ໜ້າຫຼັກ Gadzila ປ້ອງກັນໄພຈາກເບີແປກ: ໃຊ້ແອັບຊ່ວຍກວດວ່າໃຜໂທມາເພື່ອຫຼີກລ້ຽງພວກມິດສາຊີບ
Gadzila

ປ້ອງກັນໄພຈາກເບີແປກ: ໃຊ້ແອັບຊ່ວຍກວດວ່າໃຜໂທມາເພື່ອຫຼີກລ້ຽງພວກມິດສາຊີບ

ຢ່າຕົກເປັນເຫຍື່ອຂອງພວກມິດສາຊີບ ຮູ້ທັນກົນໄກການຫຼອກລວງທາງໂທລະສັບແບບໃໝ່ໆ. ປ້ອງກັນຕົວເອງດ້ວຍແອັບກວດເບີໂທທີ່ຊ່ວຍເພີ່ມຄວາມປອດໄພ ແລະ ຄວາມໝັ້ນໃຈໃຫ້ກັບການໃຊ້ໂທລະສັບ.

ແບ່ງປັນ
Getting your Trinity Audio player ready...

ເຄີຍສົງໄສບໍ່ວ່າເບີແປກທີ່ໂທເຂົ້າໂທລະສັບຂອງເຮົາແມ່ນໃຜ? ໃນຍຸກທີ່ການຫຼອກລວງທາງໂທລະສັບເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ການຮັບສາຍຈາກເບີແປກອາດຈະເປັນສັນຍານອັນຕະລາຍທີ່ພວກເຮົາຕ້ອງລະວັງພວກມິດສາຊີບທີ່ໃຊ້ວິທີຕ່າງໆເພື່ອໂທຫາຜູ້ຄົນໂດຍບໍ່ເລືອກໜ້າໃນການຫຼອກລວງເອົາຂໍ້ມູນ ຫຼື ເງິນ ເຊິ່ງເລື່ອງທີ່ພວກເຂົາໃຊ້ອ້າງໃນການຕົວະແມ່ນມັກຈະເຮັດໃຫ້ຜູ້ຟັງຕົກໃຈ, ຫຼົງເຊື່ອ ແລະ ຮີບຮ້ອນປະຕິບັດຕາມຈົນໂອນເງິນໄປໂດຍບໍ່ຮູ້ຕົວ.

ການຮູ້ທັນກົນໄກຂອງພວກມິດສາຊີບແມ່ນເປັນສິ່ງສຳຄັນ ແລະ ຈຳເປັນ. ພວກເຮົາມາເບິ່ງນຳກັນວ່າພວກເຂົາໃຊ້ວິທີໃດໃນການຫຼອກລວງ, ເຮົາຈະປ້ອງກັນຕົນເອງແນວໃດໄດ້ແດ່ ແລະ ການຕິດຕັ້ງແອັບທີ່ຊ່ວຍກວດໄດ້ວ່າໃຜໂທມາ ເປັນເຄື່ອງມືທີ່ຊ່ວຍເພີ່ມຄວາມປອດໄພ ແລະ ຄວາມສະດວກໃນການໃຊ້ໂທລະສັບ.

ຮູບແບບການຫຼອກລວງທີ່ພົບເລື້ອຍໆ

ຈຸດປະສົງຫຼັກຂອງພວກເຂົາແມ່ນເພື່ອເຮັດໃຫ້ເຮົາເກີດຄວາມຕົກໃຈ, ກັງວົນ ແລະ ບໍ່ມີເວລາຄິດໄຕ່ຕອງ, ພວກສະແກມເມີ (Scammer) ນັ້ນມັກຊອກຫາວິທີກົນໂກງມາຫຼາກຫຼາຍຮູບແບບເຊັ່ນ:

  1. ສວມຮອຍເປັນທະນາຄານ: ອ້າງວ່າບັນຊີຂອງເຮົາມີບັນຫາ ແລະ ຕ້ອງການແກ້ໄຂດ່ວນ.
  2. ສວມຮອຍເປັນບໍລິສັດໂທລະຄົມມະນາຄົມ ຫຼື ໄຟຟ້າ: ບອກວ່າເບີຂອງເຮົາໝົດອາຍຸ ຫຼື ໄຟບ້ານເຮົາມີບັນຫາຈະຖືກຕັດ.
  3. ໂທມາຂໍຄວາມຊ່ວຍເຫຼືອສຸກເສີນ: ປອມຕົວເປັນຍາດພີ່ນ້ອງ ຫຼື ໝູ່ເພື່ອນ ທີ່ກຳລັງປະສົບເຫດສຸກເສີນ ແລະ ຕ້ອງການເງິນ.
  4. ໂຊກລົ້ມທັບ: ສະແກມເມີໂທ ຫຼື ສົ່ງຂໍ້ຄວາມມາບອກວ່າເຮົານັ້ນກາຍເປັນຜູ້ໂຊກດີ ຈະໄດ້ຮັບລາງວັນໃຫຍ່ ມັກຕົວະເອົາຂໍ້ມູນຂອງເຮົາໄປໃຊ້ໃນທາງທີ່ບໍ່ດີ.
  5. ຊັກຊວນລົງທຶນ: ໂທມາໂນ້ມນ້າວໃຫ້ລົງທຶນກັບສິ່ງທີ່ອ້າງວ່າຈະໃຫ້ຜົນຕອບແທນສູງ.

ວິທີງ່າຍໆໃນການປ້ອງກັນຕົນເອງ

  1. ບໍ່ຮັບສາຍເບີທີ່ບໍ່ຮູ້ຈັກ: ຖ້າເຮົາບໍ່ແນ່ໃຈວ່າແມ່ນເບີໃຜ ຄວນຫຼີກລ້ຽງການຮັບສາຍ.
  2. ຢ່າໂອນເງິນ ຫຼື ໃຫ້ຂໍ້ມູນສ່ວນຕົວ: ບໍ່ຄວນບອກຂໍ້ມູນທີ່ສຳຄັນ ຫຼື ໂອນເງິນຜ່ານໂທລະສັບໂດຍເດັດຂາດ ຖ້າບໍ່ມີການກວດສອບທີ່ໜ້າເຊື່ອຖື.
  3. ຕິດຕັ້ງແອັບກວດເບີໂທ: ໃຊ້ແອັບທີ່ເຊື່ອຖືໄດ້ ເພາະແອັບເຫຼົ່ານີ້ຈະຊ່ວຍກວດສອບວ່າເບີທີ່ໂທເຂົ້າມາແມ່ນຂອງໃຜ, ບໍ່ວ່າຈະເປັນເບີຂອງມິດສາຊີບ, ສິນເຊື່ອ ຫຼື ເບີທົ່ວໄປ, ເຊິ່ງຈະຊ່ວຍເພີ່ມຄວາມປອດໄພໃຫ້ກັບໂທລະສັບຂອງທ່ານໄດ້ຫຼາຍ.

ແອັບທີ່ໜ້າສົນໃຈ

  • Truecaller: ເປັນແອັບທີ່ຊ່ວຍກວດເບີໂທທີ່ບໍ່ຮູ້ຈັກ ແລະ ສາມາດ ລະບຸຊື່ຜູ້ໂທ, ກວດຈັບເບີສະແກມເມີ (Scammer) ແລະ ປ້ອງກັນຂໍ້ຄວາມສະແປມ (Spam SMS) ໄດ້ໂດຍອັດຕະໂນມັດ. ແອັບນີ້ໃຊ້ຖານຂໍ້ມູນຈາກຜູ້ໃຊ້ທົ່ວໂລກຊ່ວຍໃຫ້ການກວດສອບມີຄວາມຖືກຕ້ອງສູງ. ຄວນລະວັງເລື່ອງຄວາມເປັນສ່ວນຕົວຂອງຂໍ້ມູນ ເພາະແອັບຈະຮ້ອງຂໍການເຂົ້າເຖິງລາຍຊື່ຕິດຕໍ່ຂອງເຮົາ.
  • Whoscall: ຊ່ວຍກວດສອບເບີໂທທີ່ບໍ່ຮູ້ຈັກໄດ້ທັນທີ ແລະ ເປັນອີກໜຶ່ງແອັບທີ່ມີຖານຂໍ້ມູນທີ່ໃຫຍ່ ຊ່ວຍໃຫ້ເຮົາຮູ້ວ່າເບີທີ່ໂທເຂົ້າມາແມ່ນຂອງໃຜ, ເປັນເບີທຸລະກິດ ຫຼື ເບີຂອງພວກເບີສະແກມເມີທີ່ສ້າງຄວາມລຳຄານ. Whoscall ຍັງມີຄຸນສົມບັດໃນການບລັອກເບີທີ່ບໍ່ຕ້ອງການ ແລະ ກວດຈັບຂໍ້ຄວາມສະແປມໄດ້ຢ່າງມີປະສິດທິພາບ.
  • Hiya: ແອັບນີ້ສາມາດກວດສອບເບີໂທທີ່ບໍ່ຮູ້ຈັກໄດ້ແບບ Real-time ສາມາດບອກໄດ້ວ່າເບີທີ່ໂທມາແມ່ນເບີທຸລະກິດ, ເບີສ່ວນຕົວ ຫຼື ເບີສະແກມເມີ ເຊິ່ງຊ່ວຍໃຫ້ເຮົາຕັດສິນໃຈໄດ້ວ່າຄວນຮັບສາຍ ຫຼື ບໍ່. Hiya ຍັງມີຟັງຊັນປ້ອງກັນການໂທແບບສະແປມ (spam calls) ແລະ ສາມາດປ້ອງກັນຂໍ້ຄວາມທີ່ຈະມີເນື້ອຫາຫຼອກລວງໄດ້ອີກດ້ວຍ.
  • Nomorobo: ແອັບນີ້ເນັ້ນໄປທີ່ໃນການບລັອກການໂທແບບ robocall ແລະ telemarketing ທີ່ໜ້າລຳຄານ. Nomorobo ມີຖານຂໍ້ມູນທີ່ໃຫຍ່ ແລະ ອັບເດດຢູ່ສະເໝີ ເພື່ອໃຫ້ສາມາດກວດຈັບເບີສະແກມເມີໄດ້ຢ່າງມີປະສິດທິພາບ.
  • Mr. Number: ເປັນແອັບທີ່ສາມາດບລັອກການໂທ ແລະ ຂໍ້ຄວາມຈາກເບີສະເພາະ, ຈາກລະຫັດພື້ນທີ່ ຫຼື ບລັອກການໂທທັງໝົດທີ່ມາຈາກຕ່າງປະເທດໄດ້. ນອກຈາກນີ້, ຍັງສາມາດອ່ານຄຳເຫັນຈາກຜູ້ໃຊ້ຄົນອື່ນໆກ່ຽວກັບເບີທີ່ໂທເຂົ້າມາໄດ້ອີກດ້ວຍ.

ການເລືອກໃຊ້ງານແອັບໃດກໍຕາມ ເຮົາຄວນເລືອກແອັບທີ່ເໝາະສົມກັບຄວາມຕ້ອງການຂອງເຮົາທີ່ສຸດ ເພື່ອໃຫ້ການປ້ອງກັນເປັນໄປຢ່າງມີປະສິດທິພາບ.

ອ່ານຕື່ມ:  ChatGPT ອັບເດດເພີ່ມຄວາມສາມາດການອ່ານຂໍ້ມູນໃນ Google Drive ແລະ OneDrive

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.