຈົ້າຕະຫຼອດ ແຕ່ເຂົ້າໄປສ່ອງພົບວ່າ “ເຂົາມີແຟນຢູ່ແລ້ວ” ຫຼື ວ່າເຈົ້າກຳລັງຕົກເປັນເປົ້າໝາຍຂອງການອ່ອຍແບບ Micro-Cheating ຢູ່ບໍນະ?
ຢຸດເປັນຄົນ Self Esteem ຕ່ຳ ທີ່ໃຜບອກວ່າດີ ເຈົ້າກໍເຮັດຕາມທັງໆທີ່ບໍ່ມັກ ລອງສ້າງຄວາມພໍໃຈ ແລະ ໝັ້ນໃຈໃນຄຸນຄ່າດ້ວຍຕົວເຈົ້າເອງ
ເລື່ອງຂອງ Gen Z ເນາະ ມັນຄືກັບສະໜາມອາລົມໃນໂລກອອນລາຍແທ້ໆ ເພາະພວກເຂົາເຕີບໃຫຍ່ມາກັບໂລກດິຈິຕອລ ມີມຸມມອງທີ່ແຕກຕ່າງຈາກຄົນຮຸ່ນກ່ອນໆ ມັກຫຍັງທີ່ຫຼາກຫຼາຍ ເທົ່າທຽມກັນສຸດໆ ແລະ ກ້າສະແດງອອກຫຼາຍ ໃຊ້ໂຊຊຽວມີເດຍເປັນບ່ອນລະບາຍຄວາມຄິດແບບບໍ່ປິດບັງ. ບາງເທື່ອກໍເບິ່ງແຮງໄປແດ່ຈັກໜ້ອຍ ຈົນເຮັດໃຫ້ຄົນຮຸ່ນເກົ່າຄິດວ່າ ບໍ່ເໝາະສົມ ແຖມຍັງຮູ້ສຶກງ່າຍກັບເລື່ອງສັງຄົມສຸດໆ ບໍ່ວ່າຈະເປັນ ເລື່ອງສິ່ງແວດລ້ອມ ຫຼື ສິດທິມະນຸດ, ຮຽກຮ້ອງການປ່ຽນແປງຈົນບາງທີກໍຂັດແຍ່ງກັບຄົນທີ່ຄິດບໍ່ຄືກັນ. ສິ່ງທີ່ສຳຄັນກວ່ານັ້ນ ພວກເຂົາມັກສະແດງຕົວຕົນແບບເປີດເຜີຍ...
ເຄີຍສົງໄສບໍ່ວ່າ ບາງຄັ້ງຄົນເຮົາກໍຕົກຫຼຸມຮັກກັນໄດ້ຈາກເລື່ອງເລັກນ້ອຍໆທີ່ເບິ່ງຄືບໍ່ຫຍັງຫຼາຍ. ບໍ່ຕ້ອງເຖິງຂັ້ນໃຫ້ດອກໄມ້ຊໍ່ໃຫຍ່ ຫຼື ພາໄປດິນເນີພາຍໃຕ້ແສງທຽນທີ່ແສນໂຣແມນຕິກ, ພຽງແຕ່ການກະທຳເັລກໆນ້ອຍໆທີ່ເອີ້ນວ່າ “Micro-mance” ກໍສາມາດຈຸດປະກາຍຄວາມຮູ້ສຶກດີໆໃນໃຈຂອງເຮົາໄດ້ແລ້ວ. Micro-mance ຄືຊ່ວງເວລາເລັກນ້ອຍທີ່ສະແດງເຖິງຄວາມໃສ່ໃຈ, ຄວາມໜ້າຮັກ ແລະ ຄວາມຈິງໃຈ ບໍ່ວ່າຈະເປັນການສົ່ງຂໍ້ຄວາມຫ່ວງໃຍຕອນເຊົ້າ, ການຈື່ໄດ້ວ່າເຂົາມັກກິນຫຍັງ ຫຼື ແມ່ນແຕ່ຮອຍຍິ້ມທີ່ສົ່ງໃຫ້ກັນໃນຈັງຫວະທີ່ເຂົາຜູ້ນັ້ນຕ້ອງການກຳລັງໃຈ. ມັນອາດຈະເບິ່ງຄືເປັນເລື່ອງທຳມະດາ ແຕ່ຖ້າເຮັດຖືກຈັງຫວະ ຮັບຮອງວ່າເຂົາຕ້ອງແອບຍິ້ມໃນໃຈຢ່າງແນ່ນອນ. ແຕ່ດຽວກ່ອນ! ການເຮັດ Micro-mance...
“ເຮົາເຮັດໂຕຄືກັບເປັນແຟນກັນເລີຍ ໄປກິນເຂົ້າ ໄປທ່ຽວ ແຕ່ເຮົາບໍ່ໄດ້ເປັນຫຍັງກັນ” ນີ້ຄືສິ່ງທີ່ເກີດຂຶ້ນ ເມື່ອສອງຄົນຕົກຢູ່ໃນຄວາມສຳພັນທີ່ບໍ່ມີສະຖານະທີ່ຊັດເຈນ. ຖ້າໃຜໄດ້ເບິ່ງຊີຣີໄວລຸ້ນທີ່ກຳລັງມາແຮງຂອງໄທ “Gelboys” ຄົງຈະໄດ້ເຫັນແລ້ວວ່າ ຄວາມສຳພັນແບບນີ້ມັນ Toxic ແລະ ພານແຕ່ຈະສ້າງຄວາມຮູ້ສຶກທີ່ບໍ່ດີໃຫ້ກັບທັງສອງຄົນ. ອີກດ້ານໜຶ່ງຄວາມສຳພັນນີ້ເອີ້ນວ່າ Situationship ຫຼື ຄວາມສຳພັນທີ່ຄົນສອງຄົນເຊື່ອມຕໍ່ກັນທາງອາລົມ, ທາງກາຍະພາບ ແຕ່ບໍ່ມຸ່ງຫວັງ ຫຼື ພັດທະນາສູ່ຄວາມສຳພັນທີ່ມີການຜູກມັດ. ຄວາມສຳພັນແບບນີ້ ມັນເປັນຄວາມສຳພັນທີ່ເຮັດໃຫ້ເຮົາເປັນອິດສະລະ...
ຫຼາຍຄົນອາດຈະເຄີຍສັງເກດເຫັນວ່າຄົນອ້ອມຂ້າງ ຫຼື ຕົວເຈົ້າເອງນັ້ນຈະມີພຶດຕິກຳທີ່ເວລາຄົບໃຜ ຫຼື ວ່າມີແຟນໃໝ່ກໍຈະມີອາການຢາກປ່ຽນແປງຕົວເອງໃຫ້ເຂົ້າກັບຄົນທີ່ຄົບຢູ່ໃນປັດຈຸບັນ, ພໍຄົບໃຜກໍຈະປ່ຽນໄປຕາມຄົນນັ້ນເລື່ອຍໆ ເຊິ່ງມັນໄດ້ສະແດງໃຫ້ເຫັນທາງດ້ານການກະທຳ ແລະ ເປັນການປັບຕົວເອງໃຫ້ເຂົ້າກັບຄົນຮັກໄປໂດຍອັດຕະໂນມັດ, ເພື່ອຢາກໃຫ້ເກີດຄວາມໃກ້ຊິດ ແລະ ມີຄວາມສຳພັນທີ່ບໍ່ຢາກໃຫ້ມີຫຍັງເຂົ້າມາເປັນບັນຫາລົບກວນ. ພຶດຕິກຳແບບນີ້ເອີ້ນວ່າ: Mirroring behaviors ແມ່ນການຮຽນແບບການກະທຳ, ຮູບແບບການເວົ້າ ຫຼື ທັດສະນະຄະຕິຂອງອີກຄົນໜຶ່ງ, ສ່ວນຕົວບຸກຄົນນັ້ນກໍມີທັງຮູ້ຕົວ ແລະ ບໍ່ຮູ້ຕົວ. ພຶດຕິກຳນີ້ມັກເກີດຂຶ້ນໃນສະຖານະການທີ່ມີການສື່ສານກັບຄົນໃນສັງຄົມ...