ໜ້າຫຼັກ Muan.la - ສາລະບັນເທີງ The Interview ສ້າງຜົນງານ Art Toy ສິລະປະດ້ວຍແສງແຫ່ງຄວາມຫວັງ ຈາກຈິນຕະນາການຂອງ PhoudDoodle
The Interview

ສ້າງຜົນງານ Art Toy ສິລະປະດ້ວຍແສງແຫ່ງຄວາມຫວັງ ຈາກຈິນຕະນາການຂອງ PhoudDoodle

ແບ່ງປັນ
Getting your Trinity Audio player ready...

ມື້ນີ້ມ່ວນຈະພາມາຮູ້ຈັກ Phoudthasone Souksompheng ຫຼື ພຸດ, ຊື່ໃນວົງການງານສິນກໍຄື PhoudDoodle ເຊິ່ງຫຼາຍໆຄົນຄົງຈະຄຸ້ນເຄີຍ ແລະ ຮູ້ຈັກກັນດີໃນວົງການສິລະປະ. ດ້ວຍຮູບແບບການແຕ້ມທີ່ມີເອກະລັກສະເພາະຕົວໃນສະໄຕລ໌ລາຍເສັ້ນແບບ Doodle Art ທີ່ພໍເບິ່ງແລ້ວໃຫ້ຄວາມຮູ້ສຶກເຖິງຄວາມມ່ວນຊື່ນ, ຄວາມຄິດ ແລະ ຈິນຕະນາການ. ການມີອິດສະຫຼະໂດຍບໍ່ຈໍາເປັນຕ້ອງມີໂຄງຮ່າງກົດເກນທີ່ຕາຍຕົວ.

ປັດຈຸບັນ, ພຸດ ແລະ ກຸ່ມຜູ້ສ້າງສິລະປະໄດ້ຮ່ວມແຮງໃຈກັນສ້າງຜົນງານ Art Toy ກຸ່ມທຳອິດໃນລາວ. ພາຍໃຕ້ຄັອນເຊັບ “ແສງແຫ່ງຄວາມຫວັງ”, ເຊິ່ງຜົນງານດັ່ງກ່າວມີຊື່ວ່າ “ທ້າວ ຈິນຕະນາການ” ກໍໄດ້ຈັດສະແດງທີ່ງານ LAO ART WEEK 2024 ທີ່ຜ່ານມານີ້ເອງ.

Art Toy ຄືການສະແດງອອກທາງສິລະປະອີກຢ່າງໜຶ່ງທີ່ສິລະປິນໄດ້ປະສົມປະສານຄວາມມ່ວນຊື່ນທາງສິລະປະ ແລະ ຂອງຫຼິ້ນເຂົ້ານຳກັນ, ສະທ້ອນອາລົມຄວາມຮູ້ສຶກ, ເລື່ອງລາວ ແລະ ປະສົບການ. ໂດຍຜົນງານຂອງພຸດລາວໄດ້ເຮັດອອກມາໃນຮູບແບບຂະໜາດທີ່ບໍ່ໃຫຍ່ຫຼາຍ ແລະ ຈຳນວນຈຳກັດ. ເພື່ອການເກັບສະສົມ, ວາງສະແດງ ແລະ ຊື່ນຊົມໃນຖານະທີ່ເປັນງານສິລະປະ.

ໃນສ່ວນຂອງແຮງບັນດານໃຈໃນການສ້າງ Art toy ຂອງພຸດແມ່ນມາຈາກການທີ່ລາວໄດ້ມີໂອກາດໄປເບິ່ງງານວາງສະແດງສິລະປະຢູ່ປະເທດໄທຊ່ວງປີ 2023 ແລະ ໄດ້ໄປຊົມງານຂອງສິລະປິນທີ່ລາວຊື່ນຊົມທີ່ໄດ້ເຮັດ Art Toy ອອກມາ ແລະ ຮູ້ສຶກໄດ້ເຖິງຄວາມມີຊີວິດຊີວາຂອງ characters ທີ່ໄດ້ຖ່າຍທອດອອກມາ, ຮູ້ສຶກໄດ້ວ່າງານປະເພດ Art Toy ນີ້ສາມາດເຂົ້າເຖິງໄດ້ງ່າຍ, ມີຄວາມມ່ວນສາມາດຊົມໄດ້ໃກ້ຊິດ, ເບິ່ງໄດ້ຫຼາຍມຸມຫຼາຍອົງສາ, ຮູ້ສຶກວ່າໄດ້ຮັບແຮງບັນດານໃຈທີ່ໜ້າຈົດຈຳ ແລະ ໜ້າສົ່ງຕໍ່ຫຼາຍ. ພຸດເລີຍຢາກສ້າງ ແລະ ສົ່ງຕໍ່ຄວາມຮູ້ສຶກໃນແຮງບັນດານໃຈເຫຼົ່ານີ້ໃຫ້ທຸກຄົນທີ່ມາຊື່ນຊົມຜົນງານ.

“Art Toy ຜົນງານຊຸດທຳອິດຂອງພຸດນັ້ນມີຄາແຣັກເຕີທີ່ເປັນສັນຍະລັກຂອງຈິນຕະນາການ ແລະ ຕົວແທນຂອງເດັກນ້ອຍຜູ້ໜຶ່ງທີ່ເປັນໂຕສີຂາວພ້ອມທີ່ຈະຮອງຮັບຕໍ່ເຕີມສີສັນຈາກຈິນຕະນາການອັນບໍລິສຸດ ແລະ ຄວາມຮູ້ສຶກດີໆຂອງມອນສເຕີໃນຈັກກະວານດູໂດ້ຂອງພຸດ. ຕົວຄາແຣັກເຕີຈະຂີ່ດາວເປັນຕົວແທນໃຫ້ກັບຄວາມຫວັງໃນດຳເນີນຊີວິດຂອງພວກເຮົາທຸກຄົນ, ບໍ່ວ່າເຮົາຈະຢູ່ໃສ? ເຮັດອາຊີບຫຍັງ? ລ້ວນແລ້ວແຕ່ຕ້ອງການຄວາມຫວັງສະເໝີ ຖ້າພວກເຮົາໄດ້ຄວາມຫວັງຈາກຄົນອື່ນ, ຈາກສັງຄົມ, ສະພາບແວດລ້ອມທີ່ພ້ອມເຮັດໃຫ້ເຮົາເຕີບໂຕກໍຈະດີຂຶ້ນຫຼາຍ. ແຕ່ຖ້າທຸກຢ່າງບໍ່ເອື້ອອຳນວຍພວກເຮົາກໍຈົ່ງສ້າງຄວາມຫວັງຂຶ້ນມາດ້ວຍຕົວເອງ, ຖ້າພວກເຮົາບໍ່ມີຄວາມຫວັງ, ບໍ່ມີກຳລັງໃຈ, ເຮົາກໍຈະບໍ່ສາມາດທີ່ຈະໄປເຖິງສຸດປາຍທາງແຫ່ງຄວາມປາດຖະໜາໄດ້” ພຸດກ່າວໄວ້.

Facebook: Phoudthasone Souksompheng

ອ່ານຕື່ມ:  ຊວນຮູ້ຈັກ ໂຈບີ້ ວິບູນສຸກ ພະເອກເອັມວີໜ້າໃສໃນເພງ Trust Issues ຂອງ Imel

Art Toy ຖືວ່າເປັນສິ່ງໃໝ່ຫຼາຍສຳຫຼັບຕົວພຸດ ແລະ ປະເທດລາວເຮົາ, ພຸດລາວໄດ້ຮັບໂອກາດສ້າງ Art Toy ນີ້ຍ້ອນວ່າໄດ້ມີລຸ້ນອ້າຍທີ່ມີອຸປະກອນ ແລະ ຄວາມຮູ້ທາງດ້ານພິມ 3 ມິຕິ. ເຮັດໃຫ້ພຸດລາວບໍ່ໄດ້ກັງວົນຫຼາຍ, ແຕ່ກໍໄດ້ສຶກສາຫາຄວາມຮູ້ ແລະ ປະສົບການທາງດ້ານຂະບວນການຂັດພື້ນຜິວໃຫ້ລຽບນຽນຂອງ Art Toy ລວມໄປເຖິງການລົງສີທີ່ໄດ້ຈັບ Air brush ໃໝ່ໆ ລວມໄປເຖິງສີທີ່ໃຊ້ສະເພາະທາງ, ສ່ວນອຸປະສັກຫຼັກຂອງພຸດນັ້ນແມ່ນກ່ຽວກັບດ້ານຄວາມຮູ້, ປະສົບການຂອງເທັກນິກຕ່າງໆ ແລະ ເວລາ(ເພາະມີເວລາຈຳກັດ).

ງານສິລະປະເປັນຂອງສາກົນ, ມີພາສາຂອງຄວາມຮູ້ສຶກທີ່ທຸກຄົນສາມາດເຂົ້າເຖິງໄດ້ ແລະ ງານຂອງລາວນັ້ນແມ່ນມີແນວຄວາມຄິດຂອງຜູ້ຄົນຢູ່ໃນຜົນງານ, ທຸກຄົນສາມາດຈິນຕະນາການໄດ້ໃນດ້ານບວກ ແລະ ພະລັງງານທາງເສີມສ້າງກຳລັງໃຈພາຍໃນຜົນງານ Art Toy ຂອງພຸດນີ້.

ພຸດຕ້ອງການສື່ຖືງຜູ້ຄົນໃນຜົນງານ Art Toy ດ້ວຍການເລົ່າຜ່ານຜົນງານວ່າໃນສະພາບແວດລ້ອມປະເທດລາວໃນປັດຈຸບັນ, ບໍ່ວ່າຈະເປັນທາງດ້ານເງິນຕາທີ່ເຊື່ອມມູນຄ່າລົງ, ຄ່າຄອງຊີບເພີ່ມຂຶ້ນ ແລະ ບັນຫາຫຼາຍຢ່າງໃນລະບົບເສດຖະກິດຂອງເຮົາ. ເຮັດໃຫ້ຫຼາຍຄົນຮູ້ສຶກໝົດຫວັງກັບສະພາບເສດຖະກິດ ແລະ ບໍ່ສາມາດເພິ່ງພາອາໄສສິ່ງອື່ນໄດ້ ແລະ ຮູ້ສຶກບໍ່ມີກຳລັງໃຈ ໃນການປະເຊີນກັບບັນຫາຕ່າງໆ, ແຕ່ຖ້າເຮົາຍັງມີຄວາມຝັນ. ມີຄວາມປາດຖະໜາ, ມັນຈຳເປັນຫຼາຍທີ່ເຮົາທຸກຄົນຈະຕ້ອງໄດ້ສ້າງຄວາມຫວັງຂຶ້ນມາດ້ວຍຕົວເອງໂດຍບໍ່ຕ້ອງເພິ່ງພາສິ່ງອື່ນຫຼາຍຈົນເກີນໄປ.

ປຽບເໝືອນແສງຂອງດວງດາວເມື່ອທຸກຄົນມີແສງສະຫວ່າງໃນຕົວເອງແລ້ວ. ແສງສະຫວ່າງນັ້ນລ້ວນແຕ່ສ່ອງແສງນຳທາງໃຫ້ກັບຜູ້ອື່ນໄດ້ນຳຍິ່ງມີແສງນ້ອຍໆຂອງດາວຫຼາຍເທົ່າໃດ, ຄວາມຫວັງຂອງພວກເຮົາລ້ວນຕ້ອງເພີ່ມຂຶ້ນຢ່າງແນ່ນອນ.

ພຸດລາວມີເປົ້າໝາຍທີ່ຈະສ້າງສັນຜົນງານອອກມາເລື້ອຍໆ ແລະ ເຮັດໃຫ້ດີຂຶ້ນເລື້ອຍໆຄືການພັດທະນາຜົນງານຂອງລາວໃນອະນາຄົດ ແລະ ຈະນຳເອົາ Art Toy ຂອງລາວ ແລະ ຄົນລາວໄປສູ່ລະດັບເວທີສາກົນໃຫ້ໄດ້. ພຸດລາວໄດ້ຫວັງວ່າໃນອະນາຄົດຈະມີຄົນເຂົ້າມາສ້າງສັນ Art Toy ໃຫ້ຫຼາຍເພີ່ມຂຶ້ນ. ຍ້ອນວ່າສິລະປະ, ປະເພດນີ້ສາມາດເຂົ້າເຖິງຜູ້ຄົນໄດ້ໃກ້ຊິດຂຶ້ນ, ໄດ້ສະສົມງານສິລະປະໃນລາຄາທີ່ຈັບຕ້ອງໄດ້ ແລະ ໄດ້ເຂົ້າເຖິງສິລະປະຮູບແບບໃໝ່ທີ່ສາມາດຈັບຫຼິ້ນໄດ້ຢ່າງມ່ວນຊື່ນ.

ຄວາມສຳຄັນຂອງການນຳຄວາມຄິດສ້າງສັນເນື່ອງຈາກວ່າເປັນສິ່ງໃໝ່ ແລະ ລ້ວນແຕ່ເປີດໂອກາດໃຫ້ທຸກຄົນໃນສັງຄົມໄດ້ສຳຜັດຄວາມຮູ້ສຶກ, ການຄິດ ແລະ ເຊື່ອມໂຍງກັນໃນຮູບແບບໃໝ່ໆຢ່າງແນ່ນອນ. ດ້ວຍຮູບແບບການສ້າງສິລະປະໃໝ່ໆມາສູ່ສັງຄົມລາວຊ່ວຍໃຫ້ສັງຄົມມີການພັດທະນາຢ່າງຕໍ່ເນື່ອງ, ທັນສະໄໝ, ມີຄວາມຍືດຍຸ່ນ, ບໍ່ຢຶດຕິດສິ່ງເດີມໆຫຼາຍຈົນເກີນໄປ ແລະ ແນ່ນອນເປັນສິ່ງທີ່ໜ້າສົນໃຈ, ເປີດກວ້າງພ້ອມຮັບການປ່ຽນແປງ ແລະ ຮຽນຮູ້ຕະຫຼອດຊີວິດ.

ອ່ານຕື່ມ:  ເບຶ້ອງຫຼັງຄວາມສຳເລັດດ້ວຍຄວາມຝັນ ຢາກໄປແຂ່ງເຕັ້ນຢູ່ຕ່າງປະເທດ ຂອງນັກກິລາປະເພດເຕັ້ນ BBOY "Ka-G"

ສຳລັບສິລະປິນລຸ້ນໃໝ່ທີ່ສົນໃຈຢາກສ້າງ Art toy ຫຼື ຢາກເລີ່ມຕົ້ນໃນວົງການສິລະປະສິ່ງທຳອິດເລີຍຄືຕ້ອງຫາຄວາມເປັນເອກະລັກຂອງຕົວເອງ, ເຝິກການອອກແບບຕົວລະຄອນ ແລະ ໃຊ້ຊອພແວຣ໌ໃນການປັ້ນ 3 ມິຕິ, ສຶກສາເທັກນິກ ແລະ ວັດສະດຸທີ່ຈະໃຊ້ການສ້າງ Art toy, ເລົ່າເລື່ອງລາວທີ່ໜ້າສົນໃຈຂອງຕົວເອງ, ບໍລິຫານຕົ້ນທຶນ ແລະ ສຶກສາຕະຫຼາດທາງດ້ານນີ້ ແລະ ທີ່ສຳຄັນແມ່ນຕ້ອງມ່ວນກັບມັນຄືຫົວໃຈຫຼັກໃນການສ້າງສັນຜົນງານ.

ຝາກຕິດຕາມຜົນງານສິລະປະ DoodleArt ແລະ Art Toy ຂອງພຸດທີ່ເປັນຄົນລາວ 100% ແດ່ເດີທຸກຄົນ, Art Toy ຊຸດນີ້ທີ່ອອກມານີ້ເປັນພຽງຊຸດທຳອິດ, ເປັນບາດກ້າວສຳຄັນ ແລະ ຍັງຈະມີຄໍເລັກຊັ່ນຊຸດຕໍ່ໄປທີ່ຈະອອກມາໃຫ້ທຸກຄົນຊື່ນຊົມກັນໃນອະນາຄົດອັນໃກ້ໆນີ້ອີກເດີ.

ຂໍໃຫ້ທຸກຄົນມີດາວແຫ່ງຄວາມຫວັງເປັນຂອງຕົວເອງ, ຮັກສາມັນໄວ້ ແລະ ໄປຄ້ວາຄວາມຝັນຂອງຕົວເອງໃຫ້ໄດ້ເດີ⭐⭐⭐

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ

ນັບຕັ້ງແຕ່ບາດກ້າວທຳອິດທີ່ເລີ່ມຈາກຄວາມໃຝ່ຝັນ… ຈົນກາຍເປັນ “ຕົວແມ່” ທີ່ຄອງວົງການທັງເບື້ອງໜ້າ ແລະ ເບື້ອງຫຼັງ. ບໍ່ວ່າຈະເປັນ ນັກຮ້ອງ, ນັກສະແດງ, ນາງແບບ ຫຼື ພິທີກອນ,...

ຈາກຄຳວ່າບໍ່ກ້າ ສູ່ 1st Runner Up Mister Teen Laos 2025 | ຢູກິ ກິດຕິພູມ ຈັນທະວົງ

“ຕະຫຼອດເວລາ 3 ເດືອນນີ້ ມັນບໍ່ໄດ້ດົນເລີຍ, ແຕ່ຍັງເຮັດໃຫ້ຢູກິໄດ້ຮຽນຮູ້ສິ່ງໃໝ່ໆ ໄດ້ຫຼາຍຂະໜາດນີ້, ຮູ້ສຶກພູມໃຈ ແລະ ຢາກຂອບໃຈໃນຕົວເອງທີ່ຕັດສິນໃຈເອົາຊະນະຄວາມຢ້ານແລ້ວລົງສະໝັກ audition ໃນມື້ນັ້ນ.” ປະໂຫຍກນີ້ຄົງສະຫຼຸບເລື່ອງລາວຂອງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.