ໜ້າຫຼັກ The Crown Exclusive ພາໄປຮູ້ຈັກກັບ ສຸກິ – ສຸກິພົນ ວົງສັກ ຕົວແທນຈາກລາວໃນເວທີ Mister International 2025
The Crown Exclusive

ພາໄປຮູ້ຈັກກັບ ສຸກິ – ສຸກິພົນ ວົງສັກ ຕົວແທນຈາກລາວໃນເວທີ Mister International 2025

ສຸກິພົນ ວົງສັກ ຕົວແທນລາວໃນ Mister International 2025 ຈະເຂົ້າປະກວດໃນປະເທດໄທ ພ້ອມຄວາມມຸ່ງໝັ້ນ ທີ່ຈະສ້າງຄວາມພາກພູມໃຈໃຫ້ກັບປະເທດລາວ.

ແບ່ງປັນ

ວົງການປະກວດຊາຍງາມຂອງລາວໃນປີນີ້ມີຫຼາຍເວທີເລີຍທີ່ປະເທດລາວເຂົ້າຮ່ວມການປະກວດ. ໜຶ່ງໃນນັ້ນກໍຄື ສຸກິ – ສຸກິພົນ ວົງສັກ ໄດ້ເປັນຕົວແທນເຂົ້າຮ່ວມປະກວດ Mister International 2025 ເຊິ່ງຈະຈັດຂຶ້ນທີ່ປະເທດໄທໃນທ້າຍເດືອນກັນຍາ 2025 ນີ້.

ຫຼາຍຄົນອາດຈະຄຸ້ນໜ້າຄຸ້ນຕາກັບຊາຍໜຸ່ມຄົນນີ້ມາແດ່ແລ້ວຈາກການເປັນຜູ້ຊະນະການປະກວດ Mister Universe Laos 2025, ແຕ່ມື້ນີ້ເຮົາຈະພາໄປເຈາະເລິກເຖິງເລື່ອງລາວ ແລະ ແຮງບັນດານໃຈຂອງລາວ ພ້ອມທັງຊວນທຸກຄົນມາຮ່ວມສົ່ງກຳລັງໃຈໃຫ້ລາວໃນເວທີລະດັບໂລກນີ້.

ຈາກ Mister Universe Laos ສູ່ Mister International Laos

ກ່ອນໜ້ານີ້, ຊື່ຂອງ ສຸກິພົນ ວົງສັກ ເປັນທີ່ຮູ້ຈັກກັນດີໃນຖານະນັກສຶກສາສະຖາປັດຕະຍະກຳ ແລະ ນາຍແບບໜຸ່ມທີ່ໜ້າຈັບຕາ. ດ້ວຍຄວາມສູງເຖິງ 185 ຊັງຕີແມັດ, ລາວໄດ້ສະແດງຄວາມສາມາດ ແລະ ສະເໜ່ໃນເວທີ Mister Universe Laos 2025 ຈົນສາມາດຄວ້າຕຳແໜ່ງຊະນະເລີດມາຄອງ. ໄຊຊະນະຄັ້ງນັ້ນເຮັດໃຫ້ລາວຖືກແຕ່ງຕັ້ງເປັນຕົວແທນຂອງປະເທດລາວໃນການເຂົ້າຮ່ວມປະກວດລະດັບໂລກຢ່າງ Mister International 2025.

ພາໄປຮູ້ຈັກກັບ “ສຸກິ” ໃຫ້ຫຼາຍຂຶ້ນ

ເຖິງຈະມີອາຍຸພຽງ 19 ປີ, ແຕ່ສຸກິບໍ່ແມ່ນຊາຍໜຸ່ມທຳມະດາ. ນອກເໜືອຈາກການຮຽນສະຖາປັດຕະຍະກຳ, ລາວຍັງເປັນນາຍແບບທີ່ມີຄວາມສາມາດ ແລະມີຄວາມຫຼາກຫຼາຍດ້ານຄວາມສົນໃຈ. ບໍ່ວ່າຈະເປັນການຫຼິ້ນກິລາ (ບານເຕະ ແລະ ບານສົ່ງ), ການຫຼິ້ນກີຕ້າ ຫຼື ແມ້ກະທັ່ງການອ່ານໜັງສື. ລາວມີຄວາມສາມາດສື່ສານໄດ້ທັງພາສາລາວ ແລະ ໄທຢ່າງຄ່ອງແຄ້ວ.

ສິ່ງທີ່ເຮັດໃຫ້ຊີວິດຂອງລາວນ່າສົນໃຈຍິ່ງຂຶ້ນຄື ການເປັນຜູ້ເບິ່ງແຍງຫຼັກໃຫ້ກັບແມ່ ແລະ ນ້ອງສາວ. ເຖິງຈະຕ້ອງແບກຮັບໜ້າທີ່ອັນໜັກໜ່ວງ, ລາວກໍຍັງສາມາດຮັກສາຄວາມສົມດຸນລະຫວ່າງຊີວິດຄອບຄົວ, ການຮຽນ ແລະການພັດທະນາຕົນເອງໄດ້ຢ່າງໜ້າຊົມເຊີຍ.

ແຮງບັນດານໃຈທີ່ຍິ່ງໃຫຍ່ຂອງລາວຄືນັກເຕະລະດັບໂລກ Cristiano Ronaldo ທີ່ກ້າວຈາກຈຸດເລີ່ມຕົ້ນທີ່ລຳບາກຈົນກາຍເປັນຊື່ສຽງລະດັບໂລກດ້ວຍລະບຽບວິໄນ, ຄວາມກ້າຫານ ແລະ ຄວາມມຸ່ງໝັ້ນ. ສຳລັບສຸກິ, ລາວກ່າວວ່າ ການເປັນ Mister International ບໍ່ແມ່ນພຽງຕຳແໜ່ງ, ແຕ່ເປັນ “ພາລະກິດໃນການຍົກລະດັບ ແລະ ສ້າງແຮງບັນດານໃຈໃຫ້ກັບຊາຍລາວ, ເປັນຕົວແທນຂອງປະເທດດ້ວຍຄວາມພາກພູມໃຈ ແລະພິສູດວ່າອາຍຸບໍ່ເຄີຍເປັນຂໍ້ຈຳກັດ ເມື່ອມີຈຸດໝາຍ ແລະ ຄວາມມຸ່ງໝັ້ນນຳທາງ.”

ອ່ານຕື່ມ:  ຈະເຮັດແນວໃດ ຖ້າເຈົ້າໄປຮັກ ຄົນທີ່ບໍ່ໄດ້ຕ້ອງການຄວາມຮັກ? ຊວນຟັງເພງ 404 ຂອງ ຕານຸ ວັນນະສິນ

ນອກຈາກຄວາມຝັນທີ່ຈະເປັນສະຖາປະນິກຊັ້ນນຳຂອງປະເທດແລ້ວ, ສຸກິຍັງໃຊ້ເວລາວ່າງໃນການເຮັດວຽກອາສາສະໝັກ ເພື່ອຊ່ວຍເຫຼືອເດັກນ້ອຍໃນຊົນນະບົດ ໂດຍມີຄວາມເຊື່ອທີ່ວ່າເດັກທຸກຄົນສົມຄວນໄດ້ຮັບອະນາຄົດທີ່ສົດໃສ.

ເປັນຫຍັງຈຶ່ງມີການປະກວດ Mister International?

ການປະກວດ Mister International ບໍ່ໄດ້ສ້າງຂຶ້ນມາເພື່ອຊອກຫາຜູ້ຊາຍທີ່ໜ້າຕາດີເທົ່ານັ້ນ, ແຕ່ມີຈຸດປະສົງທີ່ເລິກເຊິ່ງກວ່າ ນັ້ນກໍຄື ອົງກອນ Mister International Organization (MIO) ເປັນເວທີລະດັບໂລກທີ່ເຊີດຊູຄວາມຫຼາກຫຼາຍທາງວັດທະນະທຳ, ພູມຫຼັງ ແລະສາສະໜາ.

ຈຸດປະສົງຫຼັກຂອງການປະກວດແມ່ນເພື່ອສ້າງພື້ນທີ່ປອດໄພໃຫ້ຜູ້ຊາຍໄດ້ແບ່ງປັນເລື່ອງລາວ ແລະ ສ້າງຜົນກະທົບໃນທາງບວກ ທັງໃນລະດັບສ່ວນຕົວ, ອາຊີບ ແລະ ການກຸສົນ. ຕົວແທນຜູ້ເຂົ້າປະກວດ ແລະ ຜູ້ຊະນະຈະໄດ້ເຮັດໜ້າທີ່ເປັນຜູ້ນຳທີ່ສ້າງແຮງບັນດານໃຈ ແລະ ເປັນແບບຢ່າງໃຫ້ກັບຊຸມຊົນ. ພວກເຂົາຍັງມີໂອກາດເຂົ້າຮ່ວມໂຄງການອາສາສະໝັກ ແລະ ກິດຈະກຳລະດົມທຶນຕ່າງໆ ເພື່ອສ້າງການປ່ຽນແປງທີ່ດີຂຶ້ນໃນສັງຄົມ.

ຊ່ອງທາງຕິດຕາມ ສຸກິ – ສຸກິພົນ ວົງສັກ ແລະ ສົ່ງກຳລັງໃຈ

ການປະກວດ Mister International 2025 ຈະຈັດຂຶ້ນທີ່ ບາງກອກ ປະເທດໄທ ໃນວັນທີ 25 ກັນຍາ 2025. ທຸກຄົນສາມາດຕິດຕາມ ແລະສົ່ງກຳລັງໃຈໃຫ້ກັບ ສຸກິ ໄດ້ຜ່ານຊ່ອງທາງທາງການຂອງການປະກວດ ແລະ ບັນຊີໂຊຊຽວມີເດຍຂອງລາວ.

Instagram: @sukisukiphon

Facebook: Suki Suki

ກອງປະກວດ Mister Universe Laos

ກອງປະກວດ Mister International

ມາຮ່ວມເປັນສ່ວນໜຶ່ງຂອງການເດີນທາງຄັ້ງນີ້ ແລະ ຊ່ວຍກັນສົ່ງແຮງໃຈໄປໃຫ້ ສຸກິພົນ ວົງສັກ ສາມາດສ້າງຊື່ສຽງ ແລະຄ ວາມພາກພູມໃຈໃຫ້ກັບປະເທດລາວເຮົາໃນເວທີລະດັບໂລກໄດ້ສຳເລັດ.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
OOPS ກຸ່ມສິລະປິນລາວ 5 ຄົນທີ່ມີຜົນງານເພງອິນດີ້ທີ່ມີເອກະລັກ
Muan Listen - ມ່ວນຊວນຟັງ

ຈະເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ໃນຮອບເກືອບ 2 ປີ ທີ່ຟັງແລ້ວຕ້ອງມີຄຳຖາມໃນໃຈ

ໃນຮອບເກືອບ 2 ປີ OOPS BAND ກັບມາດ້ວຍ “What If?” ເພງອິນດີ້ທີ່ຊວນໃຫ້ຜູ້ຟັງຄິດຕາມ ແລະເປີດໃຈກັບຄວາມຮູ້ສຶກ.

Muan Listen - ມ່ວນຊວນຟັງ

ຈະເຮັດແນວໃດ ຖ້າເຈົ້າໄປຮັກ ຄົນທີ່ບໍ່ໄດ້ຕ້ອງການຄວາມຮັກ? ຊວນຟັງເພງ 404 ຂອງ ຕານຸ ວັນນະສິນ

ຊວນຟັງ “404” ຂອງ ຕານຸ ວັນນະສິນ ເພງທີ່ຊວນຄິດວ່າ ຄວາມຮັກທີ່ບໍ່ຖືກຕອບສະໜອງ ຄວນຢູ່ຕໍ່ ຫຼືຖອຍອອກມາ?

The Crown Exclusive

ສີດຳແຫ່ງຄວາມພາກພູມໃຈ: ກັນນິກາ ສີວັງລາດ ສາວໄຕດຳຄົນທຳອິດທີ່ຄວ້າມຸງກຸດນາງສາວບັນດາເຜົ່າລາວ

ກັນນິກາ ສີວັງລາດ ສາວໄຕດຳຄົນທໍາອິດທີ່ຄວ້າມົງກຸດນາງສາວບັນດາເຜົ່າລາວ 2025 ດ້ວຍຄວາມພາກພູມໃຈໃນຮາກເຫງົ້າ ແລະ ພະລັງໃຈເພື່ອການປ່ຽນແປງ

ສຸດໃຈ MEL01 ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຂອງທຸກເຜົ່າ
Crown Talk

ສຸດໃຈ ຮັບໄຊທອງ ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຫຼາກຫຼາຍຂອງປະເທດລາວ

ສຸດໃຈ ຮັບໄຊທອງ MEL01 ຕົວແທນຊົນເຜົ່າລາວ ຜູ້ມີຄວາມຝັນຈະເປັນກະບອກສຽງໃຫ້ທຸກຊົນເຜົ່າ ສົ່ງເສີມຄວາມສະເໝີພາບ ແລະສືບສານວັດທະນະທໍາລາວໃຫ້ໂລກໄດ້ເຫັນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.