ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ບາງເລື່ອງຄິດວ່າລື່ມໄດ້ແຕ່ພໍເພງນີ້ຂື້ນທຸກຢ່າງກໍຍ້ອນກັບມາ ຜົນງານຈາກ M4CSSK x LUSSIAN ແລະ AKP JOEY
Muan Listen - ມ່ວນຊວນຟັງ

ບາງເລື່ອງຄິດວ່າລື່ມໄດ້ແຕ່ພໍເພງນີ້ຂື້ນທຸກຢ່າງກໍຍ້ອນກັບມາ ຜົນງານຈາກ M4CSSK x LUSSIAN ແລະ AKP JOEY

ແບ່ງປັນ
Getting your Trinity Audio player ready...

ເຄີຍບໍ່ເວລາຂັບລົດໄປໄກໆປ່ອຍໃຫ້ເພງໃນລົດເປີດວົນໄປແບບບໍ່ໄດ້ຕັ້ງໃຈແລ້ວຢູ່ດີໆຄວາມຊົງຈຳທີ່ເຮົາພະຍາຍາມໜີມາຕະຫຼອດມັນກັບຄ່ອຍໆລອບຂື້ນມາຄືພາບເກົ້່າໆທີ່ເຄີຍຖ່າຍໄວ້ໃນໃຈ.

“ຝັງໃນຄວາມຊົງຈຳ” ຜົນງານເພງຈາກ 3 ໜຸ່ມແຣັບເປີ M4CSSK x LUSSIAN ແລະ AKP JOEY ທີ່ຈະຍ້ອນກັບໄປໃນຊ່ວງເວລາທີ່ເຄີຍຮັກເຄັບເຈັບ ແລະ ເຄີຍເກັບມັນເອົາໄວ້

ດ້ວຍດົນຕີແນວອິນດີ້ປະສົມກັບການແຣັປແນວສະເພາະຂອງ 3 ສິລະປິນເຮັດໃຫ້ເພງນີ້ເໝືອນກັບຂັບລົດໜີອອກໄປນອກໃນວັນທີ່ແດດອອກແຕ່ຍັງເຈັບຈຸກຄືຝົນຕົກຕະຫຼອດທາງ.

ແຖມຜົນງານນີ້ໄດ້ຜ່ານການຜະລິດໂດຍ XXXVVIIV ໂປຼດິວເຊີຄຸນະພາບແຖວໜ້າຂອງລາວທີ່ເຂົ້າມາເຕີມເຕັມກິ່ນອາຍຂອງຄວາມເຫງົາແບບມີສະໄຕລ໌ເພງນີ້ຄື ຕົວແທນຂອງຄົນທີ່ຍັງ move on ບໍ່ໄດ້ແຕ່ກໍເລືອກຈະຕິດຢູ່ໃນຄວາມຊົງຈຳເກົ່າໆຢ່າງສວຍງາມ.

ໃຜທີ່ຍັງບໍ່ພ້ອມລືມລອງເປີດເພງນີ້ຟັງ ອາດຈະເຮັດໃຫ້ເຮົາກ້າທີ່ຈະຍອມຮັບວ່າ…ບາງຄວາມຮູ້ສຶກບໍ່ຈຳເປັນຕ້ອງລືມກໍໄດ້ ພຽງໃຫ້ມັນຢູ່ບ່ອນນັ້ນໃນທີ່ໆມັນຄວນຢູ່.

ອ່ານຕື່ມ:  BAY6IX & LALA ປ່ອຍເພງໃໝ່ “ຮູ້ຈັກເພື່ອຈາກລາ” ໄດ້ນັກຮ້ອງດັງ ເຣນິສະຣາ (เรนิษรา) ຈາກຝັ່ງໄທມາຮ່ວມຮ້ອງ
ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.