OpenAI ເປີດໂຕ ChatGPT-5 ຜູ້ຊ່ວຍ AI ສ່ວນຕົວທີ່ສະຫຼາດຍິ່ງກວ່າເກົ່າ

ແບ່ງປັນ

OpenAI ເປີດໂຕ ChatGPT-5 ຜູ້ຊ່ວຍ AI ສ່ວນຕົວທີ່ສະຫຼາດຍິ່ງກວ່າເກົ່າ

02 September 2025 102

ສຳລັບຄົນທີ່ໃຊ້ AI ເປັນປະຈຳ ຕ້ອງຖືກໃຈສິ່ງນີ້ແນ່ນອນ ເພາະຕອນນີ້ OpenAI ໄດ້ເປີດໂຕ ChatGPT-5 ຢ່າງເປັນທາງການແລ້ວ ແລະ ເວີຊັນໃໝ່ນີ້ໄດ້ຍົກລະດັບຄວາມສະຫຼາດແບບກ້າວກະໂດດ.

ChatGPT-5 ຍັງສາມາດຄິດວິເຄາະເປັນຂັ້ນຕອນ ແລະ ເຂົ້າໃຈເລື່ອງລາວທີ່ຊັບຊ້ອນໄດ້ລະອຽດກວ່າເກົ່າ, ການຕອບຄຳຖາມກໍເປັນທຳມະຊາດຂຶ້ນຫຼາຍ.

ສິ່ງທີ່ອັບເດດໃໝ່ໃນ ChatGPT-5

  • ການຂຽນ Code: ສາມາດສ້າງ Code Front-end ທີ່ມີຄວາມຊັບຊ້ອນໄດ້ດີຂຶ້ນ.
  • ການຂຽນເນື້ອຫາ: ຂຽນບົດຄວາມ, ບົດລາຍງານ, ຫຼື Content (ເນື້ອຫາ) ໄດ້ລະອຽດ ແລະ ໃຊ້ພາສາທີ່ເປັນທຳມະຊາດຫຼາຍຂຶ້ນ.
  • ການໃຫ້ຂໍ້ມູນການແພດ: ຕອບຄຳຖາມດ້ານສຸຂະພາບໄດ້ຖືກຕ້ອງຕາມຫຼັກການແພດດີຂຶ້ນ.
  • ຫຼຸດອາການຕອບມົ້ວ: ຫຼຸດອາການຫຼອນ (Hallucination) ຫຼື ຫຼຸດການຕອບຄຳຖາມທີ່ບໍ່ຖືກຕ້ອງໄດ້ເຖິງ 45% ເມື່ອທຽບກັບ ChatGPT-4.0.

ChatGPT-5: ເໝາະສຳລັບທຸກຄົນທີ່ຕ້ອງການຜູ້ຊ່ວຍໃນການຂຽນ Code, ຂຽນບົດລາຍງານ, ຂຽນເລື່ອງສັ້ນ ຫຼື ການຂຽນແຜນທຸລະກິດ. ຕອນນີ້ສາມາດໃຊ້ໄດ້ ຟຣີ ແບບບໍ່ເສຍຄ່າບໍລິການ.

ອ່ານຕື່ມ:  Meta ຈະແຍກ Reels ອອກຈາກແພລັດຟອມຫຼັກ IG ແລະ Facebook ເອົາໃຈຜູ້ທີ່ມັກເບິ່ງວິດີໂອສັ້ນຫຼາຍກວ່າໂພສຮູບພາບ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.