ສະກູ໊ບພິເສດ Muan x the Standard
ບົດຄວາມນີ້ຂຽນຜ່ານການຮ່ວມມືລະຫວ່າງ Muan Specialty ແລະ The Secret Sauce
ເມື່ອກ່ອນເວລາຄິດຫາການທ່ອງທ່ຽວ ຄົນບ້ານເຮົາມັກຈະຄິດວ່າ ການທ່ຽວ = ພັກຜ່ອນ ແມ່ນບໍ່?
ແຕ່ພາບຈຳເຫຼົ່ານັ້ນກຳລັງປ່ຽນໄປ ນັກທ່ອງທ່ຽວໃນໂລກຍຸກໃໝ່ມີຄວາມຄາດຫວັງໃນການທ່ຽວ ໃນຫຼາກຫຼາຍມິຕິຫຼາຍຂຶ້ນ.
ເຖິງວ່າ ການທ່ອງທ່ຽວແບບພັກຜ່ອນໃນສະພາບແວດລ້ອມທີ່ເຕັມໄປດ້ວຍວິວທິວທັດທຳມະຊາດ, ວັດທະນະທຳວິຖີຊີວິດທີ່ລຽບງ່າຍ ຈະເປັນສະເໜ່ຫຼັກຂອງບ້ານເຮົາ, ແຕ່ກໍປະຕິເສດບໍ່ໄດ້ວ່າ ມີປັດໄຈຫຼາກຫຼາຍທີ່ສົ່ງຜົນກະທົບຕໍ່ກັບ ການທ່ອງທ່ຽວຂອງທຸກປະເທດທົ່ວໂລກ, ບໍ່ວ່າຈະເປັນ ຄວາມຜັນຜວນຂອງເສດຖະກິດໂລກ, ຄວາມຕຶງຄຽດທາງພູມິລັດຖະສາດ (Geopolitical), ຄວາມໜ້າເຊື່ອຖືຂອງແຕ່ລະປະເທດ, ນັກທ່ອງທ່ຽວຈາກບາງປະເທດອາດມາໜ້ອຍລົງ ບາງປະເທດອາດຈະກຳລັງພິຈາລະນາມາຫຼາຍຂຶ້ນ.
ສະຖານະການເຫຼົ່ານີ້ ບວກກັບ ການເພິ່ງພາພຽງແຕ່ສະເໜ່ຫຼັກທີ່ກຳລັງປ່ຽນແປງໄປຕາມການເວລາພຽງຢ່າງດຽວ ອາດບໍ່ພຽງພໍ, ບີບໃຫ້ຜູ້ປະກອບການ-ນັກທຸລະກິດ ຕ້ອງປັບໂຕ ແລະ ລຸກຂຶ້ນມາສ້າງເຫດຜົນໃໝ່ໆ ໃຫ້ນັກທ່ອງທ່ຽວ ຢາກເດີນທາງເຂົ້າມາທ່ຽວບ້ານເຮົາໃຫ້ຫຼາຍຂຶ້ນ.
ປ່ຽນມຸມມອງການທ່ອງທ່ຽວ ຈາກ Mass ສູ່ Niche
- Mass Market ຄືການທີ່ກຸ່ມເປົ້າໝາຍລູກຄ້າກວມລວມເອົາທຸກເພດທຸກໄວທຸກຮູບແບບໄດ້ໝົດ ກົງກັນຂ້າມກັບ.
- Niche Market ຄືການລະບຸກຸ່ມເປົ້າໝາຍລູກຄ້າໃຫ້ສະເພາະເຈາະຈົງ ມີຄວາມມັກ ຄວາມສົນໃຈສະເພາະກຸ່ມເທົ່ານັ້ນ.
ນັກທ່ອງທ່ຽວກຸ່ມໃໝ່ໆ ບໍ່ໄດ້ເບິ່ງຫາແຕ່ບ່ອນພັກຜ່ອນແຕ່ຢ່າງດຽວ ແຕ່ຍັງມີຈຸດປະສົງທີ່ຊັດເຈນຂຶ້ນໃນການເດີນທາງແຕ່ລະຄັ້ງ, ສິ່ງນີ້ສ້າງໂອກາດໃຫ້ຜູ້ປະກອບການ-ນັກທຸລະກິດ ສັນຫາເຫດຜົນໃນການເດີນທາງຂອງນັກທ່ອງທ່ຽວໃຫ້ຫຼາກຫຼາຍຂຶ້ນ, ເຊັ່ນ:
Bleisure: ເດີນທາງເພື່ອປະຊຸມ ຫຼື ລົມວຽກທຸລະກິດ ແລະ ຖືໂອກາດພັກຜ່ອນຕໍ່.

Long Stay: ນັກທ່ອງທ່ຽວສາຍແຊ່ ພັກຍາວໆ ຫຼື ອາດຈະຂົນວຽກອອນໄລນ໌ມາເຮັດນຳ ເຊັ່ນ ກຸ່ມໂປຣແກຣມເມີສາຍເທັກ, ຟຣີແລນຊ໌ຈາກຕ່າງຖິ່ນ.

MICE: ຫຍໍ້ມາຈາກ Meeting (ປະຊຸມ), Incentive (ການໃຫ້ແຮງຈູງໃຈກັບພະນັກງານ), Conference (ສໍາມະນາ) ແລະ Exhibition (ຈັດສະແດງນິທັດສະການ), ຕົວຢ່າງ: ການເປັນເຈົ້າພາບຈັດກອງປະຊຸມ ຫຼື ນິທັດສະການລະດັບນານາຊາດ ເຊັ່ນ: ນິທັດສະການຮູບເງົານານາຊາດ, ສິລະປະຮ່ວມສະໄໝ, ທຸລະກິດບາງຫົວຂໍ້… ທີ່ມັກຈະລວມເອົາຜູ້ຊ່ຽວຊານສະເພາະສາຍມາພົບເຈິແລກປ່ຽນຄວາມຮູ້ກັນ.

Sustainability: ການທ່ອງທ່ຽວເນັ້ນຄວາມຍືນຍົງ ເຊັ່ນ: ເຮັດໂຮງແຮມ ຫຼື ບໍລິການທີ່ເປັນມິດກັບສິ່ງແວດລ້ອມ, ຮັກສາທຳມະຊາດ, ມີການສົ່ງເສີມຊຸມຊົນທ້ອງຖິ່ນໃຫ້ໄດ້ຮັບຜົນປະໂຫຍດ ແລະ ມີສ່ວນຮ່ວມຢ່າງຍືນຍົງ, ເພື່ອຕອບໂຈດກັບກຸ່ມນັກທ່ອງທ່ຽວຈາກທະວີບເອີຣົບທີ່ມັກຈະໃຫ້ຄວາມສຳຄັນກັບຄວາມຍືນຍົງຕໍ່ກັບທຳມະຊາດ ແລະ ວິຖີຊີວິດ.

Unseen Experience: ການຂາຍປະສົບການສຸດພິເສດທີ່ຊອກຫາບໍ່ໄດ້ຈາກບ່ອນອື່ນ ເຊັ່ນ: ການນັ່ງກິນກາເຟເທິງສາຍສະລິງຢູ່ໜ້ານ້ຳຕົກສູງທາງພາກໃຕ້ບ້ານເຮົາ, ການນັ່ງເຮືອລອດຖໍ້າຍາວເປັນກິໂລ, ການປີນພູທີ່ມີທຳມະຊາດສະເພາະໂຕ… ຫຼື ຈະເປັນ ປະສົບການທີ່ມະນຸດສ້າງຂຶ້ນລ້ວນໆ ເຊັ່ນ: ສວນສະໜຸກທີ່ມີເຄື່ອງຫຼິ້ນເອກະລັກບ່ອນດຽວໃນໂລກ, ນ້ຳຕົກຈຳລອງທີ່ໃຫຍ່ທີ່ສຸດໃນສະໜາມບິນ, ເມືອງທີ່ຄຸມໂທນສີຂອງບ້ານເຮືອນ ຫຼັງຄາ ການຕົກແຕ່ງໃຫ້ໄປໃນທິດທາງດຽວກັນ ຈົນກາຍເອກະລັກທີ່ໃຜໆ ກໍຢາກໄປສຳຜັດດ້ວຍຕາເປົ່າ ເປັນຕົ້ນ.

ປ່ຽນຄຳຖາມຈາກ “ໃຜຈະມາທ່ຽວ” ເປັນ “ໃຜຈະມາທ່ຽວລະເຂົາເຮັດຫຍັງແດ່”
ຜູ້ປະກອບການ-ນັກທຸລະກິດ ຕ້ອງຕອບຄຳຖາມໃຫ້ຊັດເຈນວ່າ ນັກທ່ອງທ່ຽວເວລາເຂົາມາຮອດແລ້ວ ເຂົາຈະມາເຮັດກິດຈະກຳຫຍັງແດ່ ແລ້ວເອົາຄຳຕອບນັ້ນ ມາຄິດສ້າງສັນປະສົບການທີ່ຕອບໂຈດແຕ່ລະກຸ່ມອອກມາ.
ຕົວຢ່າງໃນປະເທດໃກ້ຄຽງເຮົາ ຄືປະເທດໄທ ທີ່ເຂົາເຈົ້າມີຈຸດແຂງ + ຄວາມພ້ອມທາງດ້ານເຕັກນິກ ເລື່ອງການຮັກສາ ແລະ ບໍລິການດ້ານສຸຂະພາບ, ໂຮງແຮມໃຈກາງເມືອກຸງເທບແຫ່ງໜຶ່ງ ຈຶ່ງຈັບມືກັບ ໂຮງໝໍຈຸລາ ສ້າງແພັກເກັດສຳລັບຄົນເຈັບທີ່ໄປຮັກສາບາງພະຍາດສະເພາະທາງທີ່ໃຊ້ເວລາດົນ ຫຼື ກຸ່ມລູກຄ້າທີ່ໄປຝາກໄຂ່ (ເພື່ອກຽມຖືພາ) ຈຶ່ງເກິດເປັນໂອກາດໃນການເຮັດຕະຫຼາດ Long Stay ໂດຍທາງໂຮງແຮມ ຈະຮ່ວມມືກັບນັກໂພຊະນາການໃນໂຮງໝໍເພື່ອເບິ່ງແຍງອາຫານການກິນຢ່າງໃກ້ຊິດ ແລະ ອອກແບບແພັກເກັດລາຄາທີ່ພັກໄວ້ຫຼາຍລະດັບລາຄາ ໄວ້ໃຫ້ລູກຄ້າແຕ່ລະກຸ່ມ.
ນອກຈາກນີ້ ການເຂົ້າໃຈ Insight ທີ່ເປັນຂໍ້ມູນເຊິ່ງເລິກ ຂອງນັກທ່ອງທ່ຽວແຕ່ລະຊາດກໍສຳຄັນບໍ່ຕ່າງກັນ ເຊັ່ນ: ປົກກະຕິແລ້ວ ລະດູຝົນແຖວບ້ານເຮົານັກທ່ອງທ່ຽວຈະໜ້ອຍແມ່ນບໍ່, ແຕ່ສຳລັບນັກທ່ອງທ່ຽວຈາກຕະເວັນອອກກາງ ລະດູຝົນໃນໂຊນບ້ານເຮົາແມ່ນຍາມທີ່ເຂົາເຈົ້າມັກຢາກມາທີ່ສຸດ (ຫຼັກໆ ຈະເຂົ້າມາໄທກ່ອນເພາະມີຄວາມພ້ອມຫຼາຍກວ່າ ຍັງເຂົ້າມາບໍ່ຮອດລາວເທື່ອ) ສຳລັບເຂົາເຈົ້າແລ້ວລະດູນີ້ແມ່ນ High Season, ນີ້ເປັນຕົວຢ່າງໃນການປັບມຸມມອງວ່າ Low Season ສຳລັບບາງກຸ່ມ ອາດເປັນໂອກາດສ້າງລາຍຮັບຈາກອີກກຸ່ມກໍເປັນໄດ້.

???? Early Bird ຈາກທີມ “ມ່ວນ” ລາຄາພິເສດ ຈຳກັດພຽງ 1,000 ທີ່ນັ່ງເທົ່ານັ້ນ
https://muan.space/go/MuanxTSD_The-SecretSauceSummit2025
The Secret Sauce Summit 2025
???? 16-17 September 2025 | UOB LIVE 6 Floor, EMSPHER