ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຖ້າຄວາມຄິດຮອດ ເປັນເລື່ອງຜິດກົດໝາຍອ້າຍຄົງຕາຍແນ່ນອນ ຊວນຟັງເພງ “ເມົາຄວາມເຈັບປວດ” ຈາກ SenJx & XXXVVIIV
Muan Listen - ມ່ວນຊວນຟັງ

ຖ້າຄວາມຄິດຮອດ ເປັນເລື່ອງຜິດກົດໝາຍອ້າຍຄົງຕາຍແນ່ນອນ ຊວນຟັງເພງ “ເມົາຄວາມເຈັບປວດ” ຈາກ SenJx & XXXVVIIV

ແບ່ງປັນ
Getting your Trinity Audio player ready...

ອາທິດກ່ອນມ່ວນຊວນ Sip & Chill, ພໍມາອາທິດນີ້ກໍຈະມາຊວນເມົາອີກແລ້ວເດີ. ແຕ່ບໍ່ແມ່ນເມົາແອລກໍຮໍໃດ. ມ່ວນຈະຊວນມາ “ເມົາຄວາມເຈັບປວດ” ແທນ, ຟັງເພງໃໝ່ຈາກ SenJx ແລະ XXXVVIIV ທີ່ຈະພາທຸກຄົນມາດຳດິ່ງໄປກັບຄວາມຜິດຫວັງໃນຮັກຄັ້ງນີ້ກັນ.

“ເມົາຄວາມເຈັບປວດ ຕຳຫຼວດສິຈັບກູບໍ່” ປະໂຫຍກທີ່ເວົ້າຢອກກັນໃນກຸ່ມໝູ່ເພື່ອນທີ່ກຳລັງສັງສັນກັນຢູ່ໃນຕູບແຫ່ງໜຶ່ງທີ່ໃຫ້ບັນຍາກາດຊິລໆສະບາຍໆໃນມື້ພັກຜ່ອນ ແລະ ໜຶ່ງໃນນັ້ນກຳລັງອົກຫັກຢູ່.

ເພາະຜູ້ສາວໄດ້ໄປກັບຄົນໃໝ່ທີ່ດີກວ່າເມື່ອງປຽບທຽບກັບຕົວເອງແລ້ວນັ້ນບໍ່ມີດີເທົ່າເຂົາໄດ້, ຕ້ອງຄອຍຖ້າໃຫ້ຜູ້ສາວຄົນນັ້ນມາສົນໃຈ, ແຕ່ມັນຈະເປັນໄປໄດ້ບໍ່ລະ? ໃນເມື່ອເຂົາໄປກັບຄົນໃໝ່ແລ້ວ.

ມັນຍິ່ງກວ່າຄວາມເສຍໃຈທີ່ໄດ້ເພາະເຮັດຫຍັງບໍ່ໄດ້, ໄດ້ແຕ່ເມົາ ແລະ ຄິດຮອດຫຼາຍ, ຕອນນີ້ກໍມີໝູ່ເພື່ອນເທົ່ານັ້ນທີ່ຍັງຢູ່ຂ້າງກາຍກັນ. ໃຜທີ່ຍັງເສົ້າ ແລະ ອົກຫັກຢູ່ຕ້ອງຟັງເພງນີ້ເລີຍ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  Jazz & Hip Hop ການປະສົມປະສານເພງສະໄຕລ໌ໃໝ່ຈາກ UKNOWHATIMEAN ໃນເພງ "ສະອາດ"
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.