ໜ້າຫຼັກ Gadzila ຊວນຮູ້ຈັກກະແສຕູ້ຖ່າຍຮູບ Photo Booth ຍອດນິຍົມທີ່ຕ້ອງລອງຈະໄດ້ບໍ່ຕົກເທຣນດ໌
Gadzila

ຊວນຮູ້ຈັກກະແສຕູ້ຖ່າຍຮູບ Photo Booth ຍອດນິຍົມທີ່ຕ້ອງລອງຈະໄດ້ບໍ່ຕົກເທຣນດ໌

ແບ່ງປັນ
Getting your Trinity Audio player ready...

ເວລາໄປຍ່າງຫຼິ້ນຫ້າງ ຫຼື ງານຕ່າງໆ ແລ້ວເຫັນຄົນກຸ່ມໃຫຍ່ກຳລັງແຕ່ງຕົວຫຼາກຫຼາຍສີສັນ ມີທັງແນວຄາດຫົວ, ແວ່ນຕາ ແລະ ອື່ນໆ, ພໍຍ່າງໄປໃກ້ໆກໍເຫັນວ່າເປັນ Photo Booth ທີ່ເຫັນວ່າໄວໜຸ່ມລາວຊ່ວງນີ້ກຳລັງນິຍົມກັນ.

ມື້ນີ້ ກັອດຈິ ກໍຈະນຳ Trend ໃນແຕ່ລະຊ່ວງຂອງການຖ່າຍຮູບແບບຕູ້ມາແຊຣ໌ໃຫ້ທຸກຄົນຮູ້ກັນວ່າປະຫວັດຄວາມເປັນມາຂອງເລື່ອງລາວນັ້ນມີສະເໜ່ຂະໜາດໃດ ວ່າແລ້ວພວກເຮົາມາຮູ້ຈັກ Photo Booth ກັນໃຫ້ຫຼາຍຂຶ້ນກັນດີກວ່າ.

Timeline ຂອງ Photo Booth

  • ໃນຊ່ວງປີ 1990s ແມ່ນເລີ່ມຕົ້ນດ້ວຍການເປັນຕູ້ຖ່າຍຮູບໃນຫ້າງທີ່ເນັ້ນຖ່າຍແລ້ວ Print ເປັນສະຕິກເກີ້ໃຫ້ກັບລູກຄ້າທີ່ມາທ່ຽວຫ້າງ.
  • ປີ 2000s ຖືວ່າບູມເປັນກະແສສຸດໆໃນການຈັດບູທໄວ້ໃນງານຕ່າງໆຕາມສະຖານທີ່ໃນຫ້າງ ແລະ ກໍມັກເຫັນວ່າໄວໜຸ່ມລາວຍຸກນີ້ທີ່ໄປເລາະໄອເຕັກ ຫຼື ຕະຫຼາດເຊົ້າຊ່ວງນັ້ນແມ່ນຕ້ອງແວ່ຖ່າຍທຸກເທື່ອທີ່ໄປ (ບາງຄົນກໍຕັ້ງໃຈຊວນໝູ່ໄປຖ່າຍຮູບ ແລະ ຮ້ອງຄາຣາໂອເກະ).
  • ເຂົ້າສູ່ຊ່ວງປີ 2010s ຄົນເລີ່ມເບື່ອຫ່າງຫາຍໄປ ເພາະວ່າມີເຕັກໂນໂລຊີສະມາດໂຟນໃໝ່ໆທີ່ສາມາດຖ່າຍຮູບໄດ້ງາມກວ່າ, ໃຊ້ງານແອັບຟຣີ ແລະ ມີຟີເຈີຣ໌ໃຫ້ຫຼິ້ນຫຼາກຫຼາຍ.
  • ໃນປີ 2024 Photo Booth ເລີ່ມກັບມາເປັນກະແສອີກຄັ້ງຈົນຮອດປັດຈຸບັນ, ດ້ວຍເຕັກໂນໂລຊີ AI, AR, Social Sharing ທີ່ເຮັດໃຫ້ມັນບໍ່ເປັນພຽງແຕ່ເປັນການຖ່າຍຮູບທໍາມະດາທົ່ວໄປ ແຕ່ມັນກາຍເປັນອີກສີສັນໜຶ່ງຂອງງານຕ່າງໆເຮັດໃຫ້ຄົນມາຮ່ວມມ່ວນຊື່ນໄດ້ດີຂຶ້ນ.

ສະຫຼຸບກະແສ Photo Booth ທີ່ກັບມາເປັນ Viral

ທຸກຄົນຄົງກຳລັງສົງໄສກັນວ່າເປັນຫຍັງ Photo Booth ຈຶ່ງກັບມາເປັນ Viral ອີກຄັ້ງແມ່ນບໍ? ເພາະວ່າໃນປັດຈຸບັນພວກເຮົາໄດ້ມີເຕັກໂນໂລຊີທີ່ພັດທະນາມາຢ່າງ AI Touch Up ທີ່ຈະຊ່ວຍໃຫ້ການປັບຮູບໃຫ້ງາມແບບອັດຕະໂນມັດແບບບໍ່ຕ້ອງພຶ່ງພາແອັບໃນການມາແຕ່ງເພີ່ມຕື່ມໃຫ້ເສຍເວລາ ແລະ ທາງຜູ້ເຮັດບູທນີ້ເອງກໍມີຝີມືໃນການນຳໃຊ້ອຸປະກອນສະເພາະທາງຫຼາຍຂຶ້ນ.

ສ່ວນຂອງເຄື່ອງມືກໍມີ AR Effects ທີ່ໃສ່ເປັນ Filter ເໝືອນຈິງທີ່ຊ່ວຍປ່ຽນພາບພື້ນຫຼັງແບບບໍ່ຕ້ອງໃຊ້ Background Green Screen, ສາມາດໃຊ້ Instant Social Upload ຖ່າຍປຸບສາມາດແຊຣ໌ Post ລົງ Story ແບບບໍ່ຕ້ອງໂອນຖ່າຍຮູບໃຫ້ຫຼາຍຂັ້ນຕອນ ແລະ Nostalgia Marketing ທີ່ເຮັດໃຫ້ມີຄວາມຍ້ອນຍຸກແບບສະໄໝເກົ່າ + ເຕັກໂນໂລຊີ ທີ່ເຮັດຖືກໃຈໄວໜຸ່ມ.

ອ່ານຕື່ມ:  DeepSeek AI ນ້ອງໃໝ່ຈາກຈີນກຳລັງມາແຮງຍອດດາວໂຫຼດແອັບສູງເປັນອັບດັບໜຶ່ງໃນ App Store

ໃຜທີ່ເຄີຍຖ່າຍຮູບກັບ Photo Booth ເອົາມາອວດກັອດຈິໄດ້ເດີ ແຕ່ຖ້າມີບ່ອນຖ່າຍຮູບໃດທີ່ເດັດໆລໍ້າໆແບບນີ້ຄິດວ່າຄຸ້ມຄ່າກັບການຈ່າຍເພື່ອແລກມັນມາ ຫຼື ບໍ່ ມາແຊຣ໌ສູ່ກັນຟັງແດ່ເດີ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.