ມ່ວນຄັກໆ! ຟັງເພງໃໝ່ຮັບປີໃໝ່ລາວ “ນ້ຳມົນສົງການ” ຈາກ LUSSIAN x Donaknowurfeel 

ແບ່ງປັນ

ມ່ວນຄັກໆ! ຟັງເພງໃໝ່ຮັບປີໃໝ່ລາວ “ນ້ຳມົນສົງການ” ຈາກ LUSSIAN x Donaknowurfeel 

10 April 2026 1

Highlights

  • ການຈັບມືກັນຂອງ 2 ສິລະປິນ-ແຣັບເປີ LUSSIAN x Donaknowurfeel ທີ່ມາປ່ອຍເພງໃໝ່ຕ້ອນຮັບເດືອນເມສາ ເພື່ອປ່ຽນອາກາດທີ່ຮ້ອນອົບເອົ້າໃຫ້ກາຍເປັນບັນຍາກາດແຫ່ງຄວາມມ່ວນຊື່ນແບບຢຸດບໍ່ຢູ່.
  • ເນື້ອຫາເພງແມ່ນເຂົ້າເຖິງງ່າຍຖືກໃຈສາຍມັກມ່ວນ ເຊິ່ງເພງໄດ້ຖ່າຍທອດເອກະລັກຄວາມຂີ້ຫຼິ້ນ ແລະ ນິໄສກວນໆເຮຮາຂອງຄົນລາວໄດ້ຢ່າງຊັດເຈນ ໂດຍສະເພາະການຢອກໄຍໃນວົງສັງສັນ.
  • ຈັງຫວະບີດ (Beat) ສຸດມັນທີ່ອອກແບບມາເພື່ອສາຍເຕັ້ນ ແລະ ມີກິ່ນອາຍຄວາມທັນສະໄໝປະສົມປະສານກັບປະເພນີລາວ ເໝາະຫຼາຍສຳລັບການເປີດໃສ່ລຳໂພງດັງໆ ຊ້ອມເຕັ້ນໃຫ້ແອວສັ່ນໄປກັບກຸ່ມໝູ່ເພື່ອນໃນຊ່ວງສົງການນີ້.


ເພາະເດືອນເມສາມັນຮ້ອນຈົນທົນບໍ່ໄຫວ ເລີຍຕ້ອງມີເພງນີ້ໄວ້ດັບຮ້ອນ. ມ່ວນຊວນຟັງ “ນ້ຳມົນສົງການ” ເພງໃໝ່ຫຼ້າສຸດຈາກ 2 ສິລະປິນ-ແຣັບເປີ ສຸດກວນຄື LUSSIAN x Donaknowurfeel ທີ່ຈັບມືກັນມາປ່ອຍພະລັງຄວາມມ່ວນ ພ້ອມປ່ຽນຄວາມຮ້ອນເດືອນເມສາໃຫ້ເປັນຄວາມມ່ວນແບບຢຸດບໍ່ຢູ່.

ທຸກຄົນຕ້ອງລອງຟັງເພງນີ້ກັນເລີຍ, ເພາະເພງ ນ້ຳມົນສົງການ ນັ້ນມີເນື້ອຫາສຸດກວນແບບສະບັບຄົນທີ່ມີຄວາມຂີ້ຫຼິ້ນ ແລະ ນິໄສ ມັກມ່ວນ-ມັກກວນ ກໍເປັນສະໄຕລ໌ຄົນລາວເຮົາທີ່ມີການຢອກໄຍກັນ ເຮັດໃຫ້ເຂົ້າເຖິງງ່າຍ ແລະ ຖືກໃຈໄວຮຸ່ນສາຍຕຳຈອກແບບສຸດໆ.

ຈັງຫວະດົນຕີກໍອອກແບບມາເພື່ອສາຍເຕັ້ນໂດຍສະເພາະ ດ້ວຍບີດ (Beat) ທີ່ມີຄວາມມັນ ແລະ ເລົ້າໃຈ ພໍແຕ່ດົນຕີຂຶ້ນກໍເຮັດໃຫ້ຮູ້ສຶກຢາກລຸກຂຶ້ນມາໂຢກໆທັນທີ. ບອກເລີຍວ່າເໝາະຫຼາຍທີ່ຈະເປີດໃສ່ລຳໂພງໂຕໃຫຍ່ໆແລ້ວເຕັ້ນກັບກຸ່ມໝູ່ຢູ່ໜ້າບ້ານກັນຈົນແອວສັ່ນໂລດ.

ເພງນີ້ຖືວ່າເປັນການສ້າງສີສັນໃໝ່ຊ່ວງບຸນປີໃໝ່ລາວ ແລະ ເປັນການປະສົມປະສານລະຫວ່າງກິ່ນອາຍປະເພນີ ແລະ ໄລຟ໌ສະໄຕລ໌ສະໄໝໃໝ່ໄດ້ຢ່າງລົງຕົວ.

ໃຜທີ່ບໍ່ຢາກຕົກເທຣນ (Trend) ຫຼື ຢາກເປັນຜູ້ນຳທ່າເຕັ້ນໃນວົງກັບໝູ່ເພື່ອນ ຕ້ອງຮີບໄປຊອກຟັງ ແລະ ຊ້ອມທ່າເຕັ້ນໄວ້ຖ້າເລີຍ.

ອ່ານຕື່ມ:  ຟັງ ຍັງຄິດຮອດຢູ່ເດີ້ ຈາກ vvvvanno ຂໍ້ຄວາມຈາກຮັກເກົ່າ ເຖິງເຈົ້າທີ່ເລີ່ມຕົ້ນໃໝ່ແລ້ວ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.