ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ການບໍ່ມີເຈົ້ານັ້ນແຫຼະບໍ່ປົກກະຕິ ຟັງ ຢູ່ພຸ້ນ (Over There) ຈາກ uknowhatimean ສົ່ງຕໍ່ຄວາມຄິດຮອດຜ່ານບົດເພງ
Muan Listen - ມ່ວນຊວນຟັງ

ການບໍ່ມີເຈົ້ານັ້ນແຫຼະບໍ່ປົກກະຕິ ຟັງ ຢູ່ພຸ້ນ (Over There) ຈາກ uknowhatimean ສົ່ງຕໍ່ຄວາມຄິດຮອດຜ່ານບົດເພງ

ແບ່ງປັນ

ມັນເປັນຄວາມຄຸ້ນເຄີຍ ແລະ ເປັນສິ່ງທີ່ເຮັດໃຫ້ຈື່ໄດ້ດີ ໃນທຸກສະຖານທີ່ທີ່ໄດ້ໄປກັບເຈົ້າ ພາບທີ່ເຫັນແມ່ນມີເຈົ້າຢູ່ທຸກບ່ອນ.

ນີ້ແມ່ນຂໍ້ຄວາມຂອງຄວາມຮູ້ສຶກຄິດຮອດເຖິງຄົນທີ່ໄດ້ເລີກກັນໄປແລ້ວແມ່ນບໍ? ພໍ ມ່ວນ ໄດ້ຟັງຍິ່ງຮູ້ສຶກຄິດຮອດເລື່ອງທີ່ມັນເກີດຂຶ້ນໃນເພງນີ້ “ຢູ່ພຸ້ນ (over there)” ຮ້ອງໂດຍ “uknowhatimean” ແລະ ເພງນີ້ຍັງເປັນອີກໜຶ່ງເພງທີ່ຢູ່ໃນອະລາບ້ຳ “Tredmil” ຂອງລາວ.

uknowhatimean ແມ່ນສິລະປິນທີ່ມີເອກະລັກດ້ານການຖ່າຍທອດຄວາມຮູ້ສຶກມຸມມອງຄວາມຮັກ ແລະ ຄວາມຄິດຮອດ ມັກຈະແວະວຽນມາໃຫ້ເຮົາໄດ້ຍິ້ມ ທີ່ໄດ້ຖ່າຍທອດເປັນບົດເພງທີ່ມີເນື້ອຮ້ອງ-ແຣັບ ທີ່ກົງກັບໃຈຄົນຟັງ.

ໃນຄວາມສຳພັນຮັກທີ່ມັນບໍ່ໄດ້ມີແຕ່ຄວາມສົມຫວັງພຽງຢ່າງດຽວ ແລະ ຫຼາຍຄົນອາດຈະເຄີຍເຈິມາກັບໂຕທີ່ຈິງ, ເຖິງວ່າຈະເລີກກັນໄປດົນ ແຕ່ສິ່ງທີ່ເຄີຍເຮັດດ້ວຍກັນ ຫຼື ບ່ອນທີ່ໄປດ້ວຍກັນ ມັນກໍ່ເກີດຄວາມຜູກພັນ ແລະ ເໝືອນເປັນພາບສາຍຊ້ຳຢູ່ຢ່າງນັ້ນ.

“ມີຄົນມາທັກຖາມວ່າຊ່ວງນີ້ຂ້ອຍບໍ່ປົກກະຕິ ນັ້ນມັນບໍ່ມີເຈົ້ານັ້ນແຫຼະບໍ່ປົກກະຕິ” ໃນເນື້ອຮ້ອງນີ້ເປັນຄຳເວົ້າທຳມະດາ ແຕ່ເປັນສິ່ງທີ່ມັນບໍ່ຄືເກົ່າເລີຍ ເພາະການບໍ່ມີເຂົາ, ມັນເຮັດໃຫ້ທຸກຢ່າງແປກໆໄປໝົດ.

ໃນສ່ວນຂອງ MV ຍັງໄດ້ນຳເອົາບັນຍາກາດງານແຕ່ງດອງໃນຊ່ງຕົ້ນປີ 2001 ມາເຜີຍໃຫ້ເຫັນບັນຍາກາດເກົ່າໆສຸດຄລາສສິກ ຊວນເຮັດໃຫ້ເກີດຄວາມຄິດຮອດຄືກັບຄວາມໝາຍຂອງເພງ.

ອ່ານຕື່ມ:  ໃນຄວາມໂດດດ່ຽວ ແລະ ເຈັບປວດ ຍັງມີຄວາມຫວັງ ພາສຳຫຼວດ SOLE ແລະ LSD ສອງເພງທຳອິດຈາກ ALCHEMIST LOVE STORY
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

Déymi ຫຼິ້ນກັບໃຈຄົນຟັງປ່ອຍເພງເສົ້າ ບອກມາເຮັດຫຍັງ Soft Lies ຕອກຢ້ຳຄວາມເຈັບຂອງຄົນທີ່ຖືກໃຫ້ຄວາມຫວັງ

"ແລ້ວເຈົ້າຈະບອກມາຫຍັງ ວ່າເຈົ້ານັ້ນກໍຮູ້ສຶກ..." ບົດເພງຂອງຄົນທີ່ຖືກຖິ້ມໄວ້ກັບຄຳຖາມ ຕອກຢ້ຳຄວາມເຈັບປວດຂອງຄົນທີ່ຖືກໃຫ້ຄວາມຫວັງ.

ໃຜວ່າຮິບຮັອບ ແລະ ໝໍລຳບໍ່ເຂົ້າກັນ? MAO MUN ປ່ອຍຂອງໃນເພງ ໝໍລຳໃຫຍ່ ຈັດເຕັມຄວາມມັນແຣັບແບບລາວ

ໃຜວ່າຮິບຮັອບກັບໝໍລຳໄປນຳກັນບໍ່ໄດ້? ມາຟັງເພງນີ້ກ່ອນ! "ໝໍລຳໃຫຍ່" ຈາກ MAO MUN ບອກເລີຍວ່າໂຄດສຸດ! ຈັງຫວະແໜ້ນໆບວກກັບຄວາມເປັນໝໍລຳແບບລາວໆຄືກົມກ່ອມສຸດໆ. ຕອນນີ້ປ່ອຍແລ້ວເດີທັງເວີຊັນ Official ແລະ Live...

ຖ້າຟັງ ຮັກຕ້ອງໃຊ້ເວລາ ເພງເກົ່າເລົ່າໃໝ່ຈາກ Aluna Project

ກັບມາຕາມຄວາມຮຽກຮ້ອງສິລະປິນ Diva ຢ່າງ Aluna ກຽມປ່ອຍເພງຮິດໃນຕຳນານ "ຮັກຕ້ອງໃຊ້ເວລາ" ເວີຊັນ 2026 ເພື່ອພາແຟນໆຫວນຄືນບັນຍາກາດຄວາມຫຼັງຈາກປີ 2007

ເປັນຫຍັງຕ້ອງກອດກັນ? ເພາະຊ່ວຍເຮັດໃຫ້ຄວາມສຳພັນດີຂຶ້ນ ຊວນສ້າງພະລັງໃຈຈາກການກອດ

ວັນກອດແຫ່ງຊາດ ທີ 21 ມັງກອນ, ຢ່າລືມໃຊ້ການກອດຊ່ວຍຟື້ນຟູຈິດໃຈ ແລະ ເສີມສ້າງຄວາມສຳພັນ. ກອດເພື່ອບອກຮັກ, ສ້າງພື້ນທີ່ປອດໄພ ແລະ ສົ່ງຕໍ່ຄວາມອົບອຸ່ນພຽງກອດກັນ ນີ້ແມ່ນກຸນແຈສຳຄັນທີ່ເຮັດໃຫ້ຄວາມສຳພັນໝັ້ນຄົງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.