ໜ້າຫຼັກ The Crown Exclusive ຮູ້ຈັກ ‘ແຊມ ສິດປະເສີດ’ Mister World Laos 2024 ດີກຣີເທຣນເນີ ແລະ ນັກກີລາທີມຊາດ
The Crown Exclusive

ຮູ້ຈັກ ‘ແຊມ ສິດປະເສີດ’ Mister World Laos 2024 ດີກຣີເທຣນເນີ ແລະ ນັກກີລາທີມຊາດ

ແບ່ງປັນ

ພາມາຮູ້ຈັກກັບໜຸ່ມຜູ້ທີ່ເປັນຕົວແທນ Mister World Laos 2024 ທີ່ມີໂປຣຟາຍດີເລີດ! ເພາະນອກຈາກຈະເປັນເທຣນເນີ້ແລ້ວກໍຍັງເປັນອະດີດນັກກີລາທີມຊາດອີກດ້ວຍ.

ແຊມ – ທ້າວ ສິດປະເສີດ ສີອິນທະວົງ ເກີດວັນທີ 17 ພະຈິກ 2003, ແຊມເຄີຍ ເປັນອາດີດສິດເກົ່າ ໂຮງຮຽນມສ ວຽງຈັນ, ອາດີດ ນັກສຶກສາ ຄະນະວິສະວະກຳ ກົນຈັກ ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນ ຣັດຕະນະ ບໍລິຫານ ທຸລະກິດ ສາຂາ ພາສາອັງກິດ ທຸລະກິດ.

ແຊມ ເປັນອະດີດນັກກີລາເຕະບານທີມຊາດ ລຸ້ນ U15 ແລະ U 17 ປີ ໃນ ປີ 2017-2018. ໄດ້ໄປຮ່ວມແຂ່ງຂັນໃຫ້ກັບທີມຊາດລາວ ໃນຫຼາຍລາຍການ ແລະ ສະໂມສອນ ຊ້າງນ້ອຍ ເອບີຊີ ຊຸດສາຍກໍ 2019.

ແຊມເລີ່ມເຂົ້າວົງການບັນເທີງໃນລາວ ໂດຍການ ເຂົ້າຮ່ວມປະກວດຊາຍງາມລາວ ເວທີ Mister Laos ໃນປີ 2021 ແລະ ໄດ້ຕຳແຫນ່ງ TOP 5 MISTER LAOS ພາຍໃນປີນັ້ນ ແລະ ໄດ້ກ້າວເຂົ້າສູ່ວຽກງານ ວົງການບັນເທີງລາວ ແລະ ກໍມີຜົນງານຫຼາຍໆຢ່າງເຊັ່ນ: ການຖ່າຍແບບ, ການພຣີເຊັນເຕີ້ໃຫ້ກັບສິນຄ້າ, ຮ່ວມຖ່າຍ MV ເພງຫຼາຍຜົນງານເຊັ່ນ ເພງ ບາບຮັກຂອງເອື້ອຍນໍ້າຝົນ, ເພງ ຖອນຄໍາສາບານຊ່ວຍຊິວິດຄວາຍ… ຍັງເຄີຍໄດ້ ປຮ່ວມງານເດີນແບບທີ່ ປະເທດສິງກະໂປ ແລະ ເວທີຍ່າງແບບດັງໆໃນລາວຫຼາຍຄັ້ງ ເຊັ່ນ ເວທີ Lao Fashon Week 2023-2024 ແລະ ຈົນຮອດປະຈຸບັນນີ້ ແຊມໄດ້ເຮັດວຽກໃຫ້ແກ່ສັງຄົມ ໂດຍການເປັນ ອາສາສະຫມັກໃຫ້ແກ່ ມູນລະນິທິ ຊ່ວຍເຫລືອ ຄົນທຸກຍາກ ນະຄອນຫລວງວຽງຈັນ 1624.

ປະຈຸບັນ ແຊມກໍເຮັດວຽກເປັນຜູ້ຊ່ວຍອາຈານ ແລະ ຄູສອນເຕະບານຢູ່ທີ່ ໂຮງຮຽນ ວຽງຈັນ ນານາຊາດ (VIS) ແລະ ເປັນ ເທນເນີ ຟຣີແລນຊ໌ ແລະ ນາຍແບບອີກດ້ວຍ.

ອ່ານຕື່ມ:  ບຸບູ່ - ຄອງວົງ ສີມະຫາໂນ ກັບກ້າວທຳອິດໃນເສັ້ນທາງນາຍແບບໃນ FACE of LAOS

ຊ່ອງທາງຕິດຕາມ

FB: Sam Syinthavong

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
The Interview

ພົງ ໜຸ່ມບາຣິສຕາສາຍສະຕຣີດ ສູ່ນາຍແບບແບຣນດັງ ຜູ້ຄວ້າທຸກໂອກາດດ້ວຍໃຈທີ່ເປີດຮັບການປ່ຽນແປງ

ຈາກບາຣິສຕາສາຍສະຕຣີດ ສູ່ນາຍແບບແບຣນດັງ ພົງ ສະຫວັນ ຜູ້ຄວ້າໂອກາດດ້ວຍໃຈທີ່ເປີດຮັບການປ່ຽນແປງ ແລະຝັນຈະເປັນຜູ້ກຳກັບຮູບເງົາໃນອະນາຄົດ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.