ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ
Muan RelationTips

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ແບ່ງປັນ

“ບໍ່ມີແຟນ ບໍ່ຮູ້ສຶກເຫງົາຫວາ?” ຖ້າເຈົ້າເຄີຍໄດ້ຍິນຄຳຖາມນີ້ເປັນປະຈຳ ຍ້ອນມີຄົນມັກມາສົງໄສໃນຄວາມສຳພັນທີ່ເບິ່ງແລ້ວກໍຮູ້ວ່າເຮົານັ້ນ ໂສດ 100% ແນ່ນອນ ແລະ ມັນເປັນເຫດການທີ່ບໍ່ສາມາດປະຕິເສດໄດ້ເລີຍວ່າໃນສັງຄົມບ້ານເຮົາມັນຍັງເບິ່ງຄືເປັນເລື່ອງແປກໆຢູ່, ເພາະຄົນມັກຕັ້ງຄຳຖາມວ່າເປັນຫຍັງຄືໂສດ? ເລືອກຫຼາຍຫວາ ຫຼື ສະເປັກສູງໂພດ. ມື້ນີ້ ມ່ວນ ຈະຊວນທຸກຄົນມາຫາຄຳຕອບນຳກັນວ່າເຮົາແມ່ນ “ຄົນໂສດສາຍ Self-Partnered ທີ່ມີຄວາມສຸກກັບການໄດ້ຢູ່ກັບໂຕເອງ” ແທ້ບໍ່?

ຖ້າຈະໃຫ້ຕອບຄຳຖາມທີ່ຖືກກ່າວມາຢູ່ຂ້າງເທິງນັ້ນ ມັນກໍມີຄຳຕອບແຕກຕ່າງກັນໄປ ແລ້ວແຕ່ລັກສະນະຄວາມພໍໃຈຂອງແຕ່ລະຄົນ ແຕ່ບໍ່ແມ່ນກັບຄົນໂສດສາຍ Self-Partnered ທີ່ມີຄວາມຊັດເຈນແບບກົງໄປກົງມາຢູ່ແລ້ວ ແລະ ຄົນກຸ່ມນີ້ຖືວ່າເລີ່ມພົບເຫັນໄດ້ຫຼາຍຂຶ້ນໃນປັດຈຸບັນ ເພາະພວກເຂົາພໍໃຈໃນສິ່ງທີ່ເລືອກ ແລະ ໃສ່ໃຈຄວາມຮູ້ສຶກຕົນເອງເປັນຫຼັກ ໂດຍສະເພາະກຸ່ມຄົນໃໝ່ໆຄື Gen Y ແລະ Gen Z.

ຄວາມໝາຍຂອງ Self-Partnered

ການເປັນຄົນທີ່ມີຄວາມໂສດແບບ Self-Partnered ນັ້ນ ບໍ່ໄດ້ມີຄວາມໝາຍຫຍັງຊັບຊ້ອນເປັນພິເສດເລີຍ ເພາະຄົນໂສດສາຍນີ້ຊັດເຈນວ່າເປັນຄົນເລືອກທີ່ຈະຮັກ, ດູແລ, ເຄົາລົບໃຫ້ກຽດໂຕເອງ ແລະ ພ້ອມປະຕິບັດກັບໂຕເອງຄືກັບຄົນທີ່ມີຄູ່ຮັກດີໆຢູ່. ພວກເຂົາມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າພວກເຂົາ “ປະຕິເສດທີ່ຈະຮັກ” ແຕ່ພວກເຂົາຮຽນຮູ້ວ່າ “ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ”.

Self-Partnered ປະໂຫຍກນີ້ແມ່ນຖືກເວົ້າຂຶ້ນມາໃນຄັ້ງທຳອິດໂດຍ Emma Watson ນັກສະແດງຈາກ Harry Potter ລາວໄດ້ໃຫ້ສຳພາດກັບ British Vogue ໃນປີ 2019 ວ່າ:

I’m very happy being single. I call it being self-partnered ທີ່ແປວ່າ ຂ້ອຍມີຄວາມສຸກດີທີ່ໄດ້ຢູ່ກັບໂຕເອງ.

ຫຼັງຈາກນັ້ນ, Self-Partnered ປະໂຫຍກນີ້ກໍໄດ້ຖືກເຜີຍແຜ່ຜ່ານສື່ ແລະ ມີຄົນນຳມາໃຊ້ເພື່ອອະທິບາຍເຖິງພຶດຕິກຳ, ການກະທຳໃຫ້ທຸກຄົນໄດ້ເຂົ້າໃຈຄວາມໝາຍຫຼາຍຂຶ້ນ.

ອ່ານຕື່ມ:  ໂສດມາຕັ້ງແຕ່ເກີດ ຂໍອະນຸຍາດເປີດໂຕແຟນ ມືໃໝ່ຮຽນມີແຟນ ເຮັດແນວໃດຈຶ່ງຈະ work?

Self-Partnered ມີຫຍັງແດ່?

  • ຮູ້ຈັກໂຕເອງແບບເລິກເຊິ່ງ: ຮູ້ວ່າໂຕເອງຕ້ອງການຫຍັງ ແລະ ບໍ່ຕ້ອງການອັນໃດ, ສາມາດຟັງຄວາມຮູ້ສຶກໂຕເອງໄດ້ໂດຍບໍ່ຕັດສິນ.
  • ມີເວລາໃຫ້ກັບໂຕເອງ: ພວກເຂົາຕັ້ງຂອບເຂດ ພ້ອມສ້າງ “me-time” ຂອງໂຕເອງໃນແຕ່ລະມື້ ແລະ ໃຫ້ເວລາໂຕເອງເຮັດໃນສິ່ງທີ່ມັກໂດຍບໍ່ຮູ້ສຶກຜິດ.
  • ດູແລໃຈໂຕເອງຄືກັບຄົນມີຄວາມຮັກ: ເວົ້າດີໆກັບໂຕເອງ, ໃຫ້ກຳລັງໃຈ ແລະ ປອບໃຈໂຕເອງໃນເວລາທີ່ຮູ້ສຶກເມື່ອຍ ແລະ ບໍ່ຕ້ອງທົນເຮັດໃຫ້ໂຕເອງເຂັ້ມແຂງຕະຫຼອດເວລາ.
  • ບໍ່ຕ້ອງບອກທຸກຢ່າງໃຫ້ຄົນອື່ນຮູ້ເພື່ອພິສູດໂຕເອງ: ຄວາມສຸກຂອງເຮົາບໍ່ຈຳເປັນຕ້ອງພິສູດໃຫ້ໃຜເຫັນກໍໄດ້ ແລະ ບໍ່ຕ້ອງປຽບທຽບໂຕເອງເພື່ອວັດຄວາມສຸກກັບຄົນອື່ນ.
  • ເປີດໃຈ ແຕ່ບໍ່ຍຶດຕິດ: ພ້ອມທີ່ຈະຮູ້ຈັກຄົນໃໝ່ໆ ແຕ່ບໍ່ຖິ້ມຄວາມຮູ້ສຶກໂຕເອງ ຖ້າໃຜຈະເຂົ້າມາ “ຊີວິດເຮົາຕ້ອງດີຂຶ້ນ” ບໍ່ແມ່ນມາສ້າງຄວາມທຸກໃຈບໍ່ສະບາຍໃຈໃຫ້ເຮົາ.
  • ໃຫ້ໂຕເອງໄປເຈິສິ່ງໃໝ່ເພື່ອສ້າງຄວາມສຳພັນທີ່ດີກັບໂຕເອງ: ພາໂຕເອງອອກໄປສ້າງຄວາມສຸກ (Self-date) ໂດຍການໄປທ່ຽວ, ຟັງເພງ, ກິນເຂົ້າ, ເບິ່ງໜັງ ແລະ ເຕີມເຕັມຄວາມຮູ້ສຶກດີໆໃຫ້ໂຕເອງໂດຍບໍ່ຕ້ອງອີງອາໄສຄົນອື່ນຫຼາຍເກີນໄປ.

ມ່ວນ ຈະສະຫຼຸບໃຫ້ເຂົ້າໃຈແບບງ່າຍໆວ່າການເປັນ Self-Partnered ນັ້ນແມ່ນເລີ່ມຈາກຄົນທີ່ມີພື້ນຖານທັດສະນະຄະຕິທີ່ດີຕໍ່ຄວາມສຳພັນ ເບິ່ງການສ້າງຄວາມສຳພັນເປັນການແບ່ງປັນພະລັງງານບວກ ໂດຍທີ່ພວກເຂົາໄດ້ເລືອກມອບມັນໃຫ້ກັບໂຕເອງກ່ອນ ແລະ ກໍບໍ່ໄດ້ ໝາຍເຖິງການປິດໃຈຈາກຄວາມຮັກ ແຕ່ຄືການຮຽນຮູ້ທີ່ຈະເປັນຄູ່ທີ່ດີທີ່ສຸດຂອງຕົວເອງກ່ອນ ນັ້ນເອງ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ຮັກຄືເລື່ອງຫົວໃຈ ແຕ່ຊີວິດຄູ່ບໍ່ມີເປົ້າໝາຍ ຄວນໄປຕໍ່ ຫຼື ຢຸດຄວາມສຳພັນ?

ຫຼາຍຄັ້ງທີ່ເຮົາມັກຈະເບິ່ງວ່າການທີ່ຢູ່ໃນຄວາມສຳພັນໃດໜຶ່ງ ພຽງຮັກກັນກໍພໍແລ້ວ ແຕ່ເວລາຜ່ານໄປຄວາມຮັກພຽງຢ່າງດຽວອາດຈະບໍ່ພຽງພໍທີ່ຈະສ້າງອະນາຄົດທີ່ໝັ້ນຄົງໄດ້ ຖ້າບໍ່ມີເປົ້າໝາຍ ຫຼື ທິດທາງທີ່ຊັດເຈນ ຈະເລືອກຈັບມືກັນ ຫຼື ປ່ອຍໃຫ້ແຕ່ລະຄົນພົບເສັ້ນທາງຂອງຕົນເອງ?

ຄວນເລືອກ “ຮັກແທ້” ຫຼື “ເງິນ”? ເຈາະວິທີຈັດການບັນຫາທາງການເງິນ ເພື່ອໃຫ້ຄວາມສຳພັນໄປຕໍ່ໄດ້

ບົດຄວາມນີ້ເປີດເຜີຍມຸມມອງກ່ຽວກັບຄວາມຮັກ ແລະ ການເງິນ ພ້ອມຄຳແນະນຳທີ່ເປັນປະໂຫຍດສຳລັບຄູ່ຮັກທຸກຄົນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.