ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເຈົ້າຕ້ອງຢຸດຕາມໃຈຄົນອື່ນ ເພາະພຶດຕິກຳ PEOPLE PLEASER ຈະເຮັດໃຫ້ເຈົ້າລຳບາກ
Muan RelationTips

ເຈົ້າຕ້ອງຢຸດຕາມໃຈຄົນອື່ນ ເພາະພຶດຕິກຳ PEOPLE PLEASER ຈະເຮັດໃຫ້ເຈົ້າລຳບາກ

ແບ່ງປັນ
Getting your Trinity Audio player ready...

ການທີ່ເຈົ້າເປັນຄົນໃຈດີ ແລະ ມັກຊ່ວຍເຫຼືອຄົນອື່ນນັ້ນຖືວ່າເປັນສິ່ງທີ່ດີ, ແຕ່ຖ້າມັນຫຼາຍເກີນໄປຈົນບໍ່ມີໃຜເກງໃຈເດເພາະມັນໄດ້ເລີ່ມສ້າງຄວາມລຳບາກເພີ່ມຕື່ມໃຫ້ເຈົ້າຈົນທົນບໍ່ໄຫວແລ້ວ. ແຕ່ສຸດທ້າຍກໍປະຕິເສດບໍ່ໄດ້ເພາະຮູ້ສຶກຜິດເຮັດໃຫ້ຕັດສິນໃຈຊ່ວຍທຸກຄັ້ງ.

ໃຜທີ່ເປັນຄົນປະເພດ “People Pleaser ຫຼື ໂດຍ ເຮັດໄດ້ໝົດ, ໂອເຄ ດຽວເຮັດໃຫ້” ເຈົ້າຕ້ອງຢຸດອ່ານກ່ອນເລີຍເດີ. ເພາະການເປັນຄົນທີ່ອີ່ຫຍັງກະໄດ້, ຂີ້ເກງໃຈໃຜຂໍຫຍັງມາກໍເຮັດໃຫ້ໝົດ, ເພາະເປັນຄົນມັກຊ່ວຍເຫຼືອຄົນອື່ນບາງຄັ້ງມັນກໍເກີນໂຕຫຼາຍເກີນໄປ ແລະ ອາດຈະຝືນຕົວເອງໄປຫຼາຍກໍຍອມໄປກ່ອການນຈົນເຮັດໃຫ້ຕົວເອງລຳບາກເອງ.

ການຢຸດເປັນຄົນແບບ People Pleaser ຫຼຶ ຜູ້ທີ່ພະຍາຍາມເຮັດໃຫ້ທຸກຄົນພໍໃຈຕະຫຼອດເວລາ. ເປັນການປ່ຽນແປງທີ່ສຳຄັນຫຼາຍທັງຕົວເຈົ້າເອງ ແລະ ຄົນອ້ອມຂ້າງ, ເພື່ອທີ່ຈະເຮັດໃຫ້ເຈົ້າສາມາດດໍາລົງຊີວິດໄດ້ງ່າຍຂຶ້ນ. ໂດຍທີ່ບໍ່ຕ້ອງໃຊ້ຄວາມພະຍາຍາມຫຼາຍເກີນໄປ, ທີ່ຈະດໍາລົງຊີວິດຕາມຄວາມຄາດຫວັງຂອງຄົນອື່ນ.

ການເປັນຄົນປະເພດນີ້ມັກຈະເຮັດໃຫ້ເກີດຄວາມກົດດັນ ແລະ ມັນເຮັດໃຫ້ເຈົ້າມັກທີ່ຈະລະເລີຍຄວາມຕ້ອງການຂອງຕົວເອງ. ມື້ນີ້ມ່ວນເລີຍຂໍແບ່ງປັນວິທີການປັບຕົວໃນການຢຸດເປັນຄົນແບບ People Pleaser ແລະ ເລີ່ມໃສ່ໃຈຕົນເອງໃຫ້ຫຼາຍຂຶ້ນ.

ມື້ນີ້ມ່ວນເລີຍຊອກຫາວິທີການຕ່າງໆມາແຊຣ໌ໃຫ້ທຸກຄົນໄດ້ລອງສືກສານຳກັນວ່າເຮົາຈະນຳມາປັບໃຊ້ໄດ້ແນວໃດແດ່?

1. ລະວັງພຶດຕິກຳ People Pleaser.

ທໍາອິດເລີຍແມ່ນການຍອມຮັບ ແລະ ຮັບຮູ້ພຶດຕິກໍາຂອງຕົນເອງ, ເຈົ້າມັກທຸ້ມເທ ແລະ ເຮັດເພື່ອຄົນອື່ນຫຼາຍເກີນໄປ ເຊັ່ນວ່າ “ໄດ້” ເຖິງແມ່ນວ່າເຈົ້າບໍ່ຢາກທີ່ຈະເຮັດມັນແມ່ນບໍ? ແລະ ການຢ້ານທີ່ຈະເຮັດໃຫ້ຄົນອື່ນຜິດຫວັງ ເປັນຕົ້ນ. ໃຫ້ເຈົ້າລອງສັງເກດເບິ່ງພຶດຕິກໍາເຫຼົ່ານີ້, ເພາະມັນຈະຊ່ວຍໃຫ້ເຈົ້າກໍານົດຈຸດເລີ່ມຕົ້ນຂອງການປ່ຽນແປງ ແລະ ປັບຕົວ.

2. ຮຽນຮູ້ທີ່ຈະປະຕິເສດວ່າ “ບໍ່ສະດວກ”.

ການຮຽນຮູ້ທີ່ຈະປະຕິເສດ ແລະ ຊັດເຈນໃນການເວົ້າ, ເປັນທັກສະທີ່ສຳຄັນທີ່ຈະຢຸດການເປັນຄົນທີ່ຕ້ອງເຮັດໃຫ້ຖືກໃຈ ຫຼື ເຮັດໃຫ້ທຸກຄົນພໍໃຈ. ຈຸດເລີ່ມຕົ້ນໃນການພະຍາຍາມແທນທີ່ຈະຮັບຮູ້ທຸກຄໍາຮ້ອງຂໍໂດຍໃຫ້ປະຕິເສດວ່າ “ບໍ່ໄດ້” ຫຼື “ບໍ່ສະດວກ” ກັບສິ່ງທີ່ເຮັດໃຫ້ເຈົ້າບໍ່ສະບາຍໃຈ ຫຼື ມີຄວາມຫຍຸ້ງຍາກສໍາລັບເຈົ້າ.

3. ໃຫ້ຄວາມສຳຄັນກັບຄວາມຕ້ອງການຂອງຕົນເອງ.

ໃຫ້ເລີ່ມຖາມຕົວເອງວ່າ: “ຂ້ອຍຮູ້ສຶກແນວໃດ?” ກ່ອນທີ່ຈະຍອມຕົກລົງທີ່ຈະຊ່ວຍໃຜຜູ້ໜຶ່ງ. ການຮູ້ເຖິງຄວາມຕ້ອງການຂອງຕົວເອງກ່ອນຈະຊ່ວຍໃຫ້ເຈົ້າຫຼີກລ້ຽງການໃຫ້ຄວາມຊ່ວຍເຫຼືອຄົນອື່ນໃນການດູແລຕົວເອງ.

ອ່ານຕື່ມ:  ຍ້ອນຫຍັງ? ເວລາອົກຫັກຜູ້ຍິງຈຶ່ງມັກຕັດຜົມ

4. ການກໍານົດຂອບເຂດ.

ການກໍານົດຂອບເຂດທີ່ຊັດເຈນກັບຄົນອ້ອມຂ້າງແມ່ນສໍາຄັນ. ເຈົ້າຈໍາເປັນຕ້ອງຮູ້ວ່າໃນສະຖານະການໃດທີ່ເຈົ້າເຕັມໃຈທີ່ຈະຊ່ວຍ ແລະ ໃນກໍລະນີໃດທີ່້ຈໍາເປັນຕ້ອງຂໍພື້ນທີ່ສ່ວນຕົວ, ເມື່ອເຈົ້າກຳນົດຂອບເຂດ ແລະ ສື່ສານໃຫ້ຊັດເຈນກັບຄົນອ້ອມຂ້າງເຈົ້າ, ເຈົ້າຈະບໍ່ຮູ້ສຶກວ່າຕ້ອງເຮັດໃຫ້ທຸກຄົນພໍໃຈຕະຫຼອດເວລາ.

5. ຍອມຮັບວ່າເຈົ້າບໍ່ສາມາດຊ່ວຍເຫຼືອທຸກຄົນໄດ້ ແລະ ຢ່າຢ້ານການວິພາກວິຈານ.

ບໍ່ມີໃຜສາມາດເຮັດໃຫ້ທຸກຄົນພໍໃຈໄດ້ຕະຫຼອດເວລາ ແລະ ການພະຍາຍາມເຮັດສິ່ງນັ້ນຈະເຮັດໃຫ້ເຈົ້າເສຍຄວາມສຸກຂອງເຈົ້າເອງ. ຕ້ອງຍອມຮັບວ່າບາງຄັ້ງມະນຸດເຮົາຈະມີມຸມທີ່ໃຈຮ້າຍແດ່, ແຕ່ວ່າບໍ່ຕ້ອງໃສ່ໃຈຫຍັງຫຼາຍ ເນື່ອງຈາກວ່າຄວາມສໍາຄັນຂອງເຈົ້າແມ່ນການຮັກສາຄວາມສົມດຸນລະຫວ່າງຄວາມຕ້ອງການຂອງຕົນເອງ ແລະ ຂອງຄົນອື່ນ,

ຫຼາຍຄົນຢ້ານຖືກວິຈານ ຫຼື ປະຕິເສດ. ເພາະສະນັ້ນ, ຢ່າພະຍາຍາມເຮັດທຸກສິ່ງທຸກຢ່າງເພື່ອບໍ່ໃຫ້ຄົນອື່ນພໍໃຈ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.