ໜ້າຫຼັກ Muan.la - ສາລະບັນເທີງ Muan Suan Pai (Explore) - ມ່ວນຊວນໄປ ລວມອີເວັ້ນທ້າຍອາທິດ ທີ່ຢາກໃຫ້ທຸກຄົນໄປ 6-8 ທັນວາ 2024
Muan Suan Pai (Explore) - ມ່ວນຊວນໄປ

ລວມອີເວັ້ນທ້າຍອາທິດ ທີ່ຢາກໃຫ້ທຸກຄົນໄປ 6-8 ທັນວາ 2024

ແບ່ງປັນ

ວັນສຸກແຫ່ງຊາດມາຮອດແລ້ວ ເຮັດວຽກແບບໜັກໜ່ວງມາໝົດອາທິດ ກໍຮອດເວລາແລ້ວທີ່ຈະພາຮ່າງກາຍຂອງເຮົາໄປພັກຜ່ອນກັບວັນຊິວໆທ້າຍອາທິດແບບນີ້. ໄປເບິ່ງກັນວ່າ ທ້າຍອາທິດທີ 6-8 ທັນວາ 2024 ມີງານໃດແດ່ທີ່ໜ້າສົນໃຈ ແລະ ຄວນພາກາຍ-ໃຈໄປເປີດຫູເປີດຕາ.

1. Thongtaek Fair 2024 for Restaurant ງານເທດສະການອາຫານທີ່ໃຫຍ່ທີ່ສຸດໃນລາວ ເອົາໃຈສາຍກິນ ແລະ ສົ່ງເສີມທຸລະກິດຮ້ານອາຫານ

ນອກຈາກຈະເປັນງານທີ່ລວມເອົາຮ້ານອາຫານເຖິງ 100 ຮ້ານມາໃຫ້ທຸກຄົນໄດ້ລອງຊີມແລ້ວ ໃນງານນີ້ຍັງມີກິດຈະກຳມ່ວນໆອີກຫຼາຍຢ່າງໃຫ້ເຮົາໄດ້ເຮັດ ບໍ່ວ່າຈະເປັນງານສີມື, ເບິ່ງດວງ, ງານສຳມະນາກ່ຽວກັບຮ້ານອາຫານ, ມິນິຄອນເສີດ, ເກມການແຂ່ງຂັນຕ່າງໆ ແລະ ອື່ນໆອີກ ເອົາໃຈສາຍກິນ ແລະ ໄວລຸ້ນຊິກໆແບບເຮົາ

???? Vientiane Life Center, ນະຄອນຫຼວງວຽງຈັນ

????️ 4-8 ທັນວາ 2024

2. Blue Chair Film Festival 2024 ເທດສະການຮູບເງົານານາຊາດ ທີ່ເມືອງມໍລະດົກໂລກຫຼວງພະບາງ ພາຜູ້ທີ່ມັກໃນຮູບເງົາ ແລະ ຜູ້ທີ່ເຮັດວຽກໃນແວດວົງຮູບເງົາຈາກຫຼາກຫຼາຍບ່ອນ ມາລວມຕົວກັນ

ງານສາຍຮູບເງົາເທີງຫນ້າຈໍໃຫຍ່: ບຸນມະໂຫລານຮູບເງົາ Blue Chair ທີ່ຫຼວງພະບາງ, ເລີ່ມແຕ່ວັນທີ 5-9 ທັນວານີ້, ເຊີ່ງຈະມີຮູບເງົາທັງໝົດຫຼາຍກວ່າ 60+ ເລື່ອງຈາກ 9 ປະເທດອາຊີຕາເວັນອອກສຽງໃຕ້, ເຊີນຊວນທຸກໆທ່ານມາຮ່ວມມ່ວນຊື່ນເບີ່ງຮູບເງົາ ແລະ ການສະແດງສີລະປະວັນນະຄະດີເທີງເວທີທີ່ແຕກຕ່າງກັນໃນແຕ່ລະຄືນ ແລະ ທີ່ສຳຄັນແມ່ນເຂົ້າຊົມຟຣີ.

ທຸກຄົນສາມາດເບິ່ງຮູບເງົາຕອນກາງເວັນ ແລະ ການສົນທະນາແລກປ່ຽນໄດ້ທີ່ ລິໂທລາວ ເຮົ້າ, ຕໍ່ດ້ວຍຮູບເງົາພາກຄ່ຳ ເຊີ່ງຈະມີສາຍ ຢູ່ 2 ບ່ອນຄື: ເດີ່ນໂຮງຮຽນປະຖົມສົມບູນຫຼວງພະບາງ.

ອ່ານຕື່ມ:  ພາທົວໂຊຣູມ Land Rover Laos ແລະ ທົດລອງຂັບ Range Rover Evoque PHEV ຮຸ່ນໃໝ່ 2024

ສາມາດຍ່າງເຂົ້າມາໃນງານ ເລືອກນັ່ງຕັ່ງສີຟ້າທີ່ເປັນເອກະລັກຂອງງານນີ້, ມາສຳຜັດ ແລະ ເພີດເພີນກັບບັນຍາກາດຂອງຫຼວງພະບາງ ກິນປັອບຄອນ ແລະ ເຄື່ອງດື່ມ ໃນຂະນະທີ່ເບິ່ງຫນັງຈາກຫນ້າຈໍໂປເຈັກເຕີຂະຫນາດໃຫຍ່.

ອີກໜຶ່ງບ່ອນສາຍຮູບເງົາກາງຄືນທີ່ສອງຂອງງານແມ່ນຢູ່ທີ່ ເຮືອນຈັນ ເຮືອນມໍລະດົກໂລກ ເຊີ່ງຈະຈັດກິດຈະກໍາສາຍຮູບເງົາພິເສດ, ສົນທະນາແລກປ່ຽນ ໃນວັນສຸກ ທີ 6 ຫາ ວັນເສົາ ທີ 7 ທັນວາ 2024 ນີ້.

???? ນະຄອນຫຼວງພະບາງ

????️ 5-9 ທັນວາ 2024

3. Wellness Festival 3 ໂດຍ ກຳລັງໃຈ – Gamlangchai (ສະເພາະຜູ້ທີ່ລົງທະບຽນເທົ່ານັ້ນ) ເທດສະການສຸຂະພາບຈິດ ແລະ ກາຍ-ໃຈ ພາເຮົາໄປສຳຫຼວດກາຍໃຈຂອງໂຕເອງ ເພື່ອການເປັນຢູ່ທີ່ດີຂຶ້ນ

“ກຳລັງໃຈ” ຂໍເຊີນຊວນທຸກຄົນມາຮ່ວມງານ “ເທສະການສຸຂະພາບຈິດ ແລະ ກາຍໃຈ” ຄັ້ງທີ 3 ທີ່ມີຈຸດປະສົງໃນການສົ່ງເສີມຄວາມຮັບຮູ້ດ້ານສຸຂະພາບຈິດ ຜ່ານການສົນທະນາໃນຫຼາກຫຼາຍຫົວຂໍ້ທີ່ຈະນໍາພາທຸກຄົນເດີນທາງໃນເສັ້ນທາງຂອງການໂອບກອດຕົວເອງ ແລະ ການແບ່ງປັນຄວາມຮັກ, ຄວາມເຂົ້າໃຈ, ກິດຈະກຳດ້ານສິລະປະ ແລະ ການສະແດງຄອນເສີດ.

“ເທສະການສຸຂະພາບຈິດ ແລະ ກາຍໃຈ” ໄດ້ຮວບຮວມຫຼາກຫຼາຍກິດຈະກຳ ແລະ ຫົວຂໍ້ສົນທະນາໃນຂົງເຂດທີ່ກ່ຽວພັນກັບສຸຂະພາບຈິດໃຈ ເຊິ່ງງານດັ່ງກ່າວຈະກ່າວເຖິງ:

???? ສຸຂະພາບຈິດໃນບ່ອນເຮັດວຽກ

???? ການສົ່ງເສີມສຸຂະພາບຈິດຂອງກຸ່ມຄົນທີ່ຖືກຄວາມຮຸນແຮງທາງຮ່າງກາຍ ແລະ ໃຈ

????  ການຫຼຸດຜ່ອນຄວາມເຂົ້າໃຈຜິດກ່ຽວກັບສຸຂະພາບຈິດດ້ວຍການເປີດໃຈຮັບຟັງ

???? ການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານຈິດໃຈຂອງພໍ່ແມ່ຍຸກໃຫມ່

???? ການອອກກຳລັງກາຍຜ່ານການເຕັ້ມ Zumba

ນອກຈາກນັ້ນພາຍໃນງານຍັງມີຕະຫຼາດນັດ, ຮ້ານຄ້າເພື່ອສົ່ງເສີມສຸຂະພາບກາຍໃຈ, ແລະ ກຸ່ມໄວໜຸ່ມທີ່ມາສະແດງຜົນງານຈາກຫຼາກຫຼາຍພາກສ່ວນ

 ມາຮ່ວມກັນສ້າງຊ່ວງເວລາທີ່ດີໆນຳກັນໄດ້ທີ່ເທສະການ ສຸຂະພາບຈິດ ແລະ ກາຍໃຈ Vol.3 

ອ່ານຕື່ມ:  ຖ້ຽວບິນວຽງຈັນ-ຫຼວງນໍ້າທາ ເປີດບິນຄືນແລ້ວ ພ້ອມໂປຣໂມຊັນປີ້ຍົນລາຄາພິເສດ

???? Lab De Lines, ນະຄອນຫຼວງວຽງຈັນ

????️ 8 ທັນວາ 2024

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
Muan Suan Pai (Explore) - ມ່ວນຊວນໄປ

ຊວນໄປຍ່າງຫຼິ້ນ-ຊັອບປິ້ງ ທີ່ງານຕະຫຼາດນັດ Laos-Korea Agro Fair 2025

ອາທິດນີ້ໄປຍ່າງຫຼິ້ນ, ກິນ ແລະ ເຮັດກິດຈະກຳຕ່າງໆກັນທີ່ງານຕະຫຼາດນັດກະສິກຳທີ່ Laos-Korea Agro Fair 2025. ງານດີໆແບບນີ້ພາດບໍ່ໄດ້ເດັດຂາດ, ມ່ວນຊວນໄປມື້ນີ້ຈະພາທຸກຄົນໄປສຳຜັດບັນຍາກາດຄວາມມ່ວນຊື່ນ ແລະ ສີສັນຂອງງານ...

Muan Suan Pai (Explore) - ມ່ວນຊວນໄປ

ຖ້ຽວບິນວຽງຈັນ-ຫຼວງນໍ້າທາ ເປີດບິນຄືນແລ້ວ ພ້ອມໂປຣໂມຊັນປີ້ຍົນລາຄາພິເສດ

ເມື່ອປີກ່ອນ ຖ້ຽວບິນວຽງຈັນ–ຫຼວງນໍ້າທາໄດ້ມີການຍົກເລີກ ເຮັດໃຫ້ຫຼາຍຄົນຕ້ອງໄດ້ປັບແຜນການເດີນທາງໃໝ່ເມື່ອຕ້ອງເດີນທາງໃນເສັ້ນທາງນີ້. ແນວໃດກໍຕາມ ຕອນນີ້ມີຂ່າວດີຈາກທາງການບິນລາວ ເຊິ່ງພວກເຂົາໄດ້ປະກາດເປີດຄືນຖ້ຽວບິນນີ້ອີກຄັ້ງ. ນີ້ບໍ່ແມ່ນພຽງແຕ່ ການນຳເອົາຕົວເລືອກການເດີນທາງທີ່ດີກັບຄືນມາ ແຕ່ຍັງມາພ້ອມກັບຂໍ້ສະເໜີສຸດພິເສດທີ່ຖືກໃຈນັກເດີນທາງທຸກຄົນ ລວມທັງມ່ວນຊວນໄປເອງ.​ ​ມ່ວນຊວນໄປ ໃນຖານະທີ່ເປັນຜູ້ໜຶ່ງທີ່ມັກການເດີນທາງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.