ພຸດທະສອນ ພູນວິໄລ ຫຼື ໃບບຸນ ຖືກແຕ່ງຕັ້ງເປັນ Miss Icon Laos 2025 ກຽມເດີນທາງໄປປະກວດຕໍ່ຢູ່ກຳປູເຈຍ ໃນທ້າຍເດືອນພຶດສະພາ 2025.
ການແຕ່ງຕັ້ງດັ່ງກ່າວຖືກປະກາດອອກມາເມື່ອວັນທີ 8 ພຶດສະພາ 2025 ຜ່ານທາງເພຈເຟສບຸກຂອງ A-List Talent Agency.
ສາວງາມໄວ 22 ປີ ຄົນນີ້ເຄີຍຜ່ານການປະກວດນາງງາມມາກ່ອນແລ້ວ ກາຣັນຕີດ້ວຍລາງວັນຮອງຊະນະເລີດອັນດັບ 1 ແລະ Miss Earth Water Laos 2024 ຈາກການປະກວດ Miss Earth Laos 2024.
ນອກຈາກຈະຈົບການສຶກສາຈາກສະຖາບັນການທະນາຄານແລ້ວ, ປັດຈຸບັນລາວເປັນນັກສະແດງ, ນາງແບບ ແລະ ອິນຟລູເອນເຊີໃນລາວ.
ໃບບຸນ ຈະຮ່ວມປະກວດ Miss Icon International 2025 ເຊິ່ງມີກຳນົດຈັດຂຶ້ນ ຢູ່ປະເທດກຳປູເຈຍ ລະຫວ່າງວັນທີ 18-26 ພຶດສະພາ 2025 ນີ້ ແລະ ຮອບຕັດສິນແມ່ນຈະມີຂຶ້ນໃນວັນທີ 25 ພຶດສະພານີ້.
ສຳລັບການປະກວດ Miss Icon International ເປັນເວທີປະກວດນາງງາມທີ່ເປັນເຈົ້າຂອງໂດຍບໍລິສັດສັນຊາດກຳປູເຈຍຊື່ວ່າ Mediaload (Cambodia) Co., Ltd. ແລະ ການປະກວດໃນຄັ້ງນີ້ຖືເປັນຄັ້ງທຳອິດ ພາຍໃຕ້ຄຳຂວັນທີ່ວ່າ Showcasing Beyond Beauty ແລະ ຈຳນວນປະເທດທີ່ເຂົ້າຮ່ວມປະກວດຍັງບໍ່ທັນມີການເປີດເຜີຍອອກມາເທື່ອ.



