ທຸກຄົນລ້ວນແລ້ວມີຄວາມຝັນທີ່ມີຄ່າ ແຕ່ຈະເຮັດໃຫ້ສຳເລັດກໍເປັນເລື່ອງທີ່ທ້າທາຍຫຼາຍ ແລະ ກໍໃຊ້ເວລາໃນການຝຶກຝົນເຊັ່ນກັນ ໂອກາດທີ່ຜ່ານເຂົ້າມາກໍຍັງລ່ອງລອຍເປັນສິ່ງທີ່ຈັບຕ້ອງໄດ້ຍາກ ແຕ່ຖ້າເຮົາເລືອກບໍ່ລໍຖ້າມັນແລ້ວປ່ຽນເປັນແລ່ນເຂົ້າຫາແທນ ຈະເປັນແນວໃດ? ມັນເປັນຄຳຖາມທີ່ ມ່ວນ ນັ້ນກໍສົງໄສ ເຊິ່ງ “ແບ້ງ – ສຸກສະຫວັດ ອຸ່ນໄຕ ນາຍແບບໜ້າໃໝ່ຈາກຫຼວງພະບາງ” ຜູ້ທີ່ໄດ້ຮ່ວມເດີນແບບໃນງານ Lao Fashion Week 2025 Local Textile to Fashion / La Nuit Sofitel Luang Prabang ໄດ້ມາເຜີຍໃຫ້ຮູ້ກ່ຽວກັບມຸມມອງການຕັດສິນໃຈຄັ້ງໃຫຍ່ໃນຊີວິດຂອງລາວ ເພາະລາວແນມເຫັນເຖິງໂອກາດ ແລະ ບໍ່ຢາກເສຍເວລາລໍຖ້າ ເລີຍເລືອກທີ່ຈະທ້າທາຍຕົນເອງດ້ວຍການຍ້າຍຈາກບ້ານເກີດ ຫຼວງພະບາງ ມາສູ່ເມືອງໃຫຍ່ ນະຄອນຫຼວງວຽງຈັນ ທີ່ມີໂອກາດຫຼາຍກວ່າ, ເພື່ອຕ້ອງການຕາມຫາຝັນ ແລະ ການກ້າວເຂົ້າສູ່ ວົງການນາຍແບບລາວ.
ນາຍແບບໜ້າໃໝ່ຈາກຫຼວງພະບາງຄົນນີ້ ລາວມີຊື່ວ່າ ສຸກສະຫວັດ ອຸ່ນໄຕ ຫຼື ແບ້ງ ປັດຈຸບັນອາຍຸ 18 ປີ, ເປັນນັກສຶກສານ້ອງໃໝ່ປີ 1 ຈາກ ມະຫາວິທະຍາໄລແຫ່ງຊາດ, ຄະນະວິສະວະກຳສາດ ສາຂາວິສະວະກຳໂຍທາ. ການທີ່ລາວເລືອກຮຽນໃນສາຂານີ້ ເພາະວ່າເປັນຄົນທີ່ມັກຮັກໃນການອອກແບບ ແລະ ການກໍ່ສ້າງ, ມີຄວາມສົນໃຈໃນສະຖາປັດຕະຍະກຳ ແລະ ການພັດທະນາທີ່ຢູ່ອາໄສ ເປັນພິເສດ.
ຄວາມຮູ້ສຶກທຳອິດໃນການຢູ່ຫ່າງຈາກບ້ານເກີດ
ແບ້ງ ເລົ່າໃຫ້ ມ່ວນ ຟັງກ່ຽວກັບຄວາມຮູ້ສຶກຂອງລາວ ໃນການຕັດສິນໃຈຍ້າຍຈາກ ຫຼວງພະບາງ ມາຢູ່ ນະຄອນຫຼວງວຽງຈັນ ວ່າ “ມັນເປັນການປ່ຽນແປງຄັ້ງໃຫຍ່ໃນຊີວິດ ເຊິ່ງຄວາມຮູ້ສຶກມັນປະສົມປົນກັນໄປໝົດ ມີທັງຄວາມຕື່ນເຕັ້ນ ແລະ ຄວາມຄິດຮອດບ້ານ. ຕອນມາໃໝ່ໆຈະຮູ້ສຶກເຫງົາຫຼາຍແດ່ ເພາະເຄີຍໃຊ້ຊີວິດຢູ່ກັບຄອບຄົວ ແລະ ໝູ່ເພື່ອນຢູ່ທີ່ບ້ານ, ແຕ່ພໍມາຢູ່ວຽງຈັນໄປດົນໆ ກໍຄ່ອຍໆປັບໂຕໄດ້ ແລະ ເລີ່ມມັກການໃຊ້ຊີວິດແບບໃໝ່ແລ້ວ”.

ພາບ: souksavut.ot
ຫຼັງຈາກ ແບ້ງ ໄດ້ເລົ່າກ່ຽວກັບການຕັດສິນໃຈຍ້າຍຈາກບ້ານເກີດມານັ້ນ, ແວວຕາຂອງລາວຈາກທີ່ສະແດງອອກມາທຳອິດ ແມ່ນມີຄວາມເຫງົາ ແລະ ຄວາມຄິດຮອດບ້ານ ແຕ່ຕໍ່ມາກໍປ່ຽນເປັນຄວາມມຸ່ງໝັ້ນທ້າທາຍໃນສິ່ງໃໝ່ໆທີ່ມີຫຼາຍຢ່າງໃຫ້ລາວຕ້ອງຮຽນຮູ້ຕໍ່ໄປໃນການໃຊ້ຊີວິດ ເຊິ່ງເຮັດໃຫ້ເຫັນວ່າຄົນໆນີ້ມີຄວາມຕັ້ງໃຈຫຼາຍ ແລະ ມ່ວນ ກໍຢາກເອົາໃຈຊ່ວຍໃຫ້ລາວຄວ້າຄວາມຝັນມາໃຫ້ສຳເລັດ.
ມ່ວນ ໄດ້ຖາມເພີ່ມກ່ຽວກັບອາຫານທີ່ລາວມັກຢູ່ວຽງຈັນ ວ່າລາວມັກອາຫານປະເພດໃດເປັນພິເສດບໍ່ ເຊິ່ງລາລາວເລົ່າຕໍ່ວ່າ ”ມັກອາຫານປະເພດຟິວຊັນ (Fusion Food), ອາຫານນານາຊາດແບບ ຍີ່ປຸ່ນ-ເກົາຫຼີ (ວຽງຈັນມີຮ້ານຕ່າງປະເທດມາເປີດຫຼາຍກວ່າ ເຊິ່ງໃນຫຼວງພະບາງຍັງບໍ່ຫຼາຍ) ແລະ ແໜມເນືອງ ອາຫານແບບທີ່ມີສະເພາະໃນວຽງຈັນ ”.
ການປັບໂຕໃຫ້ເຂົ້າກັບຊີວິດໃນເມືອງທີ່ວຸ່ນວາຍ
ໃນໄລຍະທຳອິດ ແບ້ງ ບອກວ່າໃນການປັບໂຕໃນເມືອງໃຫຍ່ທີ່ແສນວຸ່ນວາຍເປັນສິ່ງທີ່ຍາກພໍສົມຄວນ ເພາະຫຼວງພະບາງນັ້ນເປັນເມືອງທີ່ສະຫງົບ, ອ້ອມຮອບດ້ວຍທຳມະຊາດ ແລະ ຜູ້ຄົນໃຊ້ຊີວິດແບບບໍ່ຟ້າວຟັ່ງ ເຊິ່ງແຕກຕ່າງຈາກວຽງຈັນທີ່ຈະມີຄວາມວຸ່ນວາຍ, ຈະເຮັດຫຍັງກໍຕ້ອງຟ້າວຫຼາຍກວ່າ ແຕ່ລາວກໍບໍ່ໄດ້ໃສ່ໃຈຫຼາຍ ເພາະເລືອກທີ່ຈະຫາເຮັດກິດຈະກຳທີ່ມັກ ແລະ ລາວຍັງໄດ້ເວົ້າເຖິງກິດຈະກຳທີ່ເລືອກເຮັດໃຫ້ຟັງວ່າ “ຂ້ອຍພະຍາຍາມປັບໂຕ ໂດຍການຫາສິ່ງທີ່ມັກເຮັດເຊັ່ນ: ການອອກກຳລັງກາຍ, ໄດ້ລອງສຶກສາຫຼາຍຢ່າງແນວທີ່ໂຕເອງບໍ່ເຄີຍເຮັດ ແລະ ຢາກລອງ ເພື່ອຈະມີກິດຈະກຳໃດທີ່ຊ່ວຍໃຫ້ຮູ້ສຶກຜ່ອນຄາຍໄດ້”.
ເຫດຜົນທີ່ຕັດສິນໃຈຍ້າຍມາ ແລະ ຄວາມກັງວົນທີ່ມີ
ກ່ອນທີ່ລາວຈະຕັດສິນໃຈຍ້າຍມາຢູ່ນະຄອນຫຼວງວຽງຈັນ ແມ່ນມາຈາກທີ່ລາວໄດ້ຄົ້ນພົບແຮງບັນດານໃຈໃນການຮັກການຖ່າຍຮູບ ແລະ ການໄດ້ເຫັນນາຍແບບຈາກຕ່າງປະເທດ, ໃນເວລາພວກເຂົາຢູ່ຫຼັງເລນກ້ອງຖ່າຍຮູບ ໄດ້ໂພສທ່າຕ່າງໆນັ້ນລ້ວນແລ້ວດູດີ ແລະ ມີສະເໜ່ຫຼາຍ ນີ້ຈຶ່ງເປັນອີກແຮງບັນດານໃຈໜຶ່ງໃນການເລືອກເດີນເສັ້ນທາງສາຍນີ້ ເຊິ່ງປັດຈຸບັນ ລາວກໍທັງຮຽນ ແລະ ເຮັດວຽກຄຽງຄູ່ໄປນຳກັນ.

ພາບ: souksavut.ot
ຍ້ອນຢາກພັດທະນາຕົນເອງເລີຍຕັດສິນໃຈຍ້າຍມາຢູ່ວຽງຈັນ ເພາະມີໂອກາດຫຼາຍກວ່າ ແລະ ຕ້ອງການເຂົ້າຮ່ວມໃນ ວົງການນາຍແບບ ຢ່າງເຕັມໂຕ. ແຕ່ໃນໃຈກໍຍັງມີຄວາມກັງວົນເລື່ອງການສ້າງຊື່ສຽງ ແລະ ຕ້ອງການເຮັດໃຫ້ຄົນໃນບ້ານເກີດພູມໃຈ ເຊິ່ງມັນກໍມີຄວາມທ້າທາຍຫຼາຍ.
ສະເໜ່ ແລະ ເອກະລັກໃນແບບຄົນຫຼວງພະບາງ
ຈາກການທີ່ເຮົາໄດ້ລົມກັບ ແບ້ງ, ເຮົາສາມາດສຳຜັດໄດ້ເຖິງບັນຍາກາດທີ່ເຮັດໃຫ້ຮູ້ສຶກສະບາຍໆ ແລະ ອົບອຸ່ນຈາກຕົວຕົນຂອງລາວ ແລະ ໄດ້ເບິ່ງເຫັນວ່າ ໜຸ່ມຫຼວງພະບາງຄົນນີ້ມີນິໄສທີ່ ອ່ອນໂຍນ, ຖ່ອມຕົນ ແຕ່ກໍແຝງຄວາມໝັ້ນໃຈ ແລະ ຄວາມມຸ່ງໝັ້ນ ເຊິ່ງນີ້ເປັນສະເໜ່ໃນແບບໜຸ່ມຫຼວງພະບາງທີ່ພົບໄດ້.
“ຂ້ອຍພະຍາຍາມຮັກສາເອກະລັກທີ່ຄົນຫຼວງພະບາງທຸກຄົນມີຄື ການຖ່ອມຕົນ ເພາະສິ່ງເຫຼົ່ານີ້ບໍ່ວ່າຈະເຮັດວຽກຫຍັງກໍຕາມ ການເປັນຄົນງ່າຍໆ ແລະ ມີຄວາມອ່ອນໂຍນ ກໍເປັນສິ່ງໜຶ່ງທີ່ຫຼາຍຄົນມັກ,” ແບ້ງ ກ່າວ.
ສິ່ງທີ່ລາວໄດ້ເລົ່າໃຫ້ ມ່ວນ ຟັງກ່ຽວກັບສະເໜ່ຂອງຄົນຫຼວງພະບາງນັ້ນ ຍັງເວົ້າລວມເຖິງນິຍາມການປະພຶດຕົນຕໍ່ໜ້າທີ່ການເຮັດວຽກຂອງລາວວ່າ: “ໃນວຽກສາຍນາຍແບບບໍ່ແມ່ນພຽງແຕ່ຕ້ອງມີຮູບລັກສະນະທີ່ໂດດເດັ່ນ ແຕ່ຕ້ອງມີວິໄນ, ຄວາມດຸໝັ່ນ ແລະ ຄວາມສາມາດໃນການປັບຕົວຕາມສະຖານະການ. ຖ້າຂ້ອຍໄດ້ຮັບໂຈດໃນການເປັນນາຍແບບໃຫ້ຜະລິດຕະພັນໃດໜຶ່ງເຊັ່ນ ເສື້ອຜ້າ, ວຽກບ້ານຂອງຂ້ອຍແມ່ນຕ້ອງຫາຈຸດເດັ່ນຂອງສິນຄ້າ ແລະ ຕ້ອງເຂົ້າໃຈກັບສິ່ງທີ່ນຸ່ງຖື ເພື່ອນຳສະເໜີໃຫ້ຄົນເບິ່ງເຂົ້າໃຈຫຼາຍທີ່ສຸດ ແລະ ສົນໃຈໃນຜະລິດຕະພັນນັ້ນ”.

ຄວາມຝັນ ແລະ ທິດທາງໃນອະນາຄົດທີ່ຢາກໃຫ້ສຳເລັດ
ກ່ອນທີ່ ແບ້ງ ຈະມາຮອດຈຸດນີ້ມັນບໍ່ເຄີຍງ່າຍເລີຍ ເນື່ອງຈາກການຫາໂອກາດໃໝ່ໆນັ້ນເປັນສິ່ງທີ່ຍາກຫຼາຍສຳລັບລາວ “ຂ້ອຍເຄີຍຖືກປະຕິເສດມາກໍຫຼາຍງານ ແຕ່ວ່າກໍໄດ້ປ່ຽນສິ່ງນັ້ນໃຫ້ເປັນແຮງໃຈ ເພື່ອເປັນກຳລັງຂັບເຄື່ອນໃນການພັດທະນາຕົນເອງໃຫ້ດີຂຶ້ນ ແລະ ຂ້ອຍກໍມີຄວາມຝັນວ່າ ຢາກມີໂອກາດອອກໄປເດີນແບບຢູ່ຕ່າງປະເທດ ແລະ ນຳເອກະລັກນາຍແບບລາວໄປໃຫ້ໂລກເຫັນ,” ແບ້ງ ເລົ່າ.
ນອກຈາກນີ້, ລາວຍັງຕ້ອງການນຳສະເໜີສິ່ງທີ່ເປັນ ມໍລະດົກວັດທະນະທຳ, ວັດວາອາຮາມ ແລະ ທຳມະຊາດ ມາປະສົມປະສານກັບແຟຊັນໃຫ້ໂລກໄດ້ເຫັນວ່າ ຫຼວງພະບາງມີຄວາມງາມທີ່ເປັນເອກະລັກຫຼາຍ.
ແບ້ງ ເລົ່າຕໍ່ວ່າ “ເຖິງວ່າແນວທາງການໃຊ້ຊີວິດຂອງຂ້ອຍໃນຕອນນີ້ຈະຍັງບໍ່ຊັດເຈນ ແລະ ຍັງບໍ່ຮູ້ເທື່ອວ່າຕົນເອງນັ້ນມັກແຕ່ງໂຕແບບໃດ ແຕ່ກໍຄິດວ່າຈະມັກການແຕ່ງໂຕແນວສະຕຣີຕ (Street) ແລະ ໃນຊີວິດປະຈຳວັນຕອນນີ້ກໍມີແຕ່ໄປຢິມ (Gym), ເຮັດວຽກແລ້ວກໍຮຽນ, ສຶກສາແນວທີ່ໂຕເອງສົນໃຈ ພ້ອມຫາແຮງບັນດານໃຈໃໝ່ໆກ່ຽວກັບການແຕ່ງໂຕ ແລະ ເອກະລັກຂອງຕົນເອງຢູ່”

“ຕອນນີ້ຜົນງານຂ້ອຍຍັງມີບໍ່ຫຼາຍ ແຕ່ກໍສາມາດເວົ້າເຖິງຜົນງານທີ່ເຮັດໃຫ້ຮູ້ສຶກພູມໃຈຫຼາຍນັ້ນກໍຄື Lao Fashion Week 2025 Local Textile to Fashion / La Nuit Sofitel Luang Prabang ແລະ ອາດຈະມີຫຼາຍໆຜົນງານໃຫ້ຕິດຕາມຢູ່ໃນອະນາຄົດ”
ໃນການຕັດສິນໃຈເລືອກຫ່າງຈາກບ້ານເກີດມາເປັນສິ່ງທີ່ຫຼາຍຄົນຄິດຍາກພໍສົມຄວນ ແລະ ມັນເປັນສິ່ງທີ່ຍິ່ງໃຫຍ່ຫຼາຍໃນການປ່ຽນແນວທາງເດີນຂອງຊີວິດ, ມ່ວນ ຄິດວ່າຫຼາຍຄົນຄົງມີຄວາມກັງວົນຢູ່ໃນໃຈເລິກໆຢູ່ແລ້ວ ແຕ່ຢາກໃຫ້ທຸກຄົນຄິດເລື່ອງການໃຊ້ຊີວິດຢ່າງລະມັດລະວັງໄດ້ ເພາະເປັນເລື່ອງດີ ແຕ່ກໍບໍ່ຢາກໃຫ້ຄິດຢ້ານຈົນບໍ່ກ້າໃຊ້ຊີວິດ, ບໍ່ກ້າທີ່ຈະຮຽນຮູ້ ແລະ ບໍ່ກ້າເດີນຕາມຫາຄວາມຝັນ.