RGB ເປີດຕົວຢ່າງເທ້ກັບເພງໃໝ່ຂອງລາວ ແລະ ຈະບິນສູງຂຶ້ນໄປຢ່າງຊື່ເພງ “Fly with Highbros”

ແບ່ງປັນ

RGB ເປີດຕົວຢ່າງເທ້ກັບເພງໃໝ່ຂອງລາວ ແລະ ຈະບິນສູງຂຶ້ນໄປຢ່າງຊື່ເພງ “Fly with Highbros”

02 January 2025 189

ມື້ນີ້ມ່ວນມີເພງໃໝ່ມາແນະນຳໃຫ້ທຸກຄົນໄດ້ຟັງນຳກັນ ແລະ ຢາກບອກວ່າເປັນເພງສະໄຕລ໌ Hip-hop ທີ່ແຣັບເດືອດສຸດໆອີກເພງໜຶ່ງເລີຍ, ເພງ “Fly with Highbros” ເພງໃໝ່ຂອງ RGB ທີ່ໄດ້ GeniusFlow ມາຮ່ວມຮ້ອງ.

RGB (Rangerbox DongDok Junior) ຫຼື Nobphon, ປັດຈຸບັນສັງກັດຢູ່ທີ່ຄ້າຍ Highbros Entertainment  ແລະ ການກັບມາຄັ້ງນີ້ຂອງລາວ RGB ກໍໄດ້ເປີດຕົວຢ່າງເທ້ກັບເພງໃໝ່ຂອງລາວທີ່ຈະບິນສູງຂຶ້ນໄປຢ່າງຊື່ເພງ “Fly with Highbros”

ເນື້ອຫາຂອງເພງແມ່ນໄດ້ເວົ້າເຖິງຄວາມທ້າທາຍທີ່ມີຢູ່ໃນຕົວຕົນຂອງລາວ ແລະ ການຕໍ່ສູ້ກັບຄົນທີ່ດູຖູກຄວາມຝັນຂອງລາວ ແລະ ລາວກໍໝັ້ນໃຈວ່າລາວນັ້ນມີຄວາມສາມາດທີ່ຈະເຮັດໄດ້ໂດຍທີ່ບໍ່ຕ້ອງມານັ່ງບອກ ຫຼື ປະກາດໃຫ້ຄົນອື່ນໆຮູ້ ແລະ ລາວພ້ອມຈະລຸຍສູ້ພ້ອມກັນກັບສິ່ງທີ່ລາວເລືອກເດີນທາງ.

ຜົນງານເພງນີ້ RGB ແລະ GeniusFlow ຍັງໄດ້ແຕ່ງເນຶ້ອຮ້ອງຂຶ້ນມາເອງທີ່ມັນໄດ້ສະແດງອອກເຖິງເອກະລັກ ແລະ ຕົວຕົນຂອງທັງສອງຄົນ, ເຂົ້າຟັງ ແລະ ໃຫ້ກຳລັງໃຈກັນໄດ້ແລ້ວເດີທີ່ YT: Highbros Entertainment.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຟັງ"ເສຍອາການ" ເພງທຳອິດຈາກ FIZCHE ນັກຮ້ອງສາວກຸ່ມໃໝ່ຈາກຄ້າຍ A-List

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.