ເພງຈາກແຣັບເປີສາວພາກໃຕ້ທີ່ເວົ້າເຖິງການໃຊ້ສະຕິຢູ່ໃນໂລກອອນລາຍເວົ້າງ່າຍໆກໍຄືເພງ ສະຕິພາກສອງນັ້ນເອງ. ເພງນີ້ມີການປະສົມກັນລະຫວ່າງ beat trap ແລະ ດົນຕີພື້ນເມື່ອງລາວອີສານນັ້ນກໍເພາະວ່າ ໄດ້ Esan Ambient ສິລະປິນ ແລະ ໂປຣດິວເຊີ ຈາກຟັງໄທມາເປັນຜະລິດເພງໃຫ້ນັ້ນເອງບໍ່ແປກໃຈເລີຍທີ່ sound ອອກມາມີຄວາມປະສົມກັນລະຫວ່າງ ລາວ-ອີສານ.
ເນື້ອຫາເພງນີ້ NAEMZ ຢາກສື່ໃຫ້ທຸກຄົນກ່ອນຈະເວົ້າ ຫຼື ໂພດຫຍັງໄປຄວນຄິດກ່ອນເພາະມັນອາດຈະສົ່ງຜົນກະທົບຫຼາຍກວ່າທີ່ຄິດ. ເປັນເພງບໍ່ມີພຽງຟັງໄປແລ້ວມ່ວນໄປນຳແຕ່ຍັງມີສາລະແຝງໃຫ້ສະກິດໃຈສາຍໂຊຊ້ຽວທຸກຄົນ.

ທີ່ເດັດຂອງເພງນີ້ຄືໃນຊ່ວງ Breakdown ຈັງຫວະຊ້າໆ R&B ພ້ອມສຽງຮ້ອງເຮັດໃຫ້ໄດ້ຍິນມຸມສຽງຫວານໆຂອງ NAEMZ ທີ່ໂຊຝີມືວ່າບໍ່ໄດ້ມີດີແຕ່ແຣັບໄດ້ເທົ່ານັ້ນ. ແຕ່ກໍສາມາດຮ້ອງໃນແບບອື່ນໄດ້ອີກ. ຖືວ່າເປັນສິລະປິນທີ່ຫຼາກຫຼາກຄວາມສາມາດອີຫຼີສຳລັບ ແຣັບເປີສາວໃຕ້ຄົນນີ້.