ໜ້າຫຼັກ Gadzila ໄວລຸ້ນຕິກຕັອກເມກາ ລີ້ໄພໄປຫາແອັບ RED NOTE ຫຼັງມີຂ່າວ TikTok ຈະປິດແອັບ
Gadzila

ໄວລຸ້ນຕິກຕັອກເມກາ ລີ້ໄພໄປຫາແອັບ RED NOTE ຫຼັງມີຂ່າວ TikTok ຈະປິດແອັບ

ແບ່ງປັນ

ໃນຂະນະທີ່ມີຂ່າວວ່າ TikTok ຍັກໃຫຍ່ແຫ່ງວົງການໂຊຊຽວ ຈະປິດແອັບລົງໃນວັນອາທິດທີ 19 ມັງກອນ 2025 ນີ້ ເຊິ່ງເປັນມື້ທີ່ກົດໝາຍແບນແອັບດັ່ງກ່າວ ຈະມີຜົນບັງຄັບໃຊ້.

ແຕ່ຜູ້ໃຊ້ຫຼາຍກວ່າ 170 ຄົນໃນສະຫະລັດກໍບໍ່ໄດ້ປ່ອຍໃຫ້ໂຕເອງຕ້ອງໄດ້ຮັບຜົນກະທົບນີ້ແບບເຕັມໆ ໂດຍສະເພາະທີ່ເປັນຄອນເທັນຄຣີເອເຕີ ເພາະພວກເຂົາເລີ່ມຊອກຫາແພລດຟອມທີ່ຈະມາແທນທີ່ຕິກຕັອກຢ່າງວ່ອງໄວ ແລະ ເລີ່ມຍ້າຍໄປໃຊ້ແອັບ REDNOTE ເຊິ່ງເປັນໂຊຊຽວມີເດຍຂອງຈີນ ແລະ ເອີ້ນໂຕເອງວ່າເປັນ TikTok refugees ຫຼື ຜູ້ລີ້ໄພຈາກຕິກຕັອກ.

ຈາກເຫດການດັ່ງກ່າວນີ້ເຮັດໃຫ້ແອັບດັ່ງກ່າວຂຶ້ນເປັນອັບດັບໜຶ່ງໃນ App Store ຂອງສະຫະລັດໃນທັນທີ ເນື່ອງຈາກມີຜູ້ໃຊ້ໃໝ່ເພີ່ມຂຶ້ນເຖິງ 7 ແສນຄົນໃນເວລາສັ້ນໆ.

REDNOTE ຫຼື Xiaohong Shu ເປັນແພລດຟອມໂຊຊຽວມີເດຍຈາກຈີນ ເຊິ່ງຜູ້ພັດທະນາແມ່ນ Xinying Information Technology ຈາກຊ່ຽງໄຮ ທີ່ສ້າງຕັ້ງຂຶ້ນໃນປີ 2013.

ແອັບນີ້ເປັນແອັບຍອດນິຍົມໃນກຸ່ມໄວລຸ້ນຂອງຈີນ ທີ່ມັກແບ່ງປັນກ່ຽວກັບ lifestyle ແລະ ຍັງເປັນ e-commerce ເຊິ່ງໃນແຕ່ລະເດືອນມີຜູ້ໃຊ້ງານປະມານ 300 ລ້ານຄົນ.

ແນວໃດກໍຕາມ, REDNOTE ບໍ່ແມ່ນພຽງແຕ່ແອັບດຽວທີ່ຜູ້ໃຊ້ຕິກຕັອກອາເມລິກາກຳລັງຍ້າຍໄປໃຊ້ ແຕ່ຍັງມີ Lemon8 ເຊິ່ງເປັນແອັບໃນເຄືອຂອງ ByteDance.

ສ່ວນແພລດຟອມອື່ນເຊັ່ນ: Instagram Reels ຫຼື YouTube Shorts ຊໍ້າພັດບໍ່ແມ່ນຕົວເລືອກຂອງບັນດາຜູ້ລີ້ໄພຈາກຕິກຕັອກ ເຊິ່ງເຫດຜົນຫຼັກກໍແມ່ນ ຄວາມບໍ່ເປັນມິດຕໍ່ຜູ້ສ້າງຄອນເທັນ ແລະ ການຂາດຄວາມຮູ້ສຶກຂອງການເປັນຊຸມຊົນ.

ໂດຍ: ທີມ Gadzila

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

OpenAI ເປີດໂຕ ChatGPT-5 ຜູ້ຊ່ວຍ AI ສ່ວນຕົວທີ່ສະຫຼາດຍິ່ງກວ່າເກົ່າ

ChatGPT-5 ອັບເດດໃໝ່ຈາກ OpenAI ທີ່ຍົກລະດັບຄວາມສະຫຼາດ ແລະ ຄວາມເຂົ້າໃຈເນື້ອຫາທີ່ຊັບຊ້ອນ ພ້ອມຄວາມສາມາດໃນການຂຽນ Code ແລະ Content ຢ່າງມືອາຊີບ.

NotebookLM: ແອັບ AI ສະຫຼຸບບັນທຶກ ແລະ ສ້າງ Podcast ສຽງເວົ້າຄືມະນຸດ

ພົບກັບຈຸດເດັ່ນທີ່ບໍ່ຄວນພາດ NotebookLM ແອັບ AI ຈາກ Google ຊ່ວຍສະຫຼຸບບັນທຶກ ແລະ ສ້າງເັປັນ Podcast ໃຫ້ສຽງເວົ້າຄືມະນຸດ ການໃຊ້ງານເໝາະກັບນັກຮຽນ,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.