ໃນທີ່ສຸດກໍສິ້ນສຸດການລໍຄອຍ ຂອງສາວົກອາລິຍະທຳ, ໂຊນີ້ເປີດໂຕຫູຟັງ flagship ຂອງປີນີ້ ຕໍ່ຍອດຈາກລຸ້ນຜ່ານມາ WH-1000XM6 ທີ່ຍັງຄົງເນັ້ນຈຸດເດັ່ນເລື່ອງການຕັດສຽງສຸດເທບ ລຸ້ນເກົ່າວ່າດີຫຼາຍແລ້ວ ແຕ່ຫຼ້າສຸດເອົາມາຕໍ່ຍອດໃຫ້ດີຂຶ້ນກວ່າເກົ່າ.
ຫູຟັງ SONY WH-1000XM6 ຖືວ່າຢູ່ໃນກຸ່ມຂອງ ຫູຟັງລະດັບພຣີມຽມ ທັງໃນແງ່ຄຸນນະພາບສຽງ, ວັດສະດຸ ແລະ ເທັກໂນໂລຊີຫຼ້າສຸດທີ່ໃສ່ເຂົ້າມາແບບຈັດເຕັມ ຈົນເປັນທີ່ຍອມຮັບທັງ ນັກຟັງຫູເຄືອບຄຳສາຍ Hi-Fi, ນັກຟັງ casual ຟັງສະບາຍໃນລະຫວ່າງເດີນທາງ ຫຼື ຈະເປັນຄົນເຮັດວຽກທີ່ຕ້ອງການຫູຟັງທີ່ສາມາດຕັດສຽງລົບກວນໄດ້ຢ່າງດີທີ່ສຸດ.
ລະບົບຕັດສຽງ
ຫູຟັງ SONY WH-1000XM6 ໃຊ້ລະບົບຕັດສຽງໂຕໃໝ່ ເອີ້ນວ່າ HD Noise Canceling Processor QN3 ທີ່ໃຫ້ປະສິທິພາບໃນການຕັດສຽງລົບກວນ ໄວກວ່າເກົ່າ 7 ເທົ່າ ຈາກລຸ້ນກ່ອນໜ້າ (WH-1000XM5) ດ້ວຍໄມຄ໌ທີ່ມີມາໃຫ້ 12 ໂຕ ຊ່ວຍໃນການປະມວນຜົນຕັດສຽງ (ກ່ອນໜ້ານິ້ມີ 8 ໄມຄ໌)
Hi-Fi Audio
ຫູຟັງ SONY WH-1000XM6 ຮອງຮັບລະບົບສຽງຄຸນນະພາບສູງ High-Resolution Audio ສຳລັບແບບສາຍ ແລະ High-Resolution Audio Wireless ສຳລັບແບບໄຮ້ສາຍ ແລະ ຍັງໃສ່ ເທັກໂນໂລຊີ DSEE Extreme ເອົາໄວ້ຂະຫຍາຍຄວາມລະອຽດຂອງແຫຼ່ງສຽງທີ່ເຮົາຟັງ (ເຊັ່ນ: ໄຟລ໌ເພງບໍ່ແຈ້ງ, ເນັດບໍ່ດີ ເຮັດໃຫ້ສະຕຣີມເພງມາແບບຄວາມລະອຽດຕ່ຳ) ໂດຍການໃຫ້ AI (ປັນຍາປະດິດ) ເຂົ້າມາຊ່ວຍຂະຫຍາຍຄວາມລະອຽດແບບ real-time ໂດຍບໍ່.
SONY ຍັງດຶງເອົາ Post Malone ສິລະປິນລະດັບ 9x Diamond-certified ຜູ້ຊີງລາງວັນ GRAMMY® Award-nominated ມາເປັນພຣີເຊັນເຕີແຄມເປນ Sony’s “For The Music” ນຳອີກ.

ຫູຟັງ SONY WH-1000XM6 ໄດ້ປັບເລື່ອງຄວາມກວ້າງຂອງຫູຟັງໃຫ້ໃຫຍ່ຂຶ້ນເລັກນ້ອຍ, ທີ່ມາແປກຄື ມັນສາມາດບິດໃຫ້ເຂົ້າໄປໃນເຄສ ເຮັດໃຫ້ເຄສມີຂະໜາດນ້ອຍລົງ ພົກພາງ່າຍຂຶ້ນ, ເຄສກໍປັບໃຫ້ບໍ່ມີ zip ແລ້ວໃຊ້ແມ່ເຫຼັກລັອກແທນ ສະດວກເວລາເດີນທາງ ໄຂຈັບມາຟັງງ່າຍຂຶ້ນ.
ລາຄາຂາຍເປີດໂຕ
ຫຼັງຈາກເປີດໂຕ ທາງ SONY ກໍໄດ້ປະກາດລາຄາຂາຍ (pre-order) ກໍຄື $449 ຖ້າເປັນ SONY Thailand ແມ່ນວາງໄວ້ທີ່ 15,990 ບາດ. ສ່ວນບ້ານເຮົາ ໃຜຢາກໄດ້ຄົງຕ້ອງໄດ້ໄປຊອກກັນຕາມຊ່ອງທາງອອນໄລນ໌ ບໍ່ຊັ້ນກໍບິນໄປສູນໂຊນີ້ໄດ້ເລີຍ (ຍາກເນາະ ????)
ທີ່ມາຂ່າວ:
https://www.sony.com.sg/headphones/products/wh-1000xm6
https://www.blognone.com/node/146460
https://www.prnewswire.com/news-releases/sony-introduces-the-best-noise-cancellation-with-the-wh-1000xm6-headphones-302456593.html