ຫາກເວົ້າເຖິງອຸດສາຫະກຳແຟຊັນລະດັບໂລກໃນຊ່ວງ 4 ທົດສະວັດທີ່ຜ່ານມາ ກໍຕ້ອງມີຊື່ຂອງ ນາໂອມິ ແຄມເບວ (Naomi Campbell) ຢ່າງແນ່ນອນ ເພາະນາງຄືສັນຍະລັກຂອງຄວາມສະຫງ່າງາມ, ຄວາມສຳເລັດ ແລະ ຄວາມເປັນຕົວແມ່ທີ່ຍາກຈະຫາໃຜທຽບໄດ້.
ແຕ່ເບື້ອງຫຼັງສະປອດໄລທ໌ທີ່ສາດສ່ອງ ແລະ ການຍ່າງສັບຂາເທິງຣັນເວຢ່າງໝັ້ນໃຈ, ເສັ້ນທາງຂອງນາງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ. ແຕ່ນາງ “ນັກສູ້” ຜູ້ໃຊ້ຄວາມພະຍາຍາມທະລາຍກຳແພງອະຄະຕິທາງເຊື້ອຊາດ ແລະ ເປີດທາງໃຫ້ຄວາມຫຼາກຫຼາຍເບ່ງບານໃນໂລກແຟຊັນຈົນເຖິງທຸກມື້ນີ້.
ມື້ນີ້ ມ່ວນຈະພາທຸກຄົນໄປຮູ້ຈັກ ຜູ້ຍິງທີ່ເປັນຕຳນານຂອງຜູ້ຍິງຜິວສີເຂັ້ມ ແລະ ອິດທິພົນທີ່ສຸດຂອງວົງການແຟຊັນ ກັບເບື້ອງລຶກເບື້ອງຫຼັງກວ່າຈະມາເປັນ ນາໂອມິ ແຄມເບວ ທີ່ເຮົາຮູ້ຈັກກັນໃນທຸກມື້ນີ້.
ນາໂອມິ ເອເລນ ແຄມເບວ ເກີດເມື່ອວັນທີ 22 ພຶດສະພາ 1970 ທີ່ ລອນດອນ ປະເທດອັງກິດ. ເກີດມາພ້ອມກັບສາຍເລືອດ ແອຟໂຣ-ຈາໄມກາ ແລະ ຈີນ. ຊີວິດໄວເດັກເລີ່ມຕົ້ນດ້ວຍຄວາມທ້າທາຍ ເມື່ອຜູ້ເປັນພໍ່ໄດ້ແຍກທາງກັບແມ່ຕັ້ງແຕ່ຕອນທີ່ຍັງຢູ່ໃນຄັນໄດ້ພຽງ 4 ເດືອນ. ໂດຍທີ່ເຕີບໃຫຍ່ມາແລະໃຊ້ນາມສະກຸນ “ແຄມເບວ” ຂອງຜູ້ເປັນພໍ່ບຸນທຳ.
ດ້ວຍຄວາມທີ່ແມ່ຂອງນາງ ວາເລີຣີ ມໍຣິສ ເປັນນັກເຕັ້ນ, ນາໂອມິໄດ້ຫຼໍ່ຫຼອມຄວາມຮັກໃນສິລະປະການສະແດງມາຕັ້ງແຕ່ເດັກ. ໂດຍໄດ້ເຂົ້າຮຽນທີ່ Barbara Speake Stage School ແລະ ຝຶກຝົນການເຕັ້ນບັລເລຢ່າງໜັກທີ່ Italia Conti Academy of Theatre Arts. ແຕ່ໃຜຈະເຊື່ອວ່າ ເດັກຍິງຕົວນ້ອຍໆໃນໄວພຽງ 7 ປີ ຈະໄດ້ເລີ່ມກ້າວທຳອິດໃນວົງການບັນເທີງດ້ວຍການປະກົດຕົວໃນມິວສິກວິດີໂອລະດັບຕຳນານຢ່າງ “Is This Love” ຂອງ ບັອບ ມາເລ່ (Bob Marley).

ຈຸດປ່ຽນຄັ້ງສຳຄັນເກີດຂຶ້ນເມື່ອນາໂອມິອາຍຸພຽງ 15 ປີ ກໍໄດ້ກ້າວເຂົ້າສູ່ວົງການນາງແບບຢ່າງເຕັມຕົວ. ດ້ວຍໂຄງໜ້າອັນເປັນເອກະລັກ ແລະ ທີ່ສຳຄັນທີ່ສຸດຄື “ຜິວສີເຂັ້ມອັນງົດງາມ ແລະ ເປັ່ງປະກາຍ”. ແຕ່ໃນຍຸກທີ່ມາດຕະຖານຄວາມງາມຜູກຂາດຢູ່ທີ່ຍິງສາວຜິວຂາວ, ນາໂອມິຕ້ອງເຜຊີນກັບການຢຽດຜິວ ແລະ ການເລືອກປະຕິບັດຢ່າງໜັກ. ລາວເຄີຍຖືກປະຕິເສດຈາກແບຣນພຽງເພາະສີຜິວ ຫຼື ແມ້ແຕ່ບັນຫາທີ່ຊ່າງແຕ່ງໜ້າບໍ່ມີຮອງພື້ນສີທີ່ເຂົ້າກັບຜິວຂອງລາວ.
ຢ່າງໃດກໍຕາມ, ນາໂອມິກໍບໍ່ຍອມແພ້ ແລະ ໃຊ້ຄວາມເປັນມືອາຊີບພິສູດຕົນເອງ. ລາວມີເພື່ອນຮ່ວມກຸ່ມ “The Trinity” (ຄຣິສຕີ້ ເທີລິງຕັນ ແລະ ລິນດາ ອີແວນເຈລິສຕ້າ) ຄອຍສະໜັບສະໜູນ, ເຊິ່ງຄັ້ງໜຶ່ງ ໝູ່ຂອງລາວເຄີຍຍື່ນຄຳຂາດກັບແບຣນ Dolce & Gabbana ວ່າ: “ຖ້າບໍ່ຈ້າງນາໂອມິ, ກໍຈະບໍ່ມີພວກເຮົາຄືກັນ”.
ຄວາມພະຍາຍາມຂອງນາໂອມິ ສົ່ງຜົນໃຫ້ນາງສ້າງປະຫວັດສາດເປັນ ນາງແບບຜິວດຳຄົນທຳອິດ ທີ່ໄດ້ຂຶ້ນປົກນິດຕະຍະສານຊົງອິດທິພົນ ເຊັ່ນ: French Vogue, TIME Magazine ແລະ British Vogue. ການຂຶ້ນປົກເຫຼົ່ານີ້ບໍ່ແມ່ນແຕ່ເລື່ອງຂອງແຟຊັນ, ແຕ່ເປັນການປະກາດໄຊຊະນະວ່າ ຄວາມງາມຂອງຜິວສີເຂັ້ມນັ້ນຄູ່ຄວນກັບຈຸດສູງສຸດຂອງວົງການ.

ອິດທິພົນຂອງນາໂອມິແຜ່ຂະຫຍາຍໄປໄກກວ່າເທິງຣັນເວ:
- ເທິງຣັນເວລະດັບຕຳນານ: ລາວຄືມິວສ໌ (Muse) ໃຫ້ກັບແບຣນຊັ້ນນຳຢ່າງ Chanel, Versace, Dior ແລະ ອື່ນໆອີກຫຼາຍແບຣນ.
- ໂລກບັນເທີງ: ລາວຝາກຝີມືໃນມິວສິກວິດີໂອຂອງ Michael Jackson, George Michael ແລະ ສະແດງໃນຊີຣີດັງຢ່າງ “Empire”.
- ນັກທຸລະກິດ: ປະສົບຄວາມສຳເລັດໃນການສ້າງແບຣນນ້ຳຫອມຂອງຕົນເອງເຖິງ 16 ກິ່ນ.
- ຜູ້ສົ່ງຕໍ່ຄວາມຝັນ: ເປັນເມນເທີໃນລາຍການ “The Face” ເພື່ອສ້າງນາງແບບລຸ້ນໃໝ່.
ສຳລັບນາໂອມິ, ຜິວສີເຂັ້ມບໍ່ແມ່ນສິ່ງທີ່ຕ້ອງປົກປິດ, ແຕ່ມັນຄື “ມຸງກຸດ” ທີ່ນາໂອມິສວມໃສ່ຢ່າງພາກພູມໃຈ. ປັດຈຸບັນໃນໄວ 55 ປີ, ລາວຍັງຄົງສະຫງ່າງາມ ແລະ ຊົງອິດທິພົນ. ເລື່ອງລາວຂອງລາວສອນໃຫ້ພວກເຮົາເຫັນວ່າ ຕົ້ນທຶນຊີວິດທີ່ບໍ່ສົມບູນແບບ ຫຼື ອະຄະຕິຈາກສັງຄົມ ບໍ່ສາມາດຂີດເສັ້ນກຳນົດອະນາຄົດຂອງພວກເຮົາໄດ້.
ຫາກພວກເຮົາມີຄວາມມຸ່ງໝັ້ນ, ເຊື່ອໝັ້ນໃນຄຸນຄ່າຂອງຕົນເອງ ແລະ ກ້າທີ່ຈະຢືນຢັດຕໍ່ສູ້ເພື່ອສິ່ງທີ່ຖືກຕ້ອງ, ພວກເຮົາທຸກຄົນກໍສາມາດເປັນ “ຜູ້ບຸກເບີກ” ແລະ ສ້າງຕຳນານໃນເສັ້ນທາງຂອງຕົນເອງໄດ້ ຄືກັນກັບ ນາໂອມິ ແຄມເບວ.