ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຟັງ ຍັງຄິດຮອດຢູ່ເດີ້ ຈາກ vvvvanno ຂໍ້ຄວາມຈາກຮັກເກົ່າ ເຖິງເຈົ້າທີ່ເລີ່ມຕົ້ນໃໝ່ແລ້ວ
Muan Listen - ມ່ວນຊວນຟັງ

ຟັງ ຍັງຄິດຮອດຢູ່ເດີ້ ຈາກ vvvvanno ຂໍ້ຄວາມຈາກຮັກເກົ່າ ເຖິງເຈົ້າທີ່ເລີ່ມຕົ້ນໃໝ່ແລ້ວ

ໃນວົງຈອນຂອງຄວາມຮັກ, ການມູຟອອນ (Move on) ບໍ່ໄດ້ແປວ່າເຮົາຈະສາມາດລົບທຸກຢ່າງຖິ້ມໄປໄດ້ທັງໝົດ ແຕ່ມັນຄືການເກັບທຸກຄວາມຊົງຈຳໄວ້ເລີກໃນໃຈ ແລະ ເພງ "ດີໃຈນຳເດີ້" ຈາກ vvvvanno ຖືເປັນຕົວແທນຂອງຄວາມຮູ້ສຶກໃນມຸມຂອງຄວາມຮັກທີ່ເຈັບປວດ ໃຜທີ່ກຳລັງອົກຫັກ ຫຼື ຍັງລືມເຂົາບໍ່ໄດ້ ພໍໄດ້ຟັງຍິ່ງເຮັດໃຫ້ມັນຈຸກໃນໃຈ, ຄວາມເສົ້າຈະດຶງໃຫ້ເຮົາຈົມຢູ່ກັບຄວາມຮູ້ສຶກຄືຄວາມໝາຍໃນເພງນີ້.

ແບ່ງປັນ

ຖ້າຫາກທຸກຄົນມີຄວາມເຊື່ອໃນຄວາມບັງເອີນທີ່ຈະເຮັດໃຫ້ເຮົາໄດ້ຮູ້ຈັກໃນເລື່ອງ “ຈຳເປັນ” ໃດໜຶ່ງ ຫຼື ລາງສັງຫອນຄືວ່າຄົນມາບອກ ຫຼື ໄດ້ເຫັນເອງບໍ່? ມັນຈະເກີດຂຶ້ນແບບເຮັດໃຫ້ເຮົາບໍ່ທັນໄດ້ຕັ້ງໂຕ ຖ້າເປັນຄືກັນທຸກຄົນຕ້ອງລອງຟັງເພງນີ້ເລີຍ “ດີໃຈນຳເດີ້” ຈາກ vvvvanno ທີ່ໄດ້ຂຽນຂຶ້ນຈາກປະສົບການຈິງ.

ໃນວົງຈອນຂອງຄວາມຮັກ, ການມູຟອອນ (Move on) ບໍ່ໄດ້ແປວ່າເຮົາຈະສາມາດລົບທຸກຢ່າງຖິ້ມໄປໄດ້ທັງໝົດ ແຕ່ມັນຄືການເກັບທຸກຄວາມຊົງຈຳໄວ້ເລີກໃນໃຈ. ເພງ “ດີໃຈນຳເດີ້” ຖືເປັນຕົວແທນຂອງຄວາມຮູ້ສຶກໃນມຸມຂອງຄວາມຮັກທີ່ເຈັບປວດ ແລະ ມັນກໍໄດ້ເລີ່ມຈາງຫາຍໄປຕາມການເວລາ.

ສິ່ງທີ່ຍັງຢູ່ກໍຄືຄວາມຜູກພັນທີ່ມີຄວາມຄິດຮອດຢູ່ ຍັງຄົງເຮັດໜ້າທີ່ຂອງມັນພາຍໃຕ້ຄວາມງຽບຂອງຄວາມຮູ້ສຶກ.

ໃຜທີ່ກຳລັງອົກຫັກ ຫຼື ຍັງລືມເຂົາບໍ່ໄດ້ ພໍໄດ້ຟັງຍິ່ງເຮັດໃຫ້ມັນຈຸກໃນໃຈ ຄວາມເສົ້າຈະດຶງໃຫ້ເຮົາຈົມຢູ່ກັບຄວາມຮູ້ສຶກຄືກັບປະໂຫຍກໃນເພງນີ້ “ຄິດຮອດຊ່ວງເວລາທີ່ດີ ແລະ ຄວາມປາດຖະໜາດີຕໍ່ຄົນຮັກເກົ່າຢູ່ ແຕ່ດ້ວຍຄວາມທີ່ເປັນມະນຸດ ເລິກໆແລ້ວ ເລີຍປະຕິເສດບໍ່ໄດ້ວ່າ ຍັງຄິດຮອດຢູ່ເດີ້”

ການຄິດຮອດຄົນເກົ່າບໍ່ແມ່ນເລື່ອງຜິດ ແລະ ມັນບໍ່ໄດ້ແປວ່າເຮົາບໍ່ເຂັ້ມແຂງ ແຕ່ມັນຄືການຢືນຢັນວ່າ ຄັ້ງໜຶ່ງເຮົາເຄີຍມີຊ່ວງເວລາທີ່ງົດງາມຮ່ວມກັນທີ່ຄວນແກ່ເກັບບັນທຶກໄວ້ໃນຄວາມຊົງຈຳຕະຫຼອດໄປ.

ອ່ານຕື່ມ:  ເພງ ລືມບໍ່ໄຫວ ຈາກ ຢຸດ ສາລະວັນ ກະແສມາແຮງຂຶ້ນ YouTube Trending
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.